ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໂຣກຕັບອັກເສບຊະນິດ ບີ ມັກເກີດກັບຄົນເອເຊຍ ຫລາຍກວ່າຄົນຢູ່ເຂດອື່ນ ໃນໂລກ (ເບິ່ງວີດີໂອພາສາອັງກິດຊ້າໆ)


ທ່ານໝໍໄປກວດຄົນເຈັບ ທີ່ເປັນໂຣກຕັບອັກເສບ ທີ່ຖືກແຍກໃຫ້ນອນຢູ່ບ່ອນດ່ຽວພິເສດ ຂອງໂຮງໝໍແຫ່ງນຶ່ງ ໃນເມືອງ ອາມາດາບັດ, ປະເທດອິນເດຍ
ທ່ານໝໍໄປກວດຄົນເຈັບ ທີ່ເປັນໂຣກຕັບອັກເສບ ທີ່ຖືກແຍກໃຫ້ນອນຢູ່ບ່ອນດ່ຽວພິເສດ ຂອງໂຮງໝໍແຫ່ງນຶ່ງ ໃນເມືອງ ອາມາດາບັດ, ປະເທດອິນເດຍ

ອັນ​ດັບ​ຕໍ່​ໄປ ວີ​ໂອ​ເອຂໍ​ສະ​ເໜີ​ສາລະ​ຄະດີ​ການ​ແພດ​ຂອງ​ພະ​ແນ​ກພາສາ​ອັງກິດ​ພິ​ເສດ ຫລື Special English ສໍາລັບ​ພວກ​ທີ່​ຕ້ອງການ​ຮຽນ​ພາສາ​ອັງກິດ. ມື້ນີ້ ພວກເຮົາຕອບຄໍາ ຖາມຂອງນາຍຫວູ່ ກວາງ ຫ້ຽນ (Vu Quang Hien) ຈາກຫວຽດນາມ ທີ່ຢາກຮູ້ເພີ້ມ ເຕີມ ກ່ຽວກັບໂຣກຕັບອັກເສບ ຊະນິດບີ ຫລື hepatitis B. ວັນນະ​ສອນ​ມີ​ຄໍາ​ຕອບ​ມາ ສະ​ເໜີ​ທ່ານ.

ໂຣກຕັບອັກເສບແມ່ນຊື່ຂອງ​ອາ​ການຕິດເຊື້ອໄວຣັສກຸ່ມນຶ່ງ ທີ່ທໍາການຈູ່ໂຈມຕັບ ແລະ​ພາ
ໃຫ້ເປັນ​ໂຣກຕັບ​ອັກ​ເສບ​ຊະນິດຕ່າງໆ ທີ່​ເອີ້ນວ່າ ຊະນິດ ເອ, ບີ, ຊີ ແລະຕໍ່ໆໄປ. ຄາດ
ຄະເນກັນວ່າ ມີຜູ້​ຄົນປະມານ 2 ພັນລ້ານຄົນ ຕິດເຊື້ອໂຣກຕັບອັກເສບຊະນິດ ບີ. ອັດຕາ
ການຕິດເຊື້ອນີ້ທີ່ສູງທີ່ສຸດ ແມ່ນຢູ່​ໃນ​ປະ​ເທດຈີນ ແລະຂົງເຂດອື່ນໆຂອງທະວີບເອເຊຍ.
ອົງການອະນາໄມໂລກ WHO ເວົ້າວ່າ ການຕິດເຊື້ອເຫລົ່ານີ້ ສ່ວນຫລາຍແມ່ນເກີດຂຶ້ນ
ແຕ່ຕອນຍັງນ້ອຍ.

ໂຣກຕັບອັກເສບຊະນິດ ບີ ແມ່ນແຜ່ລາມໄປຕິດຕໍ່ໃສ່ຜູ້ອື່ນໄດ້ ໂດຍຜ່ານການສໍາຜັດກັບ
ເລືອດ ຫລືທາດແຫລວຊະນິດອື່ນ ທີ່ມີການຕິດເຊື້ອພະຍາດນີ້. ແມ່ສາມາດທີ່ຈະສົ່ງຕໍ່
ເຊື້ອໂຣກນີ້ໄປຫາລູກໄດ້ ຕັ້ງແຕ່ຕອນລູກເກີດມາ. ການສັກຢາ ແລະການຮ່ວມເພດທີ່ບໍ່
ມີການປ້ອງກັນຄວາມປອດໄພ ກໍສາມາດທີ່ຈະເຮັດໃຫ້ເຊື້ອໄວຣັສຊະນິດນີ້​ ແຜ່​ລາມອອກ​
ໄປໄດ້ເຊ່ນກັນ. ນັກຊ່ຽວຊານເວົ້າວ່າ ເຊື້ອພະຍາດນີ້ສາມາດມີຊີວິດຢູ່ລອດໄດ້ຢ່າງໜ້ອຍ
ອາທິດນຶ່ງຫລັງຈາກ ມັນອອກຈາກຮ່າງກາຍຂອງຄົນ. ໂຣກຕັບອັກເສບ ຊະນິດບີ ມີຢູ່
ສອງປະເພດ-- ຄືປະເພດທີ່​ເຈັບແຮງ​ໜັກໆບາດ​ດຽວ ແລະປະເພດຊໍ້າເຮື້ອ. ປະເພດທີ່
ເຈັບແຮງ​ໜັກໆບາດ​ດຽວ ແມ່ນມີອາການປ່ວຍແກ່ຍາວເປັນຫລາຍໆອາທິດ, ແຕ່ວ່າ
ການປິ່ນປົວໃຫ້ຫາຍດີນັ້ນ ສາມາດແກ່ຍາວເປັນຫລາຍເດືອນ. ປະເພດຊໍ້າເຮື້ອທີ່​ປົວ​ບໍ່
ເຊົາ​ນັ້ນ ສາມາດພາໃຫ້ເສຍຊີວິດຍ້ອນໂຣກຕັບແຂງໄດ້ ຫລືບໍ່ກໍເຮັດໃຫ້ຕັບເປັນບາດແຜ
ແລະເປັນມະເຮັງຕັບ.

ເຖິງຢ່າງໃດກໍຕາມ ຄົນທີ່​ເປັນ​ໂຣກຕັບອັກເສບ​ໄລຍະ​ຍາວ​ນັ້ນ ສາມາດມີຊີວິດຍືນໄດ້ເປັນ
ເວລາຫລາຍໆປີ ແລະຮອດບໍ່ຮູ້ອີກດ້ວຍຊໍ້າວ່າ ພວກເຂົາເຈົ້າມີການຕິດເຊື້ອພະຍາດນີ້.
ພວກທີ່ມີທາງ​ເປັນພະຍາດຕັອັກເສບ ຊະນິດ ບີ ທີ່ຊໍາເຮື້ອຫລາຍ​ທີ່​ສຸດ​ນັ້ນ ແມ່ນພວກ
ເດັກນ້ອຍ. ຢູ່ໃນສະຫະລັດ ພວກນັກຊ່ຽວຊານທີ່ສູນຄວບຄຸມ ແລະປ້ອງກັນພະຍາດ
ໄດ້ຊຸກຍູ້ໃຫ້ຜູ້ສະໜອງການບໍລິການທາງການແພດທັງຫລາຍ ທໍາການກວດພວກຄົນ
ເຈັບທີ່ເປັນຊາວເອເຊຍ-ອາເມຣິກັນ ກໍ​ຄື​ຄົນ​ອາ​ເມຣິກັນ​ເຊື້ອ​ສາຍ​ເອ​ເຊຍ ເພື່ອຊອກຫາ
ພະຍາດນີ້. ທ່ານໝໍ ຈອນ ວອດ ກ່າວວ່າ:

"ເວົ້າ​ບ່ອນ​ສຸດກໍຄືວ່າ--ເນື່ອງຈາກວ່າ ຄົນທີ່ມີເຊື້ອສາຍ ເອເຊຍທີ່ເຂົ້າມາຢູ່
ສະຫະລັດ ສ່ວນໃຫຍ່ແມ່ນມາຈາກພວກປະເທດທີ່ມີການແຜ່ລະບາດຂອງ
ເຊື້ອໂຣກນີ້, ພວກເຂົາເຈົ້າຈຶ່ງຄວນຖືກກວດເພື່ອຊອກຫາໂຣກຕັບອັກເສບ
ຊະນິດ ບີ ປະເພດທີ່ຊໍ້າເຮື້ອ.
"

ສໍາລັບໂຣກຕັບອັກເສບ ຊະນິດ ບີ ປະເພດທີ່​ເຈັບ​ແຮງ​ແຕ່​ບໍ່​ຊໍ້າ​ເຮືອນັ້ນ ຄົນເຈັບອາດຈະໄດ້
ຮັບການດູແລ ເພື່ອເພີ້ມທາດແຫລວເຂົ້າໃນຮ່າງກາຍ ແຕ່ວ່າບໍ່ມີການປິ່ນປົວ​ໃຫ້ຫາ​ຍຂາດ. ພວກທ່ານໝໍທັງຫລາຍສາມາດປິ່ນປົວພວກຄົນເຈັບທີ່ເປັນໂຣກນີ້ແບບຊໍາເຮື້ອນັ້ນ ໂດຍການ
ໃຊ້ສານໂປຣຕີນ interferon ​ແລະ ຢາຕ້ານເຊື້ອໄວຣັສ. ແຕ່ວ່າຢາພວກນີ້ ມີລາຄາແພງ
ເກີນໄປ ສໍາລັບພວກທີ່ຢູ່​ໃນເຂດທຸກຈົນຂອງໂລກ.

ດຣ. ບາຣັກ ບລູມເບີກ (Baruch Blumberg) ນັກຄົ້ນຄວ້າທີ່ໄດ້ຄົ້ນ ພົບຢາວັກຊີນກັນໂຣກຕັບອັກເສບ ຊະນິດ ບີ.
ດຣ. ບາຣັກ ບລູມເບີກ (Baruch Blumberg) ນັກຄົ້ນຄວ້າທີ່ໄດ້ຄົ້ນ ພົບຢາວັກຊີນກັນໂຣກຕັບອັກເສບ ຊະນິດ ບີ.

ຢາວັກ​ຊີ​ນປ້ອງ​ກັນໂຣກຕັບອັກເສບ ຊະນິດ
ບີ ໄດ້ມີໄວ້ໃຫ້ໃຊ້ ມາໄດ້ ສາມສິບປີແລ້ວ.
ນັກຄົ້ນຄວ້າທີ່ໄດ້ຄົ້ນພົບຢາວັກ​ຊີ​ນກັນພະ
ຍາດຊະນິດນີ້--ແລະຄົ້ນ​ພົບໂຣກຕັບອັກເສບ
ຊະນິດ ບີເອງ--ແມ່ນຄົນອາເມຣິກັນ ທີ່ຊື່ວ່າ
ບາຣັກ ບລູມເບີກ (Baruch Blumberg).
ດຣ. ບລູມເບີກ ຍັງໄດ້ສະແດງໃຫ້ເຫັນວ່າ
ເຊື້ອໄວຣັສປະເພດນີ້ ສາມາດພາໃຫ້​ເປັນ
ໂຣກມະເຮັງຕັບ​ໄດ້.

ທ່ານ ແລະນັກຄົ້ນຄວ້າອີກຜູ້ນຶ່ງ ທີ່ສູນ​ໂຣກ
ມະ​ເຮັງ ​ຟອ໊ກ​ສ໌ ​ເຈສ ຫລື Fox Chase
Cancer Center ໃນເມືອງ ຟີລາແດລ
ເຟຍ, ທ່າ​ນ ເອີວິງ ມິລແມນ, ໄດ້ປະດິດ
ຢາວັກຊິນ ຊະນິດນີ້ໃນປີ 1969. ແຕ່ວ່າ ດຣ. ບລູມເບີກເວົ້າວ່າ ມັນໄດ້ໃຊ້ເວລາຢູ່ໄລ
ຍະນຶ່ງກ່ວາຈະຊອກຫາບໍລິສັດຜະລິດຢາ ທີ່ຍິນດີຈະຜະລິດວັກຊິນອັນນີ້.

ທ່ານບລໍາ​ເບີກມີຄວາມສົນໃຈ ໃນການສຶກສາພະຍາດທີ່ມາຈາກການຕິດເຊື້ອ ໃນຕອນທີ່
ທ່ານໄປ​ເຮັດ​ວຽກອາສາສະມັກ ຢູ່ປະເທດ ຊູຣີນາມ ໃນຂະນະທີ່ທ່ານລົງຝຶກຫັດວຽກການ
ແພດ.

ຜົນການຄົ້ນພົບໂຣກຕັບອັກເສບ ຊະນິດ ບີ ຂອງທ່ານໄດ້ ຊ່ວຍຊີວິດຂອງຄົນໄວ້ໄດ້ຫລາຍ
ຄົນ ແລະກໍເຮັດໃຫ້ທ່ານໄດ້ຮັບລາງວັນໂນແບລ ຂະ​ແໜງການແພດ. ແຕ່ວ່າ ທ່ານກໍຍັງມີ ຄວາມສົນໃຈໃນດ້ານອື່ນໆອີກ--ລວມທັງການຊອກຫາສິ່ງທີ່ມີຊີວິດ ຢູ່ໃນອາວະກາດ.

ໃນຕອນທ້າຍໆຊຸມປີ 1990 ທ່ານໄດ້ຊ່ວຍກໍ່​ຕັ້ງ​ແລະ​ເປີດສະຖາບັນດ້ານຊີວະວິທະຍາຢູ່ເທິງ
ດວງດາວ ຂອງອົງການການບິນແລະອາວະກາດແຫ່ງຊາດ ຫລື ນາຊາ ຂອງສະຫະລັດ.
ທ່ານບລໍາເບີກກໍາລັງ​ຮ່ວມກອງປະຊຸມຂອງອົງການດ້ານອາວະກາດອັນນຶ່ງ ທີ່ລັດຄາລິຟໍເນຍ
ໃນ​ເດືອ​ນ ​ເມສາ ເວລາທ່ານເສຍຊີວິດລົງ ທີ່ປາກົດວ່າແມ່ນຍ້ອນໂຣກຫົວໃຈວາຍ. ດຣ.
ບລູມເບີກ ມີອາຍຸໄດ້ 85 ປີ ໃນຕອນນັ້ນ.

XS
SM
MD
LG