ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳ ກຸ່ມອາຊຽນ ເລີ້ມປະຊຸມ ສຸດຍອດກັນ ຢູ່ບຣູນາຍ (ວີດີໂອ)


ປ.Park Geun-hye ແຫ່ງເກົາຫຼີໃຕ້ ຈັບມືກັບຜູ້ນຳກຸ່ມອາຊຽນ ວັນທີ 9 ຕຸລາ 2013.
ປ.Park Geun-hye ແຫ່ງເກົາຫຼີໃຕ້ ຈັບມືກັບຜູ້ນຳກຸ່ມອາຊຽນ ວັນທີ 9 ຕຸລາ 2013.
ທີ່​ບຣູ​ນາຍ ບັນດາ​ຜູ້ນຳ​ປະ​ເທດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ
ສຽງ​ໃຕ້ກຳລັງ​ພົບ​ປະກັນ​ໃນ​ວັນ​ພຸດມື້​ນີ້ ​ແລະວັນ​ພະຫັດ​ມື້
​ອື່ນ​ ເພື່ອ​ປະເມິ​ນ​ເບິ່ງຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ເປົ້າ​ໝາຍ​ທີ່​ມີ
​ຄວາມ​ປາດ​ຖະໜາອັນ​ແຮງ​ກ້າ ໃນ​ການ​ເຮັດ​ໃຫ້​ປະຊາ​ຄົມ​
ອາ​ຊຽນ ກາຍເປັນຄວາມຈິງຂຶ້ນມາ​ ພາຍ​ໃນ​ປີ2015 ນັ້ນ.
ການ​ຊອກ​ສະ​ແຫວ​ງຫາ​ການ​ເປັນ​ພາຄີ​ດ້ານ​ເສດຖະກິດ​ໃນ
​ພາກ​ພື້ນ ​ແມ່ນ​ນຶ່ງ​ ​ແມ່ນ​ແຕ່ສຳນັກງານ​ເລຂາທິການ​ໃຫຍ່
​ຂອງ​ກຸ່ມ​ອາ​ຊຽນກໍຮັບ​ຮູ້​ວ່າ ​ຍັງ​ເປັນ​ສິ່ງ​ທ້າ​ທາຍທ່າມກາງ
ສະພາບ​ການ​ທີ່​ບໍ່​ແນ່ນອນຂອງ​ໂລກ.

ສຸລຕານ Hassanal Bolkiah ​ແຫ່ງ​ບຣູນາຍ ຊຶ່ງ​ເປັນ​ເຈົ້າ
ພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດດັ່ງກ່າວໄຂ​ກອງ​ປະຊຸມ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ໄດ້​ທຳ
ຄວາມ​ຄືບໜ້າ​ແດ່​ແລ້ວ​ໄປ​ສູ່​ເປົ້າ​ໝາຍຂອງ​ກຸ່ມ​ອາ​ຊຽນ ​ໃນ​ການ​ຮວມກັນ​ເຂົ້າ​ເປັນ​ກຸ່ມ​ເສດຖະກິດ​ຂອງ 10 ປະ​ເທດ​ ໃນ​ພາກ​ພື້ນ ​ອັນ​ມີ​ປະ​ເທດ​ມຽນມ້າ ບຣູ​ໄນ ກຳປູ​ເຈຍ ລາວ ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ຟີ​ລິບ​ປິນ ສິງກະ​ໂປ ​ໄທ ​ແລະ​ຫວຽດນາມ ອີກ 2 ປີ ຕັ້ງ​ແຕ່​ດຽວ​ນີ້​ໄປ ຊຶ່ງ​ສຸລຕານ Bolkia ຊົງກ່າວ​ດັ່ງນີ້:

​“ແຕ່​ຖ້າ​ເວົ້າ​ຮວມ​ແລ້ວ ພວກ​ເຮົາ​ຈະ​ຕ້ອງ​ສືບ​ຕໍ່​ສະ​ແດງ​ຄວາມ​ຕົກລົງໃຈ​
ທາງ​ດ້ານ​ການ​ເມືອງ​ ໃນ​ການ​ກະທຳ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ເຮົາ​ສາມາດ​
ເພື່ອໃຫ້​ເປົ້າໝາຍ​ຕ່າງໆ​ຂອງ​ປະຊາ​ຄົມ ​ກາຍ​ເປັນ​ຈິງ​ພາຍໃນ​ປີ 2015 ນັ້ນ.”


​ເລື້ອງ​ໃຫຍ່​ອີກ​ເລື້ອງ​ນຶ່ງ ​ສຳລັບ​ກຸ່ມ​ອາ​ຊຽນ​ ກໍ​ຄື​ກົດ​ຄວາມ​ປະພຶດ​ໃນ​ການ​ເດີນ​ເຮືອ. ອັນນີ້​ແມ່ນ​ເພ່ງ​ເລັງ​ໃສ່​ບັນຫາ​ຂັດ​ແຍ້​ງ​ເລື້ອງ​ເຂດ​ນ້ຳ​ແດນ​ດິນ​ ຊຶ່ງ​ພົວພັນຈີນ​ກັບຫຼາຍ​ ປະ​ເທດສະມາຊິກ​ອື່ນໆຂອງ​ກຸ່ມ ກ່ຽວ​ກັບ​ການ​ເດີນ​ເຮືອ​ ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ.
ກອງ​ປະຊຸມ​ສຸດ​ຍອດເທື່ອກ່ອນ​ນັ້ນ ໃກ້​ຈະຕົກ​ຢູ່​ໃນ​ສະພາບ ​ໃນອັນ​ທີ່ພວກ​ນັກວິ​ເຄາະ
ເຫດ​ການ​ເວົ້າ​ວ່າ ການລະ​ເບີດ​ທາງ​ການ​ທູດ ​ເວລາ​ບັນຫາ​ເລື້ອງ​ການ​ເດີນ​ເຮືອ​ທາງ​ທະເລ​ຂັດຂວາງ​ບໍ່​ໃຫ້​ມີ​ການ​ອອກ​ຖະ​ແຫຼ​ງການ​ຮ່ວມ​ນັ້ນ.

​ໃນ​ສັບປະດາ​ນີ້ ທ່ານ Hua Chunying ​ໂຄສົກ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ​ຈີນໄດ້​ກ່າວ​ຢ່າງ​ຈະ​ແຈ້ງ ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ ທີ່​ກຸງ​ປັກ​ກິ​ງວ່າ ​ໄດ້​ມີການ​ໂອ້​ລົມ​ສົນທະ ນາ​ກັນ​ກ່ຽວ​ກັບ​ວິ​ກິດ​ການດ້ານ​ການ​ເງິນທີ່​ບັນດາ​ປະ​ເທດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ປະ​ເຊີນ​ໜ້າ​ນັ້ນ ບໍ່​ແມ່ນບັນຫາ​ຂັດ​ແຍ້​ງ​ເລື້ອງ​ເຂດ​ນ້ຳ​ແດນ​ດິນ ຄວນ​ຈະ​ເປັນບຸລິມະສິດ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ອາ​ຊຽນ​ໃນ​ປີ​ນີ້.

ASEAN Summit
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG