ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແຕ່ງງານ ຂອງຊາວເກົາຫຼີໃຕ້ ໄດ້ເພີ້ມສູງຂຶ້ນ ໃນປີກາຍນີ້


ແຟ້ມພາບ - ຄູ່ຮັກໃສ່ຜ້າປິດປາກຍ່າງຢູ່ໃນທາງເສັ້ນນຶ່ງ ໃນລະຫວ່າງ ໂຣກລະບາດຂອງພະຍາດ COVID-19 ໃນນະຄອນຫຼວງໂຊລ, ປະເທດເກົາຫຼີໃຕ້, ວັນທີ 13 ທັນວາ 2020.
ແຟ້ມພາບ - ຄູ່ຮັກໃສ່ຜ້າປິດປາກຍ່າງຢູ່ໃນທາງເສັ້ນນຶ່ງ ໃນລະຫວ່າງ ໂຣກລະບາດຂອງພະຍາດ COVID-19 ໃນນະຄອນຫຼວງໂຊລ, ປະເທດເກົາຫຼີໃຕ້, ວັນທີ 13 ທັນວາ 2020.

ຊາວເກົາຫຼີໃຕ້ເກືອບ 194,000 ຄົນໄດ້ແຕ່ງງານກັນເມື່ອປີກາຍນີ້ ເຊິ່ງເປັນ ການເພີ້ມຂຶ້ນຄັ້ງທຳອິດຂອງການແຕ່ງງານພາຍໃນປະເທດ ໃນຫຼາຍກວ່ານຶ່ງ ທົດສະວັດ.

ຂໍ້ມູນທີ່ໄດ້ຖືກເປີດເຜີຍເມື່ອວັນອັງຄານມື້ນີ້ ໂດຍສຳນັກງານສະຖິຕິແຫ່ງຊາດ ໄດ້ສະແດງໃຫ້ເຫັນວ່າ ມີຄູ່ສົມລົດ 193,657 ຄູ່ໄດ້ແລກປ່ຽນຄຳສາບານຕໍ່ກັນ ໃນປີ 2023, ເຊິ່ງເພີ້ມຂຶ້ນນຶ່ງເປີເຊັນຈາກປີກາຍນີ້. ເຈົ້າໜ້າທີ່ປະຈຳສຳນັກງານ ສະຖິຕິນີ້ ໄດ້ໃຫ້ເຫດຜົນຂອງການເພີ້ມຂຶ້ນໃນຄູ່ຜົວເມຍ ຜູ້ທີ່ໄດ້ເລື່ອນການແຕ່ງ ງານເນື່ອງຈາກຂໍ້ຈຳກັດທາງດ້ານສັງຄົມ ທີ່ໄດ້ວາງອອກໃນລະຫວ່າງໂຣກລະ ບາດໂຄວິດ-19 ນັ້ນ.

ຂໍ້ມູນດັ່ງກ່າວຍັງສະແດງໃຫ້ເຫັນວ່າ ການແຕ່ງງານລະຫວ່າງຊາວເກົາຫຼີໃຕ້ ແລະຊາວຕ່າງປະເທດ ໄດ້ເພີ້ມສູງຂຶ້ນປະມານ 20,000 ຄົນເມື່ອປີກາຍນີ້ ອັນເປັນການເພີ້ມຂຶ້ນໃນອັດຕາ 18.3 ເປີເຊັນ.

ອັດຕາການແຕ່ງງານໃນເກົາຫຼີໃຕ້ ໄດ້ຕົກຕ່ຳລົງຢ່າງຕໍ່ເນື່ອງ ຕະຫຼອດໄລຍະ ສາມທົດສະວັດຜ່ານມາ ຈາກຫຼາຍກວ່າ 400,000 ໃນປີ 1996 ຫລຸດລົງ 200,000 ຄົນໃນປີ 2021. ການຖົດຖອຍລົງໃນການແຕ່ງງານແມ່ນສອດ ຄ່ອງກັບອັດຕາການເກີດລູກຂອງເກົາຫຼີໃຕ້ ທີ່ຫລຸດລົງເຊັ່ນກັນ ເຊິ່ງເປັນອັດ ຕາທີ່ຕ່ຳທີ່ສຸດໃນໂລກ. ໂຕເລກຂອງພວກເດັກນ້ອຍທີ່ເກີດໃໝ່ ໃນເກົາຫຼີໃຕ້ ໄດ້ຕົກລົງຈາກພຽງແຕ່ 400,000 ຄົນໃນປີ 2017 ມາເປັນຈຳນວນຕ່ຳກວ່າ 300,000 ຄົນໃນປີ 2020 ແລະ ຈຳ​ນວນ​ຕ່ຳຕະຫຼອດ​ການ 229,970 ຄົນໃນປີ 2023.

ສ່ວນການແຕ່ງງານນັ້ນ ແມ່ນຖືກພິ​ຈາ​ລະ​ນາ​ດັ່ງ​ກັບ​ສິ່ງ​ທີ່​ຂາດບໍ່​ໄດ້​ສຳ​ລັບ​ການ​ມີລູກໃນເກົາຫຼີໃຕ້ ບ່ອນທີ່ການເກີດລູກໂດຍບໍ່ໄດ້ແຕ່ງງານນັ້ນແມ່ນຫາ​ໄດ້​ຍາກ.

Nearly 194,000 South Koreans got married last year, the first increase in marriages in that country in more than a decade.

Data released Tuesday by the national statistics office showed 193,657 couples exchanged vows in 2023, up 1% from the year before. An official with the statistics office attributed the increase in couples who had delayed marriage due to social restrictions imposed during the COVID-19 pandemic.

The data also shows that marriages between South Koreans and foreign nationals surged about 20,000 last year, an increase of 18.3%.

Marriage rates in South Korea have steadily plummeted over the last three decades, from more than 400,000 in 1996 to below 200,000 in 2021. The decline in marriage corresponds to South Korea’s falling birth rate, the lowest in the world. The number of children born in South Korea fell from just under 400,00 in 2017, to below 300,000 in 2020 and an all-time low of 229,970 in 2023.

Marriage is seen as a prerequisite for children in South Korea, where out-of-wedlock births are a rarity.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG