ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາໆຊາດ ຮຽກຮ້ອງໃຫ້ ບັນດາປະເທດໃນອາຊ່ຽນ ຊ່ວຍເຫຼືອຊາວອົບພະຍົບ


Southeast Asian Countries Close Doors to Migrant Boats
please wait

No media source currently available

0:00 0:02:01 0:00

ຊົມລາຍງານ ກ່ຽວກັບ ຊາວອົບພາຍົບທາງເຮືອຈາກ ມຽນມາ ແລະ ບັງກະລາແດັສ

ອົງການຂ້າຫຼວງໃຫຍ່ຝ່າຍຜູ້ລີ້ໄພຂອງ​ສະຫະ​ປະຊາ​ຊາດ ​ແລະ ກຸ່ມ​ມະນຸດສະທຳ ​ໄດ້ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ເປີດ​ປະຕູ​ຮັບເອົາຊາວ​ອົບ​ພະຍົບ ຫຼາຍພັນຄົນຈາກ​ມຽນມາ ​ແລະ ບັງກະລາ​ແດັສ ຂື້ນຈາກທະເລ ເຊິ່ງ​ເຊື່ອ​ວ່າ​ກຳລັງ​ຕິດຄ້າງ​ຢູ່​ເທິງ​ເຮືອ​ໂດກ​ເກົ່າ​ໆໃນ​ ທະ​ເລ ອັນ​ດາ​ມັນ ​ແລະ ຊ່ອງ​ແຄບ Malacca ຢູ່​ນອກ​ມະຫາ​ສະໝຸດ​ອິນ​ເດ​ຍ. ມີ​ຊາວ​ອົບ​ພາ​ຍົບ​ທາງເຮືອ​ຈຳນວນ​ເກືອບ ​2000 ກວ່າ​ຄົນ​ ໄດ້​ຮັບ​ການ​ຊ່ວຍ​ເຫຼື​ອ ຫຼືບໍ່​ກໍ​ໄດ້ລອຍນ້ຳ​ເຂົ້າຝັ່ງ ປະ​ເທດ​ ອິນ​ໂດ​ເນ​ເຊຍ ​ແລະ ມາ​ເລ​ເຊຍ ເມື່ອ​ຕົ້ນ​ສັບ​ປະ​ດາຜ່ານ​ມາ​ນີ້, ​ເຮັດ​ໃຫ້​ທົ່ວໂລກເກີດ​ມີ​ຄວາມ​ສົນ​ໃຈ​ຕໍ່ຊະຕາກຳ
ຂອງພວກເຂົາເຈົ້າ. ຜູ້​ສື່​ຂ່າວວີ​ໂອ​ເອ Zlatica Hoke ມີລາຍ​ງານ ຊຶ່ງ​ ພຸດທະ​ສອນ ຈະ​ນຳເອົາ​ລາຍ​ລະອຽດ​ ​ມາສະ​ເໜີ​ທ່ານ.

ພວກຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍ ທີ່ອິດເມື່ອຍ ທີ່​ເດີນທາງມາ​ ເຕັມ​ເຮືອຫຼາຍໆ​ລຳ ກຳລັງລ່ອງລອຍຢູ່ນອກຊາຍຝັ່ງຂອງ ປະເທດ ອິນໂດເນເຊຍ, ມາເລເຊຍ ແລະ ໄທ ​ໃນຄວາມຫວັງວ່າ ຈະ​ໄດ້ຂຶ້ນຝັ່ງ. ​ເຖິງ​ແມ່ນພວກເຂົາ​ເຈົ້າອາດຈະໄດ້ຮັບອາຫານ ແລະນ້ຳ, ທີ່ຖິ້ມລົງມາທາງອາກາດ ຈາກປະເທດເຫລົ່ານີ້ກໍ​ຕາມ ແຕ່ວ່າພວກເຂົາ​ເຈົ້າ ກໍ່ຖືກຜັກດັນ
ອອກໄປສູ່​ທະ​ເລ ໄກຂຶ້ນ​ເລື້ອຍໆ ໂດຍຫວັງຢາກໃຫ້ ຄົນອື່ນຮັບເອົາພວກເຂົາໄປ ດັ່ງ​ທີ່​ນາຍ​ພົນ​ປະ​ຢຸດ ຈັນ​ໂອຊາ ນາຍົກ ລັດຖະມົນຕີ​ໄທ ​ໄດ້​ມີ​ຄວາມ​ເຫັນ​ວ່າ:

ນາຍ​ພົນ​ປະ​ຢຸດ ກ່າວ​ວ່າ “ພວກທ່ານຄິດວ່າ ເຮົາຈະສາມາດຮັບເອົາ ທັງໝົດ 3,000 – 4000 ຄົນໄດ້ຫວາ? ພວກເຮົາຕ້ອງ​ໄດ້ຊອກຫາ ສະຖານທີ່ໃຫ້ພວກເຂົາເຈົ້າຢູ່ ​ໃນຂະນະທີ່ຕ້ອງດຳເນີນການ​ເຂົາ​ເຈົ້າ ​ໄປຕາມຂັ້ນຕອນທາງກົດໝາຍ. ນີ້ແມ່ນພຽງ
ແຕ່ເປັນ ມາດຕະການຊົ່ວ ຄາວ ບໍ່ແມ່ນທີ່ພັກຖາວອນ ທີ່ຢູ່ໄດ້ຈົນຮອດ 10–20 ປິ. ກໍພຽງແຕ່ ຫວັງວ່າ ພວກເຂົາຈະພາກັນໜີໄປ ຫຼື ມີຄົນອື່ນມາຮັບ​ເອົາພວກເຂົາ ເຈົ້າໄປ ​ເທົ່າ​ນັ້ນ​ແຫຼະ.”

ຊາວອົບພາຍົບສ່ວນໃຫຍ່ແມ່ນຊົນເຜົ່າ ໂຣຮິງຢາ, ເຊິ່ງເປັນຊົນເຜົ່າ Muslim ສ່ວນນ້ອຍ ທີ່ບໍ່ມີສັນຊາດມາຈາກ ມຽນມາ ​ເຊັ່ນ​ທ້າວ Muhammed Husein ທີ່​ໄປ​ຕົກ​ຢູ່​ແຂວງ ອາ​ເຈ ປະ​ເທດ​ ອິນ​ໂດ​ເນ​ເຊຍ.

ທ້າວ Muhammed Husein ​ເວົ້າ​ວ່າ “ຖ້າພວກເຮົາຈະກັບໄປປະ ເທດຂອງພວກເຮົາ ເຊິ່ງປະຊາຊົນສ່ວນໃຫຍ່ແມ່ນນັບຖືສາສະໜາ ພຸດນັ້ນ, ພວກເຮົາກໍກັບໄປບໍ່ໄດ້ ແລະພວກເຮົາກໍ່ຄິດວ່າ ມີແຕ່ປະເທດ ມາເລເຊຍ ແລະ ອິນໂດເນເຊຍ ເທົ່ານັ້ນ ທີ່ເໝາະສົມ ກັບພວກເຮົາ, ເຊິ່ງທັງສອງປະເທດກໍ່ແມ່ນນັບຖືສາສະໜາ Muslim ເປັນສ່ວນໃຫຍ່. ພວກເຮົາຢາກເຂົ້າໄປປະເທດ ມາເລເຊຍ ແຕ່ວ່າບໍ່ໄດ້ ຮັບອະນຸຍາດ ໃຫ້ເຂົ້າໄປໄດ້, ດັ່ງນັ້ນ ພວກເຮົາຈະອາໄສຢູ່ ອິນໂດເນເຊຍ, ພວກເຮົາ ພຽງແຕ່ຢາກມີຊີວິດຢູ່ ເທົ່ານັ້ນ.”

ແຕ່ວ່າປະເທດ ອິນໂດເນເຊຍກໍ່ບໍ່ຢາກຮັບເອົາຊາວອົບພະຍົບຕື່ມ​ອີກ ເຊັ່ນກັນ. ແລະ ປະເທດໄທ ກໍ່ໄດ້ປາບປາມພວກລັກລອບ​ເອົາຄົນເຂົ້າ ປະເທດຢ່າງຜິດກົດໝາຍ, ເຊິ່ງມັກນຳເອົາພວກອົບພະຍົບ ເຂົ້າມາ ທາງບົກ. ດັ່ງນັ້ນ ຈຶ່ງເຮັດໃຫ້ມີຫຼາຍຄົນຕົກ​ຄ້າງ​ ແລະລ່ອງລອຍຢູ່ໃນ ທະເລ, ​ໃນ​ສະພາບ​ທີ່ອິດເມື່ອຍ, ບໍ່ສະບາຍ ແລະ ຫິວໂຫຍ. ແລະ ກໍ່ມີຫຼາຍຄົນໄດ້ເສຍຊີວິດ ໄປແລ້ວ ຫຼືບໍ່ກໍ່ຈົມນ້ຳຕາຍ.

ອົງການສະຫະປະຊາຊາດ ກຳລັງຮຽກຮ້ອງໃຫ້ມີການປະສານ​ງານ​ກັນ ຊອກຄົ້ນຫາ ແລະ ກູ້ໄພຮ່ວມກັນ ຢູ່ທະເລ.

ທ່ານ Stephane Dujarric ​ໂຄສົກ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ “ທ່ານເລຂາທິການໃຫຍ່ ໄດ້ຮຽກຮ້ອງໃຫ້ບັນດາ ລັດຖະບານ ຮັບປະກັນວ່າ ພັນທະໃນການກູ້ໄພທາງທະເລ ແມ່ນ​ໄດ້​ຮັບ​ການ​ປະຕິບັດ​ຕາມ ກໍ​ຄື ການຫ້າມ
ບໍ່ໃຫ້ຂັບໄລ່ຊາວອົບພະຍົບໜີ. ນອກ​ນັ້ນ ທ່ານ​ຍັງຮຽກຮ້ອງບັນດາລັດຖະບານ
ຕື່ມອີກວ່າ ໃຫ້ອຳນວຍ ຄວາມສະດວກໃນການນຳ​ເອົາພວກເຂົາ​ເຈົ້າ ຂຶ້ນຝັ່ງໃຫ້
ເໝາະສົມກັບ ເວລາ ແລະ ໃຫ້ເປີດດ່ານຊາຍແດນ ແລະ ທ່າເຮືອໄວ້.”

ສະຫະລັດ ອາເມຣິກາ ກໍ່ໄດ້ຮຽກຮ້ອງໃຫ້ບັນດາປະເທດໃນ ອາຊີ ຊ່ວຍຊີວິດພວກຊາວ ອົບພະຍົບໄວ້ ເຊັ່ນກັນ.

ທ່ານ Jeff Rathke ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ “ນີ້ແມ່ນການທ້າ​ທາຍອັນຮີບດ່ວນລະດັບພາກພື້ນ ເຊິ່ງຕ້ອງໄດ້ມີ ການແກ້ໄຂໃນລະດັບພາກພື້ນ, ໂດຍຜ່ານການປະສານງານຂອງນາໆ​ຊາດ.”

ປະເທດໄທ ໄດ້ຮຽກຮ້ອງໃຫ້ມີ ການປະຊຸມລະດັບພາກພື້ນ ໃນວັນທີ 29 ​ເດືອນພຶດສະພານີ້ ເພື່ອປຶກສາຫາລືບັນຫາຊາວອົບພະຍົບ ດັ່ງກ່າວ.

((INTRO))
[[ The United Nations refugee agency and humanitarian groups are urging southeast Asian countries to open their doors to thousands of desperate refugees from Myanmar and Bangladesh, believed to be stuck in rickety vessels in the Andaman Sea and Strait of Malacca off the Indian Ocean.Nearly 2,000 boat people were rescued or swam to Indonesia and Malaysia earlier this week, drawing attention to their plight.Zlatica Hoke reports.]]

((NARRATOR))
Boatloads of exhausted men, women and children are drifting in the waters off the coasts of Indonesia, Malaysia and Thailand, hoping to disembark.While they may get food and water air-drops from these countries, they are increasingly pushed away in the hope that someone else will take them in.

((GENERAL PRAYUTH CHAN-OCHA,THAI PRIME MINISTER(in Thai) ))
"Do you think we can take on 3,000-4,000 people? We have to find space for them while they go through legal processes. This is only a temporary measure, not a permanent shelter that would last 10-20 years. Just hope that they will leave, or someone else would take them in."

((NARRATOR))
The majority of migrants are ethnic Rohingya, a stateless Muslim minority from Myanmar.

((MUHAMMAD HUSEIN, MIGRANT IN ACEH, INDONESIA(in Bahasa Malaysia) ))
"If we go back to our country there is a Buddhist majority, so we cannot go back and we think only Malaysia and Indonesia are suitable as they have a Muslim majority. We wanted to enter Malaysia but we were not allowed, so we will stay in Indonesia, we just want to live."

((NARRATOR))
But Indonesia does not want any more refugees either.And Thailand has cracked down on smugglers who bring migrants by land. So many are left drifting at sea, exhausted, sick or starving. Many have died or drowned.

The United Nations is calling for a coordinated search and rescue effort at sea.

((STEPHANE DUJARRIC, SPOKESMAN FOR THE U.N. SECRETARY GENERAL))
"The secretary-general urges governments to ensure that the obligation of rescue at sea is upheld and the prohibition on refoulement ((expulsion of refugees))is maintained. He also urges governments to facilitate timely disembarkation and keep their borders and ports open."

((NARRATOR))
The United States also has called on Asian countries to save lives.

((JEFF RATHKE, STATE DEPARTMENT SPOKESMAN))
"This is an urgent regional challenge that needs to be addressed regionally, through a coordinated international effort."

((NARRATOR))
Thailand has called for a regional meeting on May 29 to discuss the migrant issue.

XS
SM
MD
LG