ກອງທັບ ເກົາຫຼີໃຕ້ ກ່າວໃນວັນຈັນມື້ນີ້ວ່າ ເຂົາເຈົ້າໄດ້ກວດພົບສັນຍານຕ່າງໆ ກ່ຽວກັບ ເກົາຫຼີເໜືອ ກຳລັງກະກຽມທີ່ຈະສົ່ງທະຫານ ແລະ ອາວຸດເພີ່ມເຕີມ, ລວມທັງໂດຣນສະຫຼະຊີບໄປ ຣັດເຊຍ ເພື່ອສະໜັບສະໜູນສົງຄາມຂອງພວກເຂົາກັບ ຢູເຄຣນ.
ເກົາຫຼີເໜືອ ແມ່ນໄດ້ສົ່ງເຄື່ອງຍິງຈະຫຼວດ 240 ມມ ແລະ ຈະຫຼວດໂຮວິດເຊີ 170 ມມ ທີ່ຂັບເຄື່ອນດ້ວຍຕົວມັນເອງຈຳນວນຫຼາຍໄປແລ້ວ, ແລະ ຖືກພົບເຫັນວ່າກຳລັງກະກຽມຜະລິດໂດຣນສະຫຼະຊີບເພີ່ມເຕີມ ເພື່ອສົ່ງໄປ ຣັດເຊຍ ຫລັງຈາກຜູ້ນຳ ກິມ ຈົງ ອຶນ ໄດ້ນຳພາການທົດລອງເມື່ອເດືອນແລ້ວນີ້, ອີງຕາມເສນາທິການຮ່ວມຂອງລັດຖະບານ ໂຊລ.
ເຈົ້າໜ້າທີ່ເສນາທິການຮ່ວມຄົນນຶ່ງເວົ້າວ່າ “ໂດຣນສະຫຼະຊີບ ແມ່ນນຶ່ງໃນຫຼາຍພາລະກິດທີ່ທ່ານ ກິມ ຈົງ ອຶນ ໄດ້ເພັ່ງເລັງໃສ່,” ໂດຍກ່າວຕື່ມວ່າ ເກົາຫຼີເໜືອ ໄດ້ສະແດງຄວາມເຈຕະນາທີ່ຈະມອບໃຫ້ ຣັດເຊຍ.
ໂດຣນດັ່ງກ່າວແມ່ນໄດ້ຖືກນຳໃຊ້ຢ່າງກວ້າງຂວາງໃນສົງຄາມ ຢູເຄຣນ, ແລະ ທ່ານ ກິມ ໄດ້ສັ່ງການຜະລິດອາວຸດທາງອາກາດນັ້ນຢ່າງຫຼວງຫຼາຍ ແລະ ໄດ້ປັບປຸງທິດສະດີການທະຫານ ແລະ ການສຶກສາ, ໂດຍອ້າງເຖິງຄວາມເຄັ່ງຕຶງໃນການແຂ່ງຂັນທົ່ວໂລກ, ອີງຕາມລາຍງານຂອງສື່ມວນຊົນລັດຖະບານ.
ລັດຖະບານ ໂຊລ, ວໍຊິງຕັນ ແລະ ກີຢິບ ໄດ້ກ່າວວ່າມັນມີທະຫານ ເກົາຫຼີເໜືອ ປະມານ 12,000 ຄົນໃນ ຣັດເຊຍ. ເສນາທິການຮ່ວມກ່າວວ່າ ຢ່າງໜ້ອຍ 1,100 ຄົນໃນນັ້ນຖືກຂ້າຕາຍ ຫຼື ເສຍຊີວິດ, ເຊິ່ງສອດຄ່ອງກັບກອງປະຊຸມລາຍງານເມື່ອອາທິດທີ່ຜ່ານມາໂດຍອົງການສືບລັບຂອງ ເກົາຫຼີໃຕ້ ທີ່ລາຍງານວ່າ ມີຜູ້ເສຍຊີວິດປະມານ 100 ຄົນ ແລະ ອີກ 1,000 ຄົນບາດເຈັບໃນພາກພື້ນ ເຄີດສ໌.
ສາຍພົວພັນທີ່ໃຫຍ່ຂຶ້ນຂອງກອງທັບ ພຽງຢາງ ກັບ ມົສກູ ອາດເປັນໄພຂົ່ມຂູ່ທີ່ໃຫຍ່ກວ່າເກົ່າຕໍ່ລັດຖະບານ ໂຊລ ໃນຂະນະທີ່ເຂົາເຈົ້າພັດທະນາກອງກຳລັງທຳມະດາຂອງເຂົາເຈົ້າໃຫ້ທັນສະໄໝ, ເຊິ່ງເຫັນວ່ານ້ອຍກວ່າຂອງ ເກົາຫຼີໃຕ້, ແລະ ໄດ້ຮັບປະສົບການໃນການຕໍ່ສູ້, ອີງຕາມການກ່າວຂງເຈົ້າໜ້າທີ່.
ຢູ່ເຂດຊາຍແດນທີ່ມີການປ້ອງກັນຢ່າງໜັກນັ້ນ, ເກົາຫຼີເໜືອ ໄດ້ສົ່ງທະຫານເຖິງ 10,000 ຄົນໄປປ່ຽນເຂດດັ່ງກ່າວໃຫ້ເປັນດິນເປົ່າ ແລະ ຕິດຕັ້ງສິ່ງກີດກັນ ແລະ ໜາມໝາກຈັບໃສ່ເມື່ອບໍ່ເທົ່າໃດອາທິດທີ່ຜ່ານມາ, ແນວໃດກໍຕາມ ຕົວເລກແມ່ນໄດ້ຫຼຸດລົງຫຼາຍຮ້ອຍຄົນເມື່ອທ້າຍອາທິດທີ່ຜ່ານມາ, ອີງຕາມການກ່າວຂອງເສນາທິການຮ່ວມ.
ເສນາທິການຮ່ວມໄດ້ເປີດເຜີຍຮູບພາບຕ່າງໆທີ່ເຂົາເຈົ້າກ່າວວ່າສະແດງໃຫ້ເຫັນທະຫານ ເກົາຫຼີເໜືອ ກຸ່ມນຶ່ງທົດລອງໜາມໝາກຈັບໄຟຟ້າດ້ວຍການໃຊ້ໂຕແບ້.
ເຂົາເຈົ້າກ່າວຕື່ມວ່າ ມັນຍັງມີຄວາມເປັນໄປໄດ້ວ່າ ເກົາຫຼີເໜືອ ຈະຍິງລູກສອນໄຟຄວາມໄວເໜືອສຽງໄລຍະປານກາງໃນປະມານທ້າຍປີ ກ່ອນການສາບານຕົວເຂົ້າຮັບຕຳແໜ່ງຂອງວ່າທີ່ປະທານາທິບໍດີ ດໍໂນລ ທຣຳ, ໃນຂະນະດຽວກັນກໍສົ່ງບາລູນຂີ້ເຫຍື້ອເຂົ້າໄປໃນ ເກົາຫຼີໃຕ້ ເພີ່ມເຕີມ.
ອ່ານຂ່າວນີ້ເປັນພາສາອັງກິດ
South Korea's military said on Monday that it has detected signs of North Korea preparing to send more troops and weapons, including suicide drones, to Russia to support its war against Ukraine.
North Korea has already provided 240mm multiple rocket launchers and 170mm self-propelled howitzers, and was seen preparing to produce more suicide drones to be shipped to Russia after leader Kim Jong Un guided a test last month, according to Seoul's Joint Chiefs of Staff (JCS).
"Suicide drones are one of the tasks that Kim Jong Un has focused on," a JCS official said, adding that the North had expressed its intention to give them to Russia.
Such drones have been widely used in the Ukraine war, and Kim ordered a mass production of the aerial weapons and an update of military theory and education, citing intensifying global competition, state media reported.
Seoul, Washington and Kyiv have said there are around 12,000 North Korean troops in Russia. The JCS said at least 1,100 of them had been killed or wounded, in line with last week's briefing by South Korea's spy agency which reported some 100 deaths with another 1,000 wounded in the Kursk region.
Pyongyang's growing military ties with Moscow could pose greater threats to Seoul as it modernises its conventional forces, deemed inferior to the South's, and gains combat experience, the official said.
Along the heavily fortified Korean border, the North has dispatched up to 10,000 soldiers to turn the area into a wasteland and install barriers and barbed wire in recent weeks, though the numbers fell to several hundred over the weekend, the JCS said.
The JCS released photos that it said showed a group of North Korean troops testing the electrified wire fence using a goat.
There is also a possibility that the North will test-fire an intermediate-range hypersonic missile around year-end ahead of U.S. President-elect Donald Trump's inauguration, while sending more garbage balloons to the South, it added.
ຟໍຣັມສະແດງຄວາມຄິດເຫັນ