ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໒ ກໍລະກົດ ໒໐໒໔

ທະນາຄານແຫ່ງຊາດລາວ ກໍາລັງຈັດລໍາດັບຄວາມສໍາຄັນຂອງປະເພດທຸລະກິດ-ການຄ້າ ໃນການແລກປ່ຽນເງິນຕາຕ່າງປະເທດ


ເງິນກີບລາວ ແລະພະນັກງານທະນາຄານ ຢູ່ທີ່ທະນາຄານແຫ່ງນຶ່ງໃນ ສປປ ລາວ
ເງິນກີບລາວ ແລະພະນັກງານທະນາຄານ ຢູ່ທີ່ທະນາຄານແຫ່ງນຶ່ງໃນ ສປປ ລາວ

ທະນາຄານແຫ່ງຊາດລາວ ກໍາລັງຈັດລໍາດັບຄວາມສໍາຄັນຂອງປະເພດທຸລະກິດ-ການຄ້າ ເພື່ອປະກອບການກໍານົດໃຫ້ບຸລິມະສິດກ່ອນຫຼືຫຼັງ ໃນການແລກປ່ຽນເງິນຕາຕ່າງປະເທດກັບທະນາຄານແຫ່ງຊາດ,

ເຈົ້າໜ້າທີ່ໃນທະນາຄານແຫ່ງຊາດລາວເປີດເຜີຍວ່າ ໃນປີ 2023 ສປປ ລາວ ຍັງປະເຊີນກັບບັນຫາຂາດດຸນບັນຊີການຊໍາລະເງິນຕາຕ່າງປະເທດຄິດເປັນມູນຄ່າລວມເກີນກວ່າ 1,200 ລ້ານໂດລາ ໂດຍເຖິງແມ່ນວ່າ ລາວຈະໄດ້ປຽບດຸນການຄ້າຕ່າງປະເທດກໍຕາມ ແຕ່ເນື່ອງຈາກວ່າ ລາຍຮັບສ່ວນໃຫຍ່ທີ່ໄດ້ຈາກການສົ່ງອອກໄຟຟ້າໃນມູນຄ່າລວມ 2,362 ລ້ານໂດລານັ້ນ ຕ້ອງນໍາໃຊ້ເພື່ອຊໍາລະຄືນໜີ້ເງິນກູ້ຕ່າງປະເທດ ຈຶ່ງມີລາຍຮັບພຽງສ່ວນນ້ອຍທີ່ໂອນເຂົ້າສູ່ລະບົບທະນາຄານໃນລາວ ແລະເຮັດໃຫ້ທະນາຄາໃນລາວຍັງມີປະລິມານເງິນຕາຕ່າງປະເທດຢ່າງຈໍາກັດ ຈຶ່ງຈະຕ້ອງມີການຈັດລໍາດັບຄວາມສໍາຄັນຂອງປະເພດທຸລະກິດ-ການຄ້າ ເພື່ອໃຊ້ປະກອບໃນການກໍານົດໃຫ້ບຸລິມະສິດກ່ອນຫຼືຫຼັງ ໃນການແລກປ່ຽນເງິນຕາກັບທະນາຄານແຫ່ງຊາດ ໂດຍແນໃສ່ການປ້ອງກັນ ຫຼືຄວບຄຸມໃຫ້ເກີດຜົນກະທົບຕໍ່ເສດຖະກິດມະຫາພາກໃນລາວ ໃຫ້ໜ້ອຍທີ່ສຸດ ໃນນີ້ກໍລວມເຖິງບໍລິສັດເຊົ່າສິນເຊື່ອອີກດ້ວຍ, ດັ່ງທີ່ເຈົ້າໜ້າທີ່ໃນທະນາຄານແຫ່ງຊາດລາວ ໄດ້ຢືນຢັນວ່າ:

“ບໍລິສັດເຊົ່າສິນເຊື່ອທີ່ເອົາເງິນຕາຕ່າງປະເທດຈາກບໍລິສັດແມ່ ຫຼືກູ້ທະນາຄານທຸລະກິດຢູ່ຕ່າງປະເທດເຂົ້າມາເຄື່ອນໄຫວຢູ່ ສປປ ລາວ ກະບໍ່ແຕກຕ່າງຫຍັງກັບບັນດາໂຄງການພະລັງງານໄຟຟ້າທີ່ກູ້ເຂົ້າມາເນາະ, ສະນັ້ນ ພວກເຮົາຂຶ້ນກັບການຈັດສັນດຸນດ່ຽງເງິນຕາຕ່າງປະເທດທີ່ພວກເຮົາມີຢູ່ນີ້ວ່າ ພວກເຮົາຈະຈັດລຽງບຸລິມະສິດຄວາມສໍາຄັນໃນການຈັດສັນຄືແນວໃດ ເຊິ່ງອັນນັ້ນ ແມ່ນທັງໝົດຢູ່ໃນຂັ້ນຕອນທີ່ພວກເຮົາຄົ້ນຄວ້າວ່າ ຈະຈັດລຽງບຸລິມະສິດແນວໃດ, ປັດຈຸບັນນີ້ ພວກເຮົາແກ້ໄຂສະເພາະໜ້າ.”

ສ່ວນນັກທຸລະກິດລາວ ກໍໃຫ້ທັດສະນະວ່າ ການຂະຫຍາຍອັດຕາການແລກປ່ຽນເງິນຕາໃນທະນາຄານທຸລະກິດໃຫ້ກວ້າງຂຶ້ນເພື່ອຈະດຶງເອົາເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໃຫ້ໄດ້ຫຼາຍຂຶ້ນນັ້ນ ບໍ່ສາມາດແກ້ບັນຫາການຕົກຕໍ່າຂອງຄ່າເງິນກີບໄດ້ເລີຍ ເພາະວ່າ ປັດໄຈຫຼັກທີ່ເຮັດໃຫ້ຄ່າເງິນກີບຕົກຕໍ່າ ຄືຕະຫຼາດການເງິນບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງຄ່າເງິນກີບ ອັນເປັນຜົນໂດຍກົງຈາກການຂາດດຸນການຄ້າຕ່າງປະເທດ ຈຶ່ງເຮັດໃຫ້ລາວຂາດດຸນການຊໍາລະບັນຊີເງິນຕາຕ່າງປະເທດຢ່າງໜັກ ແລະປະເຊີນກັບການຂາດແຄນເງິນຕາຕ່າງປະເທດຢ່າງຮຸນແຮງ ເພາະນັກທຸລະກິດບໍ່ຍອມຮັບອັດຕາແລກປ່ຽນທີ່ທະນາຄານແຫ່ງຊາດກໍານົດ ຈຶ່ງໄດ້ພາກັນແລກປ່ຽນເງິນນອກລະບົບທະນາຄານເປັນດ້ານຫຼັກ ເຖິງແມ່ນວ່າ ຮ້ານແລກປ່ຽນເງິນເອກະຊົນຈະຖືກສັ່ງປິດໄປໝົດແລ້ວກໍຕາມ ແຕ່ກໍຍັງມີການລັກລອບແລກປ່ຽນຢູ່ຫຼັງຮ້ານເລື້ອຍໆມາ ໂດຍທີ່ທະນາຄານແຫ່ງຊາດລາວກໍຍັງບໍ່ມີມາດຕະການແກ້ໄຂທີ່ເປັນຮູບປະທໍາ, ດັ່ງທີ່ນັກທຸລະກິດລາວ ຢືນຢັນວ່າ:

“ສົມມຸດເຂົາເຈົ້າໄດ້ເງິນຕາມາຈາກບໍລິສັດແມ່ ແລ້ວຕ້ອງມາແລກກັບທະນາຄານກາງເພື່ອໄປປ່ອຍກູ້ເປັນເງິນກີບເນາະ ເຊິ່ງອັນນັ້ນແມ່ນຫຼັກການທີ່ຖືກຕ້ອງ ແລ້ວບາດນີ້ຄໍາຖາມກະຄື ຖ້າສົມມຸດເປັນເງິນກີບ ແລ້ວບາດເວລາເຂົາເຈົ້າຢາກເອົາເງິນກັບຄືນສົ່ງບໍລິສັດແມ່ ມັນຕ້ອງເປັນເງິນຕາເດ້ເນາະ ໂຕນີ້ເຂົາເຈົ້າຈະແລກກັບທະນາຄານກາງຄືນໄດ້ບໍ ເພາະວ່າເວລາເອົາເຂົ້າມາແລ້ວ ແລະເຂົາເຈົ້າຊິເອົາອອກເປັນເງິນຕາຄືນຫັ້ນນະ, ຄັນມັນຍາກ ຄິດວ່າເຂົາເຈົ້າຄືຊິບໍ່ເອົາເຂົ້າມາ, ໂຕນີ້ນິ ທະນາຄານກາງຄິດວ່າ ຈະເຮັດຈັງໃດທີ່ຈະສາມາດດຶງເຂົາເຈົ້າເຂົ້າມາ?”

ໃນນີ້, ເມື່ອປີ 2023 ທະນາຄານແຫ່ງຊາດລາວ ໄດ້ຂະຫຍາຍອັດຕາແລກປ່ຽນເງິນໃນລະບົບທະນາຄານ 2 ຄັ້ງກໍຄື ໃນເດືອນກຸມພາ ແລະມິຖຸນາ ໂດຍໄດ້ເພີ້ມຄວາມແຕກຕ່າງຂອງອັດຕາແລກປ່ຽນລະຫວ່າງທະນາຄານແຫ່ງຊາດ ກັບທະນາຄານທຸລະກິດໃຫ້ຢູ່ທີ່ອັດຕາສະເລ່ຍ 4.5 ເປີເຊັນ ແລະ 7.5 ເປີເຊັນຕາມລໍາດັບ ແຕ່ອັດຕາແລກປ່ຽນໃນຕະຫຼາດທີ່ເປັນຈິງນັ້ນ ສູງກວ່າອັດຕາທາງການລະຫວ່າງ 15-20 ເປີເຊັນ ເມື່ອທຽບໃສ່ເງິນໂດລາ ແລະເງິນບາດຕາມລໍາດັບ ເຊິ່ງເປັນຍ້ອນການຂາດດຸນການຄ້າຕ່າງປະເທດຂອງລາວ ໂດຍສະເພາະການຂາດດຸນການຄ້າຕໍ່ໄທ ທີ່ມີມູນຄ່າລວມເກີນກວ່າ 1 ແສນລ້ານບາດໃນໄລຍະປີ 2023 ນັ້ນ ເຊິ່ງໄດ້ເຮັດໃຫ້ເງິນກີບອ່ອນຄ່າລົງຫຼາຍເປັນພິເສດ.

ພ້ອມກັນນີ້, ປະຊາຊົນລາວຍັງຖືກກະທົບຢ່າງໜັກຈາກອັດຕາເງິນເຟີ້ທີ່ສູງເກີນກວ່າ 25 ເປີເຊັນ ແລະດັດຊະນີການຊົມໃຊ້ທີ່ສູງກວ່າ 200 ເປີເຊັນ ນັບຕັ້ງແຕ່ເດືອນກັນຍາປີ 2023 ເປັນຕົ້ນມາ ເຖິງແມ່ນວ່າ ຈະປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າຈາກ 1.3 ລ້ານກີບ ເປັນ 1.6 ລ້ານກີບຕໍ່ເດືອນກໍຕາມ ແຕ່ວ່າກໍບໍ່ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວດີຂຶ້ນແຕ່ແນວໃດ ເພາະວ່າ ຄ່າເງິນກີບຍັງຄົງຕົກຕໍ່າລົງ ໃນຂະນະທີ່ລາຄາສິນຄ້າຍັງເພີ້ມສູງຂຶ້ນນັບມື້ ເຊິ່ງເຮັດໃຫ້ປະຊາຊົນລາວຕ້ອງແບກຮັບຄ່າຄອງຊີບທີ່ເພີ້ມສູງຂຶ້ນກວ່າ 2 ເທົ່າໂຕ ກໍຄືຄົນລາວ ຜູ້ນຶ່ງ ຈະຕ້ອງມີລາຍໄດ້ຮອດ 3 ລ້ານກີບ ຈຶ່ງຈະດໍາລົງຊີວິດຕໍ່ໄປໄດ້ໃນແຕ່ລະເດືອນນັ້ນເອງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG