ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ຈະດຳເນີນກິດຈະກຳທາງທະຫານ ຕາມຊາຍແດນ ຄືນໃໝ່ ຫຼັງຈາກທີ່ເກົາຫຼີເໜືອ ສົ່ງບາລລູນຂີ້ເຫຍື້ອເຂົ້າໄປ


ຮຸບພາບຈາກເອກະສານແຈກຢາຍນີ້ ຖ່າຍໂດຍກະຊວງປອງກັນປະເທດເກົາຫຼີໃຕ້ ໃນຄືນວັນທີ 1 ຫາ 2 ມິຖຸນາ 2024, ສະແດງໃຫ້ເຫັນເຈົ້າໜ້າທີ່ທະຫານເກົາຫຼີໃຕ້ ກຳລັງກວດສອບວັດຖຸທີ່ບໍ່ມີຂໍ້ມູນ ຊຶ່ງເຊື່ອວ່າເປັນຂີ້ເຫຍື້ອຈາກບາລລູນຂອງເກົາຫຼີເໜືອທີ່ຂ້າມມາ.
ຮຸບພາບຈາກເອກະສານແຈກຢາຍນີ້ ຖ່າຍໂດຍກະຊວງປອງກັນປະເທດເກົາຫຼີໃຕ້ ໃນຄືນວັນທີ 1 ຫາ 2 ມິຖຸນາ 2024, ສະແດງໃຫ້ເຫັນເຈົ້າໜ້າທີ່ທະຫານເກົາຫຼີໃຕ້ ກຳລັງກວດສອບວັດຖຸທີ່ບໍ່ມີຂໍ້ມູນ ຊຶ່ງເຊື່ອວ່າເປັນຂີ້ເຫຍື້ອຈາກບາລລູນຂອງເກົາຫຼີເໜືອທີ່ຂ້າມມາ.

ເກົາຫຼີ​ໃຕ້ ກ່າວ​ວ່າ ຕົນ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານທັງໝົດ​ຄືນ​ໃໝ່​ຢ່າງ​ເຕັມ​ຮຸູບແບບ ​ຕາມ​ແນວຊາຍ​ແດນ​ທີ່​ເຄັ່ງ​ຕຶງ​ກັບ​ເກົາຫຼີ​ເໜືອ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ ແມ່ນ​ສ່ວນນຶ່ງ​ຂອງ​ການ​ຕອບ​ໂຕ້​ຂອງ​ເກົາຫຼີ​ໃຕ້ ຕໍ່​ການ​ສົ່ງ​ບາລລູນ​ຫຼາຍ​ຮ້ອຍ​ໜ່ວຍ​ທີ່​ເຕັມ​ໄປ​ດ້ວຍ​ຂີ້​ເຫຍື້ອ ​ແລະສິ່ງເສດເຫຼືອຈາກຮ່າງກາຍປະເພດອາຈົມເຂົ້າ​ໄປ​ໃນຝ່າຍ​ໃຕ້. ນັກຂ່າວຂອງວີໂອເອ, ບີລ ກາລໂລ, ມີລາຍລະອຽດເພີ້ມຕື່ມ ຈາກນະຄອນຫຼວງ ໂຊລ.

ກອງທັບ​ເກົາຫຼີ​ໃຕ້​ໄດ້​ພົບ​ເຫັນ​ບາລລູນ​ຂອງ​ເກົາຫຼີ​ເໜືອ​ປະມານ ນຶ່ງພັນ​ລູກ​, ເຊິ່ງໄດ້​ຖິ້ມ​ຂີ້​ເຫຍື້ອ ​ແລະ​ມີ​ລາຍ​ງານ​ວ່າ​ມີສິ່ງເສດເຫຼືອປະເພດອາຈົມ ແຜ່ກະຈາຍໄປໃນ​ທົ່ວ​ປະ​ເທດ. ​ໃນ​ວັນ​ອັງຄານ​ທີ່ຜ່ານມາ, ​ເກົາຫລີ​ໃຕ້​ ໄດ້​ປະກາດສ່ວນ​ນຶ່ງ​ຂອງ​ການ​ຕອບ​ໂຕ້​ຂອງ​ຕົນ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເກົາ​ຫຼີ​ໃຕ້ ທ່ານ ໂຊ ຊາງ-ເຣ (Cho Chang-rae) ກ່າວ​ວ່າ ລັດ​ຖະ​ບານ​ ໄດ້​ຕັດ​ສິນ​ໃຈ​ທີ່​ຈະໂຈະ​ຂໍ້​ຕົກ​ລົງ​ທາງ​ການ​ທະ​ຫານ​ທີ່ມີຈຸດປະສົງ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງກັບ ເກົາຫຼີເໜືອ ຢ່າງ​ເຕັມຮູບແບບ.

ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ ​ເຮັດ​ໃຫ້​ເກົາ​ຫຼີ​ໃຕ້ ມີອິດສະຫຼະໃນການ​ດຳ​ເນີນ​ການ​ຊ້ອມລົບ ​ຢູ່​ຕາມ​ແລວຊາຍ​ແດນ​ຄືນໃໝ່. ນອກຈາກນີ້, ​ຍັງ​ຊ່ວຍ​ໃຫ້ສາມາດເລີ້ມ​ຕົ້ນ ການໂຄສະນາ ເຜີຍແຜ່ທີ່ມີສຽງດັງຈາກລໍາໂພງ ທີ່ແນໄປໃສ່ເກົາຫຼີເຫນືອໂດຍກົງ ໄດ້ອີກຄັ້ງ​.

ເກົາຫຼີເໜືອ ກ່າວວ່າ ບາລລູນຂີ້ເຫຍື້ອຂອງຕົນ ເປັນການຕອບໂຕ້ຄືນຫຼັງຈາກນັກເຄື່ອນ ໄຫວສິດທິມະນຸດ ໃນເກົາຫຼີໃຕ້ ໄດ້ສົ່ງເອກະສານເຜີຍແຜ່ເພື່ອຕໍ່ຕ້ານລັດຖະບານຂອງຕົນ ໄປທາງພາກເໜືອ. ເກົາຫຼີເໜືອ ກ່່າວວ່າ ບາລລູນຂີ້ເຫຍື້ອ ຈະຢຸດໃນທັນທີທີ່ການໂຄ ສະນາດ້ວຍເອກະສານເຜີຍແຜ່ຢຸດລົງ.

ນັ້ນ ເບິ່ງຄືວ່າຈະເປັນໄປບໍ່ໄດ້, ເນື່ອງຈາກວ່າບັນດານັກເຄື່ອນໄຫວຊາວເກົາຫຼີໃຕ້ ທີ່ສົ່ງເອກະສານດັ່ງກ່າວ ໄດ້ຮຽກຮ້ອງໃຫ້ມີການຂໍໂທດເປັນການສ່ວນໂຕຈາກ ທ່ານ ກິມ ຈອງ ອຶນ (Kim Jong Un).

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້ທັງ​ສອງ​ເກົາ​ຫຼີ ຢູ່ໃນ​ເສັ້ນ​ທາງ​ທີ່ນຳ​ໄປ​ສູ່​ຄວາມ​ເຄັ່ງ​ຕຶງ​ຕື່ມ​ອີກ. ນັ້ນ​ແມ່ນ​ອີງ​ຕາມການກ່າວຂອງ​ນັກ​ວິ​ເຄາະໃນນະຄອນຫຼວງ ໂຊລ ທ່ານ ແຊດ ໂອ ແຄໂຣລ (Chad O'Carroll), ເຊິ່ງໄດ້​ກ່າວ​ວ່າ ເກົາ​ຫຼີ​ເໜືອ ເບິ່ງຄືວ່າຈະມີຄວາມ​ຕັ້ງ​ໃຈ​ທີ່​ຈະ​ຢຸດ​ການ​ແຊກ​ຊຶມ​ຂອງ​ຂໍ້​ມູນ​ຈາກ​ພາຍນອກ.

ທ່ານ ແຊດ ໂອ ແຄໂຣລ (Chad O'Carroll):

“ມັນເປັນຄືກັນກັບໂຣກມະເຮັງ. ແລະມັນເປັນຈຸດອ່່ອນທີ່ສຳຄັນຂອງ ທ່ານ ກິມ ຈອງ ອຶນ. ​ແລະ​ເບິ່ງ​ຄື​ວ່າ​ພວກ​ເຂົາ​ຈະມີ​ຄວາມ​ອ່ອນ​ໄຫວ​ຫຼາຍ​ຂຶ້ນເລື້ອຍໆ ​ກ່ຽວ​ກັບ​ຂໍ້​ມູນ​ຈາກ​ພາຍ​ນອກ​ທີ່​ເຂົ້າ​ໄປ​ໃນ​ເກົາຫຼີ​ເໜືອ. ແລະຂ້າພະເຈົ້າຄິດວ່າການກະທຳຄັ້ງຫຼ້າສຸດນີ້ ແມ່ນບົດ ບາດນຶ່ງຂອງສະພາວະຄວາມອ່ອນໄຫວເກີນໄປຕໍ່ກັບຂໍ້ມູນພາຍນອກທີ່ເຂົ້າມາ.”

ເກົາຫຼີເໜືອ ໄດ້ຖືກປົກຄອງໂດຍລະບອບຜະເດັດແບບສືບທອດອຳນາດເປັນສະໄໝທີ 3 ເຊິ່ງເບິ່ງວ່າຂໍ້ມູນພາຍນອກເກືອບທັງໝົດເປັນໄພຂົ່ມຂູ່ທີ່ມີຢູ່.

ທ່ານ ແຊດ ໂອ ແຄໂຣລ (Chad O'Carroll) ກ່າວ​ວ່າ ມີແນວໂນ້ມວ່າ ເກົາຫຼີເໜືອ ຈະ​ຕອບ​ໂຕ້​ຢ່າງ​ໜັກແໜ້ນ ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ເກົາຫຼີ​ໃຕ້ ໃນການ​ດຳເນີນການອອກ ອາກາດການໂຄສະນາເຜີຍແຜ່ຄືນອີກຄັ້ງ.

"ຖ້າພວກເຂົາເຮັດແນວນັ້ນ, ພວກເຮົາອາດຈະມີໂອກາດຫຼາຍກວ່າເກົ່າທີ່ຈະເຫັນ ເກົາຫລີເຫນືອ ພິຈາລະນາຮູບແບບທີ່ຈຳກັດຂອງການປະຕິບັດການທາງທະຫານທີ່ຈັດຕັ້ງ ປະຕິບັດຢູ່ດ້ວຍອາວຸດ ເພື່ອຢຸດລໍາໂພງທີ່ມີສຽງດັງ ຫຼືຢຸດການແຜ່ລາມອອກຂອງຂໍ້ມູນ ທີ່ບໍ່ເປັນທາງການທີ່ເຂົ້າມາໃນຝ່າຍເຫນືອ."

​ໃນ​ປີ 2015, ​ເກົາຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ໃສ່​ລຳ​ໂພງ​ຂອງ​ເກົາຫຼີ​ໃຕ້. 3 ປີ​ຕໍ່​ມາ, ທັງສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຢຸດ​ຕິ​ການ​ອອກ​ອາ​ກາດ, ແລະ​ການ​ກໍ່ກວນອື່ນໆ ຕາມ​ຊາຍ​ແດນ​.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ ໄດ້​ເຊື່ອມໂຊມລົງມາ​ເປັນ​ເວ​ລາ​ຫລາຍ​ປີ, ໃນຂະນະທີ່​ເກົາ​ຫຼີ​ເໜືອ​ເພີ່ມ​ທະ​ວີ​ການ​ປະຕິບັດການ​ທາງ​ທະ​ຫານ​ຂອງ​ຕົນ. ຫຼັງ​ຈາກ​ການ​ຕັດ​ສິນ​ໃຈ​ຂອງ​ເກົາ​ຫຼີ​ໃຕ້​ໃນ​ວັນ​ອັງ​ຄານ​ທີ່ຜ່ານ​ມາ, ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ປະ​ກົດ​ວ່າຈະສິ້ນສຸດລົງຢ່າງ​ເປັນ​ທາງ​ການ. ຈະມີສິ່ງໃດ ເກີດຂຶ້ນໃນຕໍ່ໄປ ແມ່ນຍັງບໍ່ເປັນທີ່ຈະແຈ້ງເທື່ອ.

ອ່ານລາຍງາເປັນພາສາອັງກິດ ຂ້າງລູ່ມນີ້:

South Korea says it will fully resume military activities along its tense border with North Korea. The move is part of South Korea’s response to the North sending hundreds of balloons filled with trash and excrement into the South. More from VOA’s Bill Gallo in Seoul…

South Korea’s military has found about a thousand North Korean balloons, which dropped trash and reportedly feces across the country. On Tuesday, South Korea announced part of its response.

South Korean defense ministry official Cho Chang-rae said the government has decided to fully suspend a military agreement meant to reduce tensions with the North.

The decision frees South Korea to resume military drills along the border. It also allows for the resumption of loudspeaker propaganda broadcasts into the North.

North Korea says its trash balloons were retaliation after a South Korea-based human rights activist sent anti-regime pamphlets northward. It says the trash balloons will stop as soon as the leaflet campaigns stop.

That appears unlikely, since the South Korean activist sending the pamphlets has demanded a personal apology from Kim Jong Un.

The moves put the two Koreas on a path to further escalations. That is according to Seoul-based analyst Chad O’Carroll, who said North Korea appears determined to stop the infiltration of outside information.

O’CARROLL:

“It's like a cancer. And it's a serious Achilles heel for Kim Jong Un. And they seem to be getting more and more sensitive about outside information going into North Korea. And I think this latest action is a function of that hypersensitivity around external information coming in.”

North Korea is governed by a third-generation hereditary dictatorship which views virtually all outside information as an existential threat.

It would likely react firmly to any South Korean move to restore propaganda broadcasts, said O’Carroll.

O’Carroll:

“If they do that, we could see a greater chance for North Korea to consider some limited form of kinetic military action to stop loudspeakers or to stop the growth of this unofficial information coming into the North.”

In 2015, North Korea fired a projectile toward a South Korean loudspeaker. Three years later, the two sides signed an agreement to stop the broadcasts, and other border provocations.

The deal has been eroding for years, as North Korea escalated its military actions. After South Korea’s decision on Tuesday, the agreement appears officially dead. What comes next is unclear.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG