ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກທຸລະກິດເກົາຫຼີໃຕ້ ຢາກໃຫ້ຜ່ອນຄາຍ ການຈຳກັດ ຮັດແຄບ ດ້ານການຄ້າ ກັບເກົາຫຼີເໜືອ


S. Korean Businesses Want to End Trade Restrictions With North
please wait

No media source currently available

0:00 0:02:38 0:00

ວົງການທຸລະກິດເກົາຫຼີໃຕ້ ຢາກຍຸດຕິ ການຈຳກັດຮັດແຄບ ດ້ານການຄ້າກັບເກົາຫຼີເໜືອ.

ຄະນະ​ນຳພາ​ທຸລະ​ກິດ​ເກົາຫຼີ​ໃຕ້ ຮຽກຮ້ອງ​ໃຫ້​ປະທານາທິບໍດີ Park Geun-hye ຜ່ອນ
ຄາຍ​ການ​ຈຳກັດ​ຮັດ​ແຄບ​ດ້ານ​ການ​ຄ້າ​ຕ່າງໆ​ລົງ​ກັບ​ເກົາຫຼີ​ເໜືອ ທີ່​ໄດ້​ມີ​ຜົນ​ບັງຄັບ​ໃຊ້​ມາ​ຕັ້ງ​ແຕ່​ປີ 2010 ຫຼັງຈາກກຳ​ປັ່ນ​ລົບ​ເກົາຫຼີ​ໃຕ້​ລຳ​ນຶ່ງ​ຫຼົ້ມ. ສິງ​ມີ​ລາຍ​ງານ​ເລື້ອງ​ນີ້​ຈາກ​ນາຍ Brian Padden ຜູ້​ສື່​ຂ່າວ​ວີ​ໂອ​ເອທີ່​ວ່າ ພວກ​ກຸ່ມ​ນິຍົມ​ທຸລະ​ກິດ​ພາກັນໂຕ້​ແຍ້​ງ ວ່າ ການ​ຂະຫຍາຍ​ການ​ຄ້າ​ແລະ​ການ​ລົງທຶນ ​ບໍ່​ແມ່ນ​ຈະ​ດີ​ສຳລັບ​ທຸລະ ກິດເທົ່າ​ນັ້ນ ​ແຕ່​ມັນຍັງ​ດີ​ສຳລັບ​ສັນຕິພາບ ​ແລະ​ຄວາມ​ໝັ້ນຄົງໃນ​ພາກ​ພື້ນ​ເຊັ່ນ​ກັນ​ນັ້ນ ມາສະ​ເນີ​ທ່ານ​ຕໍ່​ໄປ..

ກຸ່ມ​ທີ່​ເອີ້ນ​ວ່າ “ຄະນະ​ກຳມະການຮັບມືກັບ​ພາວະ​ສຸກ​ເສີນ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ເກົາຫຼີ” ອ້າງ​ວ່າ ​ຕົນ​ເປັນ​ຜູ້ຕາງ ໜ້າ​ພວກ​ບໍລິສັດ​ເກົາຫຼີ​ໃຕ້​ຫຼາຍ​ກວ່າ 140 ບໍລິສັດ ທີ່ເຄີຍ​ທຳ​ການ​ຄ້າຂາຍ ຫຼືດຳ​ເນີນ​ການ​ຄ້າ​ ໃນ​ເກົາຫຼີ​ເໜືອ​ນັ້ນ. ປັດຈຸ
ບັນ​ນີ້ ກຸ່ມ​ດັ່ງກ່າວໄດ້​ພາກັນ​ເດີນ​ຂະ​ບວນປະ​ທ້ວງ​ຕາມ​ຖະໜົນ​ຫົນທາງ​ໃນ​ແຕ່​ລະອາ​ທິດ​
ທີ່​ນະຄອນຫຼວງ​ໂຊ​ລ.

ລັດຖະບານ​ໂຊ​ລ ​ໄດ້​ຕັດ​ສາຍ​ພົວພັນ​ດ້ານ​ເສດຖະກິດ​ໃນ​ປີ 2010 ຫຼັງ ຈາກ​ມີ​ການ​ກ່າວ​ຫາ​ວ່າ ​ເຮືອ​ດຳ​ນ້ຳ​ເກົາຫຼີ​ເໜືອ​ລຳ​ນຶ່ງ​ໄດ້​ຍິງ​ເຮືອ​ລົບເກົາ ຫຼີ​ໃຕ້ລຳນຶ່ງ​ຫລົ້ມ ​ຊຶ່ງ​ເຮັດ​ໃຫ້​ພວກ​ທະຫານ​ເຮືອເສຍ​ຊີວິດ​ໄປ 46 ຄົນ​ນັ້ນ.

ທ່ານ Yoo Dong-hoo ປະທານ​ຂອງ​ກຸ່ມ​ດັ່ງກ່າວ​ເວົ້າ​ວ່າ ການຈຳກັດ ​ຮັດ​ແຄບດ້ານ​ການ​ຄ້າ ທີ່​ໄດ້​ປະກາດ​ໃຊ້​ ມາ​ຕັ້ງ​ແຕ່​ປີ 2010 ນັ້ນ ​ບໍ່​ໄດ້ ລົງ​ໂທດ​ເກົາຫຼີ​ເໜືອ.

ທ່ານ Yoo Dong-hoo ກ່າວ​ວ່າ “ ​ໃນ​ເກົາຫຼີ​ເໜືອ​ນັ້ນ ສິດທິ​ໃນ​ການ​ບໍລິຫານ ​ແລະ​ສະພາບ​ຜູກຂາດ​ຂອງ​ວົງ​ການ​ທຸລະ​ກິດ ທີ່​ຊາວ​ເກົາຫຼີ​ໃຕ້ໄດ້​ລົງທຶນ​ໃນ​ຊ່ວງ​ຫຼາຍ​ປີຜ່ານມາ ​ແມ່ນ​ຖືກ​ມອບ​ໃຫ້​ຈີນ ຣັດ​ເຊຍ ​ແລະ​ຢູ​ໂຣບ. ມີ​ແຕ່​ວົງ​ການ​ທຸລະ​ກິດ​ຂອງ​ເກົາຫຼີ​ໃຕ້​ເທົ່າ​ນັ້ນ ​ໄດ້​ຖືກ​ທຳລາຍ​ໄປ.”

​ເກົາຫຼີ​ໃຕ້​ຍັງ​ອະນຸຍາດ​ໃຫ້​ພວກ​ທຸລະ​ກິດ​ດຳ​ເນີນ​ການ​ໄດ້ໃນເຂດ​ອຸດສາຫະກຳ Kaesong
ຂອງ​ເກົາຫຼີ​ເໜືອ​. ພວກ​ແຮງ​ງານ​ຈຳນວນ 55 ພັນ​ຄົນ​ໃນ​ພວກ​ໂຮງ​ອຸດສາຫະກຳ​ເຫຼົ່າ​ນີ້ ​ໄດ້​ເງິນ​ລະຫວ່າງ 70 ຫາ 100 ດອນ​ລາ​ຕໍ່​ເດືອນ ຊຶ່ງ​ເປັນ​ຈຳນວນ​ນ້ອຍ​ກວ່າເງິນ​ເດືອນ​ລະດັບ​ຕໍ່າ ສຸດໃນ​ເກົາຫຼີ​ໃຕ້. ​ເຖິງ​ຢ່າງ​ໃດ​ກໍ​ດີ ​ເງິນ​ເດືອນ​ເຫຼົ່າ​ນີ້ແມ່ນ​ຈ່າຍ​ໃຫ້​ລັດຖະບານ ​ເກົາຫຼີ​ເໜືອ ​ແລະ​ບໍ່​ໄດ້​ແຈກ​ຢາຍ​ໂດຍ​ກົງ​ໃຫ້​ພວກ​ແຮງ​ງານ​ເກົາຫຼີ​ເໜືອ.

​ເກົາຫຼີ​ໃຕ້​ຍັງ​ໄດ້​ງົດ​ການທ່ອງທ່ຽວ​ໄວ້​ຊົ່ວຄາວ​ໃນ​ປີ 2008 ​ເຊັ່ນ​ກັນ​ສຳ ລັບ​ພວກ​ນັກ​ທ່ອງ​ທ່ຽວ ​ໄປ​ຍັງ​ຂົງ​ເຂດ​ພູ​ Kumkang ຫຼັງ​ຈາກ​ພວກ​ທະຫານ​ເກົາຫຼີ​ເໜືອ​ຍິງ​ນັກ​ທ່ອງ​ທ່ຽວ​ຄົນ​ນຶ່ງທີ່ນັ້ນ.

ປະທານາທິບໍດີ Park Geun-hye ​ແລະ​ພວກ​ພັນທະ​ມິດ​ຫົວ​ນິຍົມ​ແນວທາງ​ເດີມ​ຂອງ​ທ່ານ​ນາງ​ຖິ້ມ​ໂທດ​ໃສ່​ພຽງຢ້າງ​ວ່າ ຕ້ອງ​ໄດ້​ດັດ​ແປງ​ແກ້​ໄຂ​ການ​ຮຸກ​ຮານ​ໃນ​ອະດີດ​ຜ່ານ​ມາ ​ແລະການລະ​ເມີດ​ຂໍ້​ຕົກລົງ​ດ້ານ​ນີວ​ເຄລຍຕ່າງໆ ກ່ອນ​ຈະ​ຍົກ​ເລີກ​ການ​ຫ້າມຄ້າຂາຍ​ນັ້ນ. ​ແຕ່​ໃນ​ປີ​ນີ້ ທ່ານ​ນາງ​ກ່າວ​ວ່າ ມັນ​ເຖິງ​ຍາມ​ທີ່​ທັງ​ສອງ​ຝ່າຍ​ຈະ​ເລີ້ມ​ຕົ້ນ​ການ​ໂອ້​ລົມ​ສົນທະ
ນາ​ກັນ​ອີກກ່ຽວ​ກັບ​ການ​ທ້ອນ​ໂຮມ​ປະ​ເທດ​ຄືນ​ໃໝ່​ຢ່າງ​ສັນຕິ​ນັ້ນ.

ທ່ານນາງ Park Geun-hye ກ່າວວ່າ :

“ທ່າ​ທີ​ຂອງ​ຂ້າພະ​ເຈົ້າ​ກໍ​ແມ່ນ​ວ່າ ​ເພື່ອ​ຜ່ອນຄາຍ​ຄວາມ​ເຈັບ​ປວດ​ແຫ່ງ​ການ​ແບ່ງ​ແຍກ ​ແລະ​ເພື່ອ​ບັນລຸ​ການ​ທ້ອນ​ໂຮມ​ປະ​ເທດ​ເຂົ້າກັນ​ຄືນ​ຢ່າງ​ສັນຕິ ​ແລະ​ຂ້າພະ​ເຈົ້າ​ມີ​ຄວາມ​ເຕັມ​ໃຈ ​ທີ່​ຈະ​ພົບ​ປະ​ກັບ​ຜູ້​ໃດ​ກໍ​ຕາມ.”

ທ່ານ Hong Ik-pyo ສະມາຊິກ​ສະພາ​ແຫ່ງ​ຊາດ​ເກົາຫຼີ​ໃຕ້ ສັງກັດ​ພັກ​ຝ່າຍ​ຄ້ານ ຄື ​ພັນ
ທະມິດ​ດ້ານ​ການ​ເມືອງ​ໃໝ່​ເພື່ອ​ປະຊາທິປະ​ໄຕ ກ່າວ​ວ່າ ການ​ຂະຫຍາຍ​ສາຍ​ພົວພັນ​ດ້ານການ​ຄ້າ​ແລະ​ທຸລະ​ກິດ ​ເປັນ​ພາກສ່ວນ​ປະກອບ​ທີ່​ສຳຄັນ​ທີ່​ສຸດ ​ຂອງ​ການ​ດຳ​ເນີນ​ຂັ້ນ​ຕອນ​ໃດໆ ​ໃນ​ການ ທ້ອນ​ໂຮມ​ປະ​ເທດ​ເຂົ້າກັນ​ນັ້ນ.
ທ່ານ Hong Ik-Pyo ກ່າວ​ວ່າ “ສຳລັບ​ພວກ​ປະ​ເທດ​ທີ່​ມີ​ບັນຫາ​ຂັດແຍ້​ງກັນ ​ເຊັ່ນ​ຈີນ ​ແລະ​ໄຕ້​ຫວັນ ສິ່ງ​ສຳຄັນ​ທີ່​ສຸດ​ກໍ​ແມ່ນ​ການ​ດຳ​ເນີນ​ຂັ້ນ​ຕອນ​ເພື່ອສ້າງ​ສັນຕິ
ພາບ ການ​ແລກປ່ຽນ​ແລະ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ. ຂ້າພະ​ເຈົ້າ​ຄຶດ​ວ່າ ມັນ​ບໍ່​ສອດ​ຄ້ອງ​ເໝາະ​ສົມທີ່​ຈະ​ທຳ​ການ​ເຄື່ອນ​ໄຫວ​ໄປ​ສູ່​ການ​ທ້ອນ​ໂຮມ​ປະ​ເທດເຂົ້າກັນຄືນ ​ໂດຍ​ປາສະ​ຈາກ​ສິ່ງ​ເຫຼົ່າ​ນີ້.”

​ແຕ່​ຖ້າ​ຫາກເວົ້າເຖິງການບໍ່​ນັບຖື​ຄຳ​ໝັ້ນ​ສັນຍາ​ຂອງ​ພຽງຢາງໃນອະດີດ ຜ່ານມາ ​ເພື່ອ​ຍຸດຕິ​ໂຄງການ​ນີວ​ເຄລຍຂອງ​ຕົນເພື່ອແລກປ່ຽນ​ກັບ​ການ​ຊ່ອຍ​ເຫຼືອແລ້ວ ຫຼາຍຄົນ​ໃນ​ເກົາຫຼີ​ໃຕ້​ຍັງ​ຄົງ​ມີ​ຄວາມ​ສົງ​ໄສ​ຢູ່ ວ່າການ​ຟື້ນ​ຟູ​ສາຍ​ພົວພັນ​ດ້ານ​ການ​ຄ້າ​ກັນ​ຄືນ ໃນ​ເທື່ອ​ນີ້ ຈະ​ບັນລຸ​ຜົນ​ໃນ​ການ​ນຳ​ມາ​ຊຶ່ງ​ສັນຕິພາບ ​ໃນ​ແຫຼມ​ເກົາຫຼີຫຼື​ບໍ?

XS
SM
MD
LG