ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ບັນດາປະເທດ ທະເລບາລຕິກ ຢ້ານກົວ ການເຂົ້າແຊກແຊງ ໂດຍ ຣັດເຊຍ


'Spy’Jailing Stirs Fears of Russian Interference in Baltics
please wait

No media source currently available

0:00 0:02:44 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ການ​ຕັດສິນ​ຈຳ​ຄຸກ​ 15 ປີ ​ໂດຍ ຣັດ​ເຊຍ ​ຕໍ່ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດໄພ​ຊາວ ​ເອສ​ໂຕ​ເນຍ ​ໃນຂໍ້ຫາການ​ສອ​ດ​ແນມ ​ໃນ​ສັບປະດາ​ທີ່ຜ່ານມາ ​ແມ່ນ​ເຫດການ​ຄັ້ງຫຼ້າ​ສຸດ​ຖ້າມການ​ຄວາມ​ເຄັ່ງ​ຕຶງ​ທີ່​ສູງ​ຂຶ້ນ ລະຫວ່າງມອສ​ໂກ ​ແລະບັນດາ​ປະ​ເທດໃນເຂດ​ທະ​ເລ
ບາ​ລຕິກ. ດັ່ງ​ທີ່​ທ່ານ Henry Ridgwell ລາຍ​ງານ, ອົງການ​ NATO ຢ້ານ​ວ່າ ຣັດ​ເຊຍ ກຳລັງ​ພະຍາຍາມ​ທີ່​ຈະ​ຍຸຍົງ​ໃຫ້​ເກີດ​ຄວາມ​ບໍ່​ສະຫງົບ ໃນໝູ່ປະຊາກອນ ທີ່ເປັນຊາວ ຣັດ​ເຊຍ.
ພຸດທະ​ສອນ ມີ​ລາຍ​ລະອຽດ​ສຳລັບ​ເລື່ອງ​ນີ້​ ມາ​ນຳ​ສະ​ເໜີ​ທ່ານ.

ເຈົ້າ​ໜ້າ​ທີ່​ຫຼາຍ​ຄົນ​ຈາກ ບັນດາ​ປະ​ເທດໃນເຂດທະເລ ບາ​ລຕິກ ​ແລະ ສະ​ມາ​ຊິກ​ອົງການ NATO ຫຼາຍຄົນ​ໄດ້​ເຂົ້າ​ຮ່ວມໃນ​ພິທີ​ເປີດ​ສູນ​ການ​ສື່ສານ​ແຜນ​ຍຸດ​ທະ​ສາດ ແຫ່ງ​ຄວາມ​ເປັນ​ເລີດ ຂອງ​ກຸ່ມ​ປະ​ເທດ​ດັ່ງກ່າວ​ໃນ​ນະຄອນ Riga ປະ​ເທດ ລັດ​ເວ​ຍ ​ໃນ​ວັນ​ພະຫັດ​ ອາທິດ ແລ້ວນີ້, ​ເຊິ່ງ​ເປັນ​ສະຖານ​ທີ່​ໜຶ່ງ​ ທີ່​ແນ​ໃສ່​ການ​ປາບ​ປາມ​ສົງຄາມ​ທາງ ​ຄອ​ມພິວ​ເຕີ ​ແລະ ການ​ໂຕ້​ຕອບ​ຕໍ່​ການ​ໂຄສະ​ນາ​ຊວນ​ເຊື່ອ​ຂອງ ຣັດ​ເຊຍ. ໜຶ່ງ​ໃນ​ຈຳນວນ​ຜູ້​ທີ່​ໄດ້ເຂົ້າ​ຮ່ວມ ​ພິທີ​ດັ່ງກ່າວ ​ແມ່ນສະມາຊິກ​ສະພາ​ສູງສະຫະລັດ ທ່ານ John M​cCain.

ທ່ານ McCain ກ່າວ​ວ່າ “ສູນ​ແຫ່ງ​ນີ້​ ສາມາດ​ຊ່ວຍ​ນຳ​ເອົາ​ຄວາມ​ຈິງ ​ແລະ ສະພາບ​ທີ່​ແທ້​ຈິງ​ມາສູ່​ປະຊາຊົນ​ທັງ​ໝົດ ​ຂອງ​ບັນດາ​ປະ​ເທດ​ NATO, ລວມທັງ​ບັນດາ​ປະເທດ ໃນເຂດທະເລ ບາ​ລຕິກ, ​ແລະ ຂ້າພະເຈົ້າ​ກໍ​ໝັ້ນ​ໃຈ​ວ່າ​ພວກ​ເຮົາ​ສາມາດ​ຕອບ​ໂຕ້​ການ​ໂຄສະນາ​ຊວນ​ເຊື່ອ​ນັ້ນ ​ເພ​າະວ່າ ການ​ໂຄສະນາ​ຊວນ​ເຊື່ອ​ດັ່ງກ່າວ​ແມ່ນ​ບໍ່​ມີ​ຄວາມ ຈິງ.”

ນັກວິ​ເຄາະ​ ຣັດ​ເຊຍ ທ່ານ Igor Sutyagin ຈາກ​ສະ​ຖາ​ບັນ Royal United ຂອງ​ ອັງກິດ ​ໄດ້ເຕືອນ​ວ່າ ມອສ​ໂກ ​ແມ່ນ​ກຳລັງ​ພະຍາຍາມ​ເຮັດ​ໃຫ້ບັນ​ດາປະ​ເທດໃນເຂດທະເລ ບາລ​ຕິກ ອະ​ດີດ ​ສະຫະພາບ​ໂຊວຽດ ທີ່ປະກອບດ້ວຍ​ເອສ​ໂຕ​ເນຍ, ລັດ​ເວ​ຍ ​ແລະ ລິດ​ຕູ​ເອ​ເນຍ ບໍ່​ມີ​ຄວາມ​ໝັ້ນຄົງ ​ເຊິ່ງ​ເປັນ​ຂໍ້​ກ່າວ​ຫາ​ທີ່ ຣັດ​ເຊຍ ໄດ້ປະຕິ​ເສດ.

ທ່ານ Sutyagin ​ກ່າວ​ວ່າ “​ມີ​ການ​ຍຸ​ແຍ່​ບາງ​ຢ່າງ ​ທີ່​ພະຍາຍາມ​ສ້າງ​ຄວາມ​ເຄັ່ງ​ຕຶງທາງ ສັງຄົມຂຶ້ນ ​ຢູ່​ພາຍ​ໃນ​ສັງຄົມ​ຂອງ ເອສ​ໂຕ​ເນຍ, ພາຍ​ໃນ​ສັງຄົມ​ຂອງ​ບັນດາປະ​ເທດ ໃນເຂດທະເລ ບາ​ລຕິກ. ດັ່ງ​ນັ້ນ​ມັນ​ກຳລັງ​ເລີ່ມຂຶ້ນ, ​ໃນ​ຄວາມຮູ້ສຶກ​ນີ້​ໄພ​ຂົ່ມຂູ່​ແມ່ນ​ຂ້ອນ​ຂ້າງ​ຈະ​ເປັນ​ຈິງ, ມັນ​ຢູ່​ນີ້​ແຫຼະ.”

ທ່ານ Sutyagin ກ່າວ​ວ່າ ມອສ​ໂກ ​ແມ່ນ​ກຳລັງ​ບັນຊາ​ການ​ໂຄສະນາ​ຊວນ​ເຊື່ອ​ໃສ່​ພວກ​ທີ່​ບໍ່​ແມ່ນ​ຄົນ​ສັນຊາດ​ປະ​ເທດ​ດັ່ງກ່າວ ​ທີ່​ອາ​ໄສ​ຢູ່​ໃນ​ບັນດາ​ປະ​ເທດເຂດທະເລ ບາ​ລຕິກ ​ເ​ຊິ່ງ​ເປັນ​ຜູ້​ທີ່​ຖື​ໜັງສື​ເດີນທາງປະ​ເທດ ຣັດເຊຍ.

ທ່ານ Sutyagin ກ່າວ​ວ່າ “ພວກ​ເຂົາ​ບໍ່​ຕ້ອງການ​ສັນຊາດ. ​ແຕ່​ວ່າ​ມັນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ພວກ​ເຂົາ​ຢາກ​ສະໜັບ​ສະ​ໜູ​ນ ຣັດ​ເຊຍ, ຢາກ​ໃຫ້ ຣັດ​ເຊຍ ​ເຂົ້າ​ມາ​ຫຍຸ້ງ​ກ່ຽວ​ກັບ​ຊີວິດ​ຂອງ​ພວກ​ເຂົາ.”

​ເອສ​ໂຕ​ເນຍ, ​ລັດ​ເວ​ຍ ​ແລະ ລິດ​ຕູ​ເອ​ເນ​ຍ ​ແມ່​ນສະມາຊິກ​ຂອງ NATO ​ແລະ ໄດ້ຮັບສິດ​ໃນ​ການ​ປົກ​ປ້ອງ​ພາຍໃຕ້​ສົນທິສັນຍາ​ມາດ​ຕາທີ 5 ຂອງ​ກຸ່ມ​ປະ​ເທດ​ດັ່ງກ່າວ ກ່ຽວ​ກັບການ​ປົກ​ປ້ອງ​ພັນທະ​ມິດຮ່ວມກັນ.

​ທ່ານ Sutyagin ກ່າວວ່າ ໃນ​ເດືອນ ກັນຍາ 2014 ຣັດ​ເຊຍ​ ​ໄດ້​ຈັບ​ກຸມ​ເຈົ້າ​ໜ້າ​ທີ່​ຄວາມ​ປອດ​ໄຟຊາວເອສ​ໂຕ​ເນຍ ທ່ານ Eston Kohver ຢູ່​ເຂດ​ຊາຍ​ແດນ​ຂອງປະເທດທັງສອງ ​ແລະ ສັບປະດາ​ທີ່​ຜ່ານ​ມາ ​ໄດ້​ຕັດສິນ​ຈຳ​ຄຸກລາວ ​ເປັນ​ເວລາ 15 ປີໃນ​ຂໍ້ຫາ​ການ​ສອດ​ແນມ. ​
ເອສ​ໂຕ​ເນຍ ຢືນຢັນ​ວ່າ​ ລາວເປັນຜູ້​ບໍ​ລິ​ສຸດ ​ແລະ​ໄດ້​ຖື​ກຈັບ​ກຸມ​ຢູ່ດິນ​ແດນ​ຂອງ ​ເອສ​ໂຕ​ເນຍ ​ແລະ ມັນ​ກໍ​ມີ​ຄວາມຄຸມເຄືອເປັນຢ່າງ​ຍິ່ງ​ສຳລັບ NATO.

ທ່ານ Sutyagin ກ່າວ​ວ່າ “ພວກ​ເຂົາເຄີຍ​ມີ​ກໍລະນີ​ຂອງ​ການ​ລ່ວງ​ລ້ຳ​ດິນ​ແດນ​ຂອງ NATO ມາ​ແລ້ວ,​ ​ໃນ ​ເອສ​ໂຕ​ເນຍ ​ເມື່ອ​ທ່ານ Kohver ​ໄດ້​ຖືກ​ລັກພາ​ໂຕ ​ແລະ ບໍ່​ມີໃຜສະແດງ​ປະຕິ​ກິລິ​ຍາ​ກ່ຽວກັບເລື່ອງນີ້. ດັ່ງ​ນັ້ນ​ ຍ້ອນ​ແນວ​ນັ້ນ​ລະ​ໄພ​ຂົ່ມຂູ່​ມັນ​ຈິ່ງ​ມີ​ຢູ່​ນີ້ ​ແລະ ນັ້ນ​ກໍ​ແມ່ນ​ບົດຮຽນ​ອັນ​ໜຶ່ງ. ​ຍ້ອນ​ກົນລະ​ຍຸດຕັດ​ໃສ້​ກອກ Salami ປ່ຽງ​ຕໍ່​ປ່ຽງ, ​ແລະ ນັ້ນ​ກໍ​ແມ່ນ​ປ່ຽງ​ທຳ​ອິດ.”

​ເອສ​ໂຕ​ເນຍ ​ໄດ້​ຕອບ​ກັບຕໍ່ ຄວາມ​ຮູ້ສຶກ​ຂອງ​ໄພ​ຂົ່ມຂູ່​ຈາກ ຣັດ​ເຊຍ ​ໂດຍເພີ້ມການໃຊ້ຈ່າຍ ໃນດ້ານ​ປ້ອງ​ກັນ​ປະ​ເທດ​ຂຶ້ນ 2 ​ເປີ​ເຊັນຂອງ GDP ຫຼື ຜະລິດ​ຕະພັນ​ມວນ​ລວມພາຍ​ໃນ​ປະ​ເທດ. ບັນດາ​ປະ​ເທດ ໃນເຂດທະເລບາ​ລຕິກ ອື່ນໆ​ບໍ່​ໄດ້​ປະ​ຕິ​ບັ​ດຕາມການເຄື່ອນ ໄຫວຂອງ ເອສໂຕເນຍ, ​ອີງ​ຕາມ​ທ່ານ Lukasz Kulesa ຈາກ​ກຸ່ມ​ນະ​ໂຍບາຍ​ປ້ອງ​ກັນປະເທດ ​ເຄືອ ຂ່າຍ​ຜູ້ນຳ​ຢູ​ໂຣບ.

ທ່​ານ Kulesa ກ່າວ​ວ່າ “ລິດ​ຕູ​ເອ​ເນຍ ​ແລະ ລັດ​ເວ​ຍ ​ເປັນສອງ​ປະ​ເທດ​ທີ່ເຄີ​ຍ​ເວົ້າ​ຫຼາຍ​ ກ່ຽວ​ກັບ​ຄວາມ​ບໍ່​ສະບາຍ​ໃຈຂອງ​ພວກ​ເຂົາ​ ກັບ ຣັດ​ເຊ​ຍ, ​ແຕ່ໃຊ້​ຈ່າຍປະມານ 1 ​ເປີ​ເຊັນ​ຂອງ GDP ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ.”

ສະຫະລັດ​ ​ໄດ້​ສົ່ງ​ລົດ​ຖັງ, ປືນ​ໃຫຍ່ ​ແລະ ອາວຸດ​ໜັກ​ອື່ນໆ​ໄປ​ຕັ້ງ​ຢູ່​ໃນ ​ເອສ​ໂຕ​ເນຍ, ລັດ​ເວ​ຍ ​ແລະ ລິດ​ຕູ​ເອ​ເນຍ. ວໍ​ຊິງ​ຕັນ​ ກ່າວ​ວ່າ ຕົນມີ​ຄວາມ​ຮັບໝັ້ນໝາຍທີ່​ຈະ​ປ້ອງ​ກັນຜືນແຜ່ນດິນ ອັນຄົບຖ້ວນຂອງ​ພວກ​ເຂົາ.


XS
SM
MD
LG