ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟິລິບປິນຈົ່ມວ່າ ຈີນລ່ວງລໍ້າດິນແດນ ທີ່ຕົນອ້າງເອົາກໍາມະສິດ ໃນທະເລຈີນໃຕ້


ຈີນສ້າງຖານຕັ້ງແຫ່ງນຶ່ງຂື້ນຢູເຂດໝູ່ເກາະ Spratly
ຈີນສ້າງຖານຕັ້ງແຫ່ງນຶ່ງຂື້ນຢູເຂດໝູ່ເກາະ Spratly

ຈີນບອກຟິລິບປິນໃຫ້ຍຸຕິທໍາລາຍສິດທິແລະຜົນປະໂຫຍດ ຂອງຕົນ ໂດຍການຮ້ອງທຸກກ່ຽວກັບກິດຈະກໍາຕ່າງໆ ຂອງຈີນ ໃນເຂດທະເລຈີນໃຕ້ນັ້ນ.

ໃນຖະແຫລງການສະບັບນຶ່ງທີ່ພິມເຜີຍແຜ່ຢູ່ໜ້າເວບໄຊ້ ຂອງກະຊວງຕ່າງ ປະເທດຂອງຈີນເມື່ອຕອນແລງວັນ ອັງຄານວານນີ້ ໂຄສົກ ຮົງ ເລ ກ່າວວ່າ ລັດຖະບານ ຟິລິບປິນຄວນຈະຍຸຕິການພິມເຜີຍແຜ່ “ຖະແຫລງການ ຕ່າງໆທີ່ ຂາດຄວາມຮັບຜິດຊອບ” ທີ່ບໍ່ກົງກັບຄວາມເປັນຈິງ ຊຶ່ງທ່ານໂຄສົກ ຮົງ ເລ ກ່າວຕື່ມວ່າ ກໍາປັ່ນຂອງຈີນນັ້ນ ແມ່ນທໍາການສຶກສາຄົ້ນຄວ້າດ້ານວິທະຍາ ສາດໃນເຂດນ່ານ ນໍ້າທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງຈີນ ແລະປະຕິບັດໄປ ຕາມກົດໝາຍທີ່ບົ່ງໄວ້.

ໂຄສົກ ຮົງ ແມ່ນກ່າວຕອບໂຕ້ຕໍ່ຖະແຫລງການສະບັບນຶ່ງຂອງຟິລິບປິນ ເມື່ອວັນເສົາ ຜ່ານມາ ທີ່ຈົ່ມທຸກວ່າກໍ່າປັນຂອງຈີນແມ່ນ ກໍາລັງກີດກັນຂັດ ຂວາງກິດຈະກໍາຕ່າງໆທີ່ ຖືກຕ້ອງຕາມກົດໝາຍຂອງພວກຊາວປະມົງຟິລິບປິນ.

ໃນຕອນເຊົ້າຂອງວັນອັງຄານວານນີ້ ທ່ານ Voltaire Gazmin ລັດຖະ ມົນຕີປ້ອງກັນ ປະເທດຂອງຟິລິບປິນກ່າວວ່າ ປັກກິ່ງຈະ “ເສຍໜ້າ” ຖ້າ ຫາກວ່າຕົນຍັງສືບຕໍ່ປະຕິບັດ ການແບບລຸກລານໃນຂົງເຂດທີ່ເປັນບັນຫາຂັດ ແຍ້ງກັນ ຫລັງຈາກທ່ານ ລຽງ ກວາງລີ ລັດຖະມົນຕີປ້ອງກັນປະເທດຂອງ ຈີນກ່າວທີ່ກອງປະຊຸມດ້ານຄວາມໝັ້ນຄົງ ເມື່ອອາທິດ ຜ່ານມາ ທີ່ວ່າຈີນສະແຫວງຫາສັນຕິພາບແລະສະຖຽນລະພາບຢູ່ໃນຂົງເຂດດັ່ງກ່າວ.

XS
SM
MD
LG