ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານະພາບ ຢູ່ທະເລຈີນໃຕ້ ໃນປັດຈຸບັນນີ້ ອາດມີທາງເລືອກທີ່ດີທີ່ສຸດ


ກໍ່າປັ່ນຂອງທະຫານຍາມຝັ່ງຂອງຈີນ ຂັບໄລ່ກໍ່າປັ່ນຫວຽດ
ນາມ, ບໍ່ຢູ່ໃນຮູບພາບ, ຫຼັງຈາກທີ່ພວກເຂົາ ໄດ້ລ້ຳເຂົ້າໄປ ພາຍໃນ 10 ມາຍທາງທະເລ ໃກ້ກັບຖານເຈາະນ້ຳມັນຂອງ
ຈີນ ໃນທະເລຈີນໃຕ້, ວັນທີ 15 ກໍລະກົດ 2014.
ກໍ່າປັ່ນຂອງທະຫານຍາມຝັ່ງຂອງຈີນ ຂັບໄລ່ກໍ່າປັ່ນຫວຽດ ນາມ, ບໍ່ຢູ່ໃນຮູບພາບ, ຫຼັງຈາກທີ່ພວກເຂົາ ໄດ້ລ້ຳເຂົ້າໄປ ພາຍໃນ 10 ມາຍທາງທະເລ ໃກ້ກັບຖານເຈາະນ້ຳມັນຂອງ ຈີນ ໃນທະເລຈີນໃຕ້, ວັນທີ 15 ກໍລະກົດ 2014.

ໃນຂະນະທີ່ ອາດຈະບໍ່ມີການແກ້ໄຂບັນຫາຂໍ້ຂັດແຍ້ງກັນ ໃນທະເລຈີນໃຕ້ ໃນອະນາ ຄົດອັນໃກ້ນີ້ກໍຕາມ ແຕ່ການປັບປຸງຄວາມສຳພັນ ລະຫວ່າງ ປັກກິ່ງ ກັບ ມານີລາ ກໍອາດ ເປັນລາງທີ່ດີ ສຳລັບ ຄວາມສະຫງົບສຸກ ທາງທະເລ ຢູ່ໃນຂົງເຂດນີ້.

ໃນເວລາ ປະທານາທິບໍດີ ຟີລິບປິນ ທ່ານ Rodrigo Duterte ເດີນທາງໄປຢ້ຽມຢາມຈີນ ໃນເດືອນຕຸລາ ຜ່ານມາ ພວກຄົນບາງສ່ວນເປັນຫ່ວງວ່າ ທ່ານຈະຫັນປ່ຽນທິດທາງໄປ ຈາກ ສະຫະລັດ. ແຕ່ທ່ານ Tran Truong Thuy ຜູ້ອຳນວຍການໃຫຍ່ ຂອງມູນນິທິ ເພື່ອການສຶກສາ ທະເລຕາເວັນອອກ ໃນນະຄອນຫຼວງ ຮ່າໂນຍ ຄິດວ່າ ອັນນີ້ເປັນຂ່າວ
ດີ ສຳລັບທະເລຈີນໃຕ້.

ຢູ່ໃນວາລະສານຂອງ Economist, ທ່່ານໄດ້ກ່າວ ເມື່ອບໍ່ດົນມານີ້ ຢູ່ ກອງປະຊຸມ ສຸດຍອດ ຫວຽດນາມ ຢູ່ໃນນະຄອນ Ho Chi Minh ວ່າ ຖ້າຈີນ ມີທ່າທີເປັນເພື່ອນມິດ ຫຼາຍຂຶ້ນ ກັບ ຟີລິບປິນ ກໍຄົງຈະບໍ່ຂົ່ມຂູ່ຕໍ່ຄວາມກ້າວໜ້າດັ່ງກ່າວ ຍົກຕົວຢ່າງເຊັ່ນ ການຖົມເກາະດອນຂຶ້ນ ຢູ່ໃກ້ໆກັບຟີລິບປິນນັ້ນ.

ທ່ານ Thuy ຊຶ່ງສະຖາບັນຂອງທ່ານ ໄດ້ເອົາຊື່ທີ່ເປັນພາສາຫວຽດນາມ ຂອງທະເລ ຈີນໃຕ້ ໄດ້ເວົ້າວ່າ “ການທີ່ຈີນຈະດຳເນີນການຖົມຂຶ້ນເກາະນັ້ນ ມັນຈະຫັນໄປຟື້ນຟູ ຄວາມສຳພັນຄືນ ລະຫວ່າງ ຈີນ ກັບ ຟີລິບປິນ ແລະ ຂ້າພະເຈົ້າຄິດວ່າ ໃນອະນາຄົດ ອັນໃກ້ ໃນລະຍະສັ້ນ ໃນອະນາຄົດອັນໃກ້ນີ້ ຂ້າພະເຈົ້າ ບໍ່ຄິດວ່າ ຈີນ ຈະດຳເນີນ ກິດຈະການແບບນີ້.”

ການສ້າງສາຍສຳພັນ ລະຫວ່າງ ມານີລາ ກັບ ປັກກິ່ງ ແມ່ນບໍ່ຄາດວ່າຈະເກີດຂຶ້ນໄດ້ເລີຍ ຍ້ອນວ່າ ສານໄກ່ເກ່ຍທີ່ມີຫ້ອງການຖາວອນຕັ້ງຢູ່ທີ່ນະຄອນ Hague ໄດ້ຕັດສິນ ເມື່ອ ເດືອນກໍລະກົດຜ່ານມາ ວ່າ ການກໍ່ສ້າງເກາະໄດ້ບຸກລຸກເຂດນ້ຳແດນດິນຂອງຟີລິບປິນ. ມານີລາ ເຄີຍຄູ່ໂວຍວາຍທີ່ສຸດຕໍ່ຈີນ ກ່ຽວກັບການອ້າງເອົາເຂດນ້ຳແດນດິນຢູ່ໃນຂົງເຂດ ແຕ່ວ່າທັງໝົດໄດ້ປ່ຽນແປງໄປ ໃນເວລາ ປະທານາທິບໍດີຄົນໃໝ່ ໄດ້ເຂົ້າດຳລົງຕຳແໜ່ງ ໃນລະດູຮ້ອນຜ່ານມາ.

ທ່ານ Ian Storey ຜູ້ເຂົ້າຮ່ວມອະພິປາຍ ຢູ່ທີ່ກອງປະຊຸມສຸດຍອດ ແລະເປັນເຈົ້າໜ້າທີ່ ອາວຸໂສ ຢູ່ທີ່ສະຖາບັນ ການສຶກສາ ເອເຊຍຕາເວັນອອກສຽງໃຕ້ ຂອງ ສະຖາບັນ Yusof Ishak ຢູ່ໃນສິງກະໂປ ເວົ້າວ່າ “ລັດຖະບານທ່ານ Duterte ໄດ້ເລືອກທີ່ຈະບໍ່ໃຫ້ຄວາມ ສຳຄັນ ຕໍ່ການຕັດສິນຂອງສານໄກ່ເກ່ຍດັ່ງກ່າວ. ພວກເຂົາເຈົ້າ ຮັບຮູ້ວ່າ ມັນມີຢູ່ ແຕ່ພວກເຂົາເຈົ້າ ບໍ່ນຳເອົາມາໃຊ້ກັບຈີນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG