ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພາຍຸ ຖະຫລົ່ມ ບັງກລາແດັສ ທຳລາຍເຮືອນຫລາຍພັນຫລັງ


ຊາວບັງກລາແດັສ ພາກັນຢືນຢູ່ຊາຍຝັ່ງຂອງອ່າວ Bengal.
ຊາວບັງກລາແດັສ ພາກັນຢືນຢູ່ຊາຍຝັ່ງຂອງອ່າວ Bengal.

ພາຍຸ​ລະດູ​ຮ້ອນ​ໄດ້​ພັດ​ເຂົ້າໜ້າດິນໃນວັນ​ອັງຄາ​ນມື້​ນີ້ ທາງ​ພາກ​ຕາ​ເວັນ​ອອກ ສຽງໃຕ້
​ຂອງ Bangladesh ພາໃຫ້​ຝົນ​ຕົກ​ໜັກ ລົມ​ແຮງ ​ແລະ​ຂົ່ມຂູ່​ວ່າຈະເກີດ​ນໍ້າ​ຖ້ວມ​ຢູ່​ຂົງ
ເຂດດິນ​ຕໍ່າ.

ບັນດາ​ເຈົ້າ​ໜ້າ​ທີ່​ລາຍ​ງານ​ວ່າ ​ເຮືອນ​ຫລາຍ​ພັນ​ຫລັງ​ໄດ້​ຖືກ​ທຳລາຍ ຫລື​ເພພັງ.

ໄດ້​ມີ​ຄວາມ​ເປັນ​ຫ່ວງ​ໂດຍ​ສະ​ເພາະກ່ຽວກັບ​ພວກ​ອົບ​ພະຍົບ Rohinya 200,000 ຄົນ​
ຈາກ​ປະ​ເທດ​ເພື່ອນ​ບ້ານ​ມຽນມາ ຜູ້​ທີ່​ໄດ້​ພັກ​ພາ​ອາ​ໄສ​ຢູ່​ໃນ Bangladesh ຢູ່​ໃນສູນ​ທີ່
ເປັນ​ເຮືອນ​ຊານ​ຊົ່ວ​ຄາວທີ່​ບໍ່​ແໜ້ນໜານັ້ນ.

ກ່ອນ​ໜ້າ​ພາຍຸ​ຈະມາ​ເຖິງ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຍົກຍ້າຍ​ປະຊາຊົນ​ 300,000 ພັນ​ຄົນ​ ໄປ​
ຢູ່​ບ່ອນ​ພັກ​ພາ​ອາ​ໄສຕ່າງໆ. ຍັງບໍ່​ທັນໄດ້​ມີ​ລາຍງານ​ເທື່ອກ່ຽວກັບ​ການ​

ເສ​ຍ ຊີວິດ.

ກະຊວງ​ອຸຕຸນິຍົມ Bangladesh ກ່າວ​ວ່າ ພາຍຸຫົວດັ່ງກ່າວ​ມີ​ຄວາມ​ແຮງສູງ​ສຸດ​ເຖິງ 117
ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ເວລາ​ເຂົ້າ​ມາ​ເຖິງ​ຊາຍ​ຝັ່ງ ​ແລະໄດ້ຄາດ​ວ່າ ຈະ​ອ່ອນ​ລົງ​ ໃນ​ຂະນະ
​ທີ່​ເຄື່ອນ​ຍ້າຍ​ເຂົ້າ​ສູ່​ໜ້າດິນ​ໄປ​ທາງພາ​ກເໜືອ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG