ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ສເປນ ຂົ່ມຂູ່ວ່າ ຈະຍົກເລີກ ສະຖານະ ພາບ ການປົກຄອງຕົນເອງ ຂອງ ແຄວ້ນ ຄາຕາໂລເນຍ


ປະຊາຊົນເຕົ້າໂຮມກັນ ໃນລະຫວ່າງການປະທ້ວງ ເພື່ອສະໜັບ
ສະໜູນການເຈລະຈາ ແລະ ການປຶກສາຫາລືໃນຈະຕຸລັດ Sant Jaume ເມືອງ ບາເຊໂລນາ, ສເປນ. 7 ຕຸລາ, 2017.
ປະຊາຊົນເຕົ້າໂຮມກັນ ໃນລະຫວ່າງການປະທ້ວງ ເພື່ອສະໜັບ ສະໜູນການເຈລະຈາ ແລະ ການປຶກສາຫາລືໃນຈະຕຸລັດ Sant Jaume ເມືອງ ບາເຊໂລນາ, ສເປນ. 7 ຕຸລາ, 2017.

ນາຍົກລັດຖະມົນຕີ ສເປນ ທ່ານ Mariano Rajoy ກ່າວວ່າ ທ່ານຈະບໍ່ເວົ້າ ວ່າທ່ານ
ຈະບໍ່ໃຊ້ອຳນາດຂອງກົດໝາຍລັດຖະທຳມະນູນ ທີ່ຈະຍົກເລີກຖານະການປົກຄອງຕົນ
ເອງຂອງແຄວ້ນ ຄາຕາໂລເນຍ ຖ້າຫາກເຂດດັ່ງກ່າວປະກາດໂຕເປັນເອກະລາດ.

ທ່ານ Rajoyໄດ້ໃຫ້ຄຳເຫັນດັ່ງກ່າວ ໃນວັນເສົາວານນີ້ ໃນໜັງສືພິມ El Pais. ທ່ານ
ເວົ້້າຕື່ມວ່າ “ຂ້າພະເຈົ້າຈະບໍ່ເວົ້າວ່າ ຂ້າພະເຈົ້າຈະບໍ່ໃຊ້ອັນໃດທີ່ມີຢູ່ໃນກົດໝາຍ. ຂ້າ
ພະເຈົ້າຢາກໃຫ້ຄຳຂູ່ຂວັນ ຂອງປະຊາມະຕິທີ່ຢາກເປັນເອກະລາດນັ້ນ ຖືກຖອນອອກ
ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້.”

ໃນຕອນເຊົ້າວັນເສົາວານນີ້ ຝູງຊົນເປັນພັນໆຄົນ ໄດ້ໄປເຕົ້າໂຮມກັນຢູ່ເມືອງ ບາເຊ
ໂລນາ, ນະຄອນຫຼວງ ມາດຣິດ ແລະ ຫົວເມືອງອື່ນໆຂອງ ສເປນ ໃນຂະນະທີ່ປະຊາຊົນ
ຄາຕາໂລນເນຍ ພາກັນເລັ່ງລັດໃຫ້ຢຸດເຊົາຂຶ້ນກັບ ສເປນ ລຸນຫຼັງການລົງປະຊາມະຕິ
ຢາກເປັນເອກະລາດໃນສັບປະດາແລ້ວນີ້.

ພວກຜູ້ຈັດຕັ້ງການໂຮມຊຸມນຸມ ຄາຕາໂລເນຍ ໄດ້ຂໍໃຫ້ພວກປະທ້ວງທັງຫຼາຍ ພາກັນ
ນຸ່ງເສື້ອສີຂາວເປັນກາງ ແລະ ບໍ່ໃຫ້ຖືທຸງໃດໆ ບໍ່ວ່າຈະແມ່ນທຸງສະເປນຫຼືທຸງ ຄາຕາ
ໂລເນຍ ກໍຕາມ. ພວກຈັດແຈງການປະທ້ວງດັ່ງກ່າວ ພາກັນສົ່ງເສີມຄຳຂວັນທີ່ວ່າ
“ເຮົາມາເວົ້າລົມກັນເທາະ.”

ທີ່ນະຄອນຫຼວງມາດຣິດ ຂອງ ສເປນ ກໍມີການປະທ້ວງຕໍ່ຕ້ານຂຶ້ນ ເພື່ອຄວາມສາມະຄີ.
ໃນການປະທ້ວງດັ່ງກ່າວ ຊຶ່ງຈຸດໂຮມແມ່ນ Madrid’s Plaza de Colon ນັ້ນ ພວກປະ
ທ້ວງເປັນພັນໆຄົນພາກັນແກວ່ງທຸງສີແດງ ແລະ ເຫຼືອງ ທຸງຊາດຂອງ ສເປນ.

ການປະທ້ວງຕໍ່ຕ້ານທີ່ວ່ານີ້ ໄດ້ມີຂຶ້ນລຸນຫຼັງການລົງປະຊາມະຕິໃນວັນຈັນຜ່ານມາທີ່
ຊາວ ຄາຕາໂລເນຍ ລົງຄະແນສຽງຢ່າງຖ້ວມລົ້ນຢາກເປັນເອກະລາດ ແຕ່ວ່າລັດຖະ
ບານແຫ່ງຊາດ ໄດ້ເອີ້ນການປ່ອນບັດດັ່ງກ່າວວ່າ ຜິດກົດໝາຍ. ດຽວນີ້ພວກຜູ້ນຳ
ຄາຕາໂລເນຍ ພວມປະເຊີນໜ້າກັບການຕັດສີນອັນລຳບາກ ວ່າຈະເຮັດແນວໃດ ຈຶ່ງ
ພວມຮຽກຮ້ອງໃຫ້ມີການເຈລະຈາກັນ ກັບລັດຖະບານແຫ່ງຊາດ ຂອງ ສເປນ.

ຜູ້ນຳຂັ້ນສູງຂອງສະຫະພາບ ຢູໂຣບ ໄດ້ເຕືອນໃນວັນພະຫັດຜ່ານມານີ້ວ່າການຜິດ
ຖຽງກັນ ເພື່ອແຍກໂຕອອກນີ້ ເປັນການສ່ຽງ ຕໍ່ການຂັດແຍ້ງກັນເຖິງຂັ້ນໃຊ້ອາວຸດກໍ
ເປັນໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG