ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄງການກໍ່ສ້າງ ຮ່ອງລະບາຍນໍ້າສຸກເສີນ ໂດຍການຊ່ວຍເຫຼືອ ຈາກທະນາຄານພັດ​ທະ​ນາ​ເອ​ເຊຍ


ພາບນໍ້າຖ້ວມຢູ່ຂົງເຂດແຫ່ງນຶ່ງໃນ ສປປ ລາວ.
ພາບນໍ້າຖ້ວມຢູ່ຂົງເຂດແຫ່ງນຶ່ງໃນ ສປປ ລາວ.

ໄລ​ຍະນີ້ເປັນຊ່ວງລະດູຝົນ ເຮັດໃຫ້ຕົວເມືອງຕ່າງໆ ຢູ່ໃນ ສປປ ລາວ ມີນໍ້າຖ້ວມຂັງເປັນຈໍານວນຫຼາຍ, ເຊິ່ງຖືວ່າສ້າງຄວາມຫຍຸ້ງຍາກລໍາບາກໃຫ້ແກ່ປະ ຊາຊົນຫຼາຍສົມຄວນໃນການສັນຈອນໄປມາ.

ພະນັກງານວິຊາການທ່ານນຶ່ງ ເລົ່າໃຫ້ຟັງເຖິງໂຄງການຮ່ອງລະບາຍນໍ້າສຸກເສີນ ເຊິ່ງມັນຈະສ້າງຄວາມສະດວກຫຼາຍຢ່າງ ໃຫ້ແກ່ປະຊາຊົນທີ່ຢູ່ໃກ້ຄຽງ ແລະທົ່ວໄປໂດຍສະເພາະຜູ້ທີ່ໄດ້ຮັບຜົນກະທົບໂດຍກົງຈາກນໍ້າຖ້ວມຂັງ ສູ່ VOA ພາກ ພາສາລາວຟັງວ່າ:

“ໂຊນນັ້ນມັນກໍນໍ້າຖ້ວມ ພວກໜ່ວຍງານຮັບຜິດຊອບ ເປັນໜ່ວຍງານພັດທະນາໂຕເມືອງ ເຂົາກໍຕ້ອງເຮັດແນວໃດ ເພື່ອໃຫ້ມັນຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຢູ່ໃນຂົງເຂດນັ້ນດີຂຶ້ນ ເຂົາເຈົ້າກໍເລີຍຕ້ອງໄດ້ອອກແບບເນາະ ເມື່ອມີໂຄງການເຂົ້າມາຊ່ວຍເຫຼືອ ເຂົາກໍເລີຍເນັ້ນໃສ່ຈຸດທີ່ມັນມີບັນຫານີ້ກ່ອນໝູ່ ເພື່ອເຮັດຈັງໃດ ເວລາພາຍຸມັນມາແລ້ວ ເວລາຝົນຕົກມາຍາມຝົນນີ້ ໃຫ້ປະຊາຊົນຢູ່ແຖວນັ້ນດໍາລົງຊີວິດຢ່າງເປັນປົກກະຕິໄດ້.”

ຮ່ອງລະບາຍນໍ້າດັ່ງກ່າວນີ້ມີຊື່ວ່າ A4, ມີຄວາມກວ້າງ 4 ແມັດ ແລະຍາວກວ່າ 1 ກິໂລແມັດ. ໂຄງການດັ່ງກ່າວ ແມ່ນການຮ່ວມມືລະຫວ່າງທະນາຄານພັດທະ ນາເອເຊຍ ຫຼື ADB ແລະລັດຖະບານຂອງ ສປປ ລາວ, ໂດຍເປັນການຊ່ວຍ ເຫຼືອລ້າທັງໝົດ ຈາກທະນາຄານ ADB, ເຊິ່ງຄາດວ່າຈະໄດ້ເລີ້ມຕົ້ນລົງມືປະຕິ ບັດໃນຊ່ວງທ້າຍປີ 2022 ນີ້ ຢູ່ບ້ານນາໂບ, ເມືອງທ່າແຂກ, ແຂວງຄໍາມ່ວນ. ແລະຄິດວ່າຈະສໍາເລັດລົງ ພາຍໃນສອງປີຫຼັງຈາກລົງມືປະຕິບັດ.

ເນື່ອງຈາກບໍລິເວນດັ່ງກ່າວເປັນເຂດນໍ້າຖ້ວມຂັງມາຫຼາຍປີ ແລະທຸກໆປີຂອງລະດູຝົນຈະເຮັດໃຫ້ນໍ້າຝົນຖ້ວມອັ່ງລົ້ນຢູ່ຂົງເຂດດັ່ງກ່າວຢ່າງໜັກໜ່ວງ ສາເຫດມາຈາກການຂະຫຍາຍໂຕຂອງຊຸມຊົນ ມີປະຊາຊົນເຂົ້າມາປຸກເຮືອນຂຶ້ນຫຼາຍ, ບໍລິເວນດັ່ງ ກ່າວທີ່ເຄີຍເປັນທົ່ງນາ ແລະມີຮ່ອງລະບາຍນໍ້າ ກໍມີການຖົມດິນປຸກເຮືອນໃສ່.

ຢ່າງໃດກໍຕາມ, ລຸນຫຼັງທີ່ໂຄງການດັ່ງກ່າວນີ້ສໍາເລັດລົງ ຈະຊ່ວຍລະບາຍນໍ້າທີ່ຖ້ວມຂັງຈາກຝົນຕົກ, ພາຍຸ ແລະເຫດການສຸກເສີນອື່ນໆ ໃຫ້ແກ່ປະຊາຊົນຢູ່ໃນທ້ອງຖິ່ນໄດ້ດີສົມຄວນ.

XS
SM
MD
LG