ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄ່ງຕຶງເພີ່ມທະວີຂຶ້ນ ໃນເຂດທະເລຈີນໃຕ້ (ເບິ່ງ ວີດິໂອພາສາລາວ/ອັງກິດ)


ຊາວຫວຽດນາມທຳການປະທວງ ຢູຕໜາສະຖານທູດຈີນ ໃນນະຄອນຫລວງຮາໂນຍ, ວັນທີ 5 ມີຖຸນາ 2011.
ຊາວຫວຽດນາມທຳການປະທວງ ຢູຕໜາສະຖານທູດຈີນ ໃນນະຄອນຫລວງຮາໂນຍ, ວັນທີ 5 ມີຖຸນາ 2011.

ຄວາມເຄັ່ງຕຶງໃນເຂດທະເລຈີນຕອນໃຕ້ ກ່ຽວກັບເຂດນໍ້າແດນດິນ ທີ່ເປັນຫົວຂໍ້ຂັດແຍ້ງກັນນັ້ນ ໄດ້ໂຜ່ໂຕຂື້ນມາອີກຄັ້ງນຶ່ງ ຍ້ອນການປະທະກັນລະຫວ່າງຈີນກັບຫວຽດນາມ ແລະຟິລິບປິນ ເມື່ອໝໍ່ໆມານີ້. ບັນຫາຜິດຖຽງກັນດັ່ງກ່າວເກີດຂື້ນ ໃນຂະນະທີ່ສະຫະລັດແລະສະມາຄົມອາ ຊ່ຽນພະຍາຍາມທີ່ຈະຊ່ວຍພວກປະເທດ ທີ່ອ້າງເອົາເຂດນ່ານນໍ້າທີ່ອຸດົມໄປດ້ວຍຊັບພະກອນ ນັ້ນ ຫາທາງແກ້ໄຂບັນຫາຄວາມແຕກຕ່າງຂອງພວກເຂົາເຈົ້າ ໂດຍຜ່ານການ ໂອ້ລົມສົນທະ ນາກັນ ແລະຫລີກລ່ຽງການໃຊ້ກໍາລັງຫລືການຂົ່ມຂູ່ໃດໆ. ດາຣາມີເລຶ່ອງນີ້ ມາສະເໜີທ່ານ.

// ສຽງ​ປະ​ທ້ວງ //

ໃນ​ການໂຮມ​ຊຸມນຸມປະ​ທ້ວງ​ ທີ່​ບໍ່​ຄ່ອຍ​ມີຢູ່​ໃນ​ຫວຽດນາມ ເມື່ອ​ວັນ​ອາທິດ​ຜ່ານ​ມາ​ນັ້ນ ປະຊາຊົນ​ຫລາຍ​ຮ້ອຍ​ຄົນໄດ້ໄປ​ເຕົ້າ​ໂຮມກັນ​ຢູ່​ຕໍ່ໜ້າ ສະຖານທູດ​ຈີນ​ໃນ​ນະຄອນຫລວງ​ຮາ​ໂນ​ຍ ​ເພື່ອ​ຮ້ອງ​ດ່າ​ປະນາມຈີນ​ສໍາ ລັບ​ອັນ​ທີ່​ພວກ​ເຂົາ​ເຈົ້າ​ກ່າວ​ຫາ​ວ່າ ​ເປັນການ​ບຸກຮຸກ​ຂອງ​ຈີນ​ເມື່ອ​ໝໍ່ໆ​ມາ​ນີ້ ໃນ​ເຂດ​ທະ​ເລ​ຈີນ​ໃຕ້. ​ຫວຽດນາມ​ກ່າວວ່າ​ ກໍ່າ​ປັ່ນລໍາ​ນຶ່ງ​ຂອງ​ຈີນໄດ້​ຕັດ​ສາຍ​ເຄ​ເບິ້ນ​ໃຕ້​ນໍ້າຂອງ​ກໍ່າ​ປັນ​ສໍາ​ຫລວດ​ນໍ້າມັນ​ລໍາ​ນຶ່ງ​ຂອງ​ຫວຽດນາມ​ໂດຍ​ເຈດ​ຕະນາ​ໃນເດືອນ​ແລ້ວ​ນີ້ ​ໃນ​ຂະນະ​ທີ່​ກໍ່າປັ່ນ​ລໍາ​ດັ່ງກ່າວ​ຂອງ​ຫວຽດນາມ​ ກໍາລັງ​ທໍາ​ການ​ທົດ​ສອບ​ຟັງແຜ່ນດິນ​ໄຫວຢູ່.

ສາຍເຄເບນໃຕນ ທຫວຽດນາມກາວວາ ຖືກຈີນຕັດຂາດໂດຍເຈດຕະນາ.
ສາຍເຄເບນໃຕນ ທຫວຽດນາມກາວວາ ຖືກຈີນຕັດຂາດໂດຍເຈດຕະນາ.

ສ່ວນ​ຟິລິບ​ປິນນັ້ນ ກໍໄດ້​ລາຍ​ງານ​ວ່າ​ ໄດ້​ມີ​ການ​ຜິດ​ຖຽງ​ກັນ​ເລື້ອງ
ເຂດ​ນໍ້າ​ແດນ​ດິນ​ເທື່ອ​ໃໝ່​ອີກແລະ
ກ່າວ​ຫາຈີນວ່າ​ໄດ້ຂົນ​ວັດຖຸ​ກໍ່ສ້າງ
ໄປ​ໄວ້​ ແລະຕັ້ງ​ຄ້າຍທະຫານຂຶ້ນ
ຢູ່​ເກາະຫິນຫລາຍແຫ່ງ​ທີ່​ຟິລິບ​
ປິນອ້າງ​ເອົາ​ກໍາມະສິດ​. ຝ່າຍຈີນ
ກໍ​ໄດ້​ກ່າວປ້ອງ​ກັນການ​ກະທໍາ
ຂອງ​ຕົນ​ ​ວ່າຖືກຕ້ອງຊອບ​ທໍາ ທຸກ​ປະການ.

ເມື່ອ​ວັນ​ອາທິດ​ຜ່ານ​ມາ ​ໃນ​ຄໍາ​ປາ
ໃສ​ຕໍ່ກອງ​ປະ​ຊຸມປະ​ຈໍາ​ຂົງ​ເຂດ​
ບັ້ນ​ນຶ່ງ ກ່ຽວ​ກັບການປ້ອງ​ກັນ
ເອເຊຍ​ທີ່​ສິງ​ຄະ​ໂປ ທ່ານຫລຽງ
ກວາງ​ລີ (Liang Guanglie)
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ
ຂອງ​ຈີນ​ກ່າວ​ວ່າ ການ​ຜິດ​ຖຽງ​
ກັນ​ຫວຽດນາມ​ແລະ​ຟິລິ​ບປິນ
ເມື່ອໝໍ່ໆ​ມາ​ນີ້ ​ແມ່ນຄວບ​ຄຸມ​
ໄວ້​ໄດ້​ແລ້ວ​ໃນ​ເວລາ​ນີ້. ທ່ານ​
ກວາງ​ລີ ກ່າວ​ຕໍ່​ໄປວ່າ:

“ເສ​ລີ​ພາບ​ໃນ​ການ​ເດີນ​ເຮືອ
ຢູ່ໃນ​ເຂດ​ທະ​ເລ​ຈີນ​ໃຕ້ນັ້ນ​ ​ແມ່ນໄດ້​ມີມາແຕ່​ໃດໆ​ແລ້ວ. ບໍ່​ມີໃຜ​ເປັນ​ເຈົ້າຂອງ​ເຂດ​ນັ້ນ.
ສະຖານະການ​ໂດຍ​ລວມໃນ​ຂົງ​ເຂດ​ດັ່ງກ່າວ​ ແມ່ນທຸ່ນ​ທ່ຽ​ງດີ.”

ທ່ານ ດີ​ນ ​ຈັງ (Dean Cheng) ນັກວິ​ເຄາະຂ່າວ​ດ້ານ​ການ​ປ້ອງ​ກັນ​ຂອງຂົງ​ເຂດ​ເອ​ເຊຍປະ ​ຈໍາ​ມູນ​ນິທີມູນມໍ​ລະ​ດົກ​ ຫລື Heritage Foundation ທີ່​ນະຄອນຫລວງ​ວໍຊິງ​ຕັນ​ ກ່າວ​ວ່າ ​ເຖິງ​ແມ່ນ​ວ່າ​ຈີນ​ອາດ​ຈະ​ບໍ່ຍິງ​ໃສ່ໃຜ​ກໍ​ຕາມ ​ແຕ່​ພຶດຕິ​ການ​ຂອງ​ຈີນ​ກໍຖື​ວ່າ​ເປັນ​ການ​ເກາະ​ຜິດ​ຄິດຮ້າຍ ​ແລະ​ເຮັດ​ໃຫ້​ຊີວິດ​ຕົກ​ຢູ່​ໃນ​ໄພ​ອັນຕະລາຍ. ທ່ານ​ Cheng ກ່າວ​ວ່າ:

“​ເບິ່ງ​ຄື​ວ່າ​ ຈີນ​ກໍາລັງພະຍາຍາມ​ຜັກ​ດັນໃນ​ຂັ້ນກວ້າງຂວາງ ​ເພື່ອອ້າງ​ເອົາ​ຂົງ​ເຂດ​ທັງ​ໝົດ ​ແລະ​ບໍ່​ສົນ​ໃຈວ່າ​ ຕົນ​ຈະໄປຢຽບ​ຕີ​ນ​ໃຜ​ແດ່.”

ສະມາຄົມ​ປະຊາຊາດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫລື​ເອ​ເຊຍ​ອາຄະ​ເນ ເອີ້​ນຫຍໍ້​ວ່າ ອາ​ຊ່ຽນ ​ໄດ້​ທໍາ​ງານ​ກັບ​ຈີນ ​ເພື່ອ​ເຮັດຂໍ້​ຕົກລົງກ່ຽວ​ກັບ ກົ​ດ​ເກນ​ການປະພຶດປະຕິບັດ​ ຢູ່​ໃນເຂດ​ທະ​ເລ​ຈີນ​ໃຕ້ນັ້ນ.

ເບິ່ງວີດິໂອພາສາລາວ ຫລືຄລິກຢູບອນ MP4

ທ່ານ ຫງວຽນ ຈີ ວິນ (Nguyen Chi Vinh) ຮອງ​ລັດຖະມົນຕີປ້ອງ​ກັນ​ປະ​ເທດຫວຽດ ນາມ​ກ່າວ​ວ່າ ການ​ຮ່ວມ​ໄມ້​ຮ່ວມ​ມື​ຂອງ​ຈີນ​ນັ້ນ​ແມ່ນ​ສໍາຄັນ​ຫລາຍ ​ແຕ່​ກໍ​ກ່າວ​ຕື່ມ​ວ່າ ການ​ຕົກລົງ​ໃຈ​ຂອງ​ຫວຽດນາມ​ໜັກ​ແໜ້ນ. ທ່ານ Ngyuen Chi Vinh ກ່າວ​ວ່າ:

“ທ່າ​ທີ​ອັນ​ໝັ້ນຄົງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ​ພັກແລະ​ລັດຂອງ​ພວກ​ເຮົາ​ນັ້ນ ກໍ​ຄື​ວ່າ ພວກ​ເຮົາ​ຈະໃຊ້​ທຸກວິທີ​ທາງ​ ​ເພື່ອ​ພິທັກ​ປົກ​ປ້ອງ​ອະທິປະ​ໄຕ​ຂອງ​ພວກ​ເຮົາ​ເອົາ​ໄວ້.”

ແຜນທສະແດງເຂດອາງເອົາກຳມະສິດ ຂອງປະເທດຕາງໆ(ເບງຕາມສີຂອງເສນ) ເຫັນໄດແຈງວາຈີນອາງເອົາຫລາຍກວາໝູ.
ແຜນທສະແດງເຂດອາງເອົາກຳມະສິດ ຂອງປະເທດຕາງໆ(ເບງຕາມສີຂອງເສນ) ເຫັນໄດແຈງວາຈີນອາງເອົາຫລາຍກວາໝູ.

ຂົງ​ເຂດ​ທະ​ເລ​ຈີນ​ໃຕ້ ​ເປັນ​ເຂດ​ເດີນ​ເຮືອ​ທີ່​ສໍາຄັນ​ແຫ່ງ​ນຶ່ງ ​ແລະ​ເຊື່ອ​ວ່າ ອຸດົມສົມບູນ​ໄປ​ດ້ວຍ​ບໍ່​ນໍ້າມັນ​ແລະ​ແກ​ສທໍາ​ມະ​ຊາດ​ ຊຶ່ງ​ປະ​ເທດ​ບຣູ​ໄນ ຈີນ ມາ​ເລ​ເຊຍ ຟິລິບ​ປິນ ​ແລະ​ຫວຽດນາມ ຕ່າງ ກໍ​ໄດ້​ອ້າງ​ເອົາ​ກໍາມະສິດ.

ສະຫະລັດ​ໄດ້​ສະ​ເໜີ​ທີ່​ຈະຊ່ວຍໃຫ້​ຄວາມ​ສະດວກ​ໃນ​ການ​ແກ້​ໄຂຂໍ້​ຂັດ​ແຍ້​ງດ້ານ​ດິນ​ແດນລະ ​ຫວ່າງ​ຈີນ ແລະ​ພວກ​ປະ​ເທດ​ເພື່ອນ​ບ້ານ​ເອ​ເຊຍຕາ​ເວັນ​ອອກ ສຽງໃຕ້ນັ້ນ.

ໃນ​ການກ່າວ​ຢູ່​ນະຄອນຫລວງ​ວໍ​ຊິງ​ຕັນ ​ອາທິດແລ້ວ​ນີ້ ທ່ານ ເຄີຕ ແຄມເບິລ (Kurt Campbell) ລັດ​ຖະມົນຕີ​ຊ່ວຍວ່າການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ສະຫະລັດ​ຍັງ​ສືບ​ຕໍ່​ຊຸກຍູ້​ໃຫ້​ມີ​ການ​ໂອ້​ລົມ​ສົນທະນາກັນ ​ລະຫວ່າງ​ພັກຝ່າຍ​ທີ່​ຜິດ​ຖຽງກັນ​ທັງຫລາຍ​ນັ້ນ. ທ່ານ Campbell ກ່າວ​ວ່າ:

ທານເຄີຕ ແຄມເບິລ ລມຕ ຊວຍວາ ການຕາງປະເທດສະຫະລັດ ຮັບຜິດ ຊອບກິດຈະການເອເຊຍ-ປາຊີຟິກ.
ທານເຄີຕ ແຄມເບິລ ລມຕ ຊວຍວາ ການຕາງປະເທດສະຫະລັດ ຮັບຜິດ ຊອບກິດຈະການເອເຊຍ-ປາຊີຟິກ.

“ພວກ​ເຮົາ​ບໍ່​ຊຸກຍູ້​ສົ່ງ​ເສີມ​ ໃຫ້​ຫັນ​ໄປໃຊ້​ ຄວາມ​ຮຸນ​ແຮງ​ໃນ​ສະພາບ​ການທີ່​ວ່າ​ນີ້ ຫລືວ່າໃຊ້​ການຂົ່ມຂູ່​ ແລະພວກ​ເຮົາ​ຢາກ​ເຫັນ​ຂັ້ນ​ຕອນການໂອ້​ລົມ​ສົນທະນາ​ກັນຫລາຍ​ ກ​ວ່າ.”

ຈີນ​ຢາກປຶກສາ​ຫາລື​ເລຶ່ອງຂໍ້​ຂັດ​ແຍ້​ງກັນ​ນີ້ ​ໃນ​ ລະ​ດັບ​ສອງ​ຝ່າຍ​ເປັນ​ລາຍ​ກໍລະນີ​ໄປ ​ແລະ​ຈົນ​ກະທັ່ງ​ເມື່ອໝໍ່ໆ​ມາ​ນີ້ ປັກ​ກິ່ງໄດ້ມີ​ທ່າ​ທີ​ອ່ອນ​ລົງ​ໄປ​ແດ່​ ​ໃນ​ການ​ຢືນຢັນ​ຂອງ​ຕົນ​ຕໍ່​ກໍາມະສິດ​ໃນ​ດິນ​ແດນ​ໃນ​ທະ​ເລ​ຈີນ​ໃຕ້​ນັ້ນ.

ທ່ານ Dean Cheng ນັກ​ວິ​ເຄາະປະ​ຈໍາມູນ​ນິທີ​ມູນມໍລະດົກ ກ່າວ​ວ່າ ປັກ​ກິ່ງອາດກໍາລັງ​ທົດ​ສອບ​ເບິ່ງ​ທ່າ​ທີ​ຂອງ​ຫວຽດນາມ ຫລື​ສະຫະ ລັດ​ກໍ​ໄດ້ ຊຶ່ງ​ທ່ານ​ຊີ້​ອອກ​ວ່າ ​ພຶດຕິການ​ຕ່າງໆ​ຂອງ​ຈີນ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ ​ໄດ້​ມີ​ຂຶ້ນ​ລຸນ​ຫລັງກອງ​ປະຊຸມ​ສຸດຍອດ​ຫລາຍບັ້ນ ​ລະຫວ່າງ​ຈີນ ແລະ​ສະຫະ​ລັດ ​ໂຮມ​ທັງລະຫວ່າງປະທານປະ​ເທດ​ຈີນ ທ່ານ ​ຫູ ​ຈິນ​ເຖົາ ​ແລະປະທານາ ທິບໍດີ​ບາຣັກ ​ໂອ​ບາ​ມາ ​ເມື່ອ​ເດືອນມັງກອນຜ່ານ​ມາ. ທ່ານ Cheng ກ່າວ​ວ່າ:

“ນີ້​ອາດ​ຈະແມ່ນ​ການ​ທົດ​ສອບ​ຢ່າງ​ນຶ່ງ ​ເພື່ອ​ເບິ່ງ​ວ່າ.. ​ໂອ​ເຄ ພວກ​ເຮົາໄດ້ມີ​ກອງ​ປະ ຊຸມສຸດ​ຍອດ​ເຫລົ່າ​ນີ້ ​ແລະ​ໄດ້​ກ່າວວ່າ ພວກເຮົາ​ຢາກ​ມີ​ຄວາມ​ສໍາພັນ​ທີ່ດີຂຶ້ນ. ​ແລ້ວ​ບາດ​ນີ້ ທ່ານ​ຈະ​ມາທໍາລາຍ​ຄໍາ​ສັນຍາ​ຂອງ​ຄວາມ​ສໍາພັນ​ທີ່​ດີຂຶ້ນ​ນັ້ນ ​ໂດຍ​ການເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ໃນ​ນາມ​ຂອງ​ພວກປະ​ເທດ​ເອ​ເຊຍ​ອາຄະ​ເນ ຫລືກັບ​ພວກປະ​ເທດເຫລົ່າ​ນັ້ນ ກ່ຽວ​ກັບພວກ​ບັນຫາ​ ທີ່​ຈີນ​ຖື​ວ່າ​ເປັນ​ສິດທິ​ດ້ານດິນ​ແດນ​ຂອງ​ພວກ​ເຂົາ​ເຈົ້ານັ້ນ.

ລມຕ ປອງກັນປະເທດສະຫະລັດ Robert Gates (ຊາຍ) ຈັບມີກັບ ລມຕ ປອງກັນປະເທດຈີນ Liang Guanglie ທກອງປະຊຸມເລອງຄວາມ ປອດໄພ ທສິງກະໂປ, ວັນທີ 3 ມີຖຸນາ 2011. REUTERS/Jason Reed
ລມຕ ປອງກັນປະເທດສະຫະລັດ Robert Gates (ຊາຍ) ຈັບມີກັບ ລມຕ ປອງກັນປະເທດຈີນ Liang Guanglie ທກອງປະຊຸມເລອງຄວາມ ປອດໄພ ທສິງກະໂປ, ວັນທີ 3 ມີຖຸນາ 2011. REUTERS/Jason Reed

ຕະຫລອດ​ອາທິດແລ້ວ​ນີ້ ພວກ​ເຈົ້າໜ້າ​ທີ່​ສະຫະລັດ​ໄດ້​ເນັ້ນ​ຍໍ້າ​ເຖິງຄວາມ​ໝັ້ນ​ໝາຍ​ຂອງ​ວໍ​ຊິງ​ຕັນ ຕໍ່​ຂົງ​ເຂດ​ເອ​ເຊຍ ​ໂດຍ​ສະ​ເພາະ​ເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ ​ແລະ ​ຄວາມ​ເຕັມ​ໃຈ​ຂອງ​ພວກ​ຕົນ ທີ່​ຈະ​ປະຕິບັດງານ​ຮ່ວມ​ກັບ​ຈີນຢູ່​ໃນ​ຂົງ​ເຂດນັ້ນ. ຝ່າຍຈີນ​ກ່າວ​ວ່າ ຕົນ​ກໍ​ມີ​ຄວາມ​ໝັ້ນໝາຍ​ຕໍ່​ການ​ແກ້​ ໄຂ​ບັນ​ຂັດ​ແຍ້​ງກັນ​ໃນ​ຂົງ​ເຂດ​ຢ່າງ​ສັນຕິ ຄື​ກັນ.

ແຕ່​ແນວ​ໃດ​ກໍ​ດີ ຈາກ​ເຫດການ​ປະ​ທ້ວງ​ຢູ່ໃນ​ຮາ​ໂນ​ຍນັ້ນ ​ເບິ່ງ​ຄື ວ່າການ​ແກ້​ໄຂ​ບັນ​ຫາ​ນີ້ ຍັງ​ຈະ ແກ່​ຍາວ​ອອກ​ໄປ​ຢູ່.

// ສຽງ​ປະ​ທ້ວງ //

ເບິ່ງວີດິໂອພາສາອັງກິດ

XS
SM
MD
LG