ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະເປນ ແລະ ຝຣັ່ງ ຮ່ວມມືກັນ ຈັບກຸມ ພວກລັກລອບຄ້າມະນຸດ


ສະແຕມປ໌ ປໍ້າວິຊ່າປອມ ທີ່ພວກແກ໊ງລັກລອບຄ້າມະນຸດ ເຮັດຂຶ້ນມາ ເພື່ອລັກລອບສົ່ງຊາວຈີນ ເຂົ້າໄປຍັງສະຫະລັດ ແລະຢູໂຣບ.
ສະແຕມປ໌ ປໍ້າວິຊ່າປອມ ທີ່ພວກແກ໊ງລັກລອບຄ້າມະນຸດ ເຮັດຂຶ້ນມາ ເພື່ອລັກລອບສົ່ງຊາວຈີນ ເຂົ້າໄປຍັງສະຫະລັດ ແລະຢູໂຣບ.
​ເຈົ້າໜ້າ​ທີ່​ສະ​ເປ​ນ​ເວົ້າ​ວ່າ ທາງ​ການ​ໄດ້​ຈັບ​ກຸມ 75 ຄົນ ​ໃນ​ການ​ປະຕິບັດ ການ​ຮ່ວມ​ກັບ​ຕໍາຫຼວດຝຣັ່ງ ຕ້ານຂະ​ບວນການ​ລັກລອບ​ຄ້າ​ມະນຸດ​ກຸ່ມ​ນຶ່ງ.

ກະຊວງ​ພາຍ​ໃນ​ສະ​ເປ​ນ ​ເວົ້າ​ເມື່ອ​ວັນ​ເສົາ​ວາ​ນນີ້ ວ່າ ມີ 51 ຄົນ​ໄດ້​ຖືກ​ຈັບກຸມ ​ໃນ​ສະ​ເປ​ນ ​ແລະ​ອີກ 24 ຄົນຖືກ​ຈັບ​ຢູ່​ຝຣັ່ງ ​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ ​ແລະ​ວ່າ​ໃນ​ຈໍານວນ​ພວກ​ທີ່​ຖືກຈັບ​ນັ້ນ ​ມີຜູ້ຈັດ​ຕັ້ງ​ສອງ​ຄົນຂອງ​ເຄືອ ຂ່າຍຄ້າ​ມະນຸດ ທີ່​ມີ​ຖານ​ປະຕິບັດ​ງານ​ຢູ່​ເມືອງ Barcelona. ​ຜູ້​ຕ້ອງ​ສົງ​ໄສ​ທັງໝົດ​ ແມ່ນເປັນ​ຄົນ​
ເອ​ເຊຍ.

​ເຈົ້າໜ້າ​ທີ່​ສະ​ເປ​ນ​ເວົ້າ​ວ່າ ພວກ​ລັກ​ລອບ​ຄ້າ​ມະນຸດ​ເຫຼົ່ານັ້ນ​ຄິດ​ຄ່າ​ບໍລິການ ໃນ​ລະຫວ່າງ
53,000 ຫາ 66,000 ​ໂດ​ລ່າ ​ເພື່ອ​ອອກ​ບັດປະ​ຈໍາ​ຕົວ ​ແລະ​ເອ​ກະສານປອມ​ ໃຫ້​ແກ່​
ຊາວ​ຈີນ ​ແລະ​ຂົນ​ສົ່ງ​ພວກ​ເຂົາ​ເຈົ້າ​ໄປ​ຍັງ​ສະຫະລັດ ​ແລະຫຼາຍໆ​ປະ​ເທດ​ໃນ​ຢູ​ໂຣບ.
ຕໍາຫຼວດ​ເວົ້າ​ວ່າ ການ​ປະຕິບັດງານ​ສືບສວນ​ກ່ຽວ​ກັບ​ທຸລະ​ກິດ​ທີ່​ສະຫຼັບຊັບຊ້ອນອັນ​ນີ້
ໄດ້​ໃຊ້​ເວລາ​ສອງ​ປີ.

ລາຍ​ລະອຽດ​ຂອງ​ການ​ສືບສວນ​ສອບ​ສວນ ​ແລະ​ການ​ຈັບ​ກຸມ ຫາ​ກໍ່​ໄດ້ຖືກ ນໍາ​ອອກມາ​ເຜີຍ​ແຜ່.

ເບິ່ງວີດີໂອ:

XS
SM
MD
LG