ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ແຫ່ງ​ຊາດ ສ​ຣີ​ລັງ​ກາ ເລືອກ​ນັກ​ການ​ເມືອງ​ອາ​ວຸ​ໂສ​ເປັນ​ປະ​ທາ​ນາ​ທິ​ບໍ​ດີຄົນ​ໃໝ່


ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ວ່າ​ການ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ຣາ​ນິ​ລ ວິກ​ເກ​ຣ​ມາ​ຊິງ​ເກ ສະ​ເຫຼີ​ມ​ສະ​ຫຼອງຫຼັງ​ຈາກ​ທ່ານ​ຖືກ​ເລືອກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ, ນະ​ຄອນຫຼວງ ໂຄ​ລອມ​ໂບ, ສ​ຣີ​ລັງ​ກາ, 20 ກໍ​ລະ​ກົດ, 2022.
ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ວ່າ​ການ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ຣາ​ນິ​ລ ວິກ​ເກ​ຣ​ມາ​ຊິງ​ເກ ສະ​ເຫຼີ​ມ​ສະ​ຫຼອງຫຼັງ​ຈາກ​ທ່ານ​ຖືກ​ເລືອກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ, ນະ​ຄອນຫຼວງ ໂຄ​ລອມ​ໂບ, ສ​ຣີ​ລັງ​ກາ, 20 ກໍ​ລະ​ກົດ, 2022.

ສະ​ພາ​ແຫ່​ງ​ຊາດ​ຂອງ ສ​ຣີ​ລັງ​ກາ ໄດ້​ເລືອ​ກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫົກ​ສະ​ໄໝ ທ່ານ ຣາ​ນິ​ລ ວິກ​ເກ​ຣ​ມາ​ຊິງ​ເກ ເປັນ​ປະ​ທາ​ນາ​ທິບໍ​ດີ​ຄົນ​ໃໝ່​ຂອງ​ປະ​ເທດ​ເກາະ​ທີ່​ມີ​ບັນ​ຫາ​ນັ້ນ​ໃນ​ວັນ​ພຸດ​ມື້ນີ້.

ທ່ານ ວິກ​ເກ​ຣ​ມາ​ຊິງ​ເກ ໄດ້​ຮັບ​ຄະ​ແນນ​ສຽງ 134 ຄະ​ແນນ ​ໃນ​ສະ​ພາ​ນິ​ຕິ​ບັນ​ຍັດ ​ທີ່​ມີ​ສະ​ມາ​ຊິກ 225 ຄົນ​ໃນ​ການ​ປ່ອນ​ບັດ​ລັບ​ຂອງວັນ​ພຸດມື້ນີ້, ດ້ວຍ 82 ຄະ​ແນນ​ຖືກ​ລົງ​ໃຫ້​ທ່ານ ດັ​ສ​ລາ​ສ ອາ​ລາ​ຮາ​ບເປ​ຣູ​ມາ (Dullas Alahapperuma), ອະ​ດີດ​ນັກ​ຂ່າວ​ຜູ້​ທີ່​ໄດ້​ກຳ​ຕຳ​ແໜ່ງ​ລັດ​ຖະ​ບານ​ໃນຫຼາຍ​ກະ​ຊວງໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ​ພັກລັດ​ຖະ​ບານ SLPP. ທ່ານ ອາ​ນູ​ຣາ ດິ​ສ​ຊາ​ນາ​ຢາ​ເກ (Anura Dissanayake) ຜູ້​ນຳປີກ​ຊ້າຍຂອງ​ພັກ JVP, ໄດ້​ຮັບ​ພຽງ 3 ຄະ​ແນນ​ສຽງ.

ການ​ລົງ​ຄະ​ແນນ​ສຽງ​ດັ່ງ​ກ່າວ​ໄດ້​ເກີດ​ຂຶ້ນ​ນຶ່ງ​ອາ​ທິດຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ໂກ​ຕາ​ບາ​ຢາ ຣາ​ຈາ​ປັກ​ຊາ ໄດ້ຫຼົບ​ໜີ​ອອກ​ຈາກ​ສ​ຣີ​ລັງ​ກາ ທ່າມ​ກາງ​ການ​ລຸກ​ຮືຂຶ້ນຂອງ​ປະ​ຊາ​ຊົນ ແລະ ມັກ​ຈະ​ຮຸນ​ແຮງ​ທີ່​ໄດ້​ເກີດ​ຂຶ້ນ​ຍ້ອນ​ວິ​ກິດ​ການ​ດ້ານ​ເສດ​ຖະ​ກິດຫຼາຍ​ເດືອນ​ທີ່​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ສາ​ມາດ​ນຳ​ເຂົ້າ​ອາ​ຫານ, ນ້ຳ​ມັນ​ເຊື້ອ​ໄຟ ຫຼື ຢາ ຍ້ອນ​ເງິນ​ຕາ​ຕ່າງ​ປະ​ເທດສຳ​ຮອງ​ໝົດ.

ການ​ອອກ​ໄປ​ຂອງ​ທ່ານ ແລະ ການ​ລາ​ອອກ​ຕໍ່​ມາ​ໄດ້​ສິ້ນ​ສຸດ​ການ​ຄວບ​ຄຸມ​ ສ​ຣີ​ລັງ​ກາ ຂອງ​ຄອບ​ຄົວ​ຂອງ​ທ່ານ​ສອງ​ທົດ​ສະ​ວັດ​ໃນ​ທັນ​ທີ. ນ້ອງ​ຊາຍ​ຂອງ​ທ່ານ, ທ່ານ ມາ​ຮິນ​ດາ ແລະ ທ່ານ ບາ​ຊິ​ລ ໄດ້​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ພວກ​ເພິ່ນ​ໃນ​ຖາ​ນະ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ຕາມ​ລຳ​ດັບ, ຫຼາຍ​ອາ​ທິດ​ກ່ອນ​ການ​ປ​ະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ຈະ​ຮຸ​ນ​ແຮງ​ຂຶ້ນ.

ທ່ານ ວິກ​ເກ​ຣ​ມາ​ຊິງ​ເກ ຈະ​ດຳ​ລົງ​ຕຳ​ແໜ່ງ​ໃນ​ໄລ​ຍະ​ທີ່​ຍັງ​ເຫຼືອ​ຢູ່​ຂອງ​ທ່ານ ຣາ​ຈາ​ປັກ​ຊາ, ເຊິ່ງ​ຈະ​ສິ້ນ​ສຸດ​ລົງ​ໃນ​ເດືອນ​ພະ​ຈິກ 2024. ທ່ານ​ຖືກ​ແຕ່ງ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ໃນ​ເດືອ​ນ​ພຶດ​ສະ​ພາ​ທີ່​ຜ່ານ​ມາ ຫຼັງ​ຈາກ​ການ​ລາ​ອອກ​ຂອງ​ທ່ານ ມາ​ຮິນ​ດາ ຣາ​ຈາ​ປັກ​ຊາ, ແລະ ໄດ້​ທຳ​ການ​ເຈ​ລະ​ຈາກ​ກັບ​ອົງ​ການກອງ​ທຶນ​ສາ​ກົນ ກ່ຽວ​ກັບ ໂຄງ​ການ​ກູ້​ໄພຫຼາຍ​ພັນ​ຕື້​ໂດ​ລາ.

ແຕ່​ຜູ້​ປະ​ທ້ວງ​ໄດ້​ກ່າວ​ຫາ​ທ່ານ ວິກ​ເກ​ຣ​ມາ​ຊິງ​ເກ ກ່ຽວ​ກັບ ການ​ມີ​ຄວາມ​ໃກ້​ຊິດ​ໂພດ​ກັບ​ຄອບ​ຄົວ ຣາ​ຈາ​ປັກ​ຊາ ແລະ ໄດ້​ຮຽກ​ຮ້ອງ​ໃຫ້​ທ່ານ​ລາ​ອອກ​ເຊັ່ນ​ກັນ.

ກ​ານ​ລົງ​ຄະ​ແນນ​ສຽງ​ຂອງວັນ​ພຸດ​ມື້ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ສະ​ພາ​ແຫ່ງ​ຊາດ​ຂອງ ສ​ຣີ​ລັງ​ກາ ໄດ້​ເລືອກ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ນັບ​ຕັ້ງ​ແຕ່​ປີ 1993, ເວ​ລາທີ່​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ດີ ບີ ວິ​ເຈ​ທຸງ​ກາ (D.B. Wijetunga) ຖືກ​ເລືອກ​ຢ່າງ​ເປັນ​ເອ​ກະ​ສັນ​ເພື່ອ​ສືບ​ທອດ​ຕຳ​ແໜ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຣາ​ນາ​ຊິງ​ເກ ເປ​ຣ​ມາ​ດາ​ຊາ, ຜູ້​ທີ່​ຖືກ​ລອບ​ສັງ​ຫານ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG