ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໘ ຕຸລາ ໒໐໒໔

ອິສຣາແອລ ຮຽກຮ້ອງໃຫ້ຜູ້ຮັກສາສັນຕິພາບຂອງ UN ອອກຈາກເຂດຕໍ່ສູ້ຂອງ ເລບານອນ


ວີດີໂອ ສະແດງໃຫ້ເຫັນການຍິງໃສ່ ເລບານອນ ຈາກ ອິສຣາແອລ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອລ ຮຽກ​ຮ້ອງ​ໃຫ້​ກອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ ອອກ​ຈາກ​ພາກ​ສ່ວນ​ທີ່​ຖືກ​ທຳ​ລາຍ​ຍ້ອນ​ສົງ​ຄາມ​ຂອງ​ ເລ​ບາ​ນອນ ໃນ​ຂະ​ນະ​ທີ່ ອິ​ສ​ຣາ​ແອລ ສືບ​ຕໍ່​ແນ​ເປົ້າໝາຍໃສ່ກຸ່ມ ເຮັສໂບລລາ. ຄຳ​ເຫັນ​ຂອງ​ທ່ານ ​ມີ​ຂຶ້ນ​ຫຼັງ​ຈາກຈາກ​ມີ​ຂ່າວ​ວ່າ ການ​ໂຈມ​ຕີ​ຂອງ​ ອິສ​ຣາ​ແອລ ​ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້​ເຮັດ​ໃຫ້​ຜູ້​ຮັກ​ສາ​ສັນ​ຕິ​ພາບຂອງອົງການ​ສະ​ຫະ​ປະ​ຊາ​ຊາດ 5 ຄົນ​ໄດ້​ຮັບ​ບາດ​ເຈັບ.

ລະ​ບົບປ້ອງ​ກັນອາກາດ​ຂອງ ​ອິສຣາ​ແອ​ລ ​ໄດ້​ທໍາການຍິງໂຈມຕີທົ່ວ​ທ້ອງຟ້າ​ໃນ​ຕອນ​ກາງຄືນ ລຸນຫຼັງກຸ່ມເຮັສໂບລລາ ໄດ້ເປີດການໂຈມຕີຕອນ​ເຊົ້າ​ຂອງ​ວັນ​ອາທິດແລ້ວນີ້.

ການ​ຕໍ່ສູ້ກັນ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ກຸ່ມເຮັສໂບລລາ ສືບ​ຕໍ່​ໂຈມ​ຕີ​ໃສ່ທາງພາກ​ເໜືອ​ຂອງ ​ອິ​ສະຣາ​ແອລ ສໍາລັບ​ອັນ​ທີ່​ກຸ່ມທີ່ຖືກລະບຸໂດຍຝ່າຍຕາ​ເວັນ​ຕົກວ່າ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ​ ກ່າວ​ວ່າ ເປັນການ​ສະ​ໜັບ​ສະ​ໜູນຂອງຕົນຕໍ່​ຊາວ​ປາ​ແລັ​ສ​ໄຕ​ນ໌ຢູ່​ຂົງເຂດ​ກາຊາ ຫຼັງ​ຈາກ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍຂອງກຸ່ມຮາມາສໃສ່ ອິສຣາແອລ ໃນ​ວັນ​ທີ 7 ຕຸ​ລາ ອັນສົ່ງຜົນເຮັດ​ໃຫ້​ເກີດ​ສົງ​ຄາມເຕັມຮູບແບບ.

ໃນຂະນະທີ່ ອິສຣາແອລ ແລະກຸ່ມເຮັສໂບລລາໃນເລບານອນ ຍັງຄົງສືບຕໍ່ບຸກ ໂຈມຕີຂ້າມຊາຍແດນ, ບັນດາພົນລະເຮືອນ ກໍໄດ້ພາກັນຊອກຫາບ່ອນລີ້ໄພ ຈາກລະເບີດໃນເມືອງໄຮຟາຂອງ ອິສຣາແອລ.

ແລະ​ເມື່ອບໍ່ດົນມາ​ນີ້, ການ​ໂຈມ​ຕີ​ຂອງ ​ອິສຣາ​ແອລ ​ໄດ້​ເຮັດ​ໃຫ້​ຜູ້​ຮັກສາ​ສັນຕິພາບ​ຂອງ​ອົງການ​ສະຫະ​ປະຊາ​ຊາດ 5 ຄົນ​ ​ທີ່ຮ້ອງ​ວ່າ UNIFIL ຢູ່​ໃນ​ບາງ​ສ່ວນ​ຂອງ​ເລ​ບາ​ນອນໄດ້​ຮັບ​ບາດ​ເຈັບ, ໃນບ່ອນ​ທີ່​ການ​ໂຈມ​ຕີທົ່ວ​ປະ​ເທດເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 1,400 ​ຄົນ​ໃນ​ເດືອນ​ກັນຍາທີ່ຜ່ານມາ. ກະ​ຊວງ ​ບໍ່​ໄດ້​ຈຳ​ແນກ​ລະ​ຫວ່າງ​ນັກ​ລົບເຮັສໂບລລາ ແລະ​ພົນ​ລະ​ເຮືອນ.

ທ່ານ ຟາຮານ ຮັກ (Farhan Haq), ຮອງ​ໂຄສົກ​ຂອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ກ່າວວ່າ:

“ນີ້ແມ່ນການປະຕິບັດງານຢ່າງຈິງຈັງ, ແລະ UNIFIL ຢືນຢັນຄືນວ່າ ຄວາມ ປອດໄພ ແລະຄວາມໝັ້ນຄົງຂອງບຸກຄະລາກອນ ພ້ອມທັງຊັບສິນຂອງສະຫະ ປະຊາຊາດ ຕ້ອງໄດ້ຮັບການຮັບປະກັນ, ແລະນັ້ນ ຕ້ອງເຄົາລົບຕໍ່ສະຖານທີ່ ຂອງອົງການສະຫະປະຊາຊາດຕະຫຼອດເວລາໂດຍຫຼີກລ່ຽງບໍ່ໄດ້.”

ອິສຣາແອລກ່່າວໃນຖະແຫຼງການຕໍ່ສາທາລະນະວ່າ ຕົນບໍ່ໄດ້ແນເປົ້າການ ໂຈມຕີໃສ່ປະຊາຊົນຊາວເລບານອນ ຫຼື UNIFIL, ແຕ່ແນເປົ້າໝາຍໃສ່ກຸ່ມ ເຮັສໂບລລາ ທີ່ໜູນຫຼັງໂດຍອີຣ່ານແທນ.

ພາຍຫຼັງ​ຂ່າວ​ກ່ຽວ​ກັບ​ການ​ບາດ​ເຈັບ​ຂອງ​ຜູ້​ຮັກສາ​ສັນຕິພາບຈາກ​ອົງການ​ສະຫະ​ປະຊາ​ຊາດ, ນາຍົກລັດຖະມົນຕີອິສຣາ​ແອລ ທ່ານ ເບັນຈາມິນ ເນຕັນຢາຮູ ​ໄດ້​ອອກ​ມາ​ຂໍ​ໂທດ ​ແລະກ່າວຄຳ​ເຕືອນຕໍ່ບັນຫາດັ່ງກ່າວ.

ທ່ານ ເບັນຈາມິນ ເນຕັນຢາຮູ, ນາຍົກລັດຖະມົນຕີອິສຣາແອລ ກ່າວວ່າ:

ເຖິງເວລາແລ້ວ ທີ່ພວກທ່ານຈະຕ້ອງພາ UNIFIL ອອກຈາກທີ່ໝັ້ນ ແລະ ເຂດສູ້ລົບຂອງກຸ່ມເຮັສໂບລລາ, ການປະຕິເສດຂອງພວກທ່ານທີ່ຈະອົບພະຍົບ ທະຫານ UNIFIL ອອກໄປ ຈະເຮັດໃຫ້ພວກເຂົາເຈົ້າຕົກຢູ່ໃນກຳມືຂອງກຸ່ມ ເຮັສໂບລລາ. ມັນເປັນອັນຕະລາຍຕໍ່ພວກເຂົາເຈົ້າ ເຊັ່ນດຽວກັບທະຫານ ຂອງພວກເຮົາ.”

ໃນປັດຈຸບັນ, ບາງພາກສ່ວນຂອງເລບານອນ ໄດ້ກາຍເປັນຊາກຫັກພັງ ແລະ ຜົງຝຸ່ນ ລຸນຫຼັງການໂຈມຕີຂອງ ອິສຣາແອລ.

ມັນເປັນສາກທີ່ຄ້າຍຄືກັນກັບຂົງເຂດກາຊາ, ແລະເປັນສິ່ງນຶ່ງທີ່ທໍານຽບຂາວ ບໍ່ຕ້ອງການທີ່ຈະເຫັນຊ້ໍາແລ້ວຊໍ້າອີກ.

ທ່ານນາງ ຄາຣີນ ຊັງປີແອ (Karine Jean-Pierre), ໂຄສົກຂອງ​ທຳນຽບ ຂາວ ກ່າວວ່າ:

ພວກ​ເຮົາ​ບໍ່​ສາ​ມາດ ແລະ​ຈະ​ບໍ່​ເຫັນ​ເລ​ບາ​ນອນ ກາຍມາເປັນຂົງເຂດກາຊາ, ຫຼື ກາຍ​ເປັນກາຊາອີກແຫ່ງ​ນຶ່ງ. ນັ້ນ ບໍ່ແມ່ນສິ່ງທີ່ພວກເຮົາຕ້ອງການເຫັນ. ຄວາມທຸກທໍລະມານຢູ່ໃນຂົງເຂດກາຊາ ແລະເລບານອນ ໄດ້ເພີ້ມ ຄວາມຮີບ ດ່ວນແຮງຂຶ້ນກວ່າ​ເກົ່າ, ດັ່ງທີ່ພວກທ່ານເຄີຍໄດ້ຍິນເຖິງຄວາມພະຍາຍາມຂອງ ພວກເຮົາ. ​ແນ່ນອນ​, ​ເພື່ອ​ຍຸຕິ​ຄວາມຂັດແຍ້ງກັນ ​ພ້ອມທັງວາງ​ພື້ນຖານ​ໃຫ້​ແກ່​ສັນຕິພາບ ​ແລະຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ.”

ໃນ​ຂະ​ນະ​ດຽວ​ກັນ, ຊາວ​ອິ​ສ​ຣາ​ແອລ​ໃນນະຄອນ ເທລ ອາວີບ ໄດ້ພາກັນອອກ ມາ​ເດີນ​ຂະ​ບວນ​ປະ​ທ້ວງ​ປະ​ຈໍາ​ອາ​ທິດ​ຕໍ່​ລັດ​ຖະ​ບານ​ຂອງ​ ທ່ານ ເນຕັນຢາຮູ ໃນ ຂົງເຂດ ໂຢມ ຄິບເປີ (Yom Kippur), ເຊິ່ງເປັນວັນ​ພັກອັນ​ສໍາຄັນສູງສຸດ​ຂອງ​ຊາວ​ຢິວ.

ພວກ​ເຂົາ​ເຈົ້າ​ສືບ​ຕໍ່​ຮຽກ​ຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ ​ເພື່ອ​ຊ່ວຍ​ດໍາເນີນ​ຂໍ້​ຕົກ​ລົງ​ປ່ອຍ​ໂຕ​ປະກັນ ທີ່​ຍັງ​ຄົງ​ຖືກຄວບຄຸມ​ໂດຍ​ກຸ່ມຮາມາສໃນ​ແຫຼມກາຊາ ລຸນຫຼັງການ​ໂຈມ​ຕີ​ວັນ​ທີ 7 ຕຸ​ລາ.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

Israel’s prime minister is urging U.N. peacekeeping forces to leave war-torn parts of Lebanon as Israel continues targeting Hezbollah. His comments came after news that recent Israeli strikes injured five U.N. peacekeepers. VOA’s Arash Arabasadi has this story.

Israel’s air defenses light the night sky following a Hezbollah rocket barrage early Sunday morning.

The fighting comes as Hezbollah continues hitting northern Israel for what the Western-identified terror group says is its support for Palestinians in Gaza after the October 7 Hamas terror attacks on Israel that led to all-out war.

While Israel and Hezbollah in Lebanon continue cross-border attacks, civilians seek cover in a bomb shelter in the Israeli city of Haifa.

And in recent days, Israeli strikes injured five U.N. peacekeepers – known as UNIFIL ((you-nee-fill)) – in parts of Lebanon, where strikes across the country have killed 14-hundred people as of September, according to Lebanon’s Health Ministry. The Ministry does not differentiate between Hezbollah fighters and civilians.

Farhan Haq, U.N. Secretary-General Deputy Spokesperson.

“This is a serious development, and UNIFIL reiterates that the safety and security of U.N. personnel and property must be guaranteed, and that the inviolability of U.N. premises must be respected at all time.”

Israel has made clear in public statements that it’s not targeting attacks on the Lebanese people or UNIFIL, but rather, Iran-backed Hezbollah.

Following news of the injuries to U.N. peacekeepers, Israeli Prime Minister Benjamin Netanyahu both issued an apology and a warning.

Benjamin Netanyahu, Israeli Prime Minister.

“It is time that you take UNIFIL out of Hezbollah strongholds and combat areas… Your refusal to evacuate UNIFIL soldiers makes them hostages in the hands of Hezbollah. It endangers them as well as our soldiers.”

Parts of Lebanon have now been reduced to rubble and dust following Israeli strikes.

A scene similar to Gaza, and one the White House does not want to see repeated.

Karine Jean-Pierre, White House Press Secretary.

“We cannot and will not see Lebanon turn into Gaza, into another Gaza. That is not what we want to see. The suffering in both Gaza and Lebanon adds even greater urgency, as you’ve heard from us to our efforts. Certainly, to end the conflicts and lay a foundation for lasting peace and security in the region.”

Meanwhile, Israelis in Tel Aviv took to the streets for their weekly protests against Netanyahu’s government on Yom Kippur, the highest of Jewish holidays.

They continue demanding a cease-fire to help broker a hostage-release deal to free those still held by Hamas in Gaza following the October 7 attacks.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG