ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໒ ຕຸລາ ໒໐໒໔

ເກົາຫຼີ​ໃຕ້ ຮຽກ​ຕົວ​ທູດ​ພິ​ເສດ ຣັດ​ເຊຍ ເຂົ້າ​ພົບ ເພື່ອ​ປະ​ທ້ວງ​ຕໍ່​ການ​ສົ່ງກຳ​ລັງ ເກົາຫຼີ​ເໜືອ ໄປ ຣັດ​ເຊຍ


ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກົາຫຼີ​ໃຕ້ ທ່ານ ກິມ ຮອງ ຄຸນ, ຂວາ, ພົບ​ປະ​ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຣັດ​ເຊຍ ປະ​ຈຳ ເກົາຫຼີ​ໃຕ້ ທ່ານ ຈໍ​ຈີ ຊີ​ໂນ​ວຽບ ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້, 21 ຕຸ​ລາ 2024. (South Korea Foreign Ministry via AP)
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກົາຫຼີ​ໃຕ້ ທ່ານ ກິມ ຮອງ ຄຸນ, ຂວາ, ພົບ​ປະ​ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຣັດ​ເຊຍ ປະ​ຈຳ ເກົາຫຼີ​ໃຕ້ ທ່ານ ຈໍ​ຈີ ຊີ​ໂນ​ວຽບ ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້, 21 ຕຸ​ລາ 2024. (South Korea Foreign Ministry via AP)

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ ເກົາຫຼີ​ໃຕ້ ໄດ້​ຮຽກ​ຕົວ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຣັດ​ເຊຍ ໃນ​ນະ​ຄອນຫຼວງ ໂຊ​ລ ເຂົ້າ​ພົບ​ເພື່ອ​ປະ​ທ້ວງ​ໃນ​ວັນ​ຈັນ​ມື້​ນີ້ ກ່ຽວ​ກັບ ສິ່ງ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ ການ​ສົ່ງ​ກອງ​ທະ​ຫານ ເກົາຫຼີ​ເໜືອ ໄປ ຣັດ​ເຊຍ ເພື່ອ​ສົ່ງ​ໄປ ຢູ​ເຄ​ຣນ, ແລະ ໄດ້​ສັນ​ຍາ​ການ​ຕອບ​ໂຕ້​ຮ່ວມ​ກັນ​ຂອງ​ສາ​ກົນ.

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ທຳ​ອິດ​ຂອງ ເກົາຫຼີ​ໃຕ້ ທ່ານ ກິມ ຮອງ ຄຸນ (Kim Hong Kyun) ໄດ້​ຮຽກ​ພົບ​ທ່ານ ຈໍ​ຈີ ຊີ​ໂນ​ວຽບ, ທູດ​ພິ​ເສດ​ລະ​ດັບ​ສູງ ຣັດ​ເຊຍ ປະ​ຈຳ​ນະ​ຄອນຫຼວງ ໂຊ​ລ, ແລະ ໄດ້​ຮຽກ​ຮ້ອງ​ໃຫ້​ຖອນ​ທະ​ຫານ ເກົາຫຼີ​ເໜືອ ທັງ​ໝົດ​ອອກ​ຈາກ ຣັດ​ເຊຍ, ກະ​ຊວງ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ.

ວັງ ເຄ​ຣັມ​ລິນ ກ່ອນ​ໜ້ານີ້​ໄດ້​ປະ​ຕິ​ເສດ​ການ​ກ່າວ​ອ້າງ​ຂອງ ເກົາຫຼີ​ໃຕ້ ທີ່​ວ່າ ເກົາຫຼີ​ເໜືອ ອາດ​ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່ກອງ​ທັບ​ຈຳ​ນວນ​ນຶ່ງ​ໄປຊ່ວຍ​ເຫຼືອ ຣັດ​ເຊຍ ​ເພື່ອຕໍ່​ສູ້​ກັບ ຢູ​ເຄ​ຣນ.

ທ່ານ ກິມ ໄດ້​ກ່າວ​ວ່າການ​ເຂົ້າ​ຮ່ວມ​ຂອງກອງ​ທະ​ຫານ ເກົາຫຼີ​ເໜືອ ໃນ​ສົງ​ຄາມ​ໃນ ຢູ​ເຄ​ຣນ ໄດ້​ລ່ວງ​ລະ​ເມີດ​ມະ​ຕິ​ຂອງ​ອົງ​ການ ສະ​ຫະ​ປະ​ຊາ​ຊາດ ແລະ ກົດ​ບັດ ສະ​ຫະ​ປະ​ຊາ​ຊາດ ແລະ ໄດ້​ກໍ່​ໃຫ້​ເກີດ​ໄພ​ຂົ່ມ​ຂູ່​ທີ່​ຮ້າຍ​ແຮງ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ ເກົາຫຼີ​ໃຕ້ ແລະ ໄກ​ອອກ​ໄປ.

ກະ​ຊວງ​ໄດ້​ຢ້ຳ​ຄຳ​ເວົ້າ​ຂອງ​ທ່ານ ກິມ ວ່າ “ພວກ​ເຮົາ​ຂໍ​ກ່າວ​ປະ​ນາມ​ການ​ຮ່ວມ​ມື​ທາງ​ທະ​ຫານ​ທີ່​ຜິດ​ກົດ​ໝາຍ​ຂອງ ເກົາຫຼີ​ເໜືອ, ລວມ​ທັງ​ການ​ສົ່ງ​ກອງ​ທະ​ຫານ​ຂອງ​ເຂົາ​ເຈົ້າ​ໄປ ຣັດ​ເຊຍ, ໃນ​ຄຳ​ເວົ້າ​ທີ່​ຮຸນ​ແຮງ​ທີ່​ສຸດ.”

ກະ​ຊວງ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຈະ​ຕອບ​ໂຕ້​ຮ່ວມ​ກັນ​ກັບ​ປະ​ຊາ​ຄົມ​ສາ​ກົນ ດ້ວຍ​ການ​ໃຊ້​ທຸກ​ຢ່າງ​ທີ່​ພວກ​ເຮົາ​ມີ​ ເພື່ອ​ຕ້ານ​ການ​ກະ​ທຳ​ທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ແກນຫຼັກ​ຂອງ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ພວກ​ເຮົາ.”

ທ່ານ ຊີ​ໂນ​ວຽບ ໄດ້​ກ່າວ​ຕໍ່​ທ່ານ ກິມ ວ່າ​ການ​ຮ່ວມ​ມື​ລະ​ຫວ່າງ ມົ​ສ​ກູ ແລະ ພຽງ​ຢາງ ແມ່ນ​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ ແລະ ບໍ່​ໄດ້​ແນ​ເປົ້າ​ໃສ່​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ ເກົາຫຼີ​ໃຕ້, ສະ​ຖານ​ທູດ ຣັດ​ເຊຍ ໄດ້​ກ່າວ​ໃນ​ຂໍ້​ຄວາມ​ທີ່​ຂຽນ​ລົງ ເຟ​ສ​ບຸກ.

ອົງ​ການ​ສອດ​ແນມ​ຂອງ ເກົາຫຼີ​ໃຕ້ ໄດ້​ກ່າວ​ໃນ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ ເກົາຫຼີ​ເໜືອ ໄດ້​ຂົນ​ສົ່ງ​ກອງ​ກຳ​ລັງ​ພິ​ເສດ​ຈຳ​ນວນ 1,500 ຄົນ​ໄປ​ເຂດ​ຕາ​ເວັນ​ອອກ​ໄກ​ຂອງ ຣັດ​ເຊຍ ສຳ​ລັບ​ການ​ຝຶກ​ຊ້ອມ ແລະ ທຳ​ຄວາມ​ຄຸ້ນ​ເຄີຍ​ຢູ່​ຖານ​ທັບຕ່າງໆ​ໃນ​ທ້ອງ​ຖິ່ນ ແລະ ວ່າ​ເຂົາ​ເຈົ້າ​ອາດ​ຈະ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ຖືກ​ສົ່ງ​ໄປ​ຕໍ່​ສູ້​ໃນ​ສົງ​ຄາມ​ໃນ ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

South Korea's foreign ministry summoned the Russian ambassador in Seoul to protest on Monday over what it has called the dispatch of North Korean troops to Russia for deployment in Ukraine, and pledged a joint international response.

South Korea's first vice foreign minister Kim Hong-kyun called in Georgy Zinoviev, the top Russian envoy to Seoul, and urged the immediate withdrawal of North Korean soldiers from Russia, the ministry said in a statement.

The Kremlin has previously dismissed South Korean assertions that North Korea may have sent some military personnel to help Russia against Ukraine.

Kim said the participation of North Korean troops in the war in Ukraine violated U.N. resolutions and the U.N. charter and posed serious threats to the security of South Korea and beyond.

"We condemn North Korea's illegal military cooperation, including its dispatch of troops to Russia, in the strongest terms," the ministry quoted Kim as saying.

"We will respond jointly with the international community by mobilising all available means against acts that threaten our core security interests."

Zinoviev told Kim that cooperation between Moscow and Pyongyang was in line with international law and was not directed against the security interests of South Korea, the Russian embassy said in a Facebook post.

South Korea's spy agency said last week that North Korea had shipped 1,500 special forces troops to Russia's Far East for training and acclimatising at local military bases and that they would likely be deployed for combat in the war in Ukraine.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG