ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ຫັນໄປໃຊ້ ການທູດ ແລະ ທະຫານ ເພື່ອແກ້ໄຂ ວິກິດການ ເກົາຫຼີເໜືອ

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ແລະຄູ່ຕຳແໜ່ງຂອງທ່ານ ຈາກເກົາຫຼີໃຕ້ ທ່ານ Moon Jae-in ເຂົ້າຮ່ວມກອງປະຊຸມ ໃນລະຫວ່າງ ກອງປະຊຸມ ເສດຖະກິດເຂດຕາເວັນອອກ ໃນນະຄອນ Vladivostok, ຂອງຣັດເຊຍ, ວັນທີ 6 ກັນຍາ 2017.

ເກົາຫຼີໃຕ້ ວາງແຜນທີ່ຈະຕິດຕັ້ງ ລະບົບ​ຕໍ່ຕ້ານລູກສອນໄຟ ທີ່ຜະລິດໂດຍ ສະຫະລັດ ​
ເຊິ່ງເປັນບັນຫາຖົກຖຽງກັນ ເຂົ້າປະຈຳການຕື່ມອີກ ອັນເປັນສັນຍານ ຂອງຄວາມເຄັ່ງຕຶງ
ທີ່​ເພີ່ມທະວີຂຶ້ນເລື້ອຍໆ ແລະ ການແກ້ໄຂທາງການທູດ ທີີ່ບໍ່ໄປບໍ່ມາ ກ່ຽວກັບ ໂຄງການ
ອາວຸດນິວເຄລຍ ຂອງເກົາຫຼີເໜືອ ທີ່ກຳລັງຮ້າຍ​ແຮງ​ຂຶ້ນຕື່ມ.

ກະຊວງປ້ອງກັນປະເທດ​ເກົາຫຼີ​ໃຕ້ ໄດ້ປະກາດໃນວັນພຸດມື້ນີ້ ວ່າ ລະບົບ​ຕໍ່ຕ້ານລູກສອນ
ໄຟ ໃນລະດັບສູງ ທີ່ເປັນລະບົບປ້ອງກັນ ຫຼື THAAD ອີີກ 4 ເຄື່ອງ ຈະຖືກຕິດຕັ້ງ ພ້ອມ
ກັນກັບ ຖານຍິງລູກສອນໄຟ ອີກ 2 ເຄື່ອງ ທີ່ປະຕິບັດການ ຢູ່ແລ້ວນັ້ນ ຕັ້ງຢູ່ທີ່ ອະດີດ ສະໜາມກັອຟ ໃນເມືອງ Seongju ທາງພາກໃຕ້ ຂອງນະຄອນຫຼວງໂຊລ. ການປະຈຳ
ການ ຂອງລະບົບ​ຕໍ່ຕ້ານລູກສອນໄຟ THAAD ແມ່ນໄດ້ຖືກຄັດຄ້ານຢ່າງແຮງ ໂດຍຈີນ
ແລະ ຣັດເຊຍ ຜູ້ທີ່ມອງເຫັນວ່າ ລະ ບົບເຣດາຂອງລູກ​ສອນ​ໄຟທີ່ມີພະລັງແຮງສູງ ນັ້ນ
ເປັນໄພຂົ່ມຂູ່.

ລະບົບ​ຕໍ່ຕ້ານລູກສອນ ໄຟ ໃນລະດັບສູງ ທີ່ເປັນລະບົບປ້ອງກັນ ຫຼື THAAD (ຂວາ) ສາມາດເຫັນໄດ້ ຢູ່ໃນເມືອງ Seongju, ຂອງເກົາຫຼີໃຕ້, ວັນທີ 26 ເມສາ 2017.
ລະບົບ​ຕໍ່ຕ້ານລູກສອນ ໄຟ ໃນລະດັບສູງ ທີ່ເປັນລະບົບປ້ອງກັນ ຫຼື THAAD (ຂວາ) ສາມາດເຫັນໄດ້ ຢູ່ໃນເມືອງ Seongju, ຂອງເກົາຫຼີໃຕ້, ວັນທີ 26 ເມສາ 2017.

​ລະບົບ​ຕໍ່ຕ້ານລູກສອນໄຟ THAAD ຕື່ມອີກ ໄດ້ຖືກສົ່ງໄປປະຈຳການ ບໍ່ເທົ່າໃດມື້ ຫຼັງ
ຈາກ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ຄູ່ຕຳແໜ່ງຂອງທ່ານ ຈາກ
ເກົາຫຼີໃຕ້ ທ່ານ Moon Jae-in ໄດ້ບັນລຸຂໍ້ຕົກລົງ ທີ່ຈະຍົກເລີກ ຂໍ້ກຳນົດຄ່າໃຊ້ຈ່າຍ
ກ່ຽວກັບລູກສອນໄຟຕ່າງໆ ຂອງເກົາຫຼີໃຕ້ ໃນການຕອບໂຕ້ ຕໍ່ການທົດລອງນິວເຄລຍ
ຄັ້ງຫລ້າສຸດ ຂອງພຽງຢາງ ເມື່ອວັນອາທິດຜ່ານມາ ຊຶ່ງກ່າວອ້າງວ່າ ເປັນການທົນລອງ
ລະເບີດ hydrogen.

ພ້ອມ​ກັບ​ການ​ເອົາ​ທ່າ​ທີ ​ທີ່​ແຂງ​ຂຶ້ນທາງ​ທະຫານ​ນັ້ນ ປະທານາທິບໍດີ​ມູນ​ ໄດ້​ຊອກ​ຫາ​
ຊ່ອງ​ທາງ​ແກ້​ໄຂ​ທາງ​ການ​ທູດ ກ່ຽວ​ກັບ ​ການ​ປະ​ເຊີນ​ໜ້າ​ ໃນ​ວັນ​ພຸດ​ມື້ນີ້ ໃນລະຫວ່າງ​
ການ​ເຈລະຈາ​ກັບ​ປະທານາທິບໍດີ​ຣັດ​ເຊຍ​ ທ່ານ Vladimir Putin ຢູ່ຂ້າງ​ນອກ ຂອງ​
ກອງ​ປະຊຸມ​ສຸດ​ຍອດ​ເສດ​ຖະກິດ ທີ່​ນະຄອນ Vladivostok. ຜູ້ນຳ​ທັງ​ສອງ​ ໄດ້​ຕົກລົງ​
ກັນ​ວ່າ ​ເກົາຫຼີ​ເໜືອ​ ຕ້ອງ​ຍຸຕິ​ໂຄງການ​ອາວຸດ​ນິວ​ເຄລຍ ​ແລະ ລູກ​ສອນ​ໄຟ​ຂອງ​ຕົນ
​ແຕ່​ອີກ​ຄັ້ງນຶ່ງ ທ່ານ Putin ​ໄດ້​ຄັດ​ຄ້ານ​ຕໍ່​ການ​ລົງ​ໂທດ​ເກົາຫຼີ​ເໜືອ ເພີ່ມຕື່ມ ​ໂດຍ​ຢືນ
​ຢັດ​ວ່າ ກາ​ນ​ເຈລະຈາ​ເທົ່າ​ນັ້ນ ​ແມ່ນ​ເປັນ​ທາງ​ດຽວ ທີ່​ຈະ​ແກ້​ໄຂ​ບັນຫານີ້​ໄດ້. ​ເກົາຫຼີ​ໃຕ້
​ໄດ້​ຮຽກຮ້ອງ​ໃຫ້​ຜູ້ນຳຣັ​ດ​ເຊຍ ພິຈາລະນາ ​ບໍ່ໃຫ້​ສົ່ງ​ນ້ຳມັນ ​ໄປ​ຍັງ​ເກົາຫຼີ​ເໜືອ ຕະຫລອດ
ທັງ​ຂັດຂວາງ​ບໍ່​ໃຫ້​ຊາວ​ເກົາຫຼີ​ເໜືອ​ ໄປ​ເຮັດ​ວຽກ​ຢູ່​ໃນ​ຕ່າງປະ​ເທດ.

ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສະຫະປະຊາຊາດ ທ່ານນາງ Nikki Haley ກ່າວຖະແຫລງ ໃນກອງປະຊຸຸມ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ກ່ຽວກັບ ເກົາຫຼີເໜືອ, ວັນທີ 4 ກັນຍາ 2017 ຢູ່ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສະຫະປະຊາຊາດ ທ່ານນາງ Nikki Haley ກ່າວຖະແຫລງ ໃນກອງປະຊຸຸມ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ກ່ຽວກັບ ເກົາຫຼີເໜືອ, ວັນທີ 4 ກັນຍາ 2017 ຢູ່ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ.

ຈີນ ຊຶ່ງ​ເປັນ​ປະ​ເທດ​ພັນທະ​ມິດ​ພຽງ​ປະ​ເທດ​ດຽວເທົ່າ​ນັ້ນ ຂອງ​ເກົາຫຼີ​ເໜືອ ຍັງ​ໄດ້​ກ່າວ
​ວ່າ ການ​ລົງໂທດ​ເກົາຫຼີ​ເໜືອ​ຕື່ມ ຈະ​ບໍ່​ຊ່ວຍ​ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ​ຢູ່​ໃນ​ແຫລມ​ເກົາຫຼີ
ລົງ​ໄດ້.

ສະຫະລັດ​ໃນ​ອາທິດ​ນີ້ ​ໄດ້ແຈກ​ຢາຍ​ຮ່າງ​ຍັດຕິ​ສະບັບ​ນຶ່ງ ກ່ຽວ​ກັບ​ການ​ລົງ​ໂທດສະບັບ​
ໃໝ່​ຕໍ່​ພຽງ​ຢາງ ຢູ່​ທີ່​ອົງການ​ສະຫະ​ປ​ະຊາ​ຊາດ ໂດຍ​ຫວັງ​ວ່າ ສະພາ​ຄວາມ​ໝັ້ນຄົງ​ ຈະ​
ລົງ​ຄະ​ແນນ​ສຽງ​ໃນ​ວັນ​ຈັນ​ໜ້ານີ້.

NOKOR Nuclear
please wait
Embed

No media source currently available

0:00 0:00:53 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG