ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ສຳ​ພາດ​ພິ​ເສດ ກັບ ລມ​ຕ ກຊ ​ການ​ຕ່າງ​ປະ​ເທດ ສ​ປ​ປ ລາວ ທ. ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ


​ເຊີນ​ຊົມ​ວີ​ດີ​ໂອ ການ​ສຳ​ພາດ​ພິ​ເສດ ກັບ ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ ຢູ່​ທີ່​ນະ​ຖານ​ທູດ​ລາວ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ວັນ​ທີ 27 ມັງ​ກອນ 2020.

ໃນຂະນະທີ່ລັດຖະມົນຕີກະຊວງການຕ່າງປະເທດ ສ​ປ​ປ ລາວ ທ່ານສະເຫຼີມໄຊ ກົມມະສິດ ເດີນທາງມາຢ້ຽມ​ຢາມ ນະຄອນຫຼວງວໍຊິງຕັນ ​ຢ່າງ​ເປັນ​ທາງ​ການ ໃນລະ​ຫວ່າງວັນຈັນ ທີ 27 ຫາ 29 ມັງກອນ 2020 ນັ້ນ ວີ​ໂອ​ເອພະ​ແນກ​ພາ​ສາ​ລາວ ໄດ້​ມີ​ໂອກາດສຳພາດກັບທ່ານລັດຖະມົນຕີ ຢູ່ທີ່ສະຖານທູດລາວ ໃນນະ ຄອນຫຼວງວໍຊິງຕັນ ຂອງສະຫະລັດ ຊຶ່ງໄຊ​ຈະ​ເລີນ​ສຸກ ຈະ​ນຳ​ເອົາ​ການ​ສຳ​ພາດ​ດັ່ງ​ກ່າວ ມາ​ສະ​ເໜີທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ:

ສະບາຍດີທ່ານຜູ້ຟັງທີ່ເຄົາລົບຂ້າພະເຈົ້າໄຊຈະເລີນສຸກ ນັກຂ່າວວີໂອເອ ປະຈຳນະຄອນຫຼວງ ວໍຊິງຕັນ ມື້ນີ້ຂ້າພະເຈົ້າໄດ້ຮັບກຽດຈາກພະນະທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງ ການຕ່າງປະເທດຂອງ ສປປ ລາວ ເພິ່ນໄດ້ ສະລະເວລາໃຫ້ວີໂອເອ ມາ ສຳພາດເພິ່ນໃນມື້ນີ້ ກ່ອນອື່ນຂໍສະແດງຄວາມເຄົາລົບນັບຖືພະນະທ່ານສະເຫຼີມໄຊ ກົມມະສິດ ແລະຂໍຂອບອົກ ຂອບໃຈ ທີ່ໄດ້ໃຫ້ ວີໂອເອມາສຳພາດໃນມື້ນີ້ ຕາມທີ່ຂ້າພະເຈົ້າຮູ້ຈັກ ພະນະທ່ານເດີນທາງມາ ວໍຊິງຕັນ ຫຼາຍຄັ້ງແລ້ວເນາະ ຄັ້ງນີ້ມີຄວາມສຳຄັນແນວໃດ?

ທ່ານ​ສະ​ເຫຼີມ​ໄຊ ກ່າວ​ວ່າ:


ກອງປະຊຸມຈັດຂຶ້ນຢູ່ບ່ອນໃດເນາະ?

ທ່ານ​ສະ​ເຫຼີມ​ໄຊ ກ່າວ​ວ່າ:


ເລື້ອງການພົວພັນທາງການທູດຂອງສະຫະລັດນີ້ ມີສອງເລື້ອງທີ່ສຳຄັນກໍມີຢູ່ ສອງເລື້ອງສຳລັບ ສະຫະລັດເນາະ ເລື້ອງທີນຶ່ງ ຄືການເກັບກູ້ຊາກກະດູກຂອງ ທະຫານອາເມຣິກາ ທີ່ວ່າຫາຍສາບ ສູນຢູ່ໃນລາວເນາະ ຕາມທີ່ພວກເຮົາໄດ້ ລາຍງານຂ່າວ ກໍມີການສົ່ງມອບກະດູກຂອງທະຫານ ອາເມຣິກາ ກັບຄືນໃຫ້ ສະຫະລັດໄປແລ້ວ ມາເຖິງເວລານີ້ ການດຳເນີນງານເຖິງຂັ້ນໃດແລ້ວ ເນາະ?

ທ່ານ​ສະ​ເຫຼີມ​ໄຊ ກ່າວ​ວ່າ:


ແລ້ວບັດນີ້ ສິ່ງທີ່ວ່າເສດເຫຼືອຈາກສົງຄາມນີ້ ອີກເລື້ອງນຶ່ງເນາະ ກໍແມ່ນເລື້ອງ ລະເບີດທີ່ຍັງບໍ່ ທັນແຕກ ທີ່ວ່າທາງສະຫະລັດເພິ່ນໄດ້ຖິ້ມລົງຢ່າງຫຼວງຫຼາຍ ມະຫາສານ ລັດຖະບານຂອງທ່ານ ໂອບາມາ ກໍໄດ້ໃຫ້ເງິນຊ່ອຍເຫຼືອໄປແລ້ວ 90 ລ້ານໂດລາ ໄລຍະ 3 ປີ ຈາກປີ 2016 ຈົນຮອດປີ 2019 ແລ້ວດຽວນີ້ ກໍຖືວ່າ ໄດ້ໃຊ້ໄປໝົດແລ້ວບໍ່ຂະນ້ອຍ?

ທ່ານ​ສະ​ເຫຼີມ​ໄຊ ກ່າວ​ວ່າ:


ສຳລັບປີ 2020 ນີ້ ສະຫະລັດ ໄດ້ໝັ້ນໝາຍທີ່ຈະຊ່ອຍເຫຼືອຕື່ມອີກບໍ່?

ທ່ານ​ສະ​ເຫຼີມ​ໄຊ ກ່າວ​ວ່າ:


ນອກ​ຈາ​ກ​ການ​ຊ່ອຍ​ເຫຼືອ​ຕ່າງໆ ທີ່​ວ່າ​ລັດ​ຖະ​ບານ​ສະ​ຫະ​ລັດໄດ້ຮ່ວມ​ມື​ກະ​ມີຫຼາຍ​ດ້ານ​ເຊັ່ນ​ວ່າ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ເພິ່ນ​ກະ​ໄດ້​ຊ່ອຍ​ເຫຼືອ ເລື້ອງ​ການ​ສຶກ​ສາ ເພິ່ນ​ກະ​ຊ່ອຍແຕ່​ວ່າ ສຳ​ລັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ດ້ານ​ໃດເພິ່ນ​ໃຫ້​ການ​ຊ່ອຍ​ເຫຼືອ?

ທ່ານ​ສະ​ເຫຼີມ​ໄຊ ກ່າວ​ວ່າ:


ຄຳ​ຖາມ​ທີ່​ຂ້າ​ພະ​ເຈົ້າ​ຈະ​ຖາມ​ຕໍ່​ໄປ​ເປັນ​ເລື້ອງ​ຂອງ​ສິດ​ທິ​ມະ​ນຸດ ກ່ຽວ​ກັບ​ການ​ເຄົາ​ລົບ​ນັບ​ຖື​ສິດ​ທິ​ມະ​ນຸດ​ຢູ່​ລາວ ພະ​ນະ​ທ່ານ​ພໍ​ຈະ​ເວົ້າ​ສູ່​ຟັງໄດ້​ບໍ່ ກ່ຽວ​ກັບ​ວ່າ ລັດ​ຖະ​ບານ​ລາວ​ຫັ້ນ ​ເອົາບົດ​ບາດ​ແນວ​ໃດ​ເພື່ອ​ຄ້ຳ​ປະ​ກັນ​ໃນ​ດ້ານນີ້?

ທ່ານ​ສະ​ເຫຼີມ​ໄຊ ກ່າວ​ວ່າ:


ຂ້າ​ພະ​ເຈົ້າ​ຢາກ​ຖາມ​ຕໍ່​ໄປ​ກ່ຽວ​ກັບ​ເລື້ອງສິດ​ທິ​ມະ​ນຸດ ເພາະ​ວ່າມີ​ອີກ​ເລື້ອງ​ນຶ່ງ​ທີ່​ວ່າ​ທາງ​ປະ​ຊາ​ຄົມ​ນາ​ນາ​ຊາດ ມີ​ຄວາມ​ສົນ​ໃຈ ລະ​ແມ່ນ​ການ​ສືບ​ສວນກ່ຽວ​ກັບ ການ​ຫາຍ​ສາບ​ສູນຂອງ​ທ່ານ​ສົມ​

ທ່ານ​ສະ​ເຫຼີມ​ໄຊ ກ່າວ​ວ່າ:


ໃນ​ປັດ​ຈຸ​ບັນ​ນີ້ ມີ​ບັນ​ຫາ​ທີ່​ໃຫຍ່ຫຼວງ​ຢູ່​ປະ​ເທດ​ເພື່ອນ​ບ້ານ​ຂອງ​ເຮົາ ຄື​ປະ​ເທດ​ຈີນ ກ່ຽວ​ກັບ​ເລື້ອງ​ພະ​ຍາດ​ອັກ​ເສບ​ປອດ ຫຼື ໂຄ​ໂຣ​ນາ​ໄວ​ຣັ​ສ ທີ່​ກຳ​ລັງ​ລະ​ບາດ​ຢ່າງ​ກວ້າງ​ຂວາງ​ແລະ​ວ່ອງ​ໄວ​ຢູ່​ໃນ​ເວ​ລານີ້ ທາງ​ການ​ລາວ ເອົາ​ມາດ​ຕະ​ການສະ​ກັດ​ກັ້ນ​ແບບ​ໃດ?

ທ່ານ​ສະ​ເຫຼີມ​ໄຊ ກ່າວ​ວ່າ:


ຂໍ​ເຊີນ​ຟັງ​ການ​ສຳ​ພາບ​ກັບ​ທ່ານ​ສະ​ເຫຼີມ​ໄຊ ໂດຍ​ເຕັມ:


XS
SM
MD
LG