ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄອ​ຍະ​ການ ​ເກົາຫຼີ​ໃຕ້ ຈະ​ລົງ​ໂທດ ຫົວໜ້າ ​ບໍລິສັດ Samsung


SOKOR Political Scandal
please wait

No media source currently available

0:00 0:01:11 0:00

ຄະນະໄອ​ຍະ​ການຂອງ​ເກົາຫຼີ​ໃຕ້ ກ່າວ​ວ່າ ​ຕົນ​ຈະ​ລົງ​ໂທດຫົວໜ້າ​ບໍລິສັດຍັກ​ໃຫຍ່
Samsung ​ແລະ ​ເຈົ້າ​ໜ້າ​ທີ່​ລະດັບ​ສູງອື່ນໆ 4 ທ່ານ ຂອງ​ເກົາຫຼີ​ໃຕ້ ໃນ​ຖານຮັບສິນ​ບົນ
​ແລະ​ຍັກ​ຍອກ​ເງິນ ​ໃນ​ວັນ​ອັງຄານ​ມື້​ນີ້ ​ທີ່​ພົວພັນ​ໃນ​ການ​ສໍ້​ລາດ​ບັງ​ຫຼວງ ທີ່​ໄດ້​ເຊື່ອ​ມ​ໂຍງ
ໃສ່ ປະທານາທິບໍດີ Park Geun-hye.

ຄະນະໄອ​ຍະ​ການພິ​ເສດ ​ຖືກ​ສ້າງຕັ້ງຂຶ້ນມາ​ເພື່ອ​ສືບສວນ​ເລື່ອງ​ນີ້ ຍັງ​ໄດ້​ກ່າວ​ຫາປະທານ​
ຂອງ​ກຸ່​ມບໍລິ​ສັດ Samsung ທ່ານ Lee Jae-yong ທີ່​ໄດ້​ເຊື່ອງ​ຊັບ​ສິນໄວ້ຢູ່​ຕ່າງປະ​ເທດ
​ຂອງ​ທ່ານ ​ແລະ​ໄດ້ໃຫ້ການ​ເທັດ​ຕໍ່​ລັດຖະສະພາ.

ນາຍົກລັດຖະມົນຕີ Park ​ໄດ້​ຖືກຟ້ອງ​ຮ້ອງ​ດຳ​ເນີນຄະດີ ​ແລະ​ຖືກ​ສັ່ງ​ໃຫ້ໂຈະ​ການ​
ປະຕິບັດໜ້າ​ທີ່​ ​ເມື່ອ​ເດືອນ​ທັນວາ​ປີ​ກາຍ​ນີ້ ​ໃນ​ຂໍ້​ຫາທີ່​ທ່ານ​ນາງ ​ສົມຮູ້ຮ່ວມຄິດກັບ​ເພື່ອນ
​ສະ​ນິດທີ່​ຍາວ​ນານຂອງ​ທ່ານ​ນາງ ກໍ​ຄື ທ່ານ​ນາງ Choi Soon-sil ທີ່ຂູ່​ເຂັນໃຫ້​ບໍລິສັດ​ Samsung ບໍລິຈາກຫລາຍ​ເຖິງ 70 ລ້ານ​ໂດ​ລ່າ ​ໃສ່​ 2 ມູນ​ນິທິ ທີ່​ໄດ້​ບໍລິຫານ​ງານ​ໂດຍ
​ທ່ານ​ນາງChoi.

ທ່ານ Lee ໄວ 48 ປີ ໄດ້​ຖືກ​ຈັບ​ກຸມ ​ໃນ​ຕົ້ນ​ເດືອນ​ນີ້ ​ໃນ​ການ​ພົວພັນກັບ​ເລື່ອງນີ້.

ສານ​ລັດຖະທຳ​ມະນູນ ຂອງ​ເກົາຫຼີ​ໃຕ້ ​ໄດ້​ເລີ່​ມການ​ສືບສວນເບິ່ງ​ຄວາມ​ຖືກຕ້ອງ​ຊອບ
ທຳ​ຕາມກົດໝາຍ ຂອງ​ການ​ດຳ​ເນີນ​ຄະດີ​ຕໍ່​ນາຍົກລັດຖະມົນຕີ. ຖ້າ​ຫາກ​ວ່າ ສານ​ຕັດສິນ
​ເຫັນ ​ພ້ອມກັບລັດຖະສະພາແລ້ວ ​ນາຍົກລັດຖະມົນຕີ Park ອາດຈະ​ກາຍ​ມາ​ເປັນ​ຜູ້ນຳ​
ຂອງ​ເກົາຫຼີ​ໃຕ້ ຄົນ​ທຳ​ອິດ ​ທີີ່​ຖືກ​ເລືອກແບບ​ປະຊາທິປະ​ໄຕ ທີ່​ຈະ​ໄດ້​ຖືກ​ປົດ​ອອກ​ຈາກ​
ຕຳແໜ່​ງ. ການ​ຕັດສິນ​ຄາດ​ວ່າ ຈະ​ມີ​ຂຶ້ນ​ໃນ​ເດືອນ​ໜ້ານີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG