ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານາທິບໍດີ ເກົາຫຼີໃຕ້ ຫຼົບລີ້ ແລະ ຫຼີກລ່ຽງ ການສືບສວນ ຂ່າວນອງນັນ


ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ສົນທະນາກັບປະທານສະພາ ທ່ານ Chung Sye-kyun ໃນລະຫວ່າງ ການພົບປະກັນ ຢູ່ທີ່ສະພາແຫ່ງຊາດ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 8 ພະຈິກ 2016.
ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ສົນທະນາກັບປະທານສະພາ ທ່ານ Chung Sye-kyun ໃນລະຫວ່າງ ການພົບປະກັນ ຢູ່ທີ່ສະພາແຫ່ງຊາດ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 8 ພະຈິກ 2016.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ອາດຖືກພົບເຫັນວ່າ ມີຄວາມ
ຜິດ ໃນຄວາມຄິດເຫັນຂອງປະຊາຊົນ ຕໍ່ຂໍ້ກ່າວຫາ ທີ່ວ່າທ່ານນາງ ມີສ່ວນພົວພັນ ໃນ ເລື່ອງການ​ໃຊ້ອິດທິພົນ ທີ່ ເປັນ​ຂ່າວນອງ​ນັນ ແຕ່ຄະດີທາງດ້ານກົດໝາຍ ຕໍ່ທ່ານນາງ ແມ່ນກຳລັງຄືບໜ້າຢ່າງຊ້າໆ.

ພວກປະທ້ວງ ຜູ້ທີ່ສະໜັບສະໜູນ ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ພາກັນໂບກທຸງຊາດ ໃນລະຫວ່າງ ການໂຮມຊຸມນຸມ ຄັດຄ້ານການລາອອກຈາກຕຳແໜ່ງ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 17 ພະຈິກ 2016.
ພວກປະທ້ວງ ຜູ້ທີ່ສະໜັບສະໜູນ ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ພາກັນໂບກທຸງຊາດ ໃນລະຫວ່າງ ການໂຮມຊຸມນຸມ ຄັດຄ້ານການລາອອກຈາກຕຳແໜ່ງ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 17 ພະຈິກ 2016.

ທ່ານນາງ Park ໃນສັບປະດານີ້ ໄດ້ແຕ່ງຕັ້ງທະນາຍຄວາມ ທ່ານ Yoo Yeong-ha ຜູ້ທີ່ໃນທັນທີທັນໃດ ໄດ້ຫາທາງທີ່ຈະຖ່ວງເວລາ ແຜນການດຳເນີນຄະດີ ເພື່ອສອບ ຖາມທ່ານນາງ ໃນສັບປະດານີ້ ໂດຍກ່າວວ່າ ທ່ານຕ້ອງການເວລາເພື່ອກະກຽມ ແລະ ໄດ້ສະເໜີແນະວ່າ ປະທານາທິບໍດີອາດຮຽກຮ້ອງວ່າ ຄຳຖາມທັງຫຼາຍນັ້ນ ຈະສົ່ງໃຫ້
ແລະ ຕອບ ເປັນລາຍລັກອັກສອນ ໄດ້ຫຼືບໍ່ ແທນທີ່ຈະພົບກັບ ບັນດານັກສືບສວນ ສອບສວນ ​ແບບ​ເຊິ່ງໜ້າ.

ທ່ານ Yoo ກ່າວວ່າ “ການສືບສວນ ປະທານາທິບໍດີ ຄວນປະຕິບັດໃນທາງທີ່ຈະ
ເຮັດໃຫ້ ມີພາລະໜ້ອຍທີ່ສຸດ ຕໍ່ໜ້າທີ່ຂອງທ່ານນາງ ຊຶ່ງ ຂ້າພະເຈົ້າເຊື່ອວ່າ ຈະ
ເປັນຈິດ​ໃຈ ຂອງລັດຖະທຳມະນູນ.”

ໃນວັນພະຫັດມື້ນີ້ ສະພາແຫ່ງຊາດໄດ້ຮັບຮອງມາດຕະການສະບັບໜຶ່ງ ໃນການແຕ່ງ
ຕັ້ງ ຄະນະ​ສືບສວນພິເສດ ເພື່ອດຳເນີນການກວດສອບຕ່າງຫາກ ຄຽງຄູ່ກັບການສືບ
ສວນສອບສວນ ຊຶ່ງ​ໃນປະຈຸບັນນີ້ ກຳລັງດຳເນີນໂດຍບັນດາໄອຍະການ ຂອງກະຊວງ ຍຸຕິທຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG