ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອາຊ່ຽນ ແນໃສ່ ຟື້ນຟູ ເອກກະພາບ ຢູ່ກອງປະຊຸມ ສຸດຍອດ


ພວກຄົນງານ ພວມກະກຽມບ່ອນຈັດກອງປະຊຸມສຸດຍອດ ຂອງສະມາຄົມອາຊ່ຽນ ທິ່ສຳນັກງານໃໝ່ ຂອງນາຍົກລັດຖະມົນຕີບຣູນາຍ ທີ່ Bandar Seri Begawan (23 ເມສາ 2013)
ພວກຄົນງານ ພວມກະກຽມບ່ອນຈັດກອງປະຊຸມສຸດຍອດ ຂອງສະມາຄົມອາຊ່ຽນ ທິ່ສຳນັກງານໃໝ່ ຂອງນາຍົກລັດຖະມົນຕີບຣູນາຍ ທີ່ Bandar Seri Begawan (23 ເມສາ 2013)
ພວກຜູ້ນຳຂອງປະເທດຕ່າງໆ ໃນເຂດເອເຊຍຕາເວັນອອກສຽງ
ໃຕ້ ໄປເຕົ້າໂຮມກັນທີ່ປະເທດບຣູນາຍ ໃນວັນພຸດມື້ນີ້ ເພື່ອເຂົ້າ
ຮ່ວມກອງປະຊຸມສຸດຍອດປະຈຳປີ ຂອງສະມາຄົມບັນດາປະຊາ
ຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫລືອາຊ່ຽນ. ອົງການ
ຈັດຕັ້ງລະດັບພູມີພາກດັ່ງກ່າວພວມຫາທາງກ້າວໄປຂ້າງໜ້າກັບ
ແຜນການຮວມໂຕ ທາງດ້ານເສດຖະກິດ ແລະປົວແປງຄວາມ
ແຕກແຍກທີ່ເກີດຈາກບັນຫາຂັດແຍ້ງເລື່ອງເຂດນໍ້າແດນດິນກັບ
ຈີນຢູ່ໃນເຂດທະເລຈີນໃຕ້. ຜູ້ສື່ຂ່າວວີໂອເອ Daniel Schearf
ມີລາຍງານກ່ຽວກັບເລື່ອງນີ້ຈາກບາງກອກ ດັ່ງໄພສານຈະນຳມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.

ສະມາຄົມອາຊ່ຽນໄດ້ກຳນົດເສັ້ນຕາຍໃນການສ້າງຕັ້ງປະຊາຄົມ
ເສດຖະກິດ ຄ້າຍຄືກັນກັບສະຫະພາບຢູໂຣບ ໃສ່ທ້າຍປີ 2015.

ເຖິງແມ່ນວ່າບັນດາປະເທດຕ່າງໆໄດ້ທຳການຫຼຸດຜ່ອນພາສີຫຼາຍ
ຢ່າງ ໃນຄວາມຄາດຫວັງ ກ່ຽວກັບການຮວມໂຕດັ່ງກ່າວກໍຈິງ ແຕ່ ພວກນັກວິເຄາະບາງຄົນກໍຍັງມີຄຳຖາມຢູ່ວ່າ ຂົງເຂດທີ່ວ່ານີ້ໄດ້ກຽມພ້ອມຢ່າງເຕັມທີ່ແລ້ວຫຼື ບໍ່ ເພື່ອຮັບມືກັບການຫຼັ່ງໄຫຼໄປມາ ຢ່າງເສລີຫຼາຍຂຶ້ນ ຂອງສິນຄ້າ ການບໍລິການ ແລະແຮງ ງານ.

ທ່ານ Rodolfo Severino ຊຶ່ງເປັນອະດີດເລຂາທິການໃຫຍ່ ຂອງສະມາຄົມອາຊ່ຽນ ແລະ
ເວລານີ້ເປັນຫົວໜ້າສູນກາງການສຶກສາກ່ຽວກັບອາຊ່ຽນ ຂອງສະຖາບັນສຶກສາເອເຊຍຕາ ເວັນອອກສຽງໃຕ້ທີ່ສິງກະໂປ ໄດ້ກ່າວເຕືອນຕໍ່ພວກທີ່ເວົ້າວ່າ ການຮວມໂຕທາງດ້ານເສດ ຖະກິດໄດ້ມີການເຄື່ອນໄຫວຊ້າໂພດ.

ທ່ານ Severino ເວົ້າວ່າ “ບາງຄົນແມ່ນບໍ່ມີຄວາມອົດທົນເລີຍ. ເຂົາເຈົ້າຖືວ່າ ສະມາ ຄົມອາຊ່ຽນ ຄວນຫັນປ່ຽນໃນທັນທີ ຂັ້ນຕອນຕ່າງໆພາຍໃນປະເທດ ເພື່ອໃຫ້ບັນລຸ ການຮວມໂຕທາງດ້ານເສດຖະກິດ. ເລື້ອງນີ້ແມ່ນຍັງຈະບໍ່ເກີດຂຶ້ນເທື່ອ.”

ກຳປັ່ນລົບ ຈາກກອງທັບເຮືອຈີນ
ກຳປັ່ນລົບ ຈາກກອງທັບເຮືອຈີນ


ບັນດາປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ຕ່າງກໍມີເສດຖະກິດເຕີບໂຕຢ່າງເຂັ້ມ ແຂງທັງໆທີ່ເສດຖະກິດຂອງໂລກມີການຊັກຊ້າລົງ. ແຕ່ມີຄວາມວິຕົກກັງວົນວ່າ ບັນດາປະ ເທດທີ່ພັດທະນາແລ້ວຫຼືມີຄວາມຈະເລີນແລ້ວຂອງຂົງເຂດ ເຊັ່ນສິງກະໂປແລະບຣູນາຍ ຈະ ສາມາດຮວມໂຕຢ່າງສຳເລັດຜົນ ເຂົ້າກັບປະເທດຕ່າງໆ ທີ່ຫາກໍເປີດກວ້າງ ເມື່ອໄວໆມານີ້ ໃຫ້ແກ່ການລົງທຶນຈາກພາຍນອກແລະການຄ້າຕ່າງປະເທດ ເຊັ່ນ ສປປ ລາວ ແລະມຽນມາ ນັ້ນໄດ້ຢ່າງສໍາເລັດຜົນຫລືບໍ່?

ນອກນັ້ນແລ້ວ ສະມາຊິກອື່ນໆຂອງສະມາຄົມອາຊ່ຽນ ແມ່ນຍັງຮວມທັງກຳປູເຈຍ ອິນໂດເນ ເຊຍ ມາເລເຊຍ ຟີລິບປິນ ໄທ ແລະຫວຽດນາມ.

ພ້ອມດຽວກັນນີ້ຍັງເປັນທີ່ຄາດກັນວ່າ ພວກຜູ້ນຳຂອງສະມາຄົມອາຊ່ຽນຈະທຳການປົວແປງ ຄວາມແຕກແຍກ ທີ່ໂຜ່ຂຶ້ນມາ ໃນລະຫວ່າງກອງປະຊຸມສຸດຍອດປີກາຍ ທີ່ນະຄອນຫຼວງພະ ນົມເປັນ.

ກຳປູເຈຍ ຊຶ່ງເປັນປະເທດເຈົ້າພາບ ໄດ້ເຂົ້າຂ້າງຈີນ ເພື່ອປ້ອງກັນບໍ່ໃຫ້ມີການຮັບຮອງເອົາ ຖະແຫຼງການ ສະແດງຄວາມເປັນຫ່ວງກັງວົນ ກ່ຽວກັບການອ້າງກຳມະສິດ ແບບຫ້າວຫານ ຂອງປັກກິ່ງ ເອົາເຂດນໍ້າແດນດິນໃນທະເລຈີນໃຕ້.

ນັ້ນແມ່ນເທື່ອທຳອິດ ໃນປະຫວັດສາດ 45 ປີ ຂອງສະມາຄົມອາຊ່ຽນທີ່ບໍ່ສາມາດ ອອກຖະ ແຫຼງການຂອງປະທານວຽນ ທີ່ກ່າວເຖິງຄວາມເປັນເອກກະພາບຂອງສະມາຄົມ.

ຈີນ ໄດ້ອ້າງເອົາກຳມະສິດເກືອບທັງໝົດ ຢູ່ໃນທະເລຈີນໃຕ້ ຊຶ່ງເຮັດໃຫ້ຈີນມີການຂັດແຍ້ງ ໃນການອ້າງເອົາກຳມະສິດກວມກັນກັບໄຕ້ຫວັນຕະຫຼອດທັງບຣູນາຍ ມາເລເຊຍ ຟີລິບປິນ ແລະຫວຽດນາມ.

ທ່ານປຣະພາດ ເທບຊາຕຣີ ແມ່ນຜູ້ອຳນວຍການ ສູນກາງສຶກສາກ່ຽວກັບອາຊ່ຽນທີ່ມະຫາວິ ທະຍາໄລທຳມະສາດຂອງໄທ ຢູ່ທີ່ບາງກອກ.

ທ່ານປຣະພາດເວົ້າວ່າ “ປີກາຍນີ້ ແມ່ນເປັນການຖອຍຫຼັງ ຂອງອາຊ່ຽນ ຖ້າເວົ້າເຖິງ
ເລື່ອງການແຕກແຍກ. ແຕ່ໃນປີນີ້ ດັ່ງທີ່ພວກເຮົາມອງເຫັນ ຈາກຜົນຂອງກອງປະ ຊຸມລັດຖະມົນຕີການຕ່າງປະເທດອາຊ່ຽນ ທີ່ກະກຽມ ສໍາລັບກອງປະຊຸມສຸດຍອດ
ນັ້ນ ພວກເຮົາສາມາດມອງເຫັນໄດ້ວ່າສະມາຄົມອາຊ່ຽນໄດ້ເອົາທ່າທີຮ່ວມກັນອີກ ຄັ້ງນຶ່ງ.”


ລັດຖະມົນຕີການຕ່າງປະເທດອາຊ່ຽນທີ່ປະຊຸມກັນຢູ່ບຣູນາຍໃນຕົ້ນເດືອນນີ້ໄດ້ຕົກລົງທີ່ຈະ
ທຳການເຈລະຈາກັບຈີນ ກ່ຽວກັບກົດການປະພຶດໃນເຂດທະເລຈີນໃຕ້.

ຈີນ ໄດ້ຢືນຢັນການອ້າງເອົາກຳມະສິດຂອງຕົນໃນເຂດທະເລຈີນໃຕ້ທີ່ອຸດົມສົມບູນໄປດ້ວຍ ແຮ່ທາດ ນໍ້າມັນແລະພື້ນທີ່ໃນການປະມົງນັ້ນ ດ້ວຍການລາດຕະເວນເພີ້ມຂຶ້ນ ແລະໃຫ້ການ ຄຸ້ມກັນເຮືອຫາປາຂອງຕົນ. ການແລ່ນເຂົ້າໄປໃນເຂດດັ່ງກ່າວ ໂດຍກໍາປັ່ນຂອງຈີນ ເປັນປະ ຈຳນັ້ນ ພາໃຫ້ເກີດຄວາມເຄັ່ງຕຶງຂຶ້ນຢູ່ໃນຂົງເຂດ.

ສະມາຄົມອາຊ່ຽນ ຕ້ອງການຢາກໃຫ້ມີຂໍ້ຕົກລົງ ທີ່ມີຜົນບັງຄັບທາງດ້ານກົດໝາຍ ເພື່ອປ້ອງ ກັນບໍ່ໃຫ້ມີການເຄື່ອນໄຫວ ແບບຫ້າວຫານເຊັ່ນນັ້ນ. ຂໍ້ຕົກລົງທີ່ວ່ານີ້ ຈະນຳມາໃຊ້ແທນຄຳ ໝັ້ນສັນຍາ ທີ່ມີມາເປັນເວລາ 10 ປີ ຂອງບັນດາປະເທດທີ່ອ້າງກຳມະສິດທັງຫຼາຍທີ່ວ່າຈະບໍ່ ກໍ່ໃຫ້ເກີດບັນຫາຂັດແຍ້ງນັ້ນ ຊຶ່ງຄໍາໝັ້ນສັນຍາດັ່ງກ່າວເອີ້ນກັນວ່າຄຳປະກາດກ່ຽວກັບການ ປະຕິບັດ.

ແຜນທີ່ເຂດທະເລຈີນໃຕ້ ທີ່ມີການຂັດແຍ້ງກັນ
ແຜນທີ່ເຂດທະເລຈີນໃຕ້ ທີ່ມີການຂັດແຍ້ງກັນ


ເຖິງແມ່ນຍັງເກີດຄວາມເຄັ່ງຕຶງຢູ່ຕໍ່ມາ ກ່ຽວກັບການອ້າງເອົາກຳມະສິດກໍຕາມ ແຕ່ພວກນັກ ວິເຄາະດ້ານການເມືອງກ່າວວ່າ ບຣູນາຍ ຊຶ່ງເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດ ອາຊ່ຽນຄັ້ງນີ້ ມີທ່າທາງວ່າ ຈະກັບຄືນໄປສູ່ການມີຄວາມເຫັນຢ່າງເປັນເອກກະສັນກັນ ຄືແຕ່ ກ່ອນ ແລະແທນທີ່ຈະເພັ່ງເລັງໃສ່ແຕ່ຂໍ້ຕົກລົງ ທີ່ພົວພັນກັບເລື່ອງເສດຖະກິດແລະການຄ້າ.

ເຖິງແມ່ນວ່າ ກອງປະຊຸມສຸດຍອດຂອງສະມາຄົມອາຊ່ຽນທີ່ກຳປູເຈຍປີກາຍນີ້ໄດ້ຮັບຄວາມ ເສຍຫາຍຈາກຄວາມເຄັ່ງຕຶງກັບຈີນກໍຕາມ ແຕ່ກໍມີຜົນສຳເລັດຢ່າງນຶ່ງ ຊຶ່ງກໍຄືຂໍ້ລິເລີ້ມການ ຄ້າເສລີ ທີ່ເອີ້ນວ່າ ພາຄີເສດຖະກິດຮອບດ້ານປະຈຳພູມີພາກ ເອີ້ນຫຍໍ້ວ່າ RCEP.

ກຸ່ມພາຄີ RCEP ນີ້ ແມ່ນຖືວ່າເປັນຄູ່ແຂ່ງກັບພາຄີຂ້າມມະຫາສະມຸດປາຊີຟິກທີ່ເອີ້ນຫຍໍ້ວ່າ TPP ພາຍໃຕ້ການນຳພາຂອງສະຫະລັດ ເພາະວ່າ ມີສະມາຊິກອາຊ່ຽນ ຮວມຢູ່ໃນທັງສອງ ກຸ່ມພາຄີ ເປັນຕົ້ນແມ່ນບຣູນາຍ ມາເລເຊຍ ສິງກະໂປ ແລະຫວຽດນາມ ພ້ອມທັງອອສເຕຣ ເລຍ ນິວຊີແລນ ຍີ່ປຸ່ນ ແລະເກົາຫຼີໃຕ້ນໍາ.

ແຕ່ແຕກຕ່າງຈາກ TPP ກຸ່ມພາຄີ RCEP ແມ່ນມີຈີນຮວມຢູ່ນຳຊຶ່ງເປັນປະເທດທີ່ມີເສດຖະ ກິດໃຫຍ່ເປັນອັນດັບສອງຂອງໂລກ ແລະເປັນປະເທດຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງອາຊ່ຽນ.

ນັກວິເຄາະການເມືອງປຣະພາດ ເທບຊາຕຣີ ບໍ່ໄດ້ໃຫ້ຄວາມສຳຄັນໃດໆຕໍ່ຄໍາສະເໜີແນະທີ່ ວ່າ ພາຄີການຄ້າຄູ່ແຂ່ງທັງສອງ ແມ່ນຕົວແທນໃນການເຮັດສົງຄາມການຄ້າ ລະຫວ່າງຈີນ ກັບສະຫະລັດ.

ທ່ານປຣະພາດເວົ້າວ່າ “ພວກທ່ານສາມາດມອງເຫັນໄດ້ວ່າ ສະຫະລັດ ແມ່ນແກນນຳ ຂອງກຸ່ມພາຄີ TPP ແມ່ນຜູ້ນຳຂອງກຸ່ມ TPP. ເລື້ອງນີ້ແມ່ນຈະແຈ້ງທີ່ສຸດ. ແຕ່ກຸ່ມ ການຄ້າເສລີອາຊ່ຽນນັ້ນແມ່ນຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າຈີນຈະເປັນຜູ້ນຳຂອງ ກຸ່ມດັ່ງກ່າວ ແຕ່ເວລານີ້ ແມ່ນອາຊ່ຽນເປັນແກນນຳ. ອາຊ່ຽນ ຈະເປັນຜູ້ນັ່ງຕັ່ງຄົນ
ຂັບຂອງກຸ່ມການຄ້າເສລີອາຊ່ຽນ ຫລື ASEAN FTA.”


ກຸ່ມພາຄີ RCEP ຫລືພາຄີເສດຖະກິດຮອບດ້ານປະຈຳພູມີພາກ ແມ່ນປະກອບດ້ວຍບັນດາ ປະເທດຕ່າງໆທີ່ມີພົນລະເມືອງຮວມກັນທັງໝົດ 3 ພັນລ້ານຄົນໂດຍມີຍອດຜະລິດຮວມພາຍ ໃນ ຫຼືຈີດີພີປະມານ 20 ພັນຕື້ໂດລາ. ຂໍ້ຕົກລົງທີ່ວ່ານີ້ ຈະກວມເອົາການຄ້າຂາຍສິນຄ້າແລະ ການບໍລິການ ຂັ້ນຕອນໃນການແກ້ໄຂບັນຫາຂັດແຍ້ງຕ່າງໆ ການປົກປ້ອງຄຸ້ມຄອງສິດທິ ທາງດ້ານສະຕິປັນຍາ ແລະບັນຫາອື່ນໆນຳດ້ວຍ.
XS
SM
MD
LG