ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ລັດຖະບານຊູດານໃຕ້ ຍຶດເອົາເມືອງຍຸດທະສາດ ຄືນ (ວີດີໂອ)


ທ່ານ Philip Aguer ໂຄສົກກອງທັບຊູດານໃຕ້
ທ່ານ Philip Aguer ໂຄສົກກອງທັບຊູດານໃຕ້
ລັດຖະບານ​ຊູ​ດານ​ໃຕ້​ກ່າວ​ວ່າ ກຳລັງ​ຂອງ​ຕົນ​ ​ຍຶດ​ເອົາ​ເມືອງ
Bor ຄືນໄດ້ແລ້ວ ຊຶ່ງເປັນ ​ເມືອງ​ຍຸດ​ທະ​ສາດ​ທີ່​ໄດ້​ປ່ຽນ​ມື​ກັນ​
ຄອບ​ຄອງ​ມາ​ຫຼາຍ​ຄັ້ງ ນັບ​ແຕ່​ການ​ສູ້​ລົບ​ກັນລະຫວ່າງ​ ກຳລັງ
ຝ່າຍ​ລັດຖະບານ​ແລະ​ຝ່າຍ​ຕໍ່ຕ້ານ​ລັດຖະບານ ໄດ້​ເລີ້ມ​ຂຶ້ນ​ມາ
​ຕັ້ງ​ແຕ່​ກາງ​ເດືອນທັນ ວາ​ ຜ່ານມາ​ນີ້.

ທ່ານ Philip Aguer ​ໂຄສົກ​ກອງທັບຊູ​ດານ​ໃຕ້ ກ່າວ​ວ່າ ພວກ
ກຳລັງ​ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຊູ​ດານຫຼື SPLA ​ໄດ້​ເຂົ້າ
​ໄປ​ໃນ​ເມືອງ Bor ​ໃນ​ວັນ​ເສົາ​ວານ​ນີ້ ​ແລະ​ໄດ້​ຂັບ​ໄລ່ພວກ​ກຳລັງ
​ຝ່າຍ​ຄ້ານ​ ຈຳນວນ​ຫຼາຍ​ກວ່າ 15 ພັນ​ຄົນ​ ​ໃຫ້ພ່າຍ​ແພ້​ໄປ. ທ່ານ​
ກ່າວ​ຕື່ມ​ວ່າ ພວກ​ກອງທັບ​ໄດ້ທັບ​ມ້າງທຳລາຍ​ ອັນ​ທີ່​ທ່ານ​ກ່າວ
​ວ່າ​ແຜນການ​ຂອງຮອງ​ປະທາ ນາທິບໍດີ Riek Machar ທີ່​ຈະ​ທຳ​ການ​ໂຈມ​ຕີ​ນະຄອນ
ຫຼວງ Juba ນັ້ນ.

​ເວລາ​ນີ້ ​ຍັງ​ບໍ່​ມີ​ຄຳຖະ​ແຫຼງ​ໃດໆ​ ຈາກ​ພວກ​ນັກ​ຕໍ່ສູ້​ຝ່າຍ​ຄ້ານ​ເທື່ອ​ກ່ຽວ​ກັບ​ສະຖານະພາບ ຂອງ​ເມືອງ Bor ​ເມືອງ​ຫຼວງ​ຂອງ​ລັດJonglei ນັ້ນ.

ກຸ່ມ​ຈັດ​ຕັ້ງ​ປະ​ຈຳພາກພື້ນ​ອາ​ຟຣິກາ ທີ່​ເອີ້ນ​ກັນ​ວ່າ EGAD ​ໄດ້​ທຳ​ຄວາມ​ພະຍາຍາມ​ມາໄລຍະ​ນຶ່ງ​ແລ້ວ ເພື່ອ​ເກ້​ຍກ່ອມ​ໃຫ້​ມີ​ການຢຸດ​ຍິງ​ກັນ​ລະຫວ່າງ​ບັນດາ​ຜູ້ຕາງໜ້າ​ຂອງ​ຝ່າຍ​ລັດຖະບານ​ແລະ​ຝ່າຍ​ຄ້ານ ທີ່​ໄດ້ທຳ​ການ​ພົບ​ປະ​ຫາລື​ກັນ​ມາ​ທີ່​ປະ​ເທດ​ອີທີ​ໂອ​ເປຍນັ້ນ.

ເບິ່ງວີດີໂອ ກ່ຽວກັບອົບພະຍົບ ຈາກເມືອງ Bor



ໃນ​ວັນ​ເສົາ​ວານ​ນີ້ ທ່ານ Mabior de Garrang ຜູ້​ເຈລະຈາຂອງ​ຝ່າຍ​ຄ້ານ ກ່າວ​ວ່າ ຝ່າຍ​ຄ້ານ​ໄດ້​ຕົກລົງ​ເຫັນ​ດີ​ນຳ​ແຜນການ​ສະບັບ​ນຶ່ງ ​ແລະເຕັມ​ໃຈ​ທີ່ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຢຸດ​ຍິງກັນ​ ໃນອີກ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້.

ອົງການ​ຂ່າວ​ຝຣັ່ງ ກ່າວ​ວ່າ ຜູ້​ເຈລະຈາ​ຂອງ​ລັດຖະບານ​ຊູ​ດານ​ໃຕ້ກຳລັງກຽມ​ທີ່​ຈະ​ກັບ​ຄືນ​ໄປ
​ຍັງນະຄອນຫລວງ Addis Ababa ຂອງ​ອີ​ທິ​ໂອ​ເປຍ ​ເພື່ອ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຢຸດ​ຍິງກັນນັ້ນ.

ສອງ​ຝ່າຍ​ໄດ້​ທຳ​ການ​ໂອ້​ລົມ​ເຈລະຈາ​ກັນ​ຢູ່​ອີທີ​ໂອ​ເປຍ ມາ​ເປັນ​ເວລາ​ຫຼາຍ​ສັບປະດາ ​ແຕ່​ການ​ເຈລະຈາ​ກັນ​ໄດ້​ຢຸດ​ສະ​ງັກລົງ ຍ້ອນ​ຝ່າຍ​ຄ້ານ​ຂໍ​ຮ້ອງ​ໃຫ້​ມີ​ການ​ປ່ອຍ​ໂຕ​ 11 ຄົນ ທີ່​
ໄດ້​ຖືກ​ຈັບ​ກຸມ​ ໃນ​ເວລາ​ບໍ່​ດົນ​ຫຼັງ​ຈາກມີການ​ກ່າວ​ຫາ​ວ່າ ​ມີ​ການ​ກໍ​ລັດຖະປະຫານຂຶ້ນ​ໃນ​ເດືອນ​ແລ້ວ​ນີ້.

​ເວລາ​ນີ້​ ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ໄດ້​ມີ​ການ​ແກ້​ໄຂ​ກັນ​ແບບ​ໃດ​ກ່ຽວ​ກັບ​ເລື້ອງ​ນີ້.

Fight Blocks Aid to Thousands of Displaced in South Sudan
please wait

No media source currently available

0:00 0:01:56 0:00
ລິງໂດຍກົງ
XS
SM
MD
LG