ສານແຫ່ງນຶ່ງໃນ ເກົາຫຼີໃຕ້ ໄດ້ຕັດສິນໃຫ້ອະດີດເຈົ້າໜ້າທີ່ລັດຖະບານ 4 ຄົນມີຄວາມຜິດ ໃນວັນພຸດມື້ນີ້ ກ່ຽວກັບ ການບັງຄັບສົ່ງຊາວປະມົງ ເກົາຫຼີເໜືອ 2 ຄົນ ກັບຄືນປະເທດໃນປີ 2019 ເຖິງແມ່ນວ່າ ຊາວປະມົງທັງສອງນັ້ນ ມີເຈຕະນາທີ່ຈະໂຕນໜີຈາກປະເທດຂອງເຂົາເຈົ້າກໍຕາມ ຊຶ່ງຄະດີນີ້ ໄດ້ກໍ່ໃຫ້ເກີດການວິພາກວິຈານຈາກນັກເຄື່ອນໄຫວສິດທິມະນຸດທົ່ວໂລກ ອີງຕາມລາຍຂອງອົງການຂ່າວຣອຍເຕີສ.
ໃນເວລາທີ່ເຂົາເຈົ້າຖືກເນລະເທດນັ້ນ, ລັດຖະບານຂອງອະດີດປະທານາທິບໍດີ ມູນ ແຈ ອິນ ໄດ້ເອີ້ນຊາວປະມົງດັ່ງກ່າວວ່າ “ອາຊະຍາກອນທີ່ອັນຕະລາຍ” ຜູ້ທີ່ໄດ້ສັງຫານເພື່ອນຮ່ວມງານ 16 ຄົນ ໃນການຕໍ່ສູ້ກັນຍ້ອນກັບຕັນເຮືອຜູ້ທີ່ປະຕິບັດກັບຄົນອື່ນຢ່າງໂຫດຮ້າຍຢູ່ເຮືອຂອງເຂົາເຈົ້າ ກ່ອນຂ້າມເສັ້ນຊາຍແດນທະເລ.
ສານປະຈຳເຂດນະຄອນຫຼວງ ໂຊລ ໄດ້ຍົກເລີກການຕັດສິນໂທດສຳລັບສີ່ຄົນ, ຜູ້ທີ່ໄດ້ດຳລົງຕຳແໜ່ງພາຍໃຕ້ທ່ານ ມູນ ແລະ ທັງສີ່ຄົນໄດ້ປະຕິເສດກ່ຽວກັບການກະທຳຜິດໃດໆ.
ເຂົາເຈົ້າແມ່ນອະດີດຫົວໜ້າເຈົ້າໜ້າທີ່ຄວາມໝັ້ນຄົງແຫ່ງຊາດ ທ່ານ ຈຸງ ອືຍ-ຢອງ, ອະດີດທີ່ປຶກສາປະທານາທິບໍດີ ທ່ານ ໂນ ຢັງ-ມິນ, ອີດີດຫົວໜ້າອົງການສືບລັບແຫ່ງຊາດ ທ່ານ ຊາ ຮູນ ແລະ ອະດີດລັດຖະມົນຕີການທ້ອນໂຮມຊາດ ທ່ານ ກິມ ຢອນ ຊຸລ.
ເກົາຫຼີໃຕ້ ຈະຍົກເລີກຄຳພິພາສາ ສຳລັບອາຊະຍາກຳທີ່ຖືກພິຈາລະນາວ່າ ເປັນເລື່ອງເລັກນ້ອຍ ແລະ ບໍ່ຖືວ່າ ເປັນຄວາມຜິດຕາມຄວາມໝາຍທົ່ວໄປ ແຕ່ຈະປາກົດຢູ່ໃນປະຫວັດອາຊະຍາກຳ.
ໃນປີ 2022 ເກົາຫຼີໃຕ້ ໄດ້ເປີດຄະດີດັ່ງກ່າວຄືນ, ດ້ວຍຫ້ອງການຂອງປະທານາທິບໍດີ ຢູນ ຊຸກ ຢອລ ທີ່ຖືກຟ້ອງຮ້ອງໃນປັດຈຸບັນນີ້ ກ່າວປະນາມການສົ່ງຕົວຊາວ ເກົາຫຼີເໜືອ ກັບປະເທດ ຜູ້ທີ່ຖືກເອີ້ນວ່າ ພວກໂຕນໜີເປັນ “ພວກຄົນຊັ້ນຕ່ຳ,” ທີ່ອາດເປັນໄປໄດ້ວ່າ “ອາຊະຍາກຳຕໍ່ມວນມະນຸດ.”
ການເນລະເທດດັ່ງກ່າວ ຍັງຖືກວິພາວິຈານໂດຍກຸ່ມຕິດຕາມສິດທິມະນຸດ, ລວມທັງອົງການ Human Rights Watch ທີ່ມີຫ້ອງການໃນ ສະຫະລັດ, ເຊິ່ງໄດ້ເອີ້ນມັນວ່າ ຜິດກົດໝາຍພາຍໃຕ້ກົດໝາຍສາກົນ ຍ້ອນຄວາມເປັນໄປໄດ້ວ່າພວກຜູ້ຊາຍເຫຼົ່ານັ້ນ ຈະຖືກທໍລະມານ. ຊະຕາກຳຂອງເຂົາເຈົ້າແມ່ນບໍ່ໄດ້ຖືກຢືນຢັນ. ຮູບພາບ ແລະ ວິດີໂອທີ່ຖືກເປີດເຜີຍໂດຍລັດຖະບານທ່ານ ຢູນ ໃນປີ 2022 ສະແດງໃຫ້ເຫັນພວກເຈົ້າໜ້າທີ່ຮັກສາຄວາມປອດໄພ ເກົາຫຼີໃຕ້ ລາກແກ່ພວກຜູ້ຊາຍເຫຼົ່ານັ້ນ ຂ້າມເສັ້ນຊາຍແດນເຂົ້າໄປໃຫ້ກອງທະຫານ ເກົາຫຼີເໜືອ.
ຢູ່ນອກສານ, ອະດີດຫົວໜ້າຫ້ອງການຄວາມໝັ້ນຄົງແຫ່ງຊາດ ທ່ານ ຈຸງ ໄດ້ປ້ອງກັນການສົ່ງກັບປະເທດດັ່ງກ່າວ ແລະ ເວົ້າວ່າ ທ່ານຈະໄປປຶກສາຫາລືເບິ່ງກ່ອນວ່າ ຈະອຸທອນຄຳຕັດສິນຫຼືບໍ່.
ອ່ານຂ່າວນີ້ເປັນພາສາອັງກິດ
A South Korean court found four former government officials guilty on Wednesday of forcibly repatriating two North Korean fishermen in 2019, despite their intention to defect, in a case that provoked criticism from global human rights activists.
At the time they were deported, the government of former President Moon Jae-in called the fishermen "dangerous criminals" who had killed 16 colleagues in a fight over an abusive captain on their ship before crossing the sea border.
The Seoul Central District Court suspended sentencing for the four, who had held office under Moon, and had all denied wrongdoing.
They were former National Security Office chief Chung Eui-yong, former presidential chief of staff Noh Young-min, former National Intelligence Service chief Suh Hoon and former Unification Minister Kim Yeon-chul.
In 2022, South Korea reopened the case, with the office of now-impeached President Yook Suk Yeol denouncing the repatriation to North Korea that called the defectors "human scum," as a potential "crime against humanity."
The deportation was also criticized by rights watchdogs, including U.S.-based Human Rights Watch, which called it illegal under international law because of the likelihood the men would be tortured. Their fate has not been confirmed. Photographs and videos released by the Yoon administration in 2022 showed South Korean security officials dragging the men over the border into the hands of North Korean troops.
Outside the court, former National Security Office chief Chung defended the repatriations and said he would discuss whether to appeal the ruling.
ຟໍຣັມສະແດງຄວາມຄິດເຫັນ