ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີໃຕ້ ສັ່ງຫ້າມພົນລະເມືອງຂອງຕົນ ເດີນທາງໄປເຂດສາມຫຼ່ຽມຄໍາ ຍ້ອນເຊື່ອວ່າ ມັນເປັນຈຸດສໍາຄັນ ໃນການກໍ່ອາຊະຍາກໍາຫຼາຍຮູບແບບ


ເຂດເສດຖະກິດພິເສດ ລາວ-ຈີນ ທີ່ແຂວງບໍ່ແກ້ວ ຊຶ່ງຕັ້ງຢູ່ໃນເຂດສາມຫຼ່ຽມຄຳ ທີ່ມີຊາຍແດນລະຫວ່າງສາມປເະເທດ ລາວ ໄທ ແລະມຽນມາ.
ເຂດເສດຖະກິດພິເສດ ລາວ-ຈີນ ທີ່ແຂວງບໍ່ແກ້ວ ຊຶ່ງຕັ້ງຢູ່ໃນເຂດສາມຫຼ່ຽມຄຳ ທີ່ມີຊາຍແດນລະຫວ່າງສາມປເະເທດ ລາວ ໄທ ແລະມຽນມາ.

ທາງການເກົາຫຼີໃຕ້ປະກາດຫ້າມປະຊາຊົນຂອງຕົນເດີນທາງໄປເຂດສາມຫຼ່ຽມຄຳຂອງລາວ ນັບແຕ່ວັນທີ 1 ກຸມພາຜ່ານມານີເປັນຕົ້ນໄປ ໂດຍອ້າງເຖິງການເພີ່ມຂຶ້ນຂອງກໍລະນີກໍ່ອາຊະຍາກຳ ຫຼາຍປະະເພດທີ່ແນເປົ້າໝາຍໃສ່ຄົນສັນຊາດເກົາຫຼີໃຕ້, ບົວສະຫວັນ ມີລາຍລະອຽດເລື້ອງນີ້ ມາສະເໜີ ທ່ານໃນອັນດັບຕໍ່ໄປ.

ສູນກາງການຫລອກລວງທາງອິນເຕີແນັດ ແລະການກໍ່ອາຊະຍາກໍາ ຂ້າມຊາດ ຫລາຍປະເພດໃນເຂດເອເຊຍຕາເວັນອອກສຽງໃຕ້ ໂດຍສະເພາະແມ່ນໃນເຂດ ແມ່ນໍ້າຂອງກໍາລັງສົ່ງຜົນກະທົບໄປທົ່ວໂລກ ແລະເຮັດໃຫ້ຫຼາຍປະເທດທີ່ຢູ່ນອກຂົງເຂດ ໃຫ້ຄວາມສົນໃຈຫລາຍຂຶ້ນ, ອີງຕາມ ທ່ານເຈສັນ ທາວເວີ (Jason Tower), ຫົວໜ້າຫ້ອງການ ມຽນມາຢູ່ສະຖາບັນສັນຕິພາບຂອງສະຫະລັດ ທີ່ຄົ້ນຄວ້າກ່ຽວກັບ ເຄືອຂ່າຍກຸ່ມກໍ່ອາຊະຍາກໍາຂ້າມຊາດ ແລະປະຈໍາຢູ່ບາງກອກ.

ໃນເດືອນແລ້ວນີ້ ອົງການສືບລັບແຫ່ງຊາດຂອງເກົາຫລີໃຕ້ລາຍງານ ວ່າ 70 ເປີເຊັນຂອງຢາເສບຕິດທີ່ຖືກຢຶດໄດ້ໃນເກົາຫຼີໃຕ້ ແມ່ນມາຈາກຕ່າງປະເທດ ແລະເຊື່ອວ່າສ່ວນໃຫຍ່ມາຈາກເຂດສາມຫລ່ຽມຄໍາ, ອີງຕາມອົງການຂ່າວຢອນຮັບ (Yonhap) ຂອງເກົາຫຼີໃຕ້. ສະນັ້ນໃນເດືອນມັງກອນ 2024 ຜ່ານມາກະຊວງການຕ່າງປະເທດເກົາຫຼີໃຕ້ ໄດ້ປະກາດຫ້າມຄົນສັນຊາດເກົາຫລີໃຕ້ເດີີນທາງໄປຍັງເຂດສາມຫລ່ຽມຄໍາ ນັບແຕ່ວັນທີ 1 ກຸມພາປີນີ້ເປັນຕົ້ນມາ ຊຶ່ງຍົກລະດັບການເຕືອນໄພຈາກ 3 ຂຶ້ນເປັນລະດັບ 4 ໂດຍອ້າງວ່າ ມັນມີການກໍ່ອາຊະຍາກຳໃນເຂດສາມຫຼ່ຽມຄຳທີ່ແນເປົ້າໝາຍໃສ່ຄົນສັນຊາດເກົາຫຼີໃຕ້ ນັບມື້ນັບຫຼາຍຂຶ້ນ. ຕໍ່ມາ ທາງກະຊວງດັ່ງກກ່າວກໍໄດ້ອອກຄໍາເຕືອນເພີ້ມອີກໃນວັນ ທີ 28 ກຸມພາວ່າ ໃຫ້ຄົນເກົາຫລີໃຕ້ລະມັດລະວັງເປັນພິເສດກ່ຽວກັບການຖືກຫລອກລວງໄປເຮັັດວຽກງານໃນ “ເຂດສາມຫລ່ຽມຄໍາ” ເພາະມີພວກກໍ່ອາຊະຍາກໍາຂ້າມຊາດໄດ້ຊັກຈູງເອົາຄົນເກົາຫຼີໃຕ້ ດ້ວຍການໃຫ້ຄໍາໝັ້ນສັນຍາວ່າ ຖ້າໄປເຮັດວຽກ ຫລື ເຮັດທຸລະກິດຢູ່ທີ່ນັ້ນ ຈະມີລາຍໄດ້ສູງ, ແລ້ວກໍຖືກລັກພາຕົວໄປ ແລະຖືກບັງຄັບໃຫ້ດໍາເນີນກິດຈະກໍາທີ່ຜິດກົດຫມາຍ. ນັບ​ແຕ່​ປີ 2021 ເປັນຕົ້ນມາມີຜູ້​ເຄາະ​ຮ້າຍຈາກການກໍ່ອາຊະຍາກໍາແບບນີ້ 140 ຄົນ ຢູ່ໃນ 55 ກໍ​ລະ​ນີ. ໃນປີ 2021 ແລະ 2022 ມີແຕ່ 4 ຄົນ ທີ່ພົບວ່າ ເປັນຜູ້ເຄາະຮ້າຍ. ແຕ່ຕົວເລກຂອງຜູ້ທີ່ໄດ້ຮັບຄວາມເສຍຫາຍຈາກການສໍ້ໂກງໃນການຈ້າງງານໄດ້ເພີ່ມຂຶ້ນເປັນ 94 ຄົນ ໃນປີກາຍນີ້. ພຽງແຕ່ໃນເດືອນມັງກອນປີນີ້ ເທົ່ານັ້ນ ກໍມີລາຍງານວ່າ ມີຜູ້ເຄາະຮ້າຍທີ່ຕົກເປັນເຫຍື່ອເຖິງ 38 ຄົນແລ້ວ, ອີງຕາມລາຍງານຂອງອົງການຂ່າວຢອນຮັບ.

ຕໍ່ເລື້ອງນີ້ ທ່ານທາວເວີ (Tower)ໃຫ້ຄໍາເຫັນວ່າ ບັນຫາຂອງມັນກໍຄື:

​ບໍ່ມີ​ພໍ​ເທົ່າ​ໃດ​ຄົນ​ທີ່ໄດ້​ຊີ້​ໃຫ້​ເຫັນເຖິງວິທີ​ທີ່ຈະເພີ່ມ​ທະວີ​ລະບຽບ​ຄຸ້ມຄອງເຂດ​ເສດຖະກິດ​ພິ​ເສດ​ໃນ​ປະ​ເທດນັ້ນຂຶ້ນ ແລະເຈົ້າຮູ້ບໍ, ມັນເປັນແບບນີ້ມາແຕ່ດົນແລ້ວ. ຕົວຢ່າງເຊັ່ນເຂດເສດຖະກິດພິເສດສາມຫຼ່ຽມຄຳແມ່ນເປັນບ່ອນທີ່ເພາະລ້ຽງການກໍ່ອາຊະຍາກຳໃຫ້ເຕີບໂຕ ໄດ້ດີແທ້ໆ. ຖ້າເຈົ້າໄດ້ເຫັນເຂດນັ້ນແລ້ວ, ມັນເປັນແນວນັ້ນແທ້ໆ ໄດ໋, ບໍ່ວ່າຈະເປັນການສໍ້ໂກງ, ການຫລອກລວງ, ຢາເສບຕິດ ຫຼື ອາຊະຍາກໍາທາງດ້ານສິ່ງແວດລ້ອມ. ຂ້າພະເຈົ້າຫມາຍຄວາມວ່າ, ທຸກຮູບແບບຂອງອາຊະຍາກໍາແມ່ນກໍ່ຂຶ້ນ ມາຈາກພາຍໃນເຂດນັ້ນ. ​ແລະ​ເຈົ້າ​ຮູ້​ບໍ່ວ່າ ນຶ່ງໃນບັນຫາ​ໃຫຍ່​ໆຢູ່​ຫັ້ນ ​ກໍຄືວ່າ ເຂດ​ເສດຖະກິດ​ພິ​ເສດ​ເກືອບວ່າ ​ເປັນ​ເຂດ​ທີ່ຄວບຄຸມ ແລະ​ປົກຄອງ​ຕົນ​ເອງ. ສະ​ນັ້ນ, ​ມັນບໍ່​ມີ​ການ​ຕິດຕາມ​ກວດກາຂອງ​ລັດຖະບານຫຼາຍປານໃດ ຕໍ່​ສິ່ງ​ທີ່​ດຳ​ເນີນ​ໄປ​ຢູ່ໃນ​ເຂດ​ດັ່ງກ່າວ ຫຼື​ ​ດຳ​ເນີນ​ໄປ​ໃນເຂດ​ອື່ນໆ ທັງຫຼາຍເຫຼົ່ານີ້.

ທາງຫ້ອງການຢາເສບຕິດ ແລະອາຊະຍາກໍາຂອງອົງການສະຫະປະຊາຊາດ ຫລື UNODC ປະຈໍາຂົງເຂດເອເຊຍຕາເວັນອອກສຽງໃຕ້ຂຽນ ໃນບົດລາຍງານທີ່ເຜີຍແຜ່ອອກເມື່ອເດືອນມັງກອນວ່າ “ຄວາມກັງວົນຕໍ່ການຄວບຄຸມຂອງພວກອາຊະຍາກອນຢູ່ເຂດເສດຖະກິດພິເສດ ຫລື SEZ ໃນ ສປປ ລາວ ແມ່ນໜັກໜ່ວງຫຼາຍ. ນຶ່ງໃນເຂດ SEZ ແລະກາຊີໂນທີ່ໃຫຍ່ທີ່ສຸດ ແລະເຫັນໄດ້ຊັດເຈນໃນຂົງ ເຂດແມ່ນໍ້າຂອງແມ່ນກາຊີໂນ Kings Romans, ເຊິ່ງຕັ້ງຢູ່ໃນຈຸດຍຸດທະສາດພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ.”

ແຕ່ຢ່າງໃດກໍຕາມທ່ານແອນດຣູ ແວລສ໌-ແດງ, ນັກຊ່ຽວຊານກ່ຽວກັບລາວ, ຫວຽດນາມ, ແລະ ກໍາປູເຈຍ ໃນສະຖາບັນສັນຕິພາບຂອງສະຫະລັດ ໃຫ້ຄໍາເຫັນວ່າ ຄ້າຍຄືກັນກັບການປ່ຽນແປງຂອງດິນຟ້າອາກາດ, ບັນຫານີ້ ຖືວ່າ ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແບບໃໝ່ ແລະບໍ່ມີພົມແດນ ສະນັ້ນສາກົນຄວນໃຫ້ການຊ່ວຍເຫຼືອລາວ ແລະປະເທດເພື່ອນບ້ານປາບປາມມັນ ຊຶ່ງທ່ານກ່າວດັ່ງນີ້:

"ການແກ້ໄຂຕ້ອງແມ່ນໃຫຍ່ກວ່າປະເທດນຶ່ງ, ແມ່ນບໍ? ຖ້າປະເທດນຶ່ງປ່ຽນນະໂຍບາຍ, ມັນຈະບໍ່ປ່ຽນແປງສະຖານະການທັງຫມົດ ຄືດັ່ງທີ່ພວກເຮົາເຫັນ ສູນການຫລອກລວງທາງອອນລາຍຈໍານວນຫຼາຍແມ່ນຢູ່ໃນກໍາປູເຈຍ. ​ແລ້ວ​ເມື່ອ​ກຳປູ​ເຈຍ​ເລີ່ມ​ປາບ​ປາມ​ພວກ​ເຂົາເຂົາ​ກໍຍ້າຍ​ໄປ​ມຽນມາ​ຍ້ອນ​ວ່າ​ ບ່ອນ​ນັ້ນ​ຍັງ​ຂາດ​ການ​ຄວບ​ຄຸມ ​ແລະ​ແມ່ນ​ກະທັ້ງວ່າ ອາດ​ໄດ້​ຮັບ​ການ​ຊຸກຍູ້​ຈາກ​ທະຫານອີກ. ສະ​ນັ້ນ, ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ນຶ່ງ​ບໍ່​ໄດ້​ແກ້​ໄຂ​ບັນຫາ, ມັນກໍມີແຕ່​ຍ້າຍ​ໄປ​ບ່ອນ​ອື່ນແລະມັນ​ຮຽກຮ້ອງ​ໃຫ້​ມີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກຸ່ມ. ສະນັ້ນ ມັນ​ແມ່ນ​ສິ່ງ​ທີ່​ອາຊຽນສາມາດ​ນຳ​ເອົາ​ສະມາຊິກ​ຂອງຕົນທີ່​ເຂັ້ມ​ແຂງ​ກວ່າ​ ​ເຂົ້າ​ມາ​ຊ່ວຍ​ເຫຼືອ​ປະ​ເທດ​ສະມາຊິກ​ທີ່ນ້ອຍ​ກວ່າ ​ທີ່ຖືກ​ຂົ່ມ​ຂູ່​ຫຼາຍ​ຂຶ້ນ​ຈາກ​ບັນຫານີ້​.”

ໃນຊຸມປີມໍ່ໆມານີ້ ປາກົດວ່າ ໄດ້ມີການປະສານງານ ແລະຮ່ວມມືກັນ ລະຫວ່າງລັດຖະບານປະເທດໃນເຂດແມ່ນໍ້າຂອງເຊັ່ນໄທ, ລາວ ແລະ ຈີນຫຼາຍຂຶ້ນ. ​ໃນ​ເດືອນ​ທັນວາ 2023, ເຈົ້າ​ໜ້າ​ທີ່​ຈີນ ​ແລະລາວ ​ກໍໄດ້​ດຳ​ເນີນ​ການ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ທໍາການປາບປາມ​ການ​ເຄື່ອນ​ໄຫວ​ສໍ້​ໂກງ​ທາງ​ອິນ​ເຕີ​ແນັດ ​ໂດຍ​ໄດ້​ບຸກ​ເຂົ້າໄປ​ກວດ​ຄົ້ນ​ຫ້ອງການ​ທຸລະ​ກິດ 7 ​ແຫ່ງ ​ແລະ ຈັບ​ຜູ້​ຕ້ອງ​ສົງ​ໄສ 462 ຄົນ ​ໃນ​ເຂດ​ເສດຖະ ກິດ​ພິ​ເສດ​ສາມ​ຫຼ່ຽມຄຳ, ອີງຕາມບົດລາຍງານຂອງ UNODC ໃນເດືອນມັງກອນຜ່ານມາ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG