ທ່ານເຄີຍຮູ້ສຶກວ່າ ມີກ້ອນເນື້ອແຂງໆ ຢູ່ໃຕ້ພື້ນໜັງຂອງທັງ
ສອງຟາກຂ້າງຄໍທ່ານບໍ່ ໃນຍາມທີ່ທ່ານບໍ່ສະບາຍ? ກ້ອນ
ເນື້ອເຫລົ່ານັ້ນອາດແມ່ນຕ່ອມນໍ້າເຫລືອງ. ຕ່ອມເຫລົ່ານີ້ສາ
ມາດໄຄ່ພອງຂຶ້ນ ແລະເຮັດໃຫ້ເຈັບປວດໄດ້ ແຕ່ວ່າໜ້າທີ່
ຂອງມັນແມ່ນຕໍ່ຕ້ານກັບອາການອັກເສບໃນຮ່າງກາຍທ່ານ.
ພວກຕ່ອມນໍ້າເຫລືອງເຫລົ່ານີ້ແມ່ນສ່ວນນຶ່ງຂອງລະບົບ
ປ້ອງກັນຮ່າງກາຍຊຶ່ງເອີ້ນວ່າ ລະບົບນໍ້າເຫລືອງນັ້ນເອງ.
ລະບົບອັນສັບສົນນີ້ແມ່ນຜະຫລິດ ແລະລໍາລຽງທາດແຫລວ
ປ້ອງກັນຮ່າງກາຍ ທີ່ເອີ້ນວ່ານໍ້າເຫລືອງ ຫລື lymph ຊຶ່ງ
ເປັນທາດແຫລວທີ່ຜະຫລິດຂຶ້ນດ້ວຍແຊລເມັດເລືອດຂາວ,
ທາດໂປຣເຕອິນ, ແລະທາດໄຂມັນ. ຢູ່ໃນຮ່າງກາຍຂອງ
ຄົນເຈັບທີ່ເປັນໂຣກມະເຮັງນັ້ນ ໂຣກມະເຮັງສາມາດແຜ່
ລາມໄປຫາຕ່ອມນໍ້າເຫລືອງຈຳນວນຫລວງຫລາຍ ທີ່ມີຢູ່
ກ້ອງແຂນຫລືກ້ອງຂີ້ແຮ້ໄດ້. ໃນເມື່ອກ່ອນ ພວກທ່ານໝໍ
ໄດ້ຜ່າຕັດເອົາພວກຕ່ອມນໍ້າເຫລືອງເຫລົ່ານີ້ອອກ ດ້ວຍ
ຄວາມຫວັງວ່າຈະຕັດເອົາໂຣກມະເຮັງອອກໃຫ້ໝົດໄປ.
ແຕ່ວ່າການສຶກສາຄົ້ນຄວ້າໃນ
ຄັ້ງຫລ້າສຸດນີ້ສະແດງໃຫ້ເຫັນ
ວ່າ ການຜ່າຕັດເອົາຕ່ອມພວກ
ນັ້ນອອກຈົນໝົດ ແມ່ນບໍ່ມີ
ປະໂຫຍດຫຍັງເລີຍ.
ພວກທ່ານໝໍມີທາງເລືອກຢູ່
ສອງທາງ ເວລາໂຣກມະເຮັງ
ເລີ້ມແຜ່ລາມອອກໄປ. ວິທີ
ທີນຶ່ງທີ່ພວກເຂົາເຈົ້າສາມາດ
ເຮັດກໍຄື ຜ່າຕັດເອົາຕ່ອມຕົ້ນ
ຕໍ ທີ່ໃຫຍ່ໆນັ້ນອອກພ້ອມ
ກັບຕ່ອມນຶ່ງຫລືສອງຕ່ອມທີ່
ຢູ່ໃກ້ຕ່ອມໃຫຍ່ທີ່ສຸດນັ້ນ.
ອີກວິທີນຶ່ງກໍຄື ພວກເຂົາເຈົ້າ
ອາດຈະເອົາມາດຕາການຮຸນແຮງຫລາຍກວ່ານັ້ນ ແລະຕັດເອົາຫລາຍໆຕ່ອມອອກ. ແຕ່ວິທີ
ນັ້ນອາດພາໃຫ້ປວດບ່າໄຫລ່ ແລະເຮັດໃຫ້ແຂນໄຄ່ຂຶ້ນຢ່າງຖາວອນ.
ທ່ານໝໍ Armando Giuiliano ທີ່ສະຖາບັນໂຣກມະເຮັງ John Wayne ຫລື John
Wayne Cancer Institute ທີ່ເມືອງ Santa Monica, ລັດຄາລິຟໍເນຍ ຊຶ່ງເປັນຜູ້ນຳ
ພາການສຶກສາຄົ້ນຄວ້ານີ້ ໄດ້ຄົ້ນພົບວ່າ ວີທີທໍາອິດ ຄືການຜ່າຕັດເອົາຕ່ອມຕົ້ນຕໍ ແລະ
ນຶ່ງ ຫລືສອງຕ່ອມທີ່ຢູ່ໃກ້ທີ່ສຸດອອກນັ້ນ ແມ່ນພຽງພໍແລ້ວ ທີ່ຈະກໍາຈັດໂຣກມະເຮັງໃຫ້
ໝົດໄປໄດ້. ແລະຄົນເຈັບກໍບໍ່ຈໍາເປັນຕ້ອງນອນໂຮງໝໍເພື່ອຈະທໍາການຜ່າຕັດນ້ອຍໆ
ແບບນີ້.
ດຣ. Giuliano ແລະພວກນັກຄົ້ນຄວ້າທັງຫລາຍທີ່ສູນກາງວ່າດ້ວຍໂຣກມະເຮັງຕ່າງໆ ໄດ້
ທຳການສຶກສາຄົ້ນຄວ້າພວກຄົນປ່ວຍເປັນໂຣກມະ ເຮັງເຕົ້ານົມ ເກືອບຮອດເກົ້າຮ້ອຍຄົນ
ແລະໃນກໍລະນີຂອງຄົນເຈັບແຕ່ລະລາຍ ກໍແມ່ນວ່າ ໂຣກມະເຮັງໄດ້ແຜ່ລາມໄປຫາຕ່ອມນໍ້າ
ເຫລືອງຢູ່ກ້ອງຂີ້ແຮ້ນັ້ນ ຢ່າງຫລາຍບໍ່ເກີນສອງຕ່ອມ.
ເຄິ່ງນຶ່ງຂອງພວກຜູ້ຍິງເຫລົ່ານັ້ນໄດ້ຮັບການຜ່າຕັດແບບເກົ່າ. ຄືພວກທ່ານໝໍ ໄດ້ຜ່າຕັດ
ຕ່ອມນໍ້າເຫລືອງກ້ອງຂີ້ແຮ້ຂອງຄົນເຈັບແຕ່ລະຄົນອອກ ໂດຍສະເລ່ຍແລ້ວ 17 ຕ່ອມນໍາ
ກັນ. ສ່ວນຈຳນວນຜູ້ຍິງອີກເຄິ່ງນຶ່ງແມ່ນມີການຜ່າຕັດທີ່ງ່າຍກວ່າ ໂດຍຜ່າຕັດເອົາຕ່ອມ
ນໍ້າເຫລືອງອອກແຕ່ພຽງນຶ່ງຫລື ສອງຕ່ອມເທົ່ານັ້ນ. ຫລັງຈາກນັ້ນ ທັງສອງກຸ່ມແມ່ນໄດ້
ຮັບການປິ່ນປົວໂດຍການສາຍແສງລັງສີ ຫລື Radiation ແລະບໍາບັດດ້ວຍຢາເຄມີ ຫລື
Chemotherapy.
ທ່ານໝໍ Giuliano ເວົ້າວ່າ ອັດຕາການມີ
ຊີວິດລອດຫ້າປີລຸນຫລັງນັ້ນ ໄດ້ສະແດງ
ໃຫ້ເຫັນວ່າ ການຜ່າຕັດແບບບໍ່ຮຸນແຮງ
ປານໃດ ກໍໄດ້ຜົນດີເທົ່າກັນກັບການປິ່ນ
ປົວແບບໃຊ້ວິທີການຮຸນແຮງກວ່າ.
ດຣ. ARMANDO GIULIANO ກ່າວວ່າ:
“ອັດຕາການມີຊີວິດລອດຫ້າປີລຸນຫລັງ
ນັ້ນແມ່ນປະມານ 92% ໂດຍບໍ່ກ່ຽວກັບ
ວ່າ ຈະຜ່າຕັດໂດຍໃຊ້ວິທີໃດກໍຕາມ.
ແລະ ສິ່ງທີ່ດີເລີດນັ້ນກໍຄືວ່າ ຜູ້ຍິງທີ່ຖືກ
ຜ່າຕັດພຽງແຕ່ເອົາຕ່ອມໃຫຍ່ຕົ້ນຕໍ
ອອກ ກັບນຶ່ງຫລືສອງຕ່ອມເທົ່ານັ້ນ ກໍມີ
ຄວາມຢູ່ລອດໄດ້ດີຄືກັນກັບພວກຜູ້ຍິງທີ່
ໄດ້ຮັບການປິ່ນປົວແບບຖອນກົກຖອນຮາກຫລາຍກວ່ານັ້ນ ເຊັ່ນກັນ.”
ລາຍງານການສຶກສາຄົ້ນຄວ້ານີ້ແມ່ນຖືກນໍາອອກເຜີບຍແຜ່ຢູ່ໃນວາລະສານສະມາຄົມການ
ແພດຂອງອາເມຣິກາ. ພວກນັກຊ່ຽວຊານບາງຄົນເວົ້າວ່າ ການຄົ້ນພົບເຫລົ່ານີ້ອາດສາມາດ
ປ່ຽນແປງວິທີການທີ່ພວກນາຍແພດໃຊ້ເພື່ອປິ່ນປົວໂຣກມະເຮັງນົມຂັ້ນຕົ້ນ ທີ່ໄດ້ແຜ່ລາມໄປ
ໃສ່ຕ່ອມນໍ້າເຫລືອງກ້ອງຂີ້ແຮ້ນັ້ນ. ແຕ່ກໍມີພວກທ່ານໝໍອື່ນໆທີ່ກ່າວວ່າ ພວກເຂົາເຈົ້າຢາກ
ເຫັນຫລັກຖານພິສູດຫລາຍກວ່ານີ້ ກ່ອນທີ່ພວກເຂົາເຈົ້າຈະປ່ຽນວິທີປິ່ນປົວຂອງເຂົາເຈົ້າ.
ນັ້ນຄືລາຍງານຂ່າວສຸຂະພາບຂອງພະແນກວີໂອເອພາສາອັງກິດພິເສດ ຫລື VOA Special English Health Report ທີ່ຂຽນໂດຍ Carol Pearson. ທ່ານສາມາດຊອກອ່ານຂ່າວກ່ຽວກັບການແພດໄດ້ອີກ ພ້ອມທັງບົດຂ່າວເຫລົ່ານັ້ນ ແລະສຽງບັນທຶກເປັນພາສາອັງກິດ ໄດ້ທີ່ voaspecialenglish.com