ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ໃຕ້, ຈີນ, ຍີ່​ປຸ່ນ ປະ​ຕິ​ຍານ​ທີ່​ຈະ​ຂະ​ຫຍາຍ​ການ​ຮ່ວມ​ມື ໃນ​ກອງ​ປະ​ຊຸມ​ສຸດຍອດ ​ທີ່​ດົນ​ໆ​ມີ​ເທື່ອ​ນຶ່ງ


​ຈໍ​ໂທ​ລະ​ພາບ​ສະ​ແດງ​ໃຫ້​ເຫັນ​ພາບ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້, ທ່ານ ຢູນ ຊ​ຸກ ຢອ​ລ, ນາ​ຍົກ ຍີ່​ປຸ່ນ ທ່ານ ຟູ​ມິ​ໂອ ຄິ​ຊິ​ດະ ແລະ ນາ​ຍົກ ຈີນ ທ່ານ ຫຼີ ຈຽງ, ໃນ​ລາຍ​ການ​ຂ່າວ, ສະ​ຖາ​ນີ​ລົດ​ໄຟ​ໃນ​ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້, 23 ພຶດ​ສະ​ພາ 2024.
​ຈໍ​ໂທ​ລະ​ພາບ​ສະ​ແດງ​ໃຫ້​ເຫັນ​ພາບ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້, ທ່ານ ຢູນ ຊ​ຸກ ຢອ​ລ, ນາ​ຍົກ ຍີ່​ປຸ່ນ ທ່ານ ຟູ​ມິ​ໂອ ຄິ​ຊິ​ດະ ແລະ ນາ​ຍົກ ຈີນ ທ່ານ ຫຼີ ຈຽງ, ໃນ​ລາຍ​ການ​ຂ່າວ, ສະ​ຖາ​ນີ​ລົດ​ໄຟ​ໃນ​ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້, 23 ພຶດ​ສະ​ພາ 2024.

ບັນ​ດາ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຈາກ ເກົາຫຼີ​ໃຕ້, ຈີນ ແລະ ຍີ່​ປຸ່ນ ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ ​ສ​ະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ໃນ​ການ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ພວກ​ເພິ່ນ​ໃນ​ຮອບ​ຫ້າ​ປີ​ໃນ​ວັນ​ຈັນ​ມື້ນີ້, ໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ໄດ້​ປະ​ຕິ​ຍານ​ທີ່​ຈະ​ຂະ​ຫຍາຍ​ການ​ຮ່ວມ​ມື​ສາມ​ຝ່າຍ.

ກອງ​ປະ​ຊຸມ​ສຸດຍອດ​ດັ່ງ​ກ່າວ​ ໄດ້​ນຳ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ຢູນ ຊຸກ ຢອ​ລ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ທ່ານ ຫຼີ ຈ​ຽງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ຍີ່​ປຸ່ນ ທ່ານ ຟູ​ມິ​ໂອະ ຄິ​ຊິ​ດະ ມາ​ລວມ​ຕົວ​ກັນ​ ໃນ​ນະ​ຄອນຫຼວງ ໂຊ​ລ ຂອງເກົາຫຼີ​ໃຕ້ ສຳ​ລັບ​ການ​ເຈ​ລະ​ຈາ​ສາ​ມ​ຝ່າຍ​ຄັ້ງ​ທຳ​ອິດ​ຂອງ​ປະ​ເທດ​ທີ່​ວ່າ​ນັ້ນ​ໃນ​ຮອບ​ເກືອບ 5 ປີ, ເຊິ່ງ​ສ່ວນ​ນຶ່ງ​ແມ່ນ​ຍ້ອນ​ໂຣກ​ລະ​ບາດ, ແຕ່​ກໍ​ເປັນ​ຍ້ອນ​ສາຍ​ພົວ​ພັນ​ທີ່ເຄີຍບໍ່ເປັນ​ມິດ​ເຊັ່ນ​ກັນ.

ໃນ​ຂະ​ນະ​ທີ່ ເກົາຫຼີ​ເໜືອ ບໍ່​ໄດ້​ຢູ່​ໃນ​ວາ​ລາ​ກອງ​ປະ​ຊຸມ​ຢ່າງ​ເປັນ​ທາງ​ການ​ນັ້ນ​ກໍ​ຕາມ, ທ່ານ ຄິ​ຊິ​ດະ​ ໄດ້​ກ່າວຫຼັງ​ຈາກ​ການ​ປະ​ຊຸມ​ວ່າ ສາມ​ປະ​ເທດ​ດັ່ງ​ກ່າວ​ໄດ້​ຢືນ​ຢັນ​ວ່າ​ ການ​ປົດ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ເຂົາ​ເຈົ້າ​ແມ່ນ​ຈະເປັນ “ຜົນ​ປ​ະ​ໂຫຍດ​ຮ່ວມ” ຂອງ​ເຂົາ​ເຈົ້າ​ເຊັ່ນ​ກັນ.

ຫຼາຍ​ຊົ່ວ​ໂມງ​ກ່ອນ​ການ​ເຈ​ລະ​ຈາ, ເກົາຫຼີ​ເໜືອ ໄດ້​ປະ​ກາດ​ວ່າ​ພວກ​ເຂົາ​ມີ​ແຜນ​ທີ່​ຈະ​ນຳ​ເອົາ​ດາວ​ທຽມ​ສອດ​ແນມ​ຂຶ້ນ​ໄປ​ໂຄ​ຈອນ​ໃນ​ອະ​ວະ​ກາດ​ໄວໆ​ນີ້, ເຊິ່ງ​ຈະ​ເປັນ​ການ​ລ່ວງ​ລະ​ເມີດ​ມາ​ດ​ຕະ​ການ​ລົງ​ໂທດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຫຼາຍ​ຂໍ້ ທີ່​ຫ້າມ​ເຂົາ​ເຈົ້າ​ຈາກ​ການ​ທົດ​ລອງ​ເທັກ​ໂນ​ໂລ​ຈີຂີ​ປະ​ນາ​ວຸດ​.

ທ່ານ ຢູນ ແລະ ທ່ານ ຄິ​ຊິ​ດະ ໄດ້​ຮຽ​ກ​ຮ້ອງ​ໃຫ້ ພຽງ​ຢາງ ຍົກ​ເລີກ​ການ​ປ່ອຍ​ດາວ​ທຽມ​ດັ່ງ​ກ່າວ​ຂຶ້ນ, ດ້ວຍ​ຜູ້​ນຳ ເກົາຫຼີ​ໃຕ້ ເວົ້າ​ວ່າ​ມັນ​ຈະ “ທຳ​ລາຍ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ແລະ ໂລກ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Top leaders from South Korea, China and Japan discussed regional stability in their first meeting in five years on Monday, as they vowed to ramp up three-way cooperation.

The summit brought together South Korean President Yoon Suk Yeol, Chinese Premier Li Qiang and Japan's Prime Minister Fumio Kishida in Seoul for the countries' first trilateral talks in nearly five years, partly due to the pandemic, but also once-sour ties.

While North Korea was not officially on the agenda for the talks, Kishida said after the meeting that the three countries confirmed that its denuclearization would be in their "common interest".

Hours before the talks, North Korea announced that it planned to put another spy satellite into orbit imminently, which would violate rafts of U.N. sanctions barring it from tests using ballistic technology.

Yoon and Kishida urged Pyongyang to call off the launch, with the South Korean leader saying it would "undermine regional and global peace and stability."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG