ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ຢຸນ ຊອກ ໂຢລ ຊຶ່ງຖືກພັກວຽກເຂົ້າຮ່ວມການພິຈາລະນາຄະດີຖອດຖອນທີ່ສານລັດຖະທຳມະນູນຂອງປະເທດໃນວັນພະຫັດຜ່ານມາ. ລຸນຫຼັງຈາກອົງການຕ້ານການສໍ້ລາດບັງຫຼວງໄດ້ໂອນຄະດີໃຫ້ແກ່ໄອຍະການ.
ທ່ານ ຢຸນ ຖືກກັກຂັງຕັ້ງແຕ່ອາທິດທີ່ຜ່ານມາ ຂະນະທີ່ເຈົ້າໜ້າທີ່ສືບສວນສອບສວນຄວາມພະຍາຍາມປະກາດກົດໄອຍະການເສິກຂອງທ່ານ ເມື່ອວັນທີ 03 ທັນວາ ຜ່ານມາ. ຊຶ່ງເປັນການກະທຳທີ່ສ້າງຄວາມຕົກໃຈໃຫ້ກັບປະເທດ, ເຖິງວ່າການປະກາດກົດໄອຍະການເສິກຈະຖືກຍົກເລີກອີກບໍ່ພໍເທົ່າໃດຊົ່ວໂມງໂດຍ ລັດຖະສະພາ.
ທ່ານ ຢຸນ ຊຸກ ໂຢລ ໄດ້ຖືກຟ້ອງຮ້ອງຖອດຖອນອີກຫຼາຍມື້ຕໍ່ມາແລະອຳນາດປະທານາທິບໍດີຂອງທ່ານກໍ່ຖືກໂຈະ. ທ່ານເປັນປະທານາທິບໍດີຄົນທຳອິດທີ່ຖືກຈັບໃນປະຫວັດສາດຂອງເກົາຫຼີໃຕ້.
ກ່ອນໜ້ານີ້ໃນມື້ດຽວກັນ, ອົງການຕ້ານການສໍ້ລາດບັງຫຼວງກ່າວວ່າຈະຂໍໃຫ້ໄອຍະການຟ້ອງ ທ່ານ ຢຸນ ໃນຂໍ້ກ່າວຫາວ່າທ່ານເປັນຜູ້ນໍາການກໍ່ກະບົດຊຶ່ງກ່ຽວກັບລັດຖະມົນຕີກະຊວງປ້ອງກັນປະເທດຂອງທ່ານນໍາດ້ວຍ.
ຄວາມພະຍາຍາມປະກາດກົດໄອຍະການເສິກທີ່ບໍ່ເປັນທາງການເຮັດໃຫ້ເກົາຫຼີໃຕ້ເຂົ້າສູ່ວິກິດທາງການເມືອງທີ່ສົ່ງຜົນໃຫ້ເສດຖະກິດຕົກຕໍ່າແລະເຮັດໃຫ້ເກີດຄວາມກັງວົນໃນກຸ່ມພັນທະມິດ. ລວມເຖິງສະຫະລັດອາເມຣິກາກ່ຽວກັບສະຖຽນລະພາບທາງການເມືອງຂອງປະເທດ.
ອ່ານຂ່າວເປັນພາສາອັງກິດ
South Korea's suspended President Yoon Suk Yeol attended his impeachment trial at the country’s Constitutional Court on Thursday after the anti-corruption agency transferred his case to prosecutors.
Yoon has been incarcerated since last week while investigators probe his short-lived attempt on December 3 to impose martial law - a move that shocked the nation even though it was overturned within hours by parliament.
He was impeached several days later and his presidential powers suspended. He is the first sitting president to be arrested in South Korean history.
Earlier in the day, the anti-corruption agency said it would ask prosecutors to indict Yoon over allegations he was the ringleader of an insurrection, which also involved his defense minister.
He is the first sitting president to be arrested in South Korean history.
The botched martial law attempt has plunged South Korea into a political crisis that has caused a drag on the economy and raised concerns among allies, including the United States, about the country's political stability.
ຟໍຣັມສະແດງຄວາມຄິດເຫັນ