ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກູ້ໄພ ພົບສົບ ທີ່ເຊື່ອວ່າ ເປັນຜູ້ເຄາະຮ້າຍ ຈາກເຮືອຂ້າມຟາກ ເກົາຫລີໃຕ້ຫຼົ້ມ


ບັນດາສະມາຊິກຄອບຄົວຜູ້ເຄາະຣ້າຍ ເຮືອຂ້າມຟາກ Sewol ຫລົ້ມ ແລະພວກຜູ້ນຳສາສະໜາ ພາກັນທຳພິທີ.
ບັນດາສະມາຊິກຄອບຄົວຜູ້ເຄາະຣ້າຍ ເຮືອຂ້າມຟາກ Sewol ຫລົ້ມ ແລະພວກຜູ້ນຳສາສະໜາ ພາກັນທຳພິທີ.

ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້​ກ່າວ​ວ່າ ພວກ​ພະນັກງານ​ເກັບ​ກູ້​ ໄດ້​ພົບ​ເຫັນ​ໃນ​ອັນ​ທີ່​
ອາດ​ເປັນ​ຊາກ​ສົບ​ຜູ້​ເຄາະ​ຮ້າຍ​ຄົນ​ນຶ່ງ ​ທີ່​ຫາຍ​ສາບສູນ​ໃນ​ປີ 2014 ​ເວລາ​ເຮືອ​ຂ້າມ​
ຟາກຫລົ້ມ ​ເຮັດ​ໃຫ້​ກວ່າ 300 ຄົນ​ເສຍ​ຊີວິດ.

ກະຊວງ​ຮັບຜິດຊອບ​ກ່ຽວ​ກັບ​ການ​ເດີນ​ເຮືອ​ທາງບທະ​ເລກ່າວ​ວ່າ ​ສົບ​ດັ່ງກ່າວໄດ້​ພົບ​
ເຫັນ​ຢູ່​ເຂດ ​ບ່ອນ​ທີ່​ພວກ​ພະນັກງານ​ໄດ້​ຍົກ​ເອົາ​ຊາກເຮືອທີ່​ເພພັງ​ນັ້ນ ​ຂຶ້ນ​ມາ​ໃນອາ
ທິດ​ແລ້ວ​ນີ້.

​ເຮືອ​ຂ້າມ​ຟາກລຳ​ນີ້​ໄດ້​ຫລົ້ມ​ໃນ​ເດືອນ​ເມສາ​ປີ 2014 ພ້ອມ​ດ້ວຍ 476 ຄົນຢູ່​ໃນ​ເຮືອ
​ຫລາຍ​ຄົນແມ່ນ​ພວກນັກຮຽນ​ມັດ​ທະ​ຍົມ ​ໃນ​ຂະນະ​ທີ່​ເຮືອ​ໄດ້​ເດີນທາງ​ຈາກ​ເມືອງ
Incheon ​ໄປ​ຫາ​ບ່ອນ​ຕາກ​ອາກາດ​ໃນ​ວັນພັກຢູ່​ເກາະ Jeju. ຈຳນວນ​ທັງ​ໝົດ 304
ຄົນ​ໄດ້​ເສຍຊີວິດ ​ໃນ​ອັນທີ່​ເປັນຄວາມຫາ​ຍານະ​ໃນກາ​ນ​ເດີນ​ເຮືອ​ທີ່​ຮ້າຍ​ແຮງ​ສຸດ​ຂອງ
​ປະ​ເທດ.

ພວກ​ກູ້​ໄພ​ໄດ້​ຄົ້ນ​ພົບ​ຊາກ​ສົບ​ທັງ​ໝົດ ​ແຕ່​ຍັງ​ເຫລືອ​ເກົ້າ​ຄົນ ກ່ອນ​ທີ່​ລັດຖະບານ​ໄດ້​
ລົ້ມ​ເລີກ​ການ​ຊອກ​ຫາ​ຢູ່​ໃຕ້​ນໍ້າ ​ໃນ​ເດືອນ​ພະຈິກ​ປີ 2014.

​ໄພພິບັດ​ດັ່ງກ່າວ​ໄດ້​ເນັ້ນຢ້ຳຢ່າງ​ໄວວາ​ໃຫ້​ເຫັນ ​ເຖິງ​ການ​ຮັບ​ມື​ຢ່າງ​ບໍ່​ພຽງພໍ​ກັບ​ເຫດ
ການ​ສຸກ​ເສີນ​ຂອງລັດຖະບານ​ ​ແຕ່​ຍັງ​ໄດ້​ເປີ​ດ​ເຜີຍ​ເຖິງ​ບັນຫາ​ຄວາມ​ເລິກ​ແລບ​ຂອງ​
ການ​ສໍ້​ລາດ​ບັງ​ຫລວງ​ທີ່​ມີ​ຢູ່​ນັ້ນ ​ແລະ​ຄວາມ​ລົ້ມ​ແຫຼວ​ຂອງກົດ​ລະບຽບ ​ເຮັດ​ໃຫ້ສະ​ທາ
​ລະນະ​ເກີດຄວາ​ມ​ໂກດ​ແຄ້ນ ທີ່​ເພີ້​ມທະວີ​ຂຶ້ນຢູ່​ໃນ​ພາກສ່ວນ​ການ​ຂັບ​ໄລ່​ປະທານາທິ
ບໍດີ Park Geun-hye ອອກ​ຈາກ​ຕຳ​ແໜ່​ງຫວ່າງ​ມໍ່ໆ​ມາ​ນີ້.

ສະມາຊິກຄອບຄົວຜູ້ເຄາະຮ້າຍ ເຮືອຂ້າມຟາກ Sewol ຫລົ້ມ ມີປະຕິກິລິຍາຕໍ່ ການພົບເຫັນຊາກສົບ.
ສະມາຊິກຄອບຄົວຜູ້ເຄາະຮ້າຍ ເຮືອຂ້າມຟາກ Sewol ຫລົ້ມ ມີປະຕິກິລິຍາຕໍ່ ການພົບເຫັນຊາກສົບ.

ກັບ​ຕັນ​ຂອງ​ເຮືອ​ຂ້າມ​ຟາກ ທ່ານ Lee Joon-seok ຜູ້​ທີ່​ໄດ້​ຖືກ​ຈັບໃນ​ຖານບໍ່ ຫົວຊາ​ ​ແລະຖືກຕັດສິນ​ທົງໂທດ ຈຳ​ຄຸກ​ຕະຫລອດ​ຊີວິດ​ ​ໃນ​ຂະນະ​ທີ່​ລູກ​ເຮືອ​ອີກ 14 ຄົນ​ ໄດ້
​ຖືກ​ຕັດສິນ​ລົງ​ໂລດຕິດ​ຄຸກ 12 ປີ​ ໃນ​ຖານ​ປະລະ ​ແລະ​ລະ​
​ເມີດ​ຕໍ່​ລະບຽບ​ການ​ເດີນ​ເຮືອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

South Korea Ferry
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG