ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ຕ້ອງໄດ້ປິດ ເຕົາແຍກນິວເຄລຍ ເພື່ອຮັບປະກັນຄວາມປອດໄພ


ເຕົາແຍກນິວເຄລຍ ຂອງໂຮງງານໄຟຟ້າ Younggwang ຂອງເກົາຫຼີໃຕ້.
ເຕົາແຍກນິວເຄລຍ ຂອງໂຮງງານໄຟຟ້າ Younggwang ຂອງເກົາຫຼີໃຕ້.
ເກົາຫຼີໃຕ້ຕ້ອງໄດ້ປິດເຕົາແຍກນິວເຄລຍ ສໍາລັບປັ່ນໂຮງງານ
ໄຟຟ້າ 2 ແຫ່ງລົງ ເພື່ອປ່ຽນສ່ວນປະກອບຂອງເຄື່ອງຈັກ ທີ່ມີ
ໃບຄໍ້າປະກັນຄຸນນະພາບ ທີ່ຖືກປອມແປງມານັ້ນ.

ລັດຖະມົນຕີເສດຖະກິດ ທ່ານ Hong Suk-woo ໄດ້ກ່າວເນັ້ນ
ໃນວັນຈັນມື້ນີ້ວ່າ ສ່ວນປະກອບເຫລົ່ານັ້ນ ບໍ່ໄດ້ເປັນອັນຕະລາຍ
ໃດໆຕໍ່ຄວາມປອດໄພ ແລະກໍບໍ່ໄດ້ກ່ຽວຂ້ອງ ກັບການຕິດຂັດ
ທີ່ມີມາຢ່າງຕໍ່ເນື່ອງ ຢູ່ເຕົາແຍກນິວເຄລຍສໍາລັບໂຮງງານປັ່ນ
ໄຟຟ້າຂອງຕົນ ໃນປີນີ້.

ແຕ່ທ່ານ Hong ໄດ້ເຕືອນວ່າ ການປ່ຽນສ່ວນປະກອບຂອງ
ເຄື່ອງຈັກທີ່ປອມແປງແລະການທົດສອບຄວາມປອດໄພຮອບ
ດ້ານນັ້ນ ແມ່ນຈະໃຊ້ເວລາເປັນຫຼາຍໆເດືອນ. ທ່ານກ່າວຕື່ມວ່າ
ການອັດເຕົາແຍກນິວເຄລຍໜ່ວຍທີ່ 5 ແລະ 6 ຢູ່ໂຮງງານປັ່ນ
ໄຟຟ້າ Yeonggwangຈະສົ່ງຜົນໃຫ້ມີການຂາດເຂີນໄຟຟ້າໃຊ້ໃນຊ່ວງລະດູໜາວຫຼາຍ
ເດືອນຂ້າງໜ້ານີ້.

ເກົາຫຼີໃຕ້ມີເຕົາແຍກນິວເຄລຍທີ່ໃຊ້ປັ່ນໄຟຟ້າ ທັງໝົດ 23 ແຫ່ງ ເພື່ອປ້ອນພະລັງງານ
ໄຟຟ້າຫຼາຍກວ່າ 1/3 ຂອງໄຟຟ້າທັງໝົດໃນທົ່ວປະເທດ. ຫຼັງຈາກທີ່ໄດ້ມີການລະລາຍ
ລົງຂອງໂຮງງານໄຟຟ້ານິວເຄລຍ Fukushima ໃນຍີ່ປຸ່ນ ໃນເດືອນມີນາ 2011 ນັ້ນ
ປະຊາຊົນຈໍານວນຫຼວງຫຼາຍໃນເກົາຫຼີໃຕ້ ປະເທດທີ່ມີຊັບພະຍາກອນທັງດ້ານນີ້
ໜ້ອຍນັ້ນ ແມ່ນໄດ້ມີຄໍາຖາມວ່າ ການສ່ຽງຕໍ່ອັນຕະລາຍຂອງພະລັງງານໄຟຟ້າທີ່ປັ່ນ
ຈາກນິວເຄລຍ ຈະກຸ້ມຄ່າກັບ ຜົນຕອບແທນຫລືບໍ່?
XS
SM
MD
LG