ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຕ່າງໆ ມັກຈະໃຫ້ສິນນ້ຳໃຈ ເພື່ອຊັກຊວນ ໃຫ້ຊາວອາເມຣິກັນ ສັກຢາວັກຊີນກັນໂຄວິດ


Vaccination Incentives USAGM
please wait

No media source currently available

0:00 0:03:12 0:00

ເນື່ອງຈາກການສັກຢາວັກຊີນໃນສະຫະລັດຫລຸດລົງ, ລັດຕ່າງໆຈຶ່ງຄິດຫາວິທີເອົາຊະນະ ຄວາມລັງເລໃຈໃນການສັກຢາດັ່ງກ່າວ ໂດຍການໃຫ້ສິ່ງທີ່ເປັນສິນນ້ຳໃຈ ເພື່ອໃຫ້ທຸກຄົນໄດ້ຮັບການສັກຢາປ້ອງກັນໂຄວິດ. ວາເລັນຕິນາ ວາຊິເລວາ (Valentina Vasileva) ມີລາຍງານເລື້ອງນີ້ ຊຶ່ງທິບສຸດາ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ນຶ່ງລ້ານໂດລາ ສໍາລັບການສັກຢາວັກຊີນປ້ອງກັນ COVID ບໍ?

ບໍ່ຫນ້າຈະເປັນໄປໄດ້, ແຕ່ໜ່ວຍງານທ້ອງຖິ່ນໃນບາງລັດຂອງອະເມຣິກາ ເບິ່ງຄືວ່າຈະເຮັດທຸກຢ່າງເພື່ອສະໜັບສະໜຸນໃຫ້ທຸກຄົນໄດ້ຮັບການສັກຢາວັກຊີນ.

ຜູ້ປົກຄອງລັດໂອໄຮໂອ ທ່ານໄມຄ໌ ດີວາຍ (Mike DeWine) ຫາກໍ່ປະກາດ ໄປເມື່ອໄວໆມານີ້ວ່າ ໃນຈໍານວນ 5 ຄົນໃດທີ່ຖືກເລືອກໃຫ້ມາສັກຢາໃນເດືອນມິຖຸນາ ຫາຕົ້ນເດືອນກໍລະກົດ ແມ່ນຈະໄດ້ຮັບລາງວັນ 1 ລ້ານໂດລາ.

ເຊິ່ງທ່ານ ໄມຄ໌ ດີວາຍ ໄດ້ຂຽນລົງໃນທະວິດເຕີ້ (Twitter) ຂອງທ່ານວ່າ “ຫມູ່ເພື່ຶອນຂອງຂ້ອຍ ພວກເຮົາພາກັນລົງມືເຖາະ, ຊາວໂອໄຮໂອທັງຫລາຍຈົ່ງ ພາກັນເຮັດໃຫ້ມັນສໍາເລັດເຖາະ, ໃຫ້ໝົດທຸກຄົນ ຈົ່ງໄດ້ຮັບການສັກຢາວັກຊີນ! ເພາະວ່າພວກເຮົາເປັນຄົນຊາວລັດໂອໄຮໂອ, ພວກເຮົາຄື Buckeyes (ຊື່ຂອງທີມນັກກິລາທີ່ມີຊື່ສຽງປະຈໍາລັດມະຫາວິທະຍາໄລລັດໂອໄຮໂອ), ພວກເຮົາແຂງແຮງ ແລະພວກເຮົາຕ້ອງສໍາເລັດວຽກນີ້!”.

ທຸກໆວັນພຸດ ທາງການລັດໂອໄຮໂອຈະປະກາດຜູ້ໂຊກດີທີ່ໄດ້ຮັບລາງວັນລັອດເຕີລີປະຈຳອາທິດ. ເຊິ່ງເງິນລາງວັນນີ້ ແມ່ນມາຈາກກອງທຶນຂອງລັດຖະບານກາງ.

ນອກຈາກນີ້, ທາງລັດ ຍັງໄດ້ກະຕຸ້ນໃຫ້ໄວລຸ້ນເຂົ້າຮັບການສັກຢາວັກຊິນນຳອີກດ້ວຍ.

ເຊິ່ງເດັກນ້ອຍຄົນໃດຄົນນຶ່ງທີ່ໂຊກດີຈະໄດ້ຮັບເງິນເດືອນເປັນເວລາ 4 ປີ ແລະຄ່າຮໍ່າຮຽນເຕັມຈໍານວນໃນມະຫາວິທະຍາໄລທີ່ເຂົາເຈົ້າເລືອກ, ເຊິ່ງລວມເຖິງຄ່າຫ້ອງ, ຄ່າອາຫານ, ຄ່າທໍານຽມ ແລະຄ່າປຶ້ມ.

ແຕ່ວ່າ ບໍ່ແມ່ນໝົດທຸກຄົນທີ່ຈະເຫັນດີນໍາກັບສິນນ້ຳໃຈເຫລົ່ານີ້. ພວກຜູ້ໃຊ້ທະ ວິດເຕີ້ຫລາຍຄົນໄດ້ວິພາກວິຈານເຖິງການກະທໍາຂອງຜູ້ປົກຄອງລັດຢ່າງກ້ວາງຂວາງກ່ຽວກັບເລື້ອງນີ້.

ທ່ານຜູ້ປົກຄອງລັດດີວາຍ ໄດ້ຕອບໂຕ້ພວກວິພາກວິຈານ ໂດຍທ່ານໄດ້ກ່າວວ່າ ການເລືອກ ທີ່ຈະບໍ່ຮັບການສັກຢາວັກຊີນນັ້ນ ແມ່ນປາດສະຈາກ ຄວາມຮັບຜິດ ຊອບ.

ແລະໃນເວລານີ້, ມີປະຊາກອນຂອງລັດໂອໄຮໂອນ້ອຍກ່ວາ 40 ເປີເຊັນ ທີ່ໄດ້ຮັບການສັກຢາວັກຊີນຄົບຖ້ວນ.

ສ່ວນທີ່ເຫລືອ ແມ່ນຍັງບໍ່ທັນໄດ້ຕັດສິນໃຈ ຫລືບໍ່ຕ້ອງການທີ່ຈະສັກຢາວັກຊີນເລີຍ.

ຄວາມລັງເລໃຈກ່ຽວກັບການສັກຢາວັກຊີນນີ້ ທີ່ຜູ້ນໍາທາງການເມືອງພະຍາຍາມທີ່ຈະເອົາຊະນະ.

ທ່ານນາງ ເຈເນັດ ມິລສ໌ (Janet Mills) ຜູ້ປົກຄອງລັດເມນ (Maine)ໄດ້ກ່າວຜ່ານທາງ WH.Gov ວ່າ:

“ຜູ້ທີ່ໄດຮັບການສັກຢາຄັ້ງທໍາອິດ ໃນລະຫວ່າງນີ້ ຈົນເຖິງວັນລະນຶກເຖິງນັກລົບເກົ່າ ຫຼື Memorial Day, ພວກເຮົາຂໍສະເໜີບັດອະນຸຍາດ ຈາກພະແນກປາ ແລະຄຸ້ມຄອງສັດປ່າ, ສວນແລະບ່ອນສໍາຫລັບຜັກຜ່ອນ, ແລະຈາກບັນດາຮ້ານຄ້າປີກຍ່ອຍເຊັ່ນ LLBean, ທີມເບສ໌ບອລມາຍເນີລີກ ແລະສະໜາມແຂ່ງລົດທີ່ໃຫຍ່ທີ່ສຸດຂອງເຮົາ”.

ນັບແຕ່ຕົ້ນເດືອນພຶດສະພາມາ, ອັດຕາການສັກຢາວັກຊີນ ທົ່ວສະຫະລັດ ແມ່ນຫລຸດລົງ, ດັ່ງນັ້ນ ສູນການແພດ ທີ່ໃຫ້ບໍລິການສັກຢາວັກຊີນ ຈຶ່ງໄດ້ປິດຕົວລົງ ຍ້ອນບໍ່ມີຜູ້ເຂົ້າໄປໄຊ້ບໍລິການ.

ເພື່ອເຮັດໃຫ້ຊີວິດກັບຄືນມາເປັນປົກກະຕິ, ຜູ້ຊ່ຽວຊານດ້ານສາທາລະນະສຸກໄດ້ກ່າວວ່າ ຄົນອາເມຣິກັນອີກຫຼາຍສິບລ້ານຄົນຕ້ອງໄດ້ຮັບການສັກວັກຊີນ. ແລະ ໃນຂະນະທີ່ມີການໃຫ້ສິນນ້ຳໃຈເຊັ່ນ ເງິນ, ປີ້ລາງວັນ, ຫລືແມ້ແຕ່ເບຍຟຣີນຶ່ງຈອກ ກໍ່ສາມາດສ້າງແຮງຈູງໃຈໃຫ້ຜູ້ຄົນໄດ້. ແຕ່ຜູ້ຊ່ຽວຊານດ້ານສຸຂະພາບໄດ້ກ່າວວ່າ ການສ້າງຄວາມຮູ້ ກ່ຽວກັບຢາວັກຊີນ ແມ່ນເປັນປັດໄຈສໍາຄັນຍິ່ງກວ່າ.

ດຣ. ຈິນເລນ ຊານ (Jinlene Chan) ຮອງຜູ້ອໍານວຍການສູນສຸຂະພາບຂອງລັດເມຣີແລນ (Maryland) ໄດ້ກ່າວຜ່ານທາງສະໄກປ໌ວ່າ

“ນີ້ອາດຈະບໍ່ແມ່ນແຮງຈູງໃຈສໍາຫລັບທຸກໆຄົນ, ແຕ່ສິ່ງທີ່ທຸກຄົນຄວນມອງຫາ ແລະຖາມຄໍາຖາມ ແມ່ນກ່ຽວກັບໂຕວັກຊີນເອງ, ແລະດັ່ງນັ້ນ ສິ່ງຈູງໃຈເຫຼົ່ານີ້ ຈຶ່ງເປັນວິທີທາງດຽວ ທີ່ຈະເຮັດໃຫ້ຜູ້ຄົນນຶກເຖິງຢາວັກຊີນ ແລະເວົ້າເຖິງຢາວັກຊີນ”.

ເຖິງຢ່າງໃດກໍ່ຕາມ, ມາດຕະການເຫລົ່ານີ້ຈະມີຜົນບັງຄັບໃຊ້ທີ່ຈະແຈ້ງຂຶ້ນເມື່ອເຖິງວັນພັກເນື່ອງໃນວັນປະກາດເອກະລາດ ໃນວັນທີ 4 ກໍລະກົດນີ້. ປະທານາທິບໍດີໄບເດິນ ໄດ້ຕັ້ງເປົ້າໝາຍໄວ້ວ່າ ພາຍໃນວັນປະກາດເອກະລາດນີ້ 70 ເປີເຊັນຂອງປະຊາກອນສະຫະລັດ ຈະໄດ້ຮັບການສັກຢາວັກຊີນ. ໃນຂະນະທີ່ປະຈຸບັນນີ້ ທົ່ວປະເທດໄດ້ຮັບການສັກຢາວັກຊິນຄົບແລ້ວພຽງແຕ່ 38 ເປີເຊັນ ເທົ່ານັ້ນ.

As vaccination rates in the United States slip, states are thinking of ways to overcome vaccine hesitancy by providing incentives for people to get their COVID shots. Valentina Vasileva has the story, narrated by Anna Rice.]]

A million dollars for getting а COVID vaccine?

Not likely, but local authorities in some American states seem willing to do almost anything to encourage people to get vaccinated.

Ohio governor Mike DeWine recently announced that five randomly chosen people who get their shots in June and early July will get a million-dollar cash prize.

Mike DeWine, Ohio Governor:

“My fellow citizens let’s do this, Ohio! Let’s get it done, let’s get everyone vaccinated! Because we are Ohioans, we are buckeyes, we are strong, and we will finish the job!”

Every Wednesday Ohio authorities will announce the lucky winner of a weekly lottery. The prize money comes from federal funds.

The state is also incentivizing teenagers to get vaccinated.

One lucky kid will get a four-year stipend and full tuition at the university of his or her choice, including room and board, fees, and books.

But not everyone approves of these incentives. Twitter users have widely criticized the governor’s actions.

Governor DeWine responded to critics by saying that choosing not to get vaccinated is irresponsible.

And right now, less than 40% of Ohio’s population is fully vaccinated.

The rest are either undecided or don’t want a vaccine at all.

It’s this vaccine hesitancy that political leaders are trying to overcome.

Janet Mills, Maine Governor:

“Those who get their first shot between now and Memorial Day, we’re offering a voucher from our Fish and Wildlife Department and our parks and recreation folks and from retailers like LLBean, our minor league baseball team and our biggest racetrack.”

Since the start of May, vaccination rates across the U.S. have been falling, and medical centers offering vaccines have been closing due to the lack of patients.

For life to return to normal, public health experts say tens of millions more Americans need to get the shot. And while incentives like money, tickets and even a free glass of beer can help motivate people, health experts say raising awareness about the vaccine is key.

Jinlene Chan, Maryland Public Health Services Deputy Director:

“This may not be the right incentive for everyone, but what people should look for and ask questions about is about the vaccine itself, and so these incentives are really a way to get people to think about the vaccine and to talk about the vaccine.”

Whether or not these measures are effective will become clearer by the July 4th holiday. The date is not accidental. President Biden has set a goal that by Independence Day, 70% of the U.S. population will have the vaccine. Right now, nationwide, just under 38% percent is fully vaccinated.

XS
SM
MD
LG