ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວສະເປນ ພາກັນໄປປ່ອນບັດ ຊ້ຳອີກ ຫຼັງຈາກສະພາ ບໍ່ສາມາດຈັດຕັ້ງ ລັດຖະບານໄດ້


ຊາຍຄົນໜຶ່ງພ້ອມທີ່ຈະປ່ອນບັດເລືອກຕັ້ງຂອງລາວ ໃນການເລືອກຕັ້ງໃຫຍ່ຂອງສະເປນ ຢູ່ທີ່ໜ່ວຍເລືອກຕັ້ງ ໃນເມືອງ Rincon de la Victoria, ວັນທີ 26 ມິຖຸນາ 2016.
ຊາຍຄົນໜຶ່ງພ້ອມທີ່ຈະປ່ອນບັດເລືອກຕັ້ງຂອງລາວ ໃນການເລືອກຕັ້ງໃຫຍ່ຂອງສະເປນ ຢູ່ທີ່ໜ່ວຍເລືອກຕັ້ງ ໃນເມືອງ Rincon de la Victoria, ວັນທີ 26 ມິຖຸນາ 2016.

ປັດຈຸບັນ ຊາວສະເປນ ກຳລັງລົງຄະແນນສຽງ ໃນການເລືອກຕັ້ງຊ້ຳອີກເທື່ອ ໜຶ່ງ ໃນວັນອາທິດມື້ນີ້ ໃນຂະນະທີ່ ສະເປນ ພະຍາຍາມ ທີ່ຈະແກ້ໄຂ ສະພາບ ການດ້ານການເມືອງ ທີ່ບໍ່ສາມາດຕັດສິນໃຈໄດ້ ຊຶ່ງໄດ້ເຮັດໃຫ້ປະເທດ ບໍ່ມີ ລັດຖະບານ ມາຕັ້ງແຕ່ເດືອນທັນວາຜ່ານມາ ໃນເວລາ ຜົນການເລືອກຕັ້ງ ໃນສະພາ ທີ່ບໍ່ມີ ພັກໃດພັກໜຶ່ງໄດ້ຮັບການສະໜັບສະໜູນພຽງພໍ ທີ່ຈະຈັດ ຕັ້ງລັດຖະບານດ້ວຍ ຕົວເອງໄດ້.

ບັນດາຜູ້ນຳທາງການເມືອງ ໄດ້ພະຍາຍາມຈະຈັດຕັ້ງ ລັດຖະບານປະສົມ ທີ່ ປົກຄອງປະເທດ ກຸ່ມໃດກຸ່ມໜຶ່ງຂຶ້ນມາ ໂດຍບໍ່ໄດ້ຮັບຜົນສຳເລັດ ນັບຕັ້ງແຕ່ ເດືອນທັນວາ ແຕ່ຄວາມພະຍາຍາມ ເພື່ອຈະຊອກຫາຜູ້ສະໝັກເປັນນາຍົກ ລັດຖະມົນຕີ ກໍໄດ້ລົ້ມແຫຼວເຊັ່ນກັນ.

ການຢັ່ງຫາງສຽງຄວາມຄິດເຫັນ ເມື່ອບໍ່ນານມານີ້ ໄດ້ຊີ້ໃຫ້ເຫັນວ່າ ການລົງ ຄະແນນສຽງ ໃນວັນອາທິດມື້ນີ້ ຈະເປັນແບບດຽວກັນກັບ ເມື່ອສັບປະດາ ແລ້ວນີ້. ແຕ່ຫາກວ່າ ພວກສັງເກດການບາງສ່ວນ ກ່າວວ່າ ບັດນີ້ ພວກສະ ມາຊິກສະພາ ອາດມີຄວາມຕັ້ງໃຈຫຼາຍຂຶ້ນອີກ ເພື່ອຈະປະນີປະນອມກັນ.

ເມື່ອເດືອນແລ້ວນີ້ ກະສັດ Felipe ໄດ້ຫຍຸບສະພາ ຫຼັງຈາກທີ່ເສັ້ນຕາຍ ໄດ້ກາຍໄປ ສຳລັບ ສະພາ ທີ່ມີຢູ່ແລ້ວນັ້ນ ຈະຕ້ອງໄດ້ຈັດຕັ້ງລັດຖະບານ.

ເທື່ອນີ້ ເປັນຄັ້ງທຳອິດ ທີ່ສະເປນ ໄດ້ຈັດການເລືອກຕັ້ງຊ້ຳອີກເທື່ອໜຶ່ງ ນັບຕັ້ງ ແຕ່ປະເທດໄດ້ກາຍມາເປັນລະບອບປະຊາທິປະໄຕ ໃນປີ 1975 ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG