ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານໝໍອາຟຣິກາໃຕ້ ເຕືອນວ່າ ​ຂໍ​ໃຫ້ ທຸກຄົນຈົ່ງຢ່າໄດ້ແຕກຕື່ນຫລາຍ ຕໍ່ໄວຣັສໂຄໂຣນາສາຍພັນໂອໄມຄຣອນ


ເດັກ​ຊາຍ​ໄດ້​ຢືນ​ຢູ່​ກັບ​ຄອບ​ຄົວ​ຂອງ​ລາວ​ຢູ່​ສະ​ຖານ​ທີ່​ສັກ​ຢາ​ວັກ​ຊີນ Discovery ເພາະ​ລາວ​ຢາກ​ໄດ້​ຮັບ​ວັກ​ຊີນ Pfizer/BioNTech ເຂັມ​ທຳ​ອິດ​ຂອງ​ລາວເພື່ອ​ກັນ COVID-19 ໃນເຂດ Sandton ຂອງ​ນະ​ຄອນ​ Johannesburg ໃນ​ອາ​ຟ​ຣິ​ກາ​ໃຕ້, ວັນ​ທີ 15 ທັນ​ວາ, 2021
ເດັກ​ຊາຍ​ໄດ້​ຢືນ​ຢູ່​ກັບ​ຄອບ​ຄົວ​ຂອງ​ລາວ​ຢູ່​ສະ​ຖານ​ທີ່​ສັກ​ຢາ​ວັກ​ຊີນ Discovery ເພາະ​ລາວ​ຢາກ​ໄດ້​ຮັບ​ວັກ​ຊີນ Pfizer/BioNTech ເຂັມ​ທຳ​ອິດ​ຂອງ​ລາວເພື່ອ​ກັນ COVID-19 ໃນເຂດ Sandton ຂອງ​ນະ​ຄອນ​ Johannesburg ໃນ​ອາ​ຟ​ຣິ​ກາ​ໃຕ້, ວັນ​ທີ 15 ທັນ​ວາ, 2021

ຫົວຫນ້າສະມາຄົມການແພດອາຟຣິກາໃຕ້ກ່າວວ່າ ມີຄວາມແຕກຕ່າງກັນທີ່ສໍາຄັນລະຫວ່າງ​ສາຍ​ພັນ​ແດ​ລ​ຕາ (delta) ແລະໂອ​ໄມ​ຄ​ຣອນ (omicron) ຂອງໄວຣັ​ສໂຄ​ໂຣ​ນາ ແລະເຕືອນພວກນັກການເມືອງ ບໍ່ໃຫ້ເວົ້າເກີນຄວາມ​ເປັນ​ຈິງ​ຫລາຍ​ກ່ຽວ​ກັບໄພຂົ່ມຂູ່ຈາກສາຍພັນໃຫມ່ນີ້.

ດຣ. ​ແອນ​ເຈ​ລິກ ໂຄ​ແອດ​ຊີ (Angelique Coetzee) ໃນວັນອັງຄານ​ຜ່ານ​ມາໄດ້​ຕຳ​ໜິ​ຕໍ່ສິ່ງທີ່ນາງອະທິບາຍວ່າເປັນ "ປະຕິກິລິຍາຕອບ​ໂຕ້​ຫລາຍ​ຈົນເກີນໄປ" ຕໍ່ສາຍ​ພັນໂອ​ໄມ​ຄ​ຣອນ ທີ່ມີການປ່ຽນແປງຢ່າງຫລວງ​ຫລາຍ ໂດຍລັດຖະບານຂອງ​ບາງປະເທດໃນ​ຢູ​ໂຣບ ແລະໄດ້ກ່າວເຖິງທ່ານບໍ​ຣີ​ສ ຈອນ​ສັນຂອງອັງກິດ, ຜູ້ທີ່ທ່ານນາງກ່າວຫາວ່າສ້າງ "ຄວາມ​ຫວາດ​ກົວ​ເກີນ​ເຫດ" ກ່ຽວກັບສາຍພັນໃໝ່ທີ່​ວ່ານີ້.

ໃນວັນອັງຄານຜ່ານ​ມາ, ສະພາຕ່ຳ​ຂອງ​ອັງ​ກິດໄດ້ອະນຸມັດໃຫ້ວາງຂໍ້ຈຳກັດເພື່ອສະ​ກັດກັ້ນການລະບາດຂອງ​ພະ​ຍາດຄືນ​ອີກ, ແລະວາງຂໍ້​ຈຳ​ກັດ​ໃໝ່ ບາງອັນອອກ​ມາ ເນື່ອງຈາກວ່າ ​ມີກໍລະນີຄົນ​ຕິດ​ສາຍ​ພັນ​ໂອ​ໄມ​ຄ​ຣອນເພີ່ມຂຶ້ນໃນປະ ເທດ, ເຖິງແມ່ນວ່າທ່ານ​ຈອນ​ສັນຈະປະເຊີນກັບການຄັດ​ຄ້ານຢ່າງ​ໃຫຍ່ ໂດຍນຶ່ງ ສ່ວນສາມຂອງພັກລັດຖະສະພາຂອງທ່ານ ແລະອີງອາ​ໄສຕໍ່ ພັກຝ່າຍຄ້ານໃນການລົງຄະແນນສຽງກໍ​ຕາມ.

​ທ່ານ​ນາງໂຄ​ແອດ​ຊີ (Coetzee) ແມ່ນນຶ່ງໃນບັນດາແພດຫມໍກຸ່ມທໍາອິດ ໃນໂລກທີ່ໄດ້ເຕືອນໃຫ້​ຄົນ​ຮູ້​ໄພ​ອັນ​ຕະ​ລາຍ​ຂອງສາຍ​ພັນໃຫມ່ທີ່​ວ່ານີ້.

ຂໍ້ມູນດ້ານ​ກຳ​ມະ​ພັນ​ ຫລື genom ຂອງມັນຖືກຈັດລໍາດັບໃນເດືອນແລ້ວນີ້ ໂດຍພວກນັກວິທະຍາສາດໃນຮົງກົງ, ບອສວານາພ້ອມກັບອາຟຣິກາໃຕ້. ການປາກົດຕົວຂອງ​ສາຍ​ພັນດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການເຕືອນໄພ ກ່ຽວ​ກັບການລະບາດຂອງ​ພະ​ຍາດ​ຢ່າງ​ໜັກ​ໃນຢູ​ໂຣບ, ບ່ອນທີ່ລັດຖະບານ ຂອງ​ປະ​ເທດ​ຕ່າງໆ ກໍາລັງຕໍ່ສູ້ກັບສາຍພັນແດ​ລ​ຕາຢູ່ນັ້ນ ແລະກໍາລັງແຂ່ງ ຂັນກັນ​ວາງຂໍ້ຈໍາກັດຄືນໃຫມ່ອີກ.

ນາ​ຍົກ Boris Johnson ຂອງ​ອັງ​ກິດກ່າວຢູ່​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ອາ​ທິດ​ຂອງ​ສະ​ພາໃນ​ລອນດອນ, ວັນ​ທີ 15 ທັນ​ວາ, 2021 (ພາບ​ຈາກ UK Parliament/Jessica Taylor/Handout ໂດຍຜ່ານອົງ​ການ​ຂ່າວ Reuters)
ນາ​ຍົກ Boris Johnson ຂອງ​ອັງ​ກິດກ່າວຢູ່​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ອາ​ທິດ​ຂອງ​ສະ​ພາໃນ​ລອນດອນ, ວັນ​ທີ 15 ທັນ​ວາ, 2021 (ພາບ​ຈາກ UK Parliament/Jessica Taylor/Handout ໂດຍຜ່ານອົງ​ການ​ຂ່າວ Reuters)

ທ່ານນາງໂຄ​ແອດ​ຊີ (Coetzee) ກ່າວຕໍ່​ອົງ​ການຂ່າວ Sky News ຂອງອັງກິດວ່າ ສາຍ​ພັນ​ແດ​ລ​ຕາແມ່ນ​ເຮັດ​ໃຫ້ເຈັບປວດໃຈຫລາຍ ແລະຄົນເຈັບຂອງ ທ່ານນາງທີ່ຕິດ​ພະ​ຍາດນີ້​ແມ່ນ "ປ່ວຍຢ່າງແຮງ" ແລະທ່ານນາງອະທິບາຍອະ​ທິ​ບາຍ​ວ່າເມື່ອເປີດປະຕູໃຫ້ພວກເຂົາເຈົ້າ​ເຂົ້າ​ມາ​ "ເຈົ້າກໍ​ຈະຮູ້ໂລດວ່າ ເຂົາເຈົ້າ ມີບັນຫາຫລາຍ,"

ແຕ່ຄື້ນກາ​ນ​ລະ​ບາດ​ຂອງ​ສາຍ​ພັນ​ໂອ​ໄມ​ຄ​ຣອນ ມີ​ມາ​ໄດ້ເກືອບ​ເດືອນ​ນຶ່ງ​ແລ້ວ ໃນອາຟຣິກາໃຕ້ທ່ານນາງເວົ້າວ່າ ທ່ານນາງກໍຍັງບໍ່ທັນໄດ້ເຫັນສະ​ພາບ​ການ ທີ່ຂີ້ຮ້າຍທີ່ຄືກັນກັບ​ອັນ​ນັ້ນ ແລະເວົ້າວ່າຄົນເຈັບຂອງ​ທ່ານ​ນາງ​ທີ່​ມີ​ສາຍ​ພັນ​ໂອ​ໄມ​ຄ​ຣອນແມ່ມີອາການເບົາ​ກວ່າຫຼາຍ. ນອກ​ຈາກ​ຜູ້​ນຶ່ງ​ທີ່​ມີ​ເຊື້ອ​ເອ​ສ​ໄອ​ວີ ​ແລະ​ພະ ຍາດ​ອັນ​ອື່ນຫລາຍ​ຢ່າງຢູ່​ແລ້ວ ແມ່ນຍັງ​ບໍ່​ທັນມີ​ໃຜ​ເສຍ​ຊີວິດເທື່ອ.

​ບັນດາທີ່ປຶກສາດ້ານການແພດຂອງລັດຖະບານອັງກິດກໍາລັງຄາດຄະເນການຕິດເຊື້ອໄວ​ຣັ​ສ​ສາຍ​ພັນ​ໂອ​ໄມ​ຄ​ຣອນວ່າຈະ​ມີນຶ່ງລ້ານໃນທ້າຍເດືອນນີ້, ແລະເຖິງ ແມ່ນວ່າອາຟຣິກາໃຕ້ຈະໄດ້ເຫັນວ່າ​ມີກໍລະນີໃຫມ່ຫຼາຍສິບພັນຄົນຕໍ່ມື້ກໍ​ຕາມ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG