ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີ​ໃຕ້ ຈັບ​​ກໍ່າປັ່ນ​ ຂອງຈີນ ທີ່​​ສົງໄວວ່າ ​ສົ່ງນໍ້າມັນ​ ​ໃຫ້​ກໍ່າປັ່ນ ​ຂອງເກົາຫລີ​​ເໜືອ ໄດ້


Hotunan Taron Matasan Kasashen Afirka a Birnin Kigali na kasar Rwanda
Hotunan Taron Matasan Kasashen Afirka a Birnin Kigali na kasar Rwanda

ກະຊວງ​ການ​ຕ່າງປະ​ເທດ​ເກົາຫລີ​ໃຕ້​ເວົ້າວ່າ ປະ​ເທດ​ດັ່ງກ່າວ​ໄດ້​ຈັບ​ເຮືອ​ກໍ່າປັ່ນ​ທີ່​ຕິດ
​ທຸງ​ຂອງ​ຮົງ​ກົງ​ທີ່​ໄດ້​ນໍາ​ສົ່ງ​ນໍ້າມັນ​ຕໍ່ໄປ​ໃຫ້​ແກ່ກໍ່າປັ່ນ​ຂອງເກົາຫລີເໜືອຢູ່​ໃນໜ່ານນໍ້າ​
ສາກົນ ​ເຖິງ​ແມ່ນ​ວ່າ ສະພາ​ຄວາມໝັ້ນຄົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ທໍາ​ການ
​ລົງ​ໂທດ​ແລ້ວ​ກໍ​ຕາມ.

ອົງການ​ຂ່າວ Yonhap ຂອງ​ເກົາຫລີໃຕ້​ລາຍ​ງານ​ວ່າ ​ເຈົ້າໜ້າທີ່​ພາສີ​ເກົາຫລີໃຕ້ ​ເວົ້າ
ວ່າກໍ່າປັ່ນ Lighthouse Winmore ​ໄດ້​ສົ່ງ​ຖຽ່ນ “ນໍ້າມັນທີ່​ກັ່ນ​ແລ້ວ​ຈໍານວນ 600 ​ໂຕນ"
​ໄປ​ໃສ່​ກໍ່າປັ່ນ​ຂອງ​ເກົາຫລີເໜືອ ​ໃນວັນ​ທີ 19 ຕຸລາ​ຜ່ານ​ມາ. ອີງ​ຕາມ​ອົງການ​ຂ່າວ​ດັ່ງ
ກ່າວ​ ເກົາຫລີໃຕ້​ໄດ້​ຍຶດ​ເຮືອກໍ່າປັ່ນLighthouse Winmore ​ໄວ້​ໃນ​ວັນ​ທີ 24 ພະຈິກ​
ໃນ​ຂະນະທີ່ກໍ່າປັ່ນ​ດັ່ງກ່າວ ​ໄດ້​ເດີນທາງ​ເຂົ້າ​ໄປ​ໃນ ທ່າ​ເຮືອ Yeosu ຂອງ​ເກົາຫລີໃຕ້.

ອົງການ​ຂ່າວ Yonhap ລາຍ​ງານ​ວ່າ ກໍ່າປັ່ນ Lighthouse Winmore ຖືກເຊົ່າ​ໂດຍ​ກຸ່ມ Billions Bunker Group ຊຶ່ງ​ເປັນ​ບໍລິສັດ​ຂອງ​ໄຕ້​ຫວັນ. ອົງການ​ຂ່າວ​ດັ່ງກ່າວຍັງ​ເວົ້າ
ອີກ​ວ່າ "ບ່ອນ​ທີ່​ສິນຄ້າ​” ຢູ່​ໃນ​ເຮືອ “ຈະຖືກ​ຂົນ​ສົ່ງ​ໄປ​ແມ່ນ” ​ໄຕ້ຫວັນ ​ແຕ່​ວ່າ ກໍ່າປັ່ນ​ດັ່ງ
ກ່າວ "​ໄດ້​ສົ່ງ​ຖ່າຍນໍ້າມັນ​ໄປ​ໃສ່​ເຮືອກໍ່າປັ່ນ​ Sam Jong 2 ຂອງເກົາຫລີເໜືອ ​ແລະ​ກໍ່າ
ປັ່ນ​ອີກ​ສາມ​ລໍາຂອງເກົາຫລີເໜືອ ຢູ່​ໃນໜ່ານນໍ້າ​ສາກົນ ​ໃນ​ທະ​ເລ​ຈີນ​ຕາ​ເວັນ​ອອກ."

ກໍ່າປັ່ນ Lighthouse Winmore ​ແມ່ນ​ຢູ່​ໃນ​ລາຍ​ການກໍ່າປັ່ນ​ທີ່​ສະຫະລັດ​ໄດ້​ສະ​ເໜີ
ໃຫ້​ເອົາ​ເຂົ້າ​ໄປ​ຢູ່​ໃນ​ບັນຊີ​ດໍາ ຍ້ອນ​ວ່າບໍລິສັດກໍ່າປັ່ນ​ດັ່ງກ່າວ​ໄດ້​ເຮັດ​ການ​ຄ້າ ທີ່​ຖືກ
​ຫ້າມ​ກັບເກົາຫລີເໜືອ.

ອົງການ​ຂ່າວ Yonhap ຍັງ​ໄດ້​ລາຍ​ງານ​ອີກ​ວ່າ ເກົາຫລີໃຕ້​ໄດ້​ແຈ້ງ​ໃຫ້​ສະຫະລັດ​ຊາບ
​ແລ້ວ ກ່ຽວກັບ "ການ​ຈັບໄດ້ເລື່ອງ​ເຮັດ​ການຄ້າ​ທີ່ຜິດ​ກົດໝາຍດັ່ງກ່າວ​ແລ້ວ."

ທ່ານ​ດໍ​ໂນ​ລ ທຣໍາ ປະທານາທິບໍດີ​ສະຫະລັດ ​ໄດ້​ກ່າວ​ຫາ​ຈີນໃນ​ວັນ​ພະຫັດ​ວານ​ນີ້ວ່າ
ໄດ້​ອໍາ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ຂົນ​ສົ່ງ​ນໍ້າມັນ​ໄປ​ໃຫ້​ເກົາຫລີ​ເໜືອ ​ເຖິງ​ແມ່ນ​ວ່າ ຈີນ
​ຈະ​ໄດ້​ຢືນຢັນ​ຫລາຍ​ຄັ້ງ ວ່າ ຕົນ​ບໍ່​ໄດ້​ລະ​ເມີດ​ການ​ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ ​ໃນ
​ການ​ຈໍາກັດ​ການ​ຂົນ​ສົ່ງ​ນໍ້າມັນ​ໄປ​ຍັງ​ປະ​ເທດ​ທີ່​ເປັນ​ອັນທະພານ​ນີ້.

ທ່ານ​ທຣໍາຂຽນລົງ​ໃນ ທວີ​ດ​ເທີວ່າ "ຈັບ​ໄດ້​ພວກ​ແດງ​ເອົາ​ໃຫ້ - ຜິດ​ຫວັງ​ຫລາຍທີ່​ຈີນ
​ໄດ້​ອະນຸຍາດ​ໃຫ້​ນໍ້າມັນຂົນ​ສົ່ງ​ໄປ​ໃຫ້​ເກົາຫລີ​ເໜືອ. ຈະ​ບໍ່ມີ​ການ​ແກ້​ໄຂ​ແບບ​ເປັນ​ມິດ
​ກັນກ່ຽວກັບ​ບັນຫາ​ເກົາຫລີ​ເໜືອ ​ຈັກ​ເທື່ອ ຫາກ​ຕາບ​ໃດ​ເລື່ອງ​ແບບ​ນີ້ສືບຕໍ່ມີ​ຂຶ້ນ!"
[[ EMBED: https://twitter.com/realDonaldTrump/status/946416486054285314 ]]

ທ່ານ​ນາງ Hua Chunying ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີ​ນໃນ​ວັນ​ສຸກ​ມື້ນີ້ ​ໄດ້​
ປະຕິ​ເສດອີກວ່າ ຈີນ​ບໍ່​ໄດ້​ມີ​ສ່ວນ​ກ່ຽວພັນ​ໃນ​ການ​ລັກລອບ​ສິນຄ້າ​ເຂົ້າ​ໄປ​ໃນ ຫລື​ເອົາ​
ອອກ​ມາ​ຈາກ​ເກົາຫລີ​ເໜືອ ​ແຕ່​ຢ່າ​ງ​ໃດ​ເລີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG