ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ່ ສຫລ ຫລາຍຄົນ ຍັງໄດ້ເງິນເດືອນເຕັມ ຂະນະທີ່ບໍ່ໄດ້ໄປການ ຍ້ອນການລະບາດຂອງ ໂຄວິດ-19


ເອື້ອຍວຽງຄໍາ (ຊ້າຍ) ທີ່ເຮັດວຽກໃຫ້ບໍລິສັດ Ticknors ໃນນະຄອນມີລວອກກີ, ລັດວິສຄອນຊິນ ຍັງໄດ້ຮັບເງິນເດືອນເຕັມຢູ່ ຂະນະທີ່ພັກການ ແລະຢູ່ບ້ານມາໄດ້ 1 ເດືອນກວ່າແລ້ວ.
ເອື້ອຍວຽງຄໍາ (ຊ້າຍ) ທີ່ເຮັດວຽກໃຫ້ບໍລິສັດ Ticknors ໃນນະຄອນມີລວອກກີ, ລັດວິສຄອນຊິນ ຍັງໄດ້ຮັບເງິນເດືອນເຕັມຢູ່ ຂະນະທີ່ພັກການ ແລະຢູ່ບ້ານມາໄດ້ 1 ເດືອນກວ່າແລ້ວ.

ໃນສະພາບທີ່ປະຊາຊົນທົ່ວໄປຕະຫລອດທັງທຸລະກິດໃຫຍ່ນ້ອຍທົ່ວສະຫະລັດກໍາລັງ ປະສົບກັບຄວາມຫຍຸ້ງຍາກຍ້ອນການລະບາດຂອງພະຍາດໂຄວິດ-19 ຢູ່ນີ້ ລັດຖະບານ ກໍໄດ້ຫາວິທີຊ່ວຍເຫລືອພວກເຂົາເຈົ້າ ເພື່ອແບ່ງເບົາຜົນກະທົບຂອງເຊື້ອພະຍາດດັ່ງກ່າວ ແລະກອບກູ້ເສດຖະກິດໄວ້ໂດຍໃຫ້ທຶນຊ່ວຍ ເຫລືອຫລາຍຢ່າງ. ນຶ່ງໃນການດໍາເນີນຄວາມພະຍາຍາມນັ້ນກໍຄື ການໃຫ້ເງິນປະມານ 2 ພັນ 200 ຕື້ໂດລາ ເພື່ອຊ່ວຍເຫລືອບຸກຄົນ ແລະ ເຈົ້າຂອງທຸລະກິດຂະໜາດນ້ອຍທີ່ລັດຖະສະພາສະຫະລັດ ໄດ້ຮັບຜ່ານກົດໝາຍທີ່ຊື່ວ່າ CARES ໃນທ້າຍເດືອນມີນາຜ່ານມາ.

ພາກສ່ວນທີ່ສໍາຄັນອັນນຶ່ງໃນຮ້ວງເງິນຊ່ວຍເຫລືອ ຢູ່ພາຍໃຕ້ກົດໝາຍທີ່ວ່ານີ້ ກໍມີຊຸດມາດຕະການກະຕຸ້ນເສດຖະກິດຈໍານວນ 350 ຕື້ ໂດລາ ທີ່ໃຊ້ສໍາລັບ ໂຄງການປົກປ້ອງການຈ່າຍເງິນເດືອນ ຫລື Paycheck Protection Program (PPP). ໂຄງການນີ້ ສ້າງຕັ້ງຂຶ້ນມາ ເພື່ອຊ່ວຍເຫລືອທຸລະກິດຂະໜາດນ້ອຍ ທີ່ມີພະນັກງານໜ້ອຍກວ່າ 500 ຄົນລົງມາ ເພື່ອໃຫ້ເຂົາເຈົ້າສາມາດຈ່າຍເງິນ ເດືອນພະນັກງານໄດ້ຄືເກົ່າ ຫລື ຈ້າງພະນັກງານໃໝ່ເພີ້ມ ແລະຈ່າຍຄ່າອື່ນໆ ໄດ້.

ປະຊາຊົນອາເມຣິກັນເຊື້ອສາຍລາວຄົນນຶ່ງ ທີ່ນອນຢູ່ໃນພວກທີ່ໄດ້ຮັບການຊ່ວຍ ເຫລືອແບບນັ້ນ ກໍຄືເອື້ອຍວຽງຄໍາ, ຊ່າງແປງຊຸດສາກົນ ທີ່ເຮັດການໃຫ້ບໍລິສັດ Ticknors ທີ່ຮັບແປງຊຸດສາກົນລາຄາແພງແຫ່ງນຶ່ງ ຢູ່ໃນນະຄອນມີລວອກກີ, ລັດວິສຄອນຊິນ. ເນື່ອງຈາກບໍລິສັດຂອງເອື້ຍຕັ້ງຢູ່ໃນຕຶກການຄ້າ Mayfair ຊຶ່ງ ເປັນຕຶກການຄ້າໃຫຍ່ຫລື Mall ແຫ່ງນຶ່ງໃນນະຄອນດັ່ງກ່າວ ມັນກໍຈຶ່ງຖືກປິດ ຕາມຄໍາສັ່ງໃຫ້ປິດເມືອງຂອງຜູ້ປົກຄອງລັດ. ພະນັກງານທັງຫລາຍ ລວມທັງ ເອື້ອຍກໍຖືກຫົວໜ້າບອກໃຫ້ຢຸດໄປເຮັດການ ແຕ່ກໍຍັງໄດ້ຮັບເງິນເດືອນເຕັມຕາມ ປົກກະຕິນັບແຕ່ກາງເດືອນມີນາເປັນຕົ້ນມາ ຊຶ່ງເອື້ອຍເລົ່າສູ່ວີໂອເອຟັງ ໃນ ວັນພຸດຜ່ານມານີ້ວ່າ:

ພາຍໃຕ້ໂຄງການ PPP ນີ້ ຖ້າຫາກເຈົ້າຂອງທຸລະກິດຕ່າງໆ ສືບຕໍ່ຈ່າຍເງິນ ເດືອນໃຫ້ພະນັກງານໃນໄລຍະສອງເດືອນ ກໍຄືຈົນຮອດປະມານກາງເດືອນພຶດ ສະພາ ແລ້ວລັດຖະບານຈະເປັນຜູ້ຮັບຜິດຊອບໃນຄ່າໃຊ້ຈ່າຍເຫລົ່ານັ້ນ. ແລະ ເອື້ອຍວຽງຄໍາເວົ້າສູ່ຟັງວ່າ ທາງບໍລິສັດຂອງລາວ ຈະສືບຕໍ່ຈ່າຍເງິນເດືອນ ໃຫ້ ເຕັມແບບນີ້ໄປຈົນກວ່າມີປະກາດຈາກຜູ້ປົກຄອງລັດໃຫ້ເປີດທຸລະກິດຢ່າງເປັນ ປົກກະຕິໄດ້ ຊຶ່ງກໍຄືຮອດວັນທີ 26 ພຶດສະພາ ກໍຄືເດືອນໜ້ານີ້.

XS
SM
MD
LG