ເກົາຫຼີເໜືອ ໄດ້ຍິງ “ລູກສອນໄຟ” ທີ່ບໍ່ສາມາດລະບຸໄດ້ວ່າເປັນຊະນິດໃດ ອີກຄັ້ງນຶ່ງ
ອີງຕາມຄຳຖະແຫຼງຂອງກອງທັບເກົາຫຼີໃຕ້ ໃນວັນພະຫັດມື້ນີ້. ເປັນທີ່ ປາກົດວ່າ
ແມ່ນການຍິງທົດລອງຄັ້ງທີສອງຂອງພຽງຢາງ ໃນໄລຍະບໍ່ເຖິງນຶ່ງ ສັບປະດາເລີຍ.
ລູກສອນໄຟດັ່ງກ່າວ ໄດ້ຖືກຍິງເມື່ອປະມານ 4 ໂມງ 30 ຕອນແລງຕາມເວລາໃນ
ທ້ອງຖິ່ນ ຈາກເມືອງ ຊີໂນ-ຣີ ຢູ່ທາງພາກຕາເວັນຕົກສຽງເໜືອ ຂອງປະເທດ ແລະ
ໄດ້ມຸ້ງໜ້າໄປທາງທິດຕາເວັນອອກ ດັ່ງທີ່ຫົວໜ້າເສນາທິການ ຮ່ວມຂອງເກົາຫຼີໃຕ້
ໄດ້ກ່າວໄປນັ້ນ.
ຖະແຫລງການນັ້ນ ບໍ່ໄດ້ກ່າວວ່າ ອາວຸດດັ່ງກ່າວ ໄປຕົກຢູ່ບ່ອນໃດ ຫຼືວ່າ ມັນໄດ້ບິນ
ໄປໄກຊ່ຳໃດ.
ເຈົ້າໜ້າທີ່ຂອງເກົາຫຼີໃຕ້ທ່ານນຶ່ງ ໄດ້ກ່າວຕໍ່ອົງການຂ່າວຣອຍເຕີ້ ວ່າ ລູກສອນ ໄຟ
ດັ່ງກ່າວ ເຊື່ອກັນວ່າ ໄດ້ບິນໄປໄກປະມານ 420 ກິໂລແມັດ.
ເມືອງຊີໂນ-ຣີ ເປັນຖານທີ່ຕັ້ງລູກສອນໄຟ ຊຶ່ງເປັນສາງເກັບລູກສອນໄຟຂີປະນາວຸດ
ລັດສະໝີປານກາງ Nodong ອີງຕາມໂຄງການທີ່ເອີ້ນວ່າ Beyond Parallel ຂອງ
ສູນກາງເພື່ອຍຸດທະສາດ ແລະການສຶກສາຄົ້ນຄວ້າສາກົນ.
ເກົາຫຼີເໜືອ ໃນວັນເສົາຜ່ານມາ ໄດ້ຍິງທົດລອງ ສິ່ງທີ່ບັນດານັກວິເຄາະ ໄດ້ອະທິບາຍ
ວ່າ ເປັນລູກສອນໄຟຂີປະນາວຸດ ລັດສະໝີໃກ້. ກ່ອນໜ້ານັ້ນ ທ່ານກິມ ບໍ່ໄດ້ທຳການຍິງ
ທົດລອງລູກສອນໄຟຂີປະນາວຸດ ນັບຕັ້ງແຕ່ເດືອນພະຈິກ ປີ 2017 ເປັນຕົ້ນມາ.
ການຍິງຄັ້ງຫຼ້າສຸດ ມີຂຶ້ນຂະນະທີ່ ທ່ານສຕີບເວັນ ບີກັນ ຜູ້ຕາງໜ້າພິເສດ ຂອງສະຫະລັດ
ຮັບຜິດຊອບເລື້ອງເກົາຫຼີເໜືອ ພວມພົບປະກັບບັນດາເຈົ້າໜ້າທີ່ຂອງເກົາຫຼີໃຕ້ ຢູ່ໃນ
ນະຄອນຫຼວງໂຊລ.
ການຍິງທົດລອງດັ່ງກ່າວ ເປັນໄພຂົ່ມຂູ່ ທີ່ຈະເຮັດໃຫ້ການເຈລະຈາ ເລື້ອງນິວເຄລຍ
ລະຫວ່າງ ຜູ້ນຳເກົາຫຼີເໜືອ ກິມ ຈົ່ງ ອຶນ ກັບ ປະທານາທິບໍດີ ດໍໂນລ ທຣຳ ນັ້ນ ຢຸດຊະ
ງັກລົງ.
ເມື່ອເດືອນເມສາຜ່ານມານີ້ ທ່ານກິມ ໄດ້ປະກາດວ່າ ທ່ານຈະໂຈະການຍິງທົດລອງ
ອາວຸດນິວເຄລຍ ແລະລູກສອນໄຟຂີປະນາວຸດຂ້າມທະວີບ. ການປະກາດໂຈະທີ່ບັງຄັບ
ຕົນເອງດັ່ງກ່າວ ບໍ່ເຄີຍກາຍເປັນຮູບປະທຳ ແຕ່ໄດ້ຊ່ອຍອຳນວຍ ໃຫ້ມີການເຈລະຈາ
ສຸດຍອດສອງຄັ້ງ ລະຫວ່າງ ທ່ານທຣຳ ແລະທ່ານກິມ.
ສື່ມວນຊົນຂອງທາງການເກົາຫຼີເໜືອ ໃນວັນພຸດວານນີ້ ໄດ້ຕີລາຄາການຍິງທົດລອງ
ໃນວັນເສົາຜ່ານມາວ່າ ເປັນ “ການປ້ອງກັນຕົວ” ແລະ “ບໍ່ມີຫຍັງຫຼາຍໄປກວ່າການຝຶກ
ຊ້ອມຕາມປົກກະຕິ.”