ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ ສເປນ ກີດກັ້ນ ທ່ານ ປູອິຈ໌ເດິມັອນ ຈາກການກັບມາ ກຳອຳນາດ ໃນແຄວ້ນ ຄາຕາໂລເນຍ


ທ່ານ ຄາເລັສ ປູອິຈ໌ເດິມັອນ "Carles Puigdemont," ປະທານແຄວ້ນ ຄາຕາໂລເນຍ ທີ່ຖືກປົດອອກຈາກຕຳແໜ່ງ ເດີນທາງຮອດສະຖານທີ່ກ່າວຄຳປາໄສ ຫຼັງຈາກໄດ້ເບິ່ງຜົນ
ຄະແນນຂອງການເລືອກຕັ້ງແຄວ້ນ ຄາຕາໂລເນຍ ໃນນະຄອນ
ຫຼວງ ບຣັສເຊິລສ໌,​ ປະເທດ ແບລຈຽມ. 21 ທັນວາ, 2017.
ທ່ານ ຄາເລັສ ປູອິຈ໌ເດິມັອນ "Carles Puigdemont," ປະທານແຄວ້ນ ຄາຕາໂລເນຍ ທີ່ຖືກປົດອອກຈາກຕຳແໜ່ງ ເດີນທາງຮອດສະຖານທີ່ກ່າວຄຳປາໄສ ຫຼັງຈາກໄດ້ເບິ່ງຜົນ ຄະແນນຂອງການເລືອກຕັ້ງແຄວ້ນ ຄາຕາໂລເນຍ ໃນນະຄອນ ຫຼວງ ບຣັສເຊິລສ໌,​ ປະເທດ ແບລຈຽມ. 21 ທັນວາ, 2017.

ອີກຄັ້ງນຶ່ງ ສານສູງສຸດຂອງ ສເປນ ໄດ້ທຳການຢັບຢັ້ງ ບໍ່ໃຫ້ອະດີດປະທານປົກຄອງ
ແຄວ້ນ ຄາຕາໂລເນຍ ທ່ານ ຄາເລັສ ປູອິຈ໌ເດິມັອນ "Carles Puigdemont" ກັບຄືນ
ໄປກຳຕໍາແໜ່ງດັ່ງກ່າວ.

ສານລັດຖະທຳມນູນໄດ້ອອກຄຳສັ່ງ ໃນວັນເສົາວານນີ້ວ່າ ຜູ້ຫຼົບລີ້ຊຶ່ງເປັນອະດີດປະ
ທານດັ່ງກ່າວ ບໍ່ອາດສາມາດທີ່ຈະບໍລິຫານໄດ້ ຈາກນອກປະເທດ ຖ້າຜູ້ກ່ຽວກັບຄືນ
ກຳຕໍາແໜ່ງປະທານແຄວ້ນໃນການເລືອກຕັ້ງໃນວັນອັງຄານນີ້.

ທ່ານ ປູອິຈ໌ເດິມັອນ ເວົ້າວ່າ ທ່ານຈະສາມາດສາບານໂຕເຂົ້າຮັບຕໍາແໜ່ງທາງໄກກໍ
ໄດ້ ໂດຍຜ່ານກອງປະຊຸມທາງວີດິໂອ.

ທ່ານ ມາຣິອາໂນ ຣາຮອຍ ນາຍົກ ສເປນ ກ່າວວ່າ ທ່ານ ປູອິຈ໌ເດິມັອນ ບໍ່ສາມາດຈະ
ປະພຶດຕົນເປັນປະທານຂອງຊາວ ຄາຕາໂລເນຍ ໄດ້ ໃນຂະນະທີ່ຢູ່ໃນສະພາບພັດ
ຖິ່ນ ແລະ ຖ້າວ່າຜູ້ກ່ຽວ ຫາກຖືກເລືອກແລ້ວ ການໂຈະການປົກຄອງຕົນເອງສຳລັບ
ແຄວ້ນ ຄາຕາໂລເນຍ ກໍແມ່ນຍັງຄົງໃຊ້ຜົນໄດ້ຢູ່ຄືເກົ່າ.

ນອກນັ້ນ ຄະນະຂຸນສານລັດຖະທຳມານູນ ຍັງເຫັນພ້ອມຢ່າງເປັນເອກກະສັນວ່າ “ໃຫ້
ຫັກຫ້າມໄວ້ຊົ່ວຄາວ ການເຄື່ອນໄຫວໃດໆຂອງທ່ານ ປູອິຈ໌ເດິມັອນ ນອກຈາກວ່າ ຜູ້
ກ່ຽວຈະມາປາກົດໂຕຢູ່ໃນສະພາຂອງແຄວ້ນດ້ວຍຕົນເອງ ດ້ວຍອຳນາດທາງຕຸລາ
ການໃນເມື່ອກ່ອນ.”

ທ່ານ ປູອິຈ໌ເດິມັອນ ເປັນຜູ້ສະໝັກພຽງຄົນດຽວເພື່ອເປັນປະທານຂອງແຄວ້ນດັ່ງກ່າວ.

ເມື່ອປີກາຍນີ້ ຜູ້ກ່ຽວໄດ້ຊຸກຍູ້ໃຫ້ມີການລົງປະຊາມະຕິ ສຳລັບແຄວ້ນ ຄາຕາໂລເນຍ
ໃຫ້ມີສິດປົກຄອງຕົນເອງ ແຍກໂຕອອກຈາກປະເທດ ສເປນ ທີ່ໄດ້ຮັບການສະໜັບ
ສະສະໜູນສ່ວນໃຫຍ່ຂອງແຄວ້ນດັ່ງກ່າວ ທີ່ໄປລົງຄະແນນສຽງ. ລຸນຫຼັງລັດຖະບານ
ມາດຣິດ ໄດ້ຍຸບສະພາແລະໂຈະການປົກຄອງຕົນເອງຂອງແຄວ້ນດັ່ງກ່າວ ແລ້ວທ່ານ
ປູອິຈ໌ເດິມັອນ ກໍໄດ້ໂຕນໄປປະເທດ ຢູ່ນະຄອນຫຼວງ ບຣັສເຊິລສ໌ ແລະໄດ້ປະເຊີນໜ້າ
ກັບການຈັບກຸມຖ້າກັບຄືນໄປປະເທດ ສະເປນ.

XS
SM
MD
LG