ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງຂັບໄລ່ ປະທານາທິບໍດີ ເກົາຫຼີໃຕ້ ອອກຈາກຕຳແໜ່ງ ມີສືບຕໍ່ເພີ່ມຂຶ້ນ


ພວກປະທ້ວງ ເກົາຫຼີໃຕ້ ຖືປ້າຍຄຳຂວັນ ໃນລະຫວ່າງການ
ຊຸມນຸມກັນ ເພື່ອຮຽກຮ້ອງໃຫ້ປະທານາທິບໍດີ ທ່ານນາງ Park Geun-hye ອອກຈາກຕຳແໜ່ງໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 26 ພະຈິກ, 2016.
ພວກປະທ້ວງ ເກົາຫຼີໃຕ້ ຖືປ້າຍຄຳຂວັນ ໃນລະຫວ່າງການ ຊຸມນຸມກັນ ເພື່ອຮຽກຮ້ອງໃຫ້ປະທານາທິບໍດີ ທ່ານນາງ Park Geun-hye ອອກຈາກຕຳແໜ່ງໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 26 ພະຈິກ, 2016.

ປະຊາຊົນ ຫຼາຍຮ້ອຍພັນຄົນ ໄດ້ເຕົ້າໂຮມກັນຢູ່ນະຄອນຫຼວງ ໂຊລ ຈົນຮອດຕອນເດິກ ວັນເສົາວານນີ້ ໃນອັນທີ່ເອີ້ນວ່າ ເປັນການປະທ້ວງຄັ້ງໃຫຍ່ສຸດ ທີ່ຮຽກຮ້ອງໃຫ້ປະທານາ ທິບໍດີ ພາກ ກຶນ ເຮ ອອກຈາກຕຳແໜ່ງ.

ນີ້ເປັນວັນສຸດທ້າຍສັບປະດາຄັ້ງທີຫ້າລຽນຕິດ ທີ່ການປະທ້ວງຄັ້ງໃຫຍ່ໄດ້ຄວບຄຸມຖະ ໜົນສາຍໃຫຍ່ໆໃນໃຈກາງນະຄອນຫຼວງ ໂຊລ ໃນຂ່າວນອງນັນດ້ານ ການຄໍຣັບຊັນ ທີ່ ເລີ້ມເກີດຂຶ້ນໃນຕົ້ນປີນີ້.

ພວກຕຳຫຼວດກ່າວວ່າ ປະຊາຊົນປະມານ 270 ພັນຄົນ ໄດ້ມາອັ່ງອໍກັນໃນວັນເສົາວານນີ້ ແຕ່ພວກອົງການຈັດຕັ້ງຕ່າງໆຄຳນວນວ່າຝຸງຊົນດັ່ງກ່າວມີຢູ່ 1 ລ້ານ 5 ແສນຄົນ.

ຕຳຫຼວດ 25 ພັນຄົນໄດ້ລົງປະຈຳການ ເພື່ອຕິດຕາມເບິ່ງຄວາມຮຸນແຮງທີ່ອາດຈະເກີດຂຶ້ນ ທັງເພື່ອປ້ອງກັນບໍ່ໃຫ້ພວກປະທ້ວງຍ່າງເຂົ້າໄປໃນທຳນຽບສີຟ້າ ທີ່ພັກເຊົາຂອງປະທານາ ທິບໍດີ ພາກ.

ມີການສົງໄສວ່າທ່ານນາງ ໄດ້ຊ່ອຍເຫຼືອ ນາງ ຈອຍ ຊຸນຊິລ ເພື່ອນສະນິດຍາວນານ ຜູ້ທີ່ ຖືກກ່າວຫາວ່າ ໝູນໃຊ້ກິດການຂອງລັດຖະບານ ແລະ ຍັກຍອກບໍລິສັດຕ່າງໆ ໃຫ້ສ້າງ ຄວາມຮັ່ງມີໃຫ້ແກ່ຕົນເອງ.

ນາງ ຈອຍ ໄດ້ຖືກກ່າວຫາວ່າ ຈັດຕັ້ງ “ກຸ່ມທີ່ຄ້າຍໆກັບສາສະໜາຂຶ້ນມາ” ເພື່ອໃຊ້ອິດທິ ພົນໃສ່ທ່ານນາງ ພາກ ແລະ ຄວບຄຸມພະນັກງານຂອງທ່ານນາງ ເຖິງແມ່ນຜູ້ກ່ຽວຈະບໍ່ມີ ຕໍ່າແໜ່ງບົດບາດໃນລັດຖະບານກໍຕາມ.

ນາງ ຈອຍ ກຳລັງຖືກສືບສວນໃນການຂົນຂວາຍ ສວຍໃຊ້ຄວາມເປັນມິດຂອງລາວ ກັບ ປະທານາທິບໍດີ ເພື່ອບັງຄັບໃຫ້ບໍລິສັດໃຫຍ່ບໍລິຈາກເງິນຫຼາຍກວ່າ 68 ລ້ານໂດລາ ໃສ່ໃນ ມຸນນິທິກິລາ 2 ແຫ່ງ ແລ້ວໝູນເອົາເງິນດັ່ງກ່າວເຂົ້າໄປໃນທຸລະກິດສ່ວນຕົວຂອງຕົນ.

ພວກໄອຍະການທີ່ກຳລັງສືບສວນຄະດີດັ່ງກ່າວ ໄດ້ຮ້ອງຟ້ອງນາງ ຈອຍ ແລະ ກຳລັງຫາ ທາງສອບປາກຄຳ ທ່ານນາງ ພາກ ກ່ຽວກັບ ບົດບາດຂອງເພິ່ນໃນຂ່າວອື້ສາວນີ້.

Hundreds of thousands of people rallied in Seoul until late Saturday night in what is so far the largest protest demanding the ouster of President Park Geun-hye.

For the fifth straight weekend, masses of protesters occupied major avenues in downtown Seoul over a corruption scandal that came to light earlier this year.

Police said about 270,000 people turned out Saturday, but organizers estimated the crowd at 1.5 million.

Around 25,000 police officers were mobilized to brace for possible violence, and to prevent protesters from marching inside the Blue House, the presidential palace where Park resides.

She is suspected of helping a long-time friend, Choi Soon-sil, who is accused of manipulating government affairs and extorting companies to build an illicit fortune.

Choi is alleged to have exercised a "cult-like" influence over Park and control over her staff, even though she had no official government role.

Choi is being investigated for exploiting her personal relationship with the president to coerce large corporations to donate more than $68 million to two sports foundations, and funneling much of that money to her private businesses.

Prosecutors investigating the case have indicted Choi and are seeking to question Park about her role in the scandal.

XS
SM
MD
LG