ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານສູງສຸດ ຂອງເກົາຫຼີໃຕ້ ອອກຄຳສັ່ງ ໃຫ້ບໍລິສັດ ຍີ່ປຸ່ນ ຈ່າຍຄ່າຊົດເຊີຍ ສຳລັບ ການບັງຄັບ ໃຫ້ອອກແຮງງານ

ພວກຜູ້ເຄາະຮ້າຍ ຈາກການຖືກບັງຄັບໃຫ້ອອກແຮງງານ ໂດຍຍີ່ປຸ່ນ ແລະຄອບຄົວຂອງພວກເຂົາເຈົ້າ ເດີນທາງໄປຮອດສານສູງສຸດ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 29 ພະຈິກ 2018.
ພວກຜູ້ເຄາະຮ້າຍ ຈາກການຖືກບັງຄັບໃຫ້ອອກແຮງງານ ໂດຍຍີ່ປຸ່ນ ແລະຄອບຄົວຂອງພວກເຂົາເຈົ້າ ເດີນທາງໄປຮອດສານສູງສຸດ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 29 ພະຈິກ 2018.

ສານສູງສຸດຂອງເກົາຫຼີໃຕ້ ໄດ້ອອກຄຳສັ່ງໃຫ້ ບໍລິສັດ ມິດຊູບີຊິ ​ທີ່ຜະລິດເຄື່ອງຈັກໜັກ
ຂອງຍີປຸ່ນ ຈ່າຍຄ່າຊົດເຊີຍໃຫ້ແກ່ຊາວເກົາຫຼີໃຕ້ 10 ຄົນ ທີ່ຖືກບັງຄັບ ໃຫ້ອອກແຮງງານ
ໃນລະຫວ່າງສົງຄາມໂລກຄັ້ງທີສອງ.

ສານສູງສຸດດັ່ງກ່າວ ໄດ້ອອກຄຳຕັດສິນສອງສະບັບຕ່າງກັນ ໃນວັນພະຫັດມື້ນີ້ ໂດຍຊີ້ນຳ
ໃຫ້ບໍລິສັດມິດຊູບີຊິ ຈ່າຍເງິນ ໃນຈຳນວນ ລະຫວ່າງ 71,000 ໂດລາ ຫາ 133,000
ໂດລາ ໃຫ້ແກ່ໂຈດແຕ່ລະຄົນ ຫຼືຍາດໃກ້ຊິດຂອງພວກເຂົາເຈົ້າ ໂດຍຍຶດຖືເອົາຕາມການ
ຕັດສິນຂອງສານອຸທອນ.

ຍານາງ ກິມ ຊັງ-ຈູ (Kim Sung-joo), ກາງແຖວຫລຸ່ມ, ຜູ້ເຄາະຮ້າຍຈາກການຖືກບັງຄັບໃຫ້ອອກແຮງງານ, ແລະຄອບຄົວຂອງເພິ່ນ ແລະພວກສະໜັບສະໜຸນ ພາກັນຍົກມືຂຶ້ນສະເຫຼີມສະຫຼອງ ຫຼັງຈາກທີ່ສານສູງສຸດ ໄດ້ຕັດສິນສັ່ງໃຫ້ ບໍລິສັດ ມິດຊູບີຊິ ຜະລິດເຄືອງຈັກໜັກຂອງຍີ່ປຸ່ນ ຈ່າຍຄ່າຊົດເຊີຍ ໃຫ້ພວກເຂົາເຈົ້າ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 29 ພະຈິກ 2018.

ການຍຶດຄອງເອົາແຫຼມເກົາຫຼີ ທີ່ໂຫດຮ້າຍຂອງຍີ່ປຸ່ນ ໃນລະຫວ່າງ ປີ 1910 ຫາ 1945
ນັ້ນ ຍັງຄົງເປັນແຫລ່ງຂອງຄວາມຂົມຂື່ນ ທີ່ໂຕ້ຖຽງກັນ ລະຫວ່າງ ທັງສອງປະເທດ ເຖິງ
ແມ່ນວ່າ ໂຕກຽວໄດ້ຈ່າຍຄ່າເສຍ​ຫາຍໃຫ້ແກ່ໂຊລໄປແລ້ວ ອັນເປັນພາກສ່ວນນຶ່ງ ຂອງ
ສົນທິສັນຍາປີ 1965 ທີ່ສົ່ງຜົນໃຫ້ມີ​ການ​ຟື້ນ​ຟູສາຍ ສຳພັນຄືນໃໝ່ ຂອງສອງຝ່າຍ ຢ່າງ
ເປັນທາງການ.

ແຕ່ສານສູງສຸດ ກໍໄດ້ຕັດສິນໃນເມື່ອກ່ອນຜ່ານມາ ວ່າ ສົນທິສັນຍາດັ່ງກ່າວ ບໍ່ໄດ້ຫ້າມ
ບຸກຄົນໃດ ທີ່ຈະຟ້ອງຮ້ອງຂໍຄ່າຊົດເຊີຍ ຈາກບັນດາບໍລິສັດຕ່າງໆຂອງຍີ່ປຸ່ນ ທີ່ກ່ຽວ
ຂ້ອງ ໃນການບັງຄັບໃຫ້ອອກແຮງງານ ໃນຊ່ວງເວລານັ້ນ. ການຕັດສິນຕ່າງໆທີ່ອອກ
ມາ ໃນວັນພະຫັດມື້ນີ້ ໄດ້ສະທ້ອນເຖິງ ຄຳຕັດສິນ ຂອງສານໃນເມື່ອກ່ອນ ທີ່ໄດ້ຕັດສິນ
ໄປເມື່ອເດືອນແລ້ວນີ້ ຕໍ່ບໍລິສັດ ນີບປອນ ຜະ ລິດເຫຼັກກ້າ ແລະ ບໍລິສັດ ຊູມິໂຕໂມະ
ຜະລິດໂລ​ຫະ.

ລັດຖະມົນຕີວ່າການຕ່າງປະເທດຂອງຍີ່ປຸ່ນ ທ່ານ ຕາໂຣ ໂຄໂນ ໄດ້ເອີ້ນການ ຕັດສິນ
ດັ່ງກ່າວ ວ່າ “ໜ້າເສຍໃຈ ແລະ ຍອມຮັບບໍ່ໄດ້ເລີຍ” ໃນຖະແຫຼງການ ທີ່ນຳອອກເຜີຍ
​ແຜ່ສະບັບນຶ່ງ. ທ່ານ ໂຄໂນ ໄດ້ເຕືອນວ່າ ການຕັດສິນ​ດັ່ງ​ກ່າວ ລະເມີດຕໍ່ສົນທິສັນຍາ
ປີ 1965 ແລະ ໄດ້ກ່າວວ່າ ຍີ່ປຸ່ນ ອາດຈະຂໍອຸທອນໃນ ເລື່ອງນີ້ ຕໍ່ສານສາກົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG