ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫຼວດເກົາຫຼີໃຕ້ຍິງ ທະຫານສະຫະລັດ ສອງຄົນ


ແຜນທີ່ປະເທດເກົາຫຼີໃຕ້
ແຜນທີ່ປະເທດເກົາຫຼີໃຕ້
ທາງ​ການ​ເກົາຫຼີ​ໃຕ້​ເວົ້າ​ວ່າ ທະຫານ​ສະຫະລັດ​ຄົນ​ນຶ່ງ​ມີ​ອາການ​ທຸ່ນ​ທ່ຽງ ຫຼັງຈາກ​ຕໍາ ຫຼວດ​ເກົາຫຼີ​ໃຕ້​ໄດ້​ຍິງ​ຜູ້ກ່ຽວ ​ໃນ​ການຂັບ​ລົດ​ໄລ່​ລ່າດ້ວຍຄວາມ​ໄວສູງ ຢູ່​ນະຄອນຫຼວງ​ໂຊ​ລຂອງ​ເກົາຫຼີ​ໃຕ້​ນັ້ນ.

ຕໍາຫຼວດ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ຄໍາ​ຈົ່ມ​ທຸກ​ກ່ອນ​ເວລາ​ທ່ຽງ​ຄືນ​ໜ້ອຍ​ນຶ່ງຂອງ​ວັນ​ເສົາ ວ່າ​ມີ​ທະຫານ​ອະ​ເມ​ຣິກັນ​ສອງ​ຄົນ ຂົ່ມຂູ່​ປະຊາຊົນ​ດ້ວຍ​ປືນລົມ ຢູ່​ທີ່​ເ​ມື​ອງ Itaewon. ​ເວລາ​ຕໍາຫຼວດ​ເຂົ້າ​ໄປຫາ​ທະຫານ​ສອງ​ຄົນນັ້ນ ພວກເຂົາ​ເຈົ້າກໍ​ຟ້າວ​ຂຶ້ນລົດ ຂັບໜີ​ອອກ​ໄປ. ຕໍາຫຼວດ​ເວົ້າ​ວ່າ ພວກ​ຕົນ​ໄດ້​ໄລ່ລ່າທະຫານ​ທັງ​ສອງ​ຄົນທົ່ວ​ຕົວ​ເມືອງ ພ້ອມ​ກັບ​ຍິງ​ຂູ່ດ້ວຍ​ລູກປືນ​ບໍ່​ມີ​ຫົວ​ກະສຸນ ​ແລະ​ຍິງ​ດ້ວຍ​ກະສຸນ​ແທ້​ອີກສາມ​ລູກ ຊຶ່ງຖືກ​ຄົນ​ຂັບ.

ພົນທະຫານ​ທີ່​ໄດ້​ຮັບ​ບາດ​ເຈັບ ​ແລະ​ທະຫານ​ຜູ້​ທີ່​ສອງ​ມີ​ຍົດ​ສິບ​ເອກ ຊຶ່ງ ທັງ​ສອງ​ໄວ ຊາວ​ກວ່າ​ປີ ​ໄດ້​ຖືກ​ນໍາ​ຕົວ​ໄປ​ຍັງ​ໂຮ​ງການ​ເມືອງ Yongsan ຊຶ່ງ​ເປັນ​ທີ່​ຕັ້ງ​ຄ້າຍ​ທະຫານ Yongsan ຂອງ​ສະຫະລັດ.

ຫ້ອງການ​ກິດຈະການ​ສາທາລະນະຂອງ​ກອງທັບ​ທີ່​ແປດ​ຂອງ​ສະຫະລັດ ​ເວົ້າ​ວ່າ ຈາກ ຜົນ​ກວດ​ສອບ​ໃນ​ເບື້ອງ​ຕົ້ນ ບໍ່​ປາກົດ​ວ່າ ​ການ​ດື່ມ​ເຫຼົ້າ​ເປັນ ສາ​ເຫດ​ຂອງ​ເຫດການ​ທີ່​ເກີດ​ຂຶ້ນດັ່ງກ່າວ​ນັ້ນ ​ແຕ່​ກໍ​ບໍ່​ໄດ້​ໃຫ້​ລາຍລະ​ອຽດ​ເພີ່ມ​ຕື່ມ ຊຶ່ງ​ທາງ​ການເວົ້າ​ວ່າ ​ກໍາລັງ​ທໍາ​ການ​ສອບ​ສວນ​ໃນ​ເລຶ່ອງນີ້ຢູ່.
XS
SM
MD
LG