ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ຍົກລະດັບການເຕືອນໄພໃນການກໍ່ການຮ້າຍ ຫຼັງຈາກມີລາຍງານ ຂອງໄພຂົ່ມຂູ່ຈາກເກົາຫຼີເໜືອ


ແຟ້ມພາບ - ພວກຄົນພາກັນຊູທຸງຊາດຂະໜາດໃຫຍ່ຂອງເກົາຫຼີໃຕ້ ໃນລະຫວ່າງ ການໂຮມຊຸມນຸມຕໍ່ຕ້ານເກົາຫຼີເໜືອ ເພື່ອເປັນຂີດໝາຍ ວັນແຫ່ງຄວາມລຳລຶກ ຫຼື Memorial Day, ທີ່ນະຄອນຫຼວງໂຊລ, ວັນທີ 6 ມິຖຸນາ 2011.
ແຟ້ມພາບ - ພວກຄົນພາກັນຊູທຸງຊາດຂະໜາດໃຫຍ່ຂອງເກົາຫຼີໃຕ້ ໃນລະຫວ່າງ ການໂຮມຊຸມນຸມຕໍ່ຕ້ານເກົາຫຼີເໜືອ ເພື່ອເປັນຂີດໝາຍ ວັນແຫ່ງຄວາມລຳລຶກ ຫຼື Memorial Day, ທີ່ນະຄອນຫຼວງໂຊລ, ວັນທີ 6 ມິຖຸນາ 2011.

ລັດຖະບານເກົາຫຼີໃຕ້ ໄດ້ຍົກລະດັບການເຕືອນໄພການກໍ່ການຮ້າຍຂອງຕົນ ສຳລັບສະຖານທູດແຫ່ງຕ່າງໆໃນວັນພະຫັດວານນີ້ ໂດຍເຕືອນວ່າ ເກົາຫຼີເໜືອ ອາດໂຈມຕີບັນດານັກການທູດຢູ່ຕ່າງປະເທດ.

ລະດັບການຕິດ​ຕາມການກໍ່ການຮ້າຍຂອງປະເທດ ໄດ້ຖືກຍົກຂຶ້ນສູ່ສະຖານະ “ລະມັດລະວັງ” ເຊິ່ງເປັນລະດັບສູງສຸດອັນດັບສອງ ໃນລະບົບທີ່​ມີສີ່ຂັ້ນ ທີ່ບົ່ງບອກວ່າ “ເປັນໄປໄດ້ສູງຈະມີການໂຈມຕີກໍ່ການຮ້າຍ” ອີງຕາມຖະແຫລງການສະບັບນຶ່ງຈາກກະຊວງການຕ່າງປະເທດຂອງເກົາຫຼີໃຕ້.

ຖະແຫລງການສະບັບນີ້ ໄດ້ກ່າວວ່າ ໃນວັນພະຫັດວານນີ້ ໄດ້ມີການຕັດສິນໃຈ ໃນລະຫວ່າງກອງປະຊຸມຂອງສູນກາງຕໍ່ຕ້ານການກໍ່ການຮ້າຍຂອງເກົາຫຼີໃຕ້.

ບັນດາເຈົ້າໜ້າທີ່ຂອງເກົາຫຼີໃຕ້ ເມື່ອບໍ່ດົນມານີ້ໄດ້ຮັບຂໍ້ມູນລັບທີ່ວ່າ ເກົາຫຼີເໜືອ ໄດ້ວາງແຜນທີ່ຈະທຳຮ້າຍເຈົ້າໜ້າທີ່ນັກການທູດຂອງເກົາຫຼີໃຕ້ ຂໍ້ມູນລັບນັ້ນ ຍັງກ່າວຕື່ມໂດຍບໍ່ເປີດເຜີຍລັກສະນະທີ່ແທ້ຈິງຂອງໄພຄຸກຄາມທີ່ຖືກກ່າວອ້າງ ໄປນັ້ນ.

ສະຖານທູດທີ່ຖືກແນໃສ່ລວມມີ ສະຖານທູດຂອງເກົາຫຼີໃຕ້ ປະຈຳ ກຳປູເຈຍ, ລາວ ແລະຫວຽດນາມ ພ້ອມກັບກົງສຸນແຫ່ງຕ່າງໆ ຢູ່ໃນເຂດຕາເວັນອອກສຸດ ຂອງຣັດເຊຍ ເຊັ່ນເມືອງ ວລາດີໂວສຕ໊ອກ ແລະຢູ່ໃນເມືອງ ເຊິນຢາງທາງ ພາກຕາເວັນອອກສຽງເໜືອຂອງຈີນ.

ກະຊວງການຕ່າງປະເທດຂອງເກົາຫຼີໃຕ້ ບໍ່ໄດ້ຕອບໃນທັນທີ ຕໍ່ການຮ້ອງຂໍ

ລາຍລະອຽດຕື່ມອີກກ່ຽວກັບເລື້ອງດັ່ງກ່າວ.

ທັງສອງເກົາຫຼີ ຕາມທາງດ້້ານເທັກນິກແລ້ວຍັງຄົງຢູ່ໃນພາວະສົງຄາມ ນັບຕັ້ງ ແຕ່ບັນຫາຂັດແຍ້ງໃນຊຸມປີ 1950 ໄດ້ສິ້ນສຸດລົງດ້ວຍການຢຸດການ​ສູ້ລົບ ແທນທີ່ວ່າຈະເປັນສົນທິສັນຍາສັນຕິພາບ. ເຖິງຢ່າງໃດກໍຕາມ ມັນເປັນເວລາ ຫຼາຍທົດສະຫວັດແລ້ວ ນັບຕັ້ງແຕ່ການສູ້ລົບກັນຄັ້ງໃຫຍ່ຢ່າງຕໍ່ເນື່ອງໄດ້ເກີດ ຂຶ້ນມາ.

South Korea’s government raised its terror alert level for five diplomatic missions Thursday, warning North Korea could attack South Korean diplomats overseas.

The country’s terror watch level was raised to “alert” status, the second-highest level in a four-tier system, indicating a “high possibility of a terrorist attack,” according to a statement from South Korea’s Ministry of Foreign Affairs.

The statement said the decision was made during a Thursday meeting of South Korea’s Counter Terrorism Center.

South Korean officials recently received intelligence that North Korea was planning to harm South Korean diplomats, it added, without disclosing the exact nature of the alleged threat.

The targeted diplomatic missions include South Korean embassies in Cambodia, Laos, and Vietnam, as well as consulates in the Far Eastern Russian city of Vladivostok and the northeastern Chinese city of Shenyang.

South Korea’s Ministry of Foreign Affairs did not immediately respond to VOA’s request for more details.

The two Koreas have remained technically in a state of war since their 1950s conflict ended in a truce instead of a peace treaty. However, it has been decades since major sustained hostilities have arisen. OK?

FILE - A North Korean military guard post, background, and a South Korean post, front, are seen in Paju South Korea, July 20, 2023.
FILE - A North Korean military guard post, background, and a South Korean post, front, are seen in Paju South Korea, July 20, 2023.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG