ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

60 ປີ ຫລັງເສຍຊີວິດ Josef Stalin ຍັງເປັນ ຫົວຂໍ້ຂັດແຍ້ງ ໃນຈໍເຈຍ (ວີດິໂອ ລາວ/ອັງກິດ)


Stalin Statue Roils Georgia 60 Years After Dictator’s Death
please wait

No media source currently available

0:00 0:03:17 0:00
ລິງໂດຍກົງ

ເບິ່ງວີດິໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ປີນີ້ແມ່ນຄົບຮອບ 60 ປີ ຂອງການເສຍຊີວິດຂອງບຸລຸດຜູ້ມີຊື່
ສຽງໂດ່ງດັງທີ່ສຸດ ຫລືອາດຈະເນົ່າເໝັນທີ່ສຸດກໍໄດ້ ຂອງປະ
ເທດ Georgia ຊຶ່ງກໍຄື Joseph Stalin ທີ່ມີຮູບຫຼໍ່ທອງເຫຼືອງ
ຢືນຢ່າງສະງ່າຜ່າເຜີຍ ຢູ່ຈະຕຸລັດ ເມືອງ Gori ບ້ານເກີດຂອງ
ທ່ານ ຈົນກະທັ່ງເມື່ອສາມປີຜ່ານມານີ້ ຊື່ງຮູບຫຼໍ່ຂອງທ່ານໄດ້
ຖືກຍ້າຍໜີ ແລະໄດ້ກາຍມາເປັນຫົວຂໍ້ຂັດແຍ້ງກັນ. ຜູ້ສື່ຂ່າວ
ວີໂອເອ James Brook ລາຍງານມາຈາກ Gori ຊຶ່ງທອງ
ປານ ຈະນໍາເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ

ເບິ່ງວີດິໂອພາສາລາວ ກ່ຽວກັບເລື້ອງນີ້:


ເປັນເວລາ 30 ປີ ທີ່ Josef Stalin ປົກຄອງສະຫະພາບໂຊຫວຽດ ແບບຜະເດັດການ ໂດຍໄດ້ເຂັ່ນຂ້າປະຊາຊົນຫຼາຍເຖິງ 20 ລ້ານຄົນ ດ້ວຍການປະຫານຊີວິດ ເນລະເທດ ຫຼືຫລົບໜີໄປ ແລະຄວາມອຶດຫິວດ້ວຍການບັງຄັບ ເປັນຕົ້ນ.

ແຕ່ຢູ່ທີ່ Gori ນີ້ Josif Dzhugashvili ຫຼື ສະຕາລິນ ເປັນເດັກຂອງ ເມືອງນີ້.

ທີ່ຖະໜົນ Stalin Avenue ຫໍພິພິທະພັນ Stalin ຂອງເມືອງ Gori ຍັງອະນຸລັກເຮືອນ ຫຼັງນ້ອຍໆທີ່ສ້າງດ້ວຍດິນຈີ່ແບບລຽບງ່າຍ ບ່ອນທີ່ເດັກທາລົກ Stalin ໄດ້ໃຊ້ ເວລາສີ່ປີ ທໍາອິດຂອງຊີວິດລາວ ຢູ່ທີ່ນັ້ນ.

Stalin ເປັນຈຸດດຶງດູດນັກທ່ອງທ່ຽວອັນດັບນຶ່ງ ຂອງເມືອງ Gori.

ແຕ່ຄວາມຫຼັງຮັກ Stalin ຂອງເມືອງ Gori ນີ້ ໄດ້ປະສົບກັບອຸບປະສັກ ແລະໄດ້ກາຍມາ
ເປັນຂໍ້ຂັດແຍ້ງກັນ ເມື່ອສາມປີຜ່ານມາ.

ພາຍໃຕ້ຄວາມມືດຂອງຄືນນຶ່ງ ລັດຖະບານຂອງທ່ານ Mikheil Saakashvili ທີ່ນິຍົມ ຝ່າຍຕາເວັນຕົກນັ້ນ ໄດ້ຍ້າຍຮູບຫຼໍ່ທອງເຫຼືອງຂະໜາດໃຫຍ່ ຂອງ ສະຕາລິນ ໜີອອກ ຈາກຈະຕຸລັດໃຫຍ່ຂອງເມືອງ Gori.

ວີໂອເອ ໄດ້ຕາມໄປຊອກຫາຮູບຫຼໍ່ດັ່ງກ່າວ ຈົນຮອດເຂດອຸດສາຫະກໍາຮ້າງແຫ່ງນຶ່ງ. ພວກເຮົາເຫັນຮູບປັ້ນຂອງສະຕາລິນທີ່ສູງຫົກເມັດ ຖືກປະຖິ້ມໃນລັກສະນະຂວໍ້າໜ້າ
ຢູ່ໃນອາຄານທີ່ບໍ່ມີຫລັງຄາແຫ່ງນຶ່ງ.

ທ່ານ Gigi Xidashli ເປັນແຟນຄົນນຶ່ງ ຂອງສະຕາລິນ

ທ່ານ Xidashli ເວົ້າວ່າ: “ບຸກຄະລິກຂອງສະຕາລິນນັ້ນ ແມ່ນເປັນທີ່ຮັກແພງ
ແທ້ໆຂອງພວກເຮົາ ຂອງທຸກໆຄົນໃນເມືອງ Gori. ທຸກໆຄົນມີຄວາມນຶກຄິດ
ຂອງເຂົາເຈົ້າເອງກໍຈິງຢູ່ ແຕ່ສະຕາລິນ ເພີ່ມເກີດຢູ່ທີ່ນີ້ ນີ້ຄືເມືອງຂອງເພິ່ນ
ບ້ານເກີດເມືອງນອນ ມາຕຸພູມຂອງເພີ່ນ. ແນ່ນອນ ທີ່ສຸດກໍຄວນຈະມີຮູບປັ້ນ
ຂອງສະຕາລິນ ຕັ້ງຢູ່ເມືອງ Gori ນີ້.”


ຫຼັງຈາກການປະທ້ວງຫຼາຍໆບັ້ນ ແລະການປຸກລະດົມເຮັດໜັງສືຮ້ອງຮຽນ ສະພາປົກຄອງ
ເມືອງ Gori ກໍຕົກລົງໃຫ້ເອົາ ຮູບຫຼໍ່ຂອງສະຕາລິນ ຄືນມາຕັ້ງອີກ.

ພາຍໃນວັນເກີດຂອງສະຕາລິນ ຄືວັນທີ 21 ທັນມາ ຮູບຫຼໍ່ທີ່ຖືກຍ້າຍອອກນັ້ນ ກໍຈະຖືກ
ນໍາເອົາມາຕັ້ງຂຶ້ນໃໝ່ ຢູ່ໃນບໍລິເວນສວນຂອງ ພິພິທະພັນ Stalin.

Ketino Akhobadze ເຮັດວຽກຢູ່ພິພິທະພັນນີ້ ມາຕັ້ງແຕ່ປີ 1978

Ketino Akhobadze ເວົ້າວ່າ: “ມີຄົນມາຈາກທົ່ວໂລກ ມາຢ້ຽມຢາມ ຈາກໂປແລນດ໌
ອາເມຣິກາ ຢູໂກສະລາເວຍ ໂຄລໍາເບຍ ບຣາຊິລ ຍີ່ປຸ່ນ ແລະຈີນເປັນຕົ້ນ ມາຈາກທຸກໆປະເທດ ແນ່ນອນທີ່ສຸດຈາກທຸກໆປະເທດ
.”

ແຕ່ຊາວຈໍເຈຍຄົນອື່ນໆ ເຫັນຄວາມສໍາຄັນຂອງເລື້ອງນີ້ ຫຼາຍໄປກວ່າການຄ້າ.

ນັກປະຫວັດສາດເວົ້າວ່າ ຊາວຈໍເຈຍ ເຈັດແສນຄົນ ເສຍຊີວິດພາຍໃຕ້ການປົກຄອງຂອງ
ສະຕາລິນ ຍ້ອນຖືກຍິງ ຖືກພັດຖິ່ນ ຫຼືຖືກຂ້າຕາຍ ໃນການສູ້ລົບກັນໃນປາງສົງຄາມໂລກ
ຄັ້ງທີສອງ.

Alexander Rondeli ເວົ້າວ່າ ພີ່ນ້ອງສ່ວນໃຫຍ່ຂອງຄອບຄົວຂອງແມ່ລາວ ຖືກຂ້າຕາຍ
ພາຍໃຕ້ການປົກຄອງຂອງສະຕາລິນ.

ທ້າວ Rondeli ເວົ້າວ່າ: “ຖ້າເຈົ້າຖາມຂ້ອຍ ຂ້ອຍກໍມີແຕ່ຢາກຈະທັບຖິ້ມ ທຸກໆ
ຢ່າງຢູ່ທີ່ນັ້ນ ແຕ່ຫຼາຍໆຄົນກໍເວົ້າວ່າ ສະຕາລິນເປັນບຸລຸດສໍາຄັນທາງ ປະຫວັດ
ສາດຄົນນຶ່ງ.”


ໃນການຢັ່ງສຽງບັ້ນນຶ່ງຂອງປີນີ້ ຊາວຈໍເຈຍ ສອງສ່ວນສາມ ເອີ້ນສະຕາລິນ ວ່າເປັນຜູ້ນໍາ
ທີ່ສະຫຼາດສ່ອງໃສ. ຊາວຈໍເຈຍຈະເລືອກຕັ້ງເອົາປະທານາທິບໍດີຄົນໃໝ່ໃນເດືອນຕຸລາ
ຕໍ່ໜ້ານີ້. ພວກສະໜັບສະໜຸນຝ່າຍຄ້ານ ເວົ້າວ່າ ຮູບຫຼໍ່ຂອງສະຕາລິນ ກໍາລັງໂຜ່ໂຕຂື້ນ
ມາ ຢູ່ໃນທົ່ວປະເທດ ເພາະວ່າຝ່າຍລັດຖະບານຢາກຈະເອົາໃຈປະຊາຊົນ ເພື່ອໃຫ້ຖືກ
ເລືອກຕັ້ງໃໝ່.

ບໍ່ວ່າຈະມີ ຫຼືບໍ່ມີຮູບຫຼໍ່ອັນໃຫຍ່ໂຕນັ້ນກໍຕາມ ພວກນັກທ່ອງທ່ຽວຕ່າງປະເທດ ກໍເວົ້າວ່າ
ສິ່ງວາງສະແດງຕ່າງໆຂອງຍຸກໂຊຫວຽດ ຢູ່ທີ່ພິພິທະພັນສະຕາລິນນັ້ນ ຄືກັນກັບວ່າ ໄດ້
ຢຸດສະງັກລົງກັບວັນເວລາ ຂອງສະໄໝນັ້ນ.

Jorge Martin ເວົ້າວ່າ ລາວຮູ້ສຶກເບື່ອໜ່າຍກັບ ການບູຊາຫຼົງໄຫຼ ສະຕາລິນ ຂອງພິພິທະ
ພັນແຫ່ງນີ້.

Jorge Martin ເວົ້າວ່າ: “ສະຕາລິນຈະໄດ້ເອົາຊະນະລັດທິຟາຊິສໃນພາກພື້ນ
ຢູໂຣບ ແຕ່ລາວກໍໄດ້ເຂັ່ນຂ້າປະຊາຊົນຫຼາຍລ້ານຄົນຄືກັນ. ສະນັ້ນມັນກໍໜ້າຈະ
ມີຄວາມສົມດຸນກັນຫຼາຍຂຶ້ນ ແລະສະແດງວັດຖຸໃນວິທີທາງອື່ນ ບໍ່ແມ່ນຄືກັນກັບ
ວ່າລາວເປັນຍອດວີລະບຸລຸດ.”


ຫຼັງຈາກການເລືອກຕັ້ງຜ່ານພົ້ນໄປ ສິ່ງທ້າທາຍສໍາລັບລັດຖະບານຂອງປະເທດຈໍເຈຍກໍ
ຈະແມ່ນການປັບປຸງພິພິທະພັນສະຕາລິນ ໃຫ້ງົດງາມທັນສະໄໝຂຶ້ນອີກ ເພື່ອໃຫ້ຄວາມ
ສະເໝີພາບ ແກ່ພວກທີ່ໄດ້ຮັບເຄາະຮ້າຍ ຈາກການປົກຄອງຂອງຜູ້ກ່ຽວຄືກັນ.
XS
SM
MD
LG