ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວເດີນໜ້າ ສ້າງເຂື່ອນໄຊຍະບູລີ ທັ້ງໆທີ່ມີການຄັດຄ້ານ


ການສ້າງພາບຈໍາລອງໂຄງການເຂື່ອນໄຊຍະບູລີ ໃນແມ່ນໍ້າຂອງ ທາງຝັ່ງຂອງລາວ
ການສ້າງພາບຈໍາລອງໂຄງການເຂື່ອນໄຊຍະບູລີ ໃນແມ່ນໍ້າຂອງ ທາງຝັ່ງຂອງລາວ
ພິທີ​ວາງ​ສີລາ​ເລີກ ​ໄດ້​ຈັດ​ຂື້ນ ​ສໍາລັບ​ໂຄງການເຂື່ອນ​ໄຟຟ້າ
ພະລັງ​ນໍ້າ​ໄຊ​ຍະບູລີ​ທີ່​ສ້າງ​ໃສ່​ລຳແມ່​ນໍ້າຂອງ ​ໃນມູນ​ຄ່າ 3 ພັນ
500 ລ້ານ​ໂດ​ລາ ທີ່​ເປັນ​ຫົວ​ຂໍ້​ຂັດ​ແຍ້​ງກັນ​ມາ​ຕະຫຼອດນັ້ນ. Ron
Corben ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ຈາກ​ບາງກອກວ່າ ກຸ່ມ​ພິທັກ
​ສະພາບ​ແວດ​ລ້ອມໃນ​ພວກ​ປະ​ເທດ​ເພື່ອນ​ບ້ານ ​ແລະ​ສະຫະລັດ
​ໄດ້​ອອກສຽງຄັດຄ້ານ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ໃຫຍ່ ກ່ຽວ​ກັບ
ຜົນ​ກະທົບຕໍ່​ປະຊາຊົນຫຼາຍລ້ານ​ຄົນ ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ
​ອອກສຽງ​ໃຕ້.

ຂະນະ​ນີ້​ປາກົດ​ວ່າ ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນໍ້າຕົກ​ໄຊ​ຍະ​ບູລີ​
ກໍາ​ລັງດໍາ​ເນີນ​ການ​ຕໍ່​ໄປ ​ເຖິງ​ແມ່ນ​ມີ​ການ​ຕໍາ​ໜິຕິຕຽນ​ຢ່າງ​ໃຫຍ່​
ກ່ຽວ​ກັບ​ຜົນ​ກະທົບ ຕໍ່​ຂົງ​ເຂດຕອນລຸ່ມ​ແມ່​ນໍ້າຂອງ​ກໍ​ຕາມ ​ໂດຍ​
ສະ​ເພາະ​ກໍາປູ​ເຈຍ ​ແລະ​ຫວຽດນາມ ທີ່​ຄັດຄ້ານ​ຢ່າງ​ໜັກໃນ​
ເລຶ່ອງນີ້.
ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີລາວ
ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີລາວ

ທ່ານ​ສົມ​ສະຫວາດ​ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ສປປ
ລາວ ກ່າວ​ຢູ່ໃນ​ພິທີ​ວາງ​ສີລາ​ເລີກ​ເມື່ອ​ວັນ​ພຸດ​ວານ​ນີ້ວ່າ ສປປ
ລາວ ໄດ້​ພິຈາລະນາ​ເບິ່ງ​ທັດສະ​ນະ​ຄວາມ​ເຫັນ​ຂອງ​ປະ​ເທດ​
ອື່ນໆ​ນັ້ນ​ຢູ່ ​ແຕ່​ກໍ​ຕັດສິນ​ໃຈ​ເດີນ​ໜ້າກ່ຽວ​ກັບ​ໂຄງການດັ່ງກ່າວ​ນີ້
ຊຶ່ງ​ມີ​ກໍານົດຈະ​ສ້າງ​ສໍາ​ເລັດ ໃນ​ປີ 2019.

​ເຂື່ອນ​ໄຟຟ້າ​ນໍ້າຕົກໄຊຍະ​ບູລີ ຄາດ​ວ່າ​ຈະ​ເປັນ​ໂຄງການ​ນຶ່ງ​ໃນ
10 ​ໂຄງ ການ​ແບ​ບດຽວ​ກັນ​ນີ້ ​ໃນ​ເຂດຕອນ​ລຸ່ມ​ແມ່​ນໍ້າຂອງ ທີ່​ມີ​ຄວາມ​ຍາວ​ທັງ​ໝົດ 4,300 ກິ​ໂລ​ແມັດ ທີ່​ໄຫຼຜ່ານ ​ໄທ ລາວ ກໍາປູ​
ເ​ຈຍ ​ແລະ​ເຂດ​ສາມຫລ່ຽມ ປາກ​ແມ່​ນໍ້າຂອງ ​ໃນຫວຽດນາມ ກ່ອນ​ຈະ​ຕົກລົງ​ໃສ່​ທະ​ເລ​ຈີນ​ໃຕ້.

ບັນດາ​ນັກ​ອະນຸລັກ​ສະພາບ​ແວດ​ລ້ອມ ພາກັນຢ້ານ​ກົວ​ວ່າ ຜົນ​ກະທົບ​ໄລຍະ​ຍາວຈາກ​ເຂຶ່ອນດັ່ງກ່າວ​ ກໍ​ຄືຈະຕັນ​ທາງ​ຂຶ້ນລ່ອງໄປມາຂອງ​ປາ ​ແລະຄວາມ​ເປັນ​ໄປ​ໄດ້​ທີ່​ຈະກະທົບ
ຕໍ່​ວິຖີ​ຊີວິດຂອງປະຊາຊົນຫຼາຍກວ່າ 60 ລ້ານ​ຄົນ ທີ່​ເພີ່ງ​ພາ​ນໍ້າຂອງ​ເປັນຫຼັກ​ໃນດໍາລົງຊີວິດ​
ແຕ່​ໃດ​ມາ​ນັ້ນ​ໄດ້.

​ແຕ່ທ່ານສົມຄວນ ວັດຕະ​ກິດ​ກຸນ ນັກວິ​ສະ​ວະ​ກອນ ​ປະ​ຈໍາ​ບໍລິສັດ​ພະລັງງານ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ຈໍາກັດ ຊຶ່ງ​ເປັນ​ບໍ​ລິ​ສັດ​ສ້າງ​ເ​ຂື່​ອນ​ໄຊ​ຍະ​ບູລີ ກ່າວ​ວ່າ ​ເຂື່ອນດັ່ງກ່າວຈະ​ໃຫ້ຜົນ
​ປະ​ໂຫຍ​ດອັນ​ໃຫຍ່ຫຼວງ​ແກ່​ຂົງ​ເຂດ.

ທ່ານສົມຄວນກ່າວ​ວ່າ ບໍ່​ວ່າ​ຈະ​ເປັນ​ນໍ້າ​ດື່ມ ການ​ກະ​ເສດ ການ​ຫາ​ປາ ​ແລະ​ການ​ຂົນ​ສົ່ງ ທຸກໆ​ຄົນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກເຂື່ອນ​ໄຊ​ຍະ​ບູລີ ນີ້. ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ຜົນ​ປະ​ໂຫຍ​ດຫຼັກກໍ​ຄື​ການ​ປັ່ນກະ​ແສ​ໄຟຟ້າ ການ ຊ່ວຍ​ເຫຼືອປະຊາ​ຄົມ​ທີ່​ທຸກ​ຈົນ​ຕ່າງໆ​ຂອງ​ລາວ ​ແລະ​ພ້ອມ​ກັບ​ການ​ພັດທະ ນາ​ແລະ​ການຈະ​ເຣີນ​ເຕີບ​ໂຕ​ທາງ​ເສດຖະກິດ​ຂອງ​ຂົ​ງ​ເຂດ.

ພິທີ​ວາງ​ສີລາ​ເລີກ ​ໄດ້​ດໍາ​ເນີນ​ໄປ ​ເຖິງ​ແມ່ນ​ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາ ຍົກ​ລັດຖະມົນຕີ​ລາວ ​ເວົ້າ​ກ່ອນ​ໜ້າ​ນີ້​ວ່າ ​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ​ແມ່ນ ກໍາລັງ​ລໍຖ້າ​ການ​ສຶກສາເພີ່ມ​ຕື່ມ ກໍ​ຕາມ​.

​ເຈົ້າໜ້າ​ທີ່​ຄົນ​ນຶ່ງ​ຂອງ​ຄະນະກໍາມາທິການ​ແມ່​ນໍ້າຂອງສາກົນ​ຫຼື MRC ຊຶ່ງ​ເປັນ​ອົງ​ກອນ​ທີ່​ກໍາກັບ​ດູ​ແລ​ການຮ່ວມ​ມື​ກັນ​ລະຫວ່າງ​ລາວ ​ໄທ ກໍາປູ​ເຈຍ ​ແລະ​ຫວຽດນາມ ກ່ຽວ​ກັບ​ໂຄງ ການ​ຕ່າງໆ​ຕາມ​ລຳແມ່​ນໍ້າຂອງ ​ໄດ້​ບອກ​ວີ​ໂອ​ເອວ່າ ທາງຄະນະ​ກໍາມາທິ​ການ​ແມ່​ນໍ້າຂອງ​ສາກົນ ກໍາລັງ​ຊອກຫາ​ຄໍາ​ຕອບ​ຢ່າງ​ຈະ​ແຈ້ງຈາກ​ຄະນະ​ຜູ້​ຕາງໜ້າ​ລາວວ່າ​ພິທີ​ວາງ​ສິລາ​ເລິກ​ດັ່ງກ່າວ ນີ້ ​ຖື​ເປັນ​ຂີດໝາຍ​ການ​ຕັດສິນ​ໃຈ​ບັ້ນ​ສຸດ​ທ້າຍ​ໂດຍ​ທາງ​ການລາວ ​ໃຫ້​ດໍາ​ເນີນ​ການ​ກໍ່ສ້າງ​ເຂື່ອນ​ດັ່ງກ່າວ​ຫຼືບໍ່. ​ໃນ​ປີ 2011 ລັດຖະບານ​ລາວ​ໄດ້​ຕົກ ລົງໂຈະ​ໂຄງການ​ໄປ​ຈົນ​ກວ່າ ການ​ປະ​ເມີນ​ຜົນ​ກະທົບ​ຕໍ່ສະພາບ​ແວດ​ລ້ອມ​ເພີ່ມ​ຕື່ມ​ສໍາ​ເລັດ​ລົງ​ເສຍ​ກ່ອນ.

​ໃນ​ອາທິດ​ນີ້ ສະ​ຫະລັດ ​ໄດ້​ເຕືອນ​ລາວ ກ່ຽວ​ກັບ​ການ​ເດີນ​ໜ້າ​ກໍ່ສ້າງ​ໂຄງການ​ດັ່ງກ່າວ ​ໂດຍ​ກ່າວ​ວ່າ​ຜົນ​ກະທົບ​ອັນ​ໃຫຍ່ຫຼວງ ​ແລະ​ຮ້າຍ​ແຮງ ທີ່​ມີຕໍ່​ລະບົບ​ນິເວດ​ ທີ່​ສະໜອງ​ຄວາມ​ໝັ້ນ
ຄົງດ້ານເຂົ້າປາ​ອາຫານແລະ​ວິຖີ​ຊີວິດ ຢູ່​ໃນ​ຂົງ​ເຂດນັ້ນ​ ​ແມ່ນຍັງ​ບໍ່​ຮູ້ຈັກ​ເທື່ອ.

ນາງ ​ພຽນພອນ ດີ​ຖີ ນັກ​ເຄື່ອນ​ໄຫວ​ຄົນ​ນຶ່ງ​ຂອງ​ກຸ່ມ​ອະນຸລັກ​ສະພາບ​ແວດ​ລ້ອມ​ແມ່ນໍ້າສາກົນ ກ່າວ​ວ່າ ພິທີ​ວາງ​ສີ​ລາ​ເລີກ ​ໄດ້​ເນັ້ນ​ຍໍ້າ​ໃຫ້​ເຫັນ ​ເຖິ​ງ ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຄວາມ​ໂປ່​ງ​ໃສ ຫຼືລາຍ​ລະ​ອຽດ ກ່ຽວ​ກັບ​ໂຄງ ການ​ເຂື່ອນ​ໄຊ​ຍະ​ບູລີ​ດັ່ງ​ກ່າວ.
ພາບການອອກແບບເຂື່ອນໄຊຍະບູລີ
ພາບການອອກແບບເຂື່ອນໄຊຍະບູລີ

ນາ​ງພຽນ​ພອນ​ກ່າວ​ວ່າ “ສິ່ງ​ທີ່​ກໍາລັງ​ເກີດ​ຂຶ້ນກັບ​ຄວາມ
​ສັບສົນ​ນີ້​ແມ່ນ​ສົ່ງ ຜົນ​ສະທ້ອນຫຼາຍທີ່​ສຸດຂອງ​ເລຶ່ອງ
ທັງ​ໝົດ​ຂອງ​ເຂື່ອນ​ໄຊ​ຍະ​ບູລິ ຄື​ການຂາດ​ຄວາມ​ໂປ່​ງ​
ໃສນັ້ນ​ເອງ. ພວກ​ເຮົາ​ບໍ່​ເຄີຍ​ຮູ້​ວ່າ​ສິ່ງ​ໃດ​ເກີດ​ຂຶ້ນ​ແດ່
ພວກ​ເຮົາ​ບໍ່​ເຄີຍ​ຮູ້​ຂໍ້​ມູນ​ຂ່າວສານ ຫຼືລາຍ​ລະອຽດໃດໆ​
ກ່ຽວ​ກັບ​ການ​ສ້າງເຂື່ອນ ນອກຈາກ​ພວກ​ກໍ່ສ້າງ​ເທົ່າ
​ນັ້ນ ຊຶ່ງ​ເປັນ​ບໍລິສັດ​ເອກ​ກະ​ຊົນ​ຂອງ​ໄທ ​ແລະບັນດ​າ​
ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ຂອງ​ລາວ​ ບໍ່​ເທົ່າ​ໃດ​ຄົນທີ່ເປັນ
​ຜູ້​ຕັດສິນ​ໃຈ ​ແລະ​ມີ​ຂໍ້​ມູນ​ຂ່າວສານນັ້ນ.”


ພາຍ​ໃຕ້​ສັນຍາ​ຮ່ວມ​ສະບັບ​ນຶ່ງ​ລະຫວ່າງ​ໄທ ​ແລະ​ລາວ ກໍ​ຄື ​95 ​ເປີ​ເຊັນ ຂອງ​ກະ​ແສ​ໄຟຟ້າ​ທີ່​ຜະລິດໄດ້​ຈາກ​ເຂື່ອນ​ໄຊ​ຍະ​ບູລີ​ນີ້ ຈະ​ຂາຍ​ໃຫ້​ໄທ. ​ໃນ​ຕົ້ນ​ອາທິດ​ນີ້ ທ່ານ ສຸຣະພົງ ​ໂຕ​ວິຈັກ
​ໄຊ​ກຸນ ລັດຖະມົນ​ຕີ​ຕ່າງປະ​ເທດ ​ໄທ ກ່າວ​ວ່າ ລັດຖະບານ​ໄທ ສະໜັບສະໜຸນ​ໃຫ້​ເດີນ​ໜ້າ ​ໃນການ​ກໍ່ສ້າງ​ດັ່ງກ່າວ​ຕໍ່ໄປ.

ທັງ​ກໍາປູ​ເຈຍ ​ແລະ​ຫວຽດນາມ ຕ່າງ​ກໍ​ໄດ້​ສະ​ຫງວນທ່າ​ທີ​ກ່ຽວ​ກັບ​ເລື່ອງ​ນີ້. ​ຫວຽດນາມຮຽກຮ້ອງ​ໃຫ້ເລື່ອນ​ເວລາ​ອອກໄປ​ 10 ປີ ສໍາລັບ​ໂຄງການ​ທັງ​ໝົດ​ທີ່​ຈະ​ສ້າງໃສ່​ລຳ​ແມ່​ນໍ້າຂອງ​ນັ້ນ.
XS
SM
MD
LG