SEOUL —
ເກົາຫຼີໃຕ້ ໄດ້ໃຫ້ການຢືນຢັນວ່າເກົາຫຼີເໜືອໄດ້ຍ້າຍລູກສອນໄຟຂີປະນາວຸດໄປຍັງເຂດ ແຄມຝັ່ງກໍ້າຕາເວັນອອກຂອງຕົນແລ້ວ ໃນໄລຍະບໍ່ເທົ່າໃດຊົ່ວໂມງຫຼັງຈາກພຽງຢາງເວົ້າວ່າ ຕົນໄດ້ໃຫ້ການອະນຸມັດຂັ້ນສຸດທ້າຍເພື່ອທໍາການໂຈມຕີສະຫະລັດ.
ທ່ານ Kim Kwan-Jin ລັດຖະມົນຕີປ້ອງກັນປະເທດເກົາຫຼີໃຕ້
ເວົ້າເມື່ອວັນພະຫັດມື້ນີ້ວ່າ ລູກສອນໄຟຂີປະນາວຸດດັ່ງກ່າວ
ປະກົດວ່າມີລັດສະໝີໃນການຍິງໄດ້ໄກສົມຄວນ ຢູ່ແຕ່ບໍ່ຊົງວ່າ
ຈະສາມາດໂຈມຕີເປົ້າໝາຍຢູ່ແຜ່ນ ດິນໃຫຍ່ສະຫະລັດໄດ້.
ທ່ານ Kim ເວົ້າວ່າ ເຫດຜົນທີ່ເກົາຫຼີເໜືອຍ້າຍລູກສອນໄຟນັ້ນ
ຍັງບໍ່ຮູ້ເທື່ອ ແຕ່ວ່າລູກສອນໄຟດັ່ງ ກ່າວນັ້ນ ອາດນໍາໃຊ້ເພື່ອ
ຍິງທົດລອງ ຫຼືຊ້ອມລົບກໍເປັນໄດ້.
ໃນຕອນເຊົ້າຂອງວັນພະຫັດມື້ນີ້ ເກົາຫຼີເໜືອເວົ້າວ່າຕົນໄດ້ອະນຸມັດແຜນການ ເພື່ອທໍາການ
ໂຈມຕີສະຫະລັດ ດ້ວຍອາວຸດນີວເຄຼຍ ຊຶ່ງເປັນທີ່ເຊື່ອກັນວ່າເກົາຫຼີເໜືອບໍ່ມີຄວາມສາມາດ
ກະທຳໄດ້ນັ້ນ. ນອກນີ້ແລ້ວເກົາຫຼີເໜືອຍັງທຳການຂູ່ເທື່ອໃໝ່ອີກວ່າສົງຄາມອາດເກີດຂຶ້ນໄດ້ທຸກເວລາ.
ທ່ານ Chuck Hagel ລັດຖະມົນຕີປ້ອງກັນປະເທດສະຫະລັດ ເວົ້າວ່າ ທໍານຽບຫ້າແຈ ຖືການຂູ່ຂອງເກົາຫຼີເໜືອຄັ້ງນີ້ຢ່າງຈິງເອົາຈັງ. ທ່ານເວົ້າເມື່ອວັນພຸດວານນີ້ວ່າ ໃນບໍ່ຊ້ານີ້ ສະຫະລັດ
ຈະຕິດຕັ້ງລະບົບການປ້ອງກັນລູກສອນໄຟທີ່ທັນສະໄໝ ຢູ່ທີ່ເກາະກວາມ ໃນມະຫາສະມຸດ
Pacific ເພື່ອເປັນການຕຽມລະວັງໄພລ່ວງໜ້າ.
ພຽງຢາງ ຊຶ່ງໂກດແຄ້ນຕໍ່ການລົງໂທດຂອງສະຫະປະຊາຊາດ ເມື່ອບໍ່ດົນມານີ້ ຍ້ອນໂຄງການນີວເຄຼຍຂອງຕົນນັ້ນ ໄດ້ຂົ່ມຂູ່ເກືອບວ່າແທບທຸກມື້ ຕໍ່ເກົາຫຼີໃຕ້ ແລະສະຫະລັດ.
ຂະນະດຽວກັນ ອະນາຄົດຂອງເຂດອຸດສາຫະກໍາຮ່ວມ ລະຫວ່າງເກົາຫຼີເໜືອແລະເກົາຫຼີໃຕ້
ນັ້ນ ຍັງຄົງເປັນຄໍາຖາມກັນຢູ່ ຍ້ອນວ່າພຽງຢາງໄດ້ປິດກັ້ນພວກຄົນງານຊາວເກົາຫຼີໃຕ້ ບໍ່ໃຫ້
ເຂົ້າໄປໃນສູນກາງດັ່ງກ່າວ ເປັນມື້ທີ ສອງລຽນຕິດແລ້ວ.
ເກົາຫຼີໃຕ້ຄາດວ່າ ຄົນງານປະມານ 200 ຄົນ ຈະກັບຄືນບ້ານ ໃນວັນພະຫັດມື້ນີ້ຈາກເຂດ
ອຸດສາຫະກໍາຮ່ວມ Kaesong ຊຶ່ງເປັນພື້ນທີ່ຕັ້ງເລິກເຂົ້າ ໄປໃນເຂດເກົາຫຼີເໜືອ ປະມານ
10 ຫຼັກກິໂລແມັດ. ທາງການເກົາຫຼີໃຕ້ເວົ້າວ່າຈະຍັງມີຄົນງານເກົາຫຼີໃຕ້ເຫຼືອ ຢູ່ເຂດອຸດ
ສາຫະກໍາດັ່ງກ່າວ ປະມານ 600 ຄົນ.
ວີດິໂອລາຍງານ ສະຫະລັດຈະສົ່ງລະບົບປ້ອງກັນລູກສອນໄຟ ໄປຍັງເກາະກວາມ: