ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ເຄື່ອນ​ໄຫ​ວ ເກົາຫຼີ​ໃຕ້ ຄັດ​ຄ້ານ​ຄຳ​ເຕືອນບໍ່​ໃຫ້​ສົ່ງ​ບາ​ລ​ລູນ ເຂົ້າ​ໄປ​ໃນ ເກົາຫຼີ​ເໜືອ


ບາ​ລ​ລູນ ທີ່​ເຊື່ອ​ວ່າ​ຖືກ​ສົ່ງ​ໂດຍ ເກົາຫຼີ​ເໜືອ ບັນ​ຈຸ​ວັດ​ຖຸຫຼາຍ​ຢ່າງ ລວມ​ທັງ​ສິ່ງ​ທີ່​ປາ​ກົດ​ວ່າ​ຈະ​ເປັນ​ຂີ້​ເຫຍື້ອ ແລະ ອາ​ຈົມ, ຖືກ​ພົບ​ເຫັນ​ຢູ່​ທົ່ງ​ນາ ໃນ​ເມືອງ ເຈຍວອນ.
ບາ​ລ​ລູນ ທີ່​ເຊື່ອ​ວ່າ​ຖືກ​ສົ່ງ​ໂດຍ ເກົາຫຼີ​ເໜືອ ບັນ​ຈຸ​ວັດ​ຖຸຫຼາຍ​ຢ່າງ ລວມ​ທັງ​ສິ່ງ​ທີ່​ປາ​ກົດ​ວ່າ​ຈະ​ເປັນ​ຂີ້​ເຫຍື້ອ ແລະ ອາ​ຈົມ, ຖືກ​ພົບ​ເຫັນ​ຢູ່​ທົ່ງ​ນາ ໃນ​ເມືອງ ເຈຍວອນ.

ບັນ​ດາ​ນັກ​ເຄື່ອນ​ໄຫວ​ກຸ່ມ​ນຶ່ງ​ໃນ ເກົາຫຼີ​ໃຕ້ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ​ເຂົາ​ເຈົ້າ​ໄດ້​ປ່ອຍ​ໝາກ​ປູມ​ເປົ້າ​ທີ່​ບັນ​ຈຸ​ໃບ​ປິວ​ຕຳ​ໜິ​ວິ​ຈານ​ທ່ານ ກິມ ຈົງ ອຶນ ເຂົ້າ​ໄປ​ໃນ ເກົາຫຼີ​ເໜືອ, ພຽງ​ບໍ່​ເທົ່າ​ໃດ​ວັນຫຼັງ​ຈາກ ພຽງ​ຢາງ ໄດ້​ສົ່ງ​ບາ​ລ​ລູນ ຫຼາຍ​ພັນ​ລູກ​ທີ່​ບັນ​ຈຸ​ຂີ້​ເຫຍື້ອ​ຂ້າມ​ເຂດ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ເກົາຫຼີ​ໃຕ້.

ທ້າວ ພາກ ຊາງ-ຫັກ, ຜູ້ຫຼົບ​ໜີ​ອອກ​ມາ​ຈາກ ເກົາຫຼີ​ເໜືອ ໃນ​ປີ 2000, ໄດ້​ກ່າວ​ວ່າ​ກຸ່ມ​ຂອງ​ລາວທີ່​ຊື່​ວ່າ ນັກ​ລົບ​ເພື່ອ​ເກົາຫຼີ​ເໜືອ​ທີ່​ເສ​ລີ, ໄດ້​ສົ່ງ​ບາ​ລ​ລູນ​ 10 ໜ່ວຍ​ຈາກ​ເມືອງ ໂປ​ຈອນ ທີ່​ຕັ້ງ​ຢູ່​ຊາຍ​ແດນ ພ້ອມ​ກັບ​ໃບ​ປິວ 200,000 ໃບ, USB 5,000 ອັນ​ທີ່​ມີ​ວິ​ດີ​ໂອບັນ​ເທີງ K-pop ແລະ ລະ​ຄອນ ພ້ອມ​ດ້ວຍ ເງິນ 1 ໂດ​ລາ 2,000 ໃບ.

ບັນ​ດາ​ຜູ້ຫຼົບ​ໜີ​ຈາກ ເກົາຫຼີ​ເໜືອ ແລະ ນັກ​ເຄື່ອນ​ໄຫວ​ທັງຫຼາຍ​ໃນ ເກົາຫຼີ​ໃຕ້ ເປັນ​ເວ​ລາຫຼາຍ​ທົດ​ສະ​ວັດ​ມາ​ແລ້ວ ໄດ້​ສົ່ງ​ບາ​ລ​ລູນ ທີ່​ບັນ​ຈຸ​ໃບ​ປິວ​ຕໍ່​ຕ້ານ​ ພຽງ​ຢາງ ແລະ ວັດ​ສະ​ດູ​ການ​ຊ່ວຍ​ເຫຼືອ​ຂ້າມ​ເຂົ້າ​ໄປ​ໃນ​ເຂດ​ແດນ​ທີ່​ມີ​ກຳ​ລັງ​ປ້ອງ​ກັນ​ຢ່າງ​ໜັກນັ້ນ.

ການ​ປະ​ຕິ​ບັດ​ການ​ຄັ້ງຫຼ້າ​ສຸດ​ຂອງ​ທ້າວ ພາກ ໄດ້​ມີ​ຂຶ້ນຫຼັງ​ຈາກ ເກົາຫຼີ​ເໜືອ ເມື່ອບໍ່​ດົນ​ມານີ້​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ສົ່ງ ບາ​ລ​ລູນ 3,500 ໜ່ວຍ​ທີ່​ບັນ​ຈຸ​ຂີ້​ເຫຍື້ອ 15 ໂຕນ ເຂົ້າ​ໄປ​ໃນ ເກົາຫຼີ​ໃຕ້. ບາ​ລ​ລູນ ດັ່ງ​ກ່າວ, ໃນ​ບາງ​ກໍ​ລະ​ນີ​ຍັງ​ໄດ້​ບັນ​ຈຸ​ອາ​ຈົມ, ເຊິ່ງ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ຢູ່​ເມືອງຕ່າງໆຢູ່​ຕາມ​ເຂດ​ຊາຍ​ແດນ ແລະ ເຮັດ​ໃຫ້​ລັດ​ຖະ​ບານ ໂຊ​ລ໌ ຕ້ອງ​ໂຈະ​ຂໍ້​ຕົກ​ລົງ​ທະ​ຫານ​ລະ​ຫວ່າງ ເກົາຫຼີ ປີ 2018 ແລະ ສືບ​ຕໍ່​ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ​ຕ່າງໆ​ຢູ່​ອ້ອມ​ເຂດ​ຊາຍ​ແດນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

An activist group in South Korea said on Thursday it had flown balloons into North Korea carrying leaflets criticising leader Kim Jong Un, just days after Pyongyang sent thousands of balloons carrying trash in the other direction over the border.

Park Sang-hak, a defector who fled North Korea in 2000, said his group, Fighters For Free North Korea, had launched 10 balloons from the border town of Pocheon with 200,000 flyers, 5,000 USB sticks containing K-pop videos and dramas, and 2,000 $1 notes.

North Korean defectors and activists in South Korea have for decades released balloons carrying anti-Pyongyang leaflets and aid parcels across the heavily fortified frontier.

Park's latest campaign came after North Korea recently said it had sent 3,500 balloons carrying 15 tons of trash into the south. The balloons, in some cases also carrying excrement, sparked tension in border towns and prompted Seoul to suspend a 2018 inter-Korean military pact and resume military activities around the border.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG