ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ສະເປນ ສອບປາກຄຳ ຄົນຂັບລົດໄຟ ທີ່ຕົກລາງ (ສະໄລດ໌/ວີດີໂອ)


ລົດ​ໄຟ​ອາດ​ຈະ​ແລ່ນ​ໄວ​ກວ່າ​ສອງ​ເທົ່າ​ ຂອງຄວາມ​ໄວ​ຈໍາກັດ 80 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ໃນ​ເວລາ​ທີ່​​ເກີດ​ອຸບະຕິເຫດຢູ່​ນອກ​ເມືອງ Santiago
ລົດ​ໄຟ​ອາດ​ຈະ​ແລ່ນ​ໄວ​ກວ່າ​ສອງ​ເທົ່າ​ ຂອງຄວາມ​ໄວ​ຈໍາກັດ 80 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ໃນ​ເວລາ​ທີ່​​ເກີດ​ອຸບະຕິເຫດຢູ່​ນອກ​ເມືອງ Santiago
ເຈົ້າໜ້າ​ທີ່​ສືບສວນຂອງສະເປ​ນ ກໍາລັງສອບ​ປາກຄຳ​ຄົນ​ຂັບ​ລົດ
​ໄຟ ທີ່​ຕົກ​ລາງ​ຢູ່ ພາກ​ເໜືອ​ຂອງສະ​ເປ​ນ ​ຊຶ່ງເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ
ວິດ 80 ຄົນ​ ໃນອັນ​ທີ່​ບັນ​ລະ​ຍາຍ​ວ່າ ​ເປັນ​ໄພພິບັດທາງ​ລົດ​ໄຟ
ທີ່ຮ້າຍ​ແຮ​ງສຸດຂອງ​ປະ​ເທດ ​ໃນຮອບ 40 ປີ.

ລາຍ​ງານ​ກ່າວ​ວ່າ ລົດ​ໄຟ​ອາດ​ຈະ​ແລ່ນ​ໄວ​ກວ່າ​ສອງ​ເທົ່າ​ ຂອງ
ຄວາມ​ໄວ​ຈໍາກັດ 80 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ໃນ​ເວລາ​ທີ່ເກີດ​ອຸບ
ປະ​ຕິ​ເຫດຢູ່​ນອກ​ເມືອງ Santiago de Composteta. ຫລາຍ
​ກວ່າ 140 ຄົນ​ໄດ້ຮັບ​ບາດ​ເຈັບ.

ບັນດາ​ເຈົ້າ​ໜ້າ​ທີ່​ສະ​ເປ​ນ ​ໄດ້​ເປີດສອງ​ການສືບສວນ​ ກ່ຽວ​ກັບ
ລົດ​ໄຟ​ຕົກ​ລາງ​ໃນ​ຄັ້ງນີ້ ຄືການ​ສືບສວນ​ນຶ່ງ​ ແມ່ນ​ໂດຍເຈົ້າ​ໜ້າ​
ທີ່​ຍຸຕິ​ທໍາ ​ແລະ​ອີກ​ການ​ສືບສວນນຶ່ງແມ່ນ​ໂດຍກະຊວງໂຍທາ.
ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຄົນ​ຂັບ​ລົດ​ໄຟ​ຄົນ​ນຶ່ງທີ່​ເຂົ້າ​ຮັບ​ການ
​ປິ່ນປົວ​ຢູ່​ໂຮງໝໍ​ຍ້ອນ​ໄດ້​ຮັບ​ບາດ​ເຈັບ​ນັ້ນ ກໍາລັງ​ຖືກ​ເຈົ້າ​ໜ້າ​ທີ່
ຕໍາຫຼວດສອບ​ປາກຄຳຢູ່.



​ໃນ​ວັນ​ພະຫັດ​ວານ​ນີ້ ນາຍົກລັດຖະມົນຕີ ສະ​ເປ​ນ ທ່ານ Mariano Rajoy ຜູ້​ທີ່​ເກີດ​ຢູ່​ໃນ​ເມືອງ Santiago de Compostela ​ໄດ້​ຢ້ຽມຢາມ​ບ່ອນ​ເກີດ​ເຫດ ​ແລະ​ໂຮງໝໍ ບ່ອນ​ທີ່​ພວກ​ຄົນ​ເຈັບຫລາຍ​ຄົນ​ພວມໄດ້​ຮັບ​ປິ່ນປົວຢູ່​ນັ້ນ.

ທ່ານ Rajoy ກ່າວ​ວ່າ “ສໍາລັບ​ຜູ້​ທີ່​ເກີດ​ຢູ່​ໃນ​ເມືອງ Santiago ຄື​ກັບຂ້າພະ​ເຈົ້າຈົ່ງເຊື່ອ
ໄດ້ເລີຍວ່າ ​ນີ້ເປັນ​ວັນທີ່​ເສົ້າ​ສະ​ລົດ​ໃຈ​ທີ່​ສຸດ ໃນ​ຊີວິດ​ທັງ​ໝົດ​ຂອງຂ້າພະ​ເຈົ້າ. ​ໃນ​ນາມ​
ຂອງຂ້າພະ​ເຈົ້າ ​|ໃນ​ນາມຂອງລັດຖະບານສະ​ເປນ ​ແລະ​ໃນ​ນາມ​ຂອງ​ຊາວ​ສະ​ເປ​ນທັງ
​ໝົດ ຜູ້​ທີ່​ອາດມີ​ຄວາມ​ຮູ້ສຶກ​ໄດ້​ຮັບ​ການຕາງໜ້າ ​ໃນ​ອັນທີ່ ຂ້າພະເຈົ້າ​ຈະ​ກ່າວ​ຕໍ່​ໄປ​ນີ້ ຂ້າ​ພະ​ເຈົ້າຕ້ອງການ​ ຢາກ​ສະ​ແດງຄວາມ​ເສົ້າ​ໂສກ​ເສຍ​ໃຈ​ ​ໄປ​ຍັງບັນດາ​ຄອບຄົວ ​ແລະ​ເພື່ອນ​ມິດ​ຂອງ​ຜູ້​ທີ່​ໄດ້​ເສຍ​ຊີວິດ​ໄປ ຜູ້​ທີ່​ໂຊກ​ບໍ່​ດີ ​ໃນ​ຈຳນນວນ​ຫຼວງຫລາຍ​ນັ້ນ.

ທ່ານ​ໄດ້​ປະກາດໄວ້ທຸກ​ເປັນ​ເວລາສາມ​ວັນ ເພື່ອເປັນກຽດ​ລະນຶກ​ເຖິງ​ບັນດາ​ຜູ້ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ອຸບປະຕິ​ເຫດ​ຄັ້ງນີ້.

Spain
please wait
Embed

No media source currently available

0:00 0:01:05 0:00
XS
SM
MD
LG