ໄອຍະການ ເກົາຫຼີໃຕ້ ໄດ້ຕັ້ງຂໍ້ຫາຕໍ່ປະທານາທິບໍດີ ຢູນ ຊຸກ ຢອລ ທີ່ຖືກຟ້ອງຮ້ອງໃນວັນອາທິດວານນີ້ ສຳລັບການເປັນ “ຜູ້ບົງການຂອງການກໍ່ຈະລາຈົນ” ຫຼັງຈາກທີ່ປະກາດກົດໄອຍະການເສິກບໍ່ສຳເລັດຂອງທ່ານ ແລະ ສັ່ງໃຫ້ຜູ້ນຳທີ່ຖືກສັ່ງພັກງານ ຍັງຄົງຖືກຄຸມຂັງຢູ່, ອີງຕາມລາຍງານຂອງອົງການຂ່າວ AFP.
ທ່ານ ຢູນ ໄດ້ເຮັດໃຫ້ປະເທດເກີດຄວາມວຸ້ນວາຍທາງການເມືອງ ດ້ວຍການຍື່ນຄຳຮ້ອງເມື່ອວັນທີ 3 ທັນວາທີ່ຜ່ານມາ ເພື່ອລະງັບການປົກຄອງຂອງພົນລະເຮືອນ ຊຶ່ງການດຳເນີນການດັ່ງກ່າວໃຊ້ເວລາພຽງ 6 ຊົ່ວໂມງ ກ່ອນທີ່ສະມາຊິກລັດຖະສະພາຈະຂັດຂືນທະຫານຕິດອາວຸດໃນສະພາແຫ່ງຊາດ ເພື່ອລົງມະຕິລົງໂທດ.
ບໍ່ດົນຫຼັງຈາກນັ້ນ ທ່ານກໍຖືກຟ້ອງຮ້ອງ, ແລະ ໃນຕົ້ນເດືອນນີ້ ທ່ານໄດ້ກາຍເປັນປະມຸກລັດ ເກົາຫຼີໃຕ້ ຄົນທຳອິດທີ່ຖືກຈັບກຸມ.
ເຫດການດັ່ງກ່າວ ເກີດຂຶ້ນຫຼັງຈາກການຂັດຂືນຢູ່ທີ່ບ້ານພັກເປັນເວລາດົນຫຼາຍອາທິດ ໂດຍເຈົ້າໜ້າທີ່ຮັກສາຄວາມປອດໄພລະດັບສູງຂອງທ່ານ ໄດ້ຂັດຂືນຄວາມພະຍາຍາມໃນການຄວບຄຸມໂຕ ທ່ານ ຢູນ.
ໃນຖະແຫຼງການ, ໄອຍະການກ່າວວ່າ ພວກເຂົາ “ຟ້ອງທ່ານ ຢູນ ຊຸກ ຢອລ ໃນຖານະເປັນຜູ້ບົງການຂອງການກໍ່ຈະລາຈົນໃນມື້ນີ້.”
ທ່ານຖືກຄວບຄຸມຕົວຢູ່ທີ່ສູນກັກຂັງນະຄອນຫຼວງ ໂຊລ ຕັ້ງແຕ່ຖືກຈັບກຸມ, ແລະ ຄຳຟ້ອງຮ້ອງຢ່າງເປັນທາງການ ພ້ອມກັບການຄວບຄຸມຕົວໝາຍຄວາມວ່າ ທ່ານຈະຖືກຄຸມຂັງຢູ່ຈົນກວ່າຈະຮອດການດຳເນີນຄະດີຂອງທ່ານ, ເຊິ່ງຈະຕ້ອງເກີດຂຶ້ນພາຍໃນ 6 ເດືອນ.
ການຟ້ອງຮ້ອງຄາດວ່າຈະເກີດຂຶ້ນຢ່າງກວ້າງຂວາງ ຫຼັງຈາກທີ່ສານໄດ້ປະຕິເສດຄຳຮ້ອງຂອງໄອຍະການໃນການຍືດເວລາການຈັບກຸ່ມທ່ານ ໃນລະຫວ່າງທີ່ດຳເນີນການສອບສວນເຖິງສອງຄັ້ງ.
ໄອຍະການໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ຫຼັງຈາກການພິຈາລະນາຫຼັກຖານທີ່ໄດ້ມາໃນລະຫວ່າງການສອບສວນຢ່າງລະອຽດແລ້ວ, ສະຫຼຸບວ່າ ການຟ້ອງຈຳເລີຍ ເປັນສິ່ງທີ່ເໝາະສົມ.”
ຄວາມຈຳເປັນໃນການຄຸມຂັງ ທ່ານ ຢູນ ໄວ້ໃນຄຸກນັ້ນ ແມ່ນມີເຫດຜົນເພາະວ່າ “ມີຄວາມສ່ຽງທີ່ຈະທຳລາຍຫຼັກຖານຕໍ່ໄປ,” ໄອຍະການກ່າວ.
ໄອຍະການກ່າວຕື່ມວ່າ ຂໍ້ກ່າວຫາທີ່ສະເພາະເຈາະຈົງ ໃນຖານະຜູ້ບົງການຂອງການກໍ່ຈະລາຈົນນັ້ນ, ແມ່ນບໍ່ໄດ້ຮັບການຄຸ້ມຄອງຈາກການຄຸ້ມກັນປະທານາທິບໍດີ.
ຝ່າຍຄ້ານໄດ້ຍົກຍ້ອງຕໍ່ຄຳຟ້ອງຮ້ອງດັ່ງກ່າວ.
ທ່ານ ຮັນ ມິນ ຊູ ສະມາຊິກສະພາກ່າວວ່າ “ເຮົາຈຳເປັນຕ້ອງຄວບຄຸມຕົວບໍ່ພຽງແຕ່ຜູ້ທີ່ວາງແຜນການກໍ່ຈະລາຈົນຢ່າງຜິດກົດໝາຍເທົ່ານັ້ນ ແຕ່ຍັງລວມເຖິງຜູ້ທີ່ຍຸແຍ່ປຸກລະດົມດ້ວຍການເຜີຍແຜ່ຂໍ້ມູນທີ່ຜິດອີກດ້ວຍ.”
ອ່ານຂ່າວນີ້ເປັນພາສາອັງກິດ
South Korean prosecutors indicted impeached President Yoon Suk Yeol Sunday for being the "ringleader of an insurrection" after his abortive declaration of martial law, ordering the suspended leader to remain in detention.
Yoon plunged the country into political chaos with his December 3 bid to suspend civilian rule, a move which lasted just six hours before lawmakers defied armed soldiers in parliament to vote it down.
He was impeached soon after, and earlier this month became the first sitting South Korean head of state to be arrested.
That came after a weekslong holdout at his residence, where his elite personal security detail resisted attempts to detain him.
In a statement, prosecutors said they had "indicted Yoon Suk Yeol with detention today on charges of being the ringleader of an insurrection."
He has been held at the Seoul Detention Center since his arrest, and the formal indictment with detention means he will now be kept behind bars until his trial, which must happen within six months.
The indictment was widely expected after a court twice rejected requests by prosecutors to extend his arrest warrant while their investigation proceeded.
"After a comprehensive review of evidence obtained during investigations [prosecutors] concluded that it was only appropriate to indict the defendant," they said in a statement.
The need to keep Yoon behind bars was justified by a "continued risk of evidence destruction," they said.
The specific charge -- being the ringleader of an insurrection -- is not covered by presidential immunity, they added.
- 'Process of accountability' -
The opposition hailed the indictment.
"We need to hold not only those who schemed to carry out an illegal insurrection, but also those who instigated it by spreading misinformation," said lawmaker Han Min-soo.
ຟໍຣັມສະແດງຄວາມຄິດເຫັນ