ລິ້ງ ສຳຫລັບເຂົ້າຫາ

ລາຍງານ ກະຊວງ ຕ່າງປະເທດ ສຫລ: ການຄ້າມະນຸດ ຢູ່ ສປປ ລາວ, ຕອນທີ 1 (ວີດີໂອ)


ລາຍງານປະຈຳປີ 2013 ວ່າດ້ວຍການຄ້າມະນຸດ ຂອງກະຊວງການຕ່າງປະເທດສະຫະລັດ.
ໃນວັນທີ 19 ມີຖຸນາຜ່ານມານີ້ ກະຊວງການຕ່າງປະເທດສະຫະ
ລັດ ໄດ້ອອກລາຍງານ ປະຈໍາປີ 2013 ວ່າດ້ວຍການຄ້າມະນຸດ
ຢູ່ໃນທົ່ວໂລກ ຊຶ່ງໃນແລງມື້ນີ້ ໄພສານ ຈະນຳເອົາຕອນທີ 1 ໃນ
ພາກສ່ວນທີ່ກຽວກັບ ສປປ ລາວ ມາສະເໜີທ່ານຊຶ່ງຈະເວົ້າເຖິງ
ສະພາບການໂດຍລວມ. ເຊີນທ່ານຕິດຕາມຮັບຟັງໄດ້.


ລາຍງານປະຈຳປີ 2013 ຂອງກະຊວງການຕ່າງປະເທດສະຫະ
ລັດຍັງຈັດ ສປປ ລາວໄວ້ໃນກຸ່ມທີ 2 ໃນຈໍານວນທັງໝົດ 3 ກຸ່ມຊຶ່ງກຸ່ມທີ 2 ຫຼື Tiers 2 ແມ່ນ ໝາຍເຖິງພວກປະເທດ ທີ່ຍັງຕ້ອງຕິດຕາມສິ້ງຊອມເບິ່ງຢູ່.

ພາຍໃນກຸ່ມທີ 2 ນີ້ ລາຍງານຂອງກະຊວງການຕ່າງປະເທດສະຫະລັດ ເວົ້າວ່າ ສປປ ລາວ ແມ່ນເປັນແຫຼ່ງທີ່ມາ ແລະກໍເປັນທັງທາງຜ່ານ ພ້ອມທັງປາຍທາງ ແຕ່ໃນຂອບເຂດທີ່ຫຼຸດລົງ ມາຫລາຍກ່ວາເກົ່າ ຂອງພວກແມ່ຍິງ ເດັກນ້ອຍແລະຜູ້ຊາຍທີ່ຕົກເປັນເຫຍື່ອຂອງການຄ້າ ປະເວນີແລະຕົກຢູ່ໃນສະພາບຖືກບີບບັງຄັບໃຊ້ແຮງງານ. ພວກທີ່ຕົກເປັນເຫຍື່ອຂອງການ ຄ້າມະນຸດຢູ່ລາວມັກຈະເປັນພວກທີ່ພາກັນໄປຊອກຫາວຽກການເຮັດຢູ່ໃນຕ່າງປະເທດຊຶ່ງ ໃນບາງຄັ້ງແມ່ນໄດ້ຮັບຄວາມຊ່ອຍເຫຼືອຈາກພວກນາຍໜ້າທີ່ເກັບຄ່າທຳນຽມສູງ ຊຶ່ງໄດ້ປະ ເຊີນກັບສະພາບບີບບັງຄັບສວຍໃຊ້ ດ້ວຍຄວາມບໍ່ສະໝັກໃຈ ຫຼັງຈາກເຂົາເຈົ້າໄປຮອດປະ
ເທດປາຍທາງແລ້ວ ສ່ວນໃຫຍ່ກໍແມ່ນປະເທດໄທ.

ພວກທີ່ຕົກເປັນເຫຍື່ອຫຼາຍຄົນໂດຍສະເພາະແມ່ນພວກແມ່ຍິງໄດ້ຖືກສວຍໃຊ້ຢູ່ໃນອຸດສາ ຫະກຳການຄ້າປະເວນີຂອງໄທແລະບາງຄັ້ງກໍຖືກບັງຄັບໃຊ້ແຮງງານເປັນຄົນຮັບໃຊ້ຢູ່ຕາມ ບ້ານເຮືອນ ຢູ່ຕາມໂຮງງານຕັດຫຍິບ ຫລື ອຸດສາຫະກຳການກະເສດ. ພວກຜູ້ຊາຍ ແລະ ເດັກນ້ອຍຜູ້ຊາຍລາວ ກໍໄດ້ຕົກຢູ່ໃນສະພາບ ຖືກບີບບັງຄັບໃຊ້ແຮງງານ ຢູ່ໃນປະເທດໄທ ໂດຍສະເພາະແລ້ວ ແມ່ນອຸດສາຫະກຳປະມົງ ແລະກໍ່ສ້າງ ຊຶ່ງມີຈຳນວນ ເພີ້ມຂຶ້ນເລື້ອຍໆ ຖືກລະບຸວ່າພວກທີ່ຕົກເປັນເຫຍື່ອແມ່ນຜູ້ຊາຍ.

ບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານລາຍງານວ່າ ມີກຸ່ມບຸກຄົນໄດ້ສະເໜີຈັດແຈງ ການບໍລິການຂົນສົ່ງໃກ້ຊາຍແດນໄທ ເພື່ອອຳນວຍຄວາມສະດວກ ໃນການສວຍໃຊ້ແຮງ ງານເສດຖະກິດເຫຼົ່ານີ້ ເຂົ້າໃນການບີບບັງຄັບໃຊ້ແຮງງານຫຼືການຄ້າປະເວນີ ໃນປະເທດ ໄທ. ຍິ່ງໄປກວ່ານັ້ນ ພວກທີ່ຕົກເປັນເຫຍື່ອຂອງການຄ້າມະນຸດຈຳນວນນຶ່ງອາດຮວມຢູ່ໃນ ຈຳນວນພວກຄົນງານທີ່ຖືກເນລະເທດຫຼືຜັກດັນຈາກໄທໂດຍບໍ່ມີໜັງສືຢ່າງເປັນທາງການ ທີ່ມັກຈະຖືກສົ່ງກັບຄືນໄປລາວໂດຍທາງເຮືອຂ້າມແມ່ນໍ້າຂອງນັ້ນ. ບາງຄັ້ງພວກຂັບລົດຕູ້ ນ້ອຍໄດ້ໄປລັດພໍ້ພວກຄົນງານເຫລົ່ານີ້ ເວລາເຂົາເຈົ້າ ຖືກສົ່ງກັບຄືນໄປຮອດລາວ ແລະ
ຈັດແຈງອຳນວຍຄວາມສະດວກເພື່ອຈັດສົ່ງເຂົາເຈົ້າກັບຄືນເຂົ້າໄປໃນໄທໃໝ່.

ມີລາຍງານວ່າ ພວກຜູ້ໃຫຍ່ແລະເດັກນ້ອຍຈຳນວນນຶ່ງ ໄດ້ຖືກບັງຄັບໃຊ້ແຮງງານໃນພາກ ສ່ວນກະສິກຳຢູ່ໃນລາວເອງ. ແລະມີແມ່ຍິງຈຳນວນນ້ອຍໆຈຸນຶ່ງຈາກລາວ ໄດ້ຖືກຂາຍໄປ ເປັນເຈົ້າສາວຢູ່ຈີນແລະສາທາລະນະລັດເກົາຫຼີຊຶ່ງຕໍ່ມາໄດ້ຖືກບັງຄັບໃຫ້ຄ້າປະເວນີ. ນອກ ນັ້ນ ຍັງມີການພົບເຫັນວ່າ ມີພວກທີ່ຕົກເປັນເຫຍື່ອການຄ້າມະນຸດ ທີ່ຖືກບັງຄັບ ໃຫ້ຄ້າປະ ເວນີຈຸນ້ອຍໆຈາກລາວຢູ່ມາເລເຊຍ.

ຂະນະດຽວກັນ ລາວກໍໄດ້ກາຍເປັນທາງຜ່ານຫຼາຍຂຶ້ນນັບມື້ສຳລັບພວກແມ່ຍິງຫວຽດນາມ ແລະຈີນທີ່ຖືກບັງຄັບໃຫ້ຄ້າປະເວນີແລະຖືກບັງຄັບໃຊ້ແຮງງານຢູ່ໃນບັນດາປະເທດເພື່ອນ ບ້ານ ໂດຍສະເພາະແລ້ວແມ່ນໄທ. ມີແມ່ຍິງຫວຽດນາມແລະຈີນຈຳນວນນຶ່ງ ໄດ້ຖືກບັງຄັບ ໃຫ້ເປັນໂສເພນີຢູ່ລາວ ຊຶ່ງຕາມປົກກະຕິແລ້ວ ແມ່ນຢູ່ໃນບໍລິເວນທີ່ຕັ້ງຢູ່ໃກ້ໆກັບບ່ອນຫຼິ້ນ ກາຊີໂນ ຫຼືເຂດເສດຖະກິດພິເສດ ຊຶ່ງລາຍງານເວົ້າວ່າເພື່ອສະໜອງຕອບຄວາມຮຽກຮ້ອງ ຕ້ອງການ ຂອງພວກນັກທ່ອງທ່ຽວຊາວເອເຊຍ. ເຖິງແມ່ນໄດ້ມີລາຍງານ ໃນຈຳນວນທີ່ຫຼຸດ ລົງກໍຕາມ ແຕ່ການຄ້າແມ່ຍິງແລະຍິງສາວຊາວລາວຢູ່ພາຍໃນປະເທດເອງ ກໍຍັງສືບຕໍ່ເປັນ ບັນຫາ.

ລາຍງານຂອງກະຊວງຕ່າງປະເທດສະຫະລັດເວົ້າວ່າ ລັດຖະບານລາວບໍ່ໄດ້ປະຕິບັດຢ່າງ ຄົບຖ້ວນ ຕາມມາດຕະຖານທີ່ຕໍ່າສຸດ ໃນການລຶບລ້າງການຄ້າມະນຸດ ແຕ່ແນວໃດກໍຕາມ ລາວກໍກໍາລັງ ດຳເນີນຄວາມພະຍາຍາມທີ່ສຳຄັນ ເພື່ອໃຫ້ບັນລຸມາດຕະຖານດັ່ງກ່າວ. ໃນ ໄລຍະຂອງລາຍງານນີ້ລັດຖະບານລາວຍັງສືບຕໍ່ຮັກສາແລະບໍລິຫານສູນພັກເຊົາຊົ່ວຄາວ ສຳລັບພວກເຄາະຮ້າຍທີ່ນະຄອນຫຼວງວຽງຈັນໃຫ້ເງິນຊ່ອຍເຫຼືອແກ່ສູນກາງສົງເຄາະຂອງ ສະຫະພັນແມ່ຍິງລາວແຕ່ກໍຍັງກາງຕໍ່ຢ່າງໜັກນຳການຊ່ອຍເຫຼືອຂອງຕ່າງປະເທດເພື່ອໃຫ້ ຄວາມສະໜັບສະໜຸນໄລຍະຍາວຕໍ່ພວກເຄາະຮ້າຍ.

ລັດຖະບານລາວ ໄດ້ຕັດສິນລົງໂທດຕໍ່ພວກທີ່ມີຄວາມຜິດດ້ານການຄ້າມະນຸດໜ້ອຍກວ່າ ປີຜ່ານໆມາ. ໃນເດືອນພະຈິກປີ 2012 ລຸນຫລັງທີ່ບໍ່ໄດ້ມີການເຄື່ອນໄຫວໃດໆມາເປັນເວ ລາຫ້າປີ ນາຍົກລັດຖະມົນຕີກໍໄດ້ໃຫ້ການອະນຸມັດຕໍ່ແຜນປະຕິບັດງານແຫ່ງຊາດກ່ຽວກັບ ການຄ້າມະນຸດ ທີ່ໄດ້ມີການຄອງຄອຍຖ້າມາເປັນເວລາດົນນານແລ້ວນັ້ນ ແຕ່ການຈັດຕັ້ງ ປະຕິບັດແຜນການດັ່ງກ່າວ ແມ່ນຍັງບໍ່ທັນເລີ້ມຂຶ້ນເທື່ອ.

ໃນເລື້ອງການລົງໂທດພວກຄ້າມະນຸດນັ້ນ ລາຍງານຂອງກະຊວງການຕ່າງປະເທດສະຫະ ລັດເວົ້າວ່າ ການດຳເນີນຄະດີແລະການລົງໂທດພວກລັກລອບຄ້າມະນຸດຂອງລັດຖະບານ ລາວໄດ້ຫຼຸດລົງໃນຮອບປີທີ່ຜ່ານມາ. ລັດຖະບານໄດ້ຫ້າມທຸກຮູບແບບຂອງການຄ້າມະນຸດ ຜ່ານການດັດແປງແກ້ໄຂມາດຕາ 134 ຂອງກົດໝາຍອາຍາໃນປີ 2006 ຊຶ່ງໄດ້ລະບຸໂທດ ຈຳຄຸກຕັ້ງແຕ່ 5 ປີເຖິງຕະຫຼອດຊີວິດ ການປັບໄໝທຽບເທົ່າກັບ 1,250 ໂດລາຫາ 12,500 ໂດລາ ແລະການຢຶດຊັບສິນ ຊຶ່ງຖືວ່າໜັກພໍ ແລະທຽບເທົ່າກັບໂທດ ສຳລັບຄວາມຜິດທາງ ອາຍາອື່ນໆເຊັ່ນການຂົ່ມຂືນສຳເລົາເປັນຕົ້ນ.

ໃນໄລຍະ ຂອງການລາຍງານນີ້ ເຈົ້າໜ້າທີ່ແຈ້ງວ່າ ໄດ້ມີການສືບສວນ 75 ຄະດີ ທີ່ສົງໄສ ພົວພັນກັບການຄ້າມະນຸດ. ການດຳເນີນຄະດີຂອງສາ ໄດ້ຍັງຜົນໃຫ້ມີການຕັດສິນຄວາມ ຜິດຕໍ່ 18 ຄົນຊຶ່ງເປັນຈຳນວນທີ່ຫຼຸດລົງຢ່າງຫຼວງຫຼາຍຈາກ 37 ຄົນໃນປີກ່ອນ. ແຕ່ລັດຖະ ບານບໍ່ໄດ້ລະບຸຢ່າງເປັນການຈະແຈ້ງ ກ່ຽວກັບຄະດີເຫຼົ່ານີ້ ຫລືໃຫ້ລາຍລະອຽດໃດໆກ່ຽວ ກັບການລົງໂທດ ຫລືການຕັດສິນໂທດບຸກຄົນທີ່ໄດ້ກະທຳຜິດ.

ໃນໄລຍະການລາຍງານນີ້ ລັດຖະບານໄດ້ເປັນຜູ້ນຳພາ ຈັດໃຫ້ມີການຝຶກອົບຮົມທີ່ໄດ້ຮັບ ເງິນສະໜັບສະໜຸນຈາກບັນດາປະເທດ ແລະອົງການໃຫ້ຄວາມຊ່ອຍເຫຼືອ ຢ່າງໜ້ອຍ 11 ເທື່ອ ທີ່ມີເຈົ້າໜ້າທີ່ປະຕິບັດກົດໝາຍ 335 ຄົນເຂົ້າຮ່ວມ ແລະກວມເອົາເລື່ອງຕ່າງໆຮວມ ທັງຂອບເຂດກົດໝາຍຂອງລາວ ໃນການປາບປາມການຄ້າມະນຸດ ແລະວິທີການທີ່ເໝາະ ສົມສໍາລັບທຳການສຳພາດພວກເຄາະຮ້າຍ ແຕ່ແນວໃດກໍຕາມການພິຈາລະນາຄະດີຂອງ ສານຍັງຂາດຄວາມໂປ່ງໃສແລະຂາດການຈົດບັນທຶກຢ່າງພຽງພໍແລະຂະແໜງຍຸຕິທຳຂອງ ລາວ ກໍຍັງບໍ່ມີຄວາມເຂັ້ມແຂງ ແລະບໍ່ມີປະສິດທິພາບພຽງພໍ. ພວກທະນາຍຄວາມ ບໍ່ຄ່ອຍ ຈະໄດ້ຮັບການຝຶກອົບຮົມຢ່າງເປັນທາງການ ແລະພວກເຄາະຮ້າຍກໍບໍ່ໄດ້ເຂົ້າໃຈຢ່າງເຖິງ ຖອງ ກ່ຽວກັບສິດທິຕາມກົດໝາຍຂອງພວກເຂົາເຈົ້າ. ຍິ່ງໄປກວ່ານັ້ນຄວາມລັງເລໃຈໂດຍ ທົ່ວໄປຂອງປະຊາຊົນທີ່ຈະດຳເນີນງານຮ່ວມກັບພວກເຈົ້າໜ້າທີ່ປະຕິບັດກົດໝາຍໄດ້ເປັນ ອຸບປະສັກຂັດຂວາງ ຕໍ່ຄວາມສາມາດຂອງລັດຖະບານ ໃນການຕິດຕາມຄະດີການຄ້າມະ ນຸດ ຢ່າງມີປະສິດທິພາບ ທັງຢູ່ພາຍໃນປະເທດ ຫຼືຂ້າມຊາຍແດນ.

ການສໍ້ລາດບັງຫຼວງຍັງສືບຕໍ່ເປັນບັນຫາຊໍ້າເຮື້ອຢູ່ໃນລາວ. ບັນດາອົງການຕໍ່ຕ້ານການຄ້າ ມະນຸດລາຍງາມວ່າ ເຈົ້າໜ້າທີ່ຢູ່ໃນບາງບ້ານ ຫລືເຈົ້າໜ້າທີ່ອື່ນໆ ໄດ້ຮັບເງິນເພື່ອອຳນວຍ ຄວາມສະດວກໃຫ້ແກ່ການຄ້າມະນຸດ ຫຼືການສົ່ງຍິງສາວລາວໄປຍັງປະເທດໄທ. ແຕ່ແນວ ໃດກໍຕາມ ລັດຖະບານລາວບໍ່ເຄີຍລາຍງານວ່າໄດ້ມີການສືບສວນດຳເນີນຄະດີຫຼືລົງໂທດ ເຈົ້າໜ້າທີ່ຄົນໃດ ໃນຂໍ້ຫາພົວພັນກັບການຄ້າມະນຸດ ໃນໄລຍະຂອງລາຍງານນີ້.

ເບິ່ງດີໂອ ລາຍງານ ການຄ້າມະນຸດ ໃນທົ່ວໂລກ:

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG